Skip to content
BibleKenya

Biblica® Open Lao Contemporary Version

ໂຢບ 9

ໂຢບ

ໂຢບ​ຈຶ່ງ​ໄດ້​ຕອບ​ວ່າ:

“ແທ້ຈິງ​ແລ້ວ, ຂ້ອຍ​ຮູ້​ແລ້ວ​ວ່າ​ນີ້​ຄື​ຄວາມຈິງ.

ແຕ່​ມະນຸດ​ຈະ​ພິສູດ​ຄວາມ​ບໍລິສຸດ​ຂອງ​ຕົນ​ຕໍ່ໜ້າ​ພຣະເຈົ້າ​ໄດ້​ຢ່າງໃດ?

ເຖິງແມ່ນວ່າ​ພວກເຂົາ​ຢາກ​ຈະ​ໂຕ້ແຍ້ງ​ກັບ​ພຣະອົງ​ກໍຕາມ,

ພວກເຂົາ​ກໍ​ບໍ່​ສາມາດ​ຕອບ​ພຣະອົງ​ໄດ້​ແມ່ນແຕ່​ຄັ້ງ​ດຽວ​ຈາກ​ພັນ​ຄັ້ງ.

ເພາະ​ສະຕິປັນຍາ​ຂອງ​ພຣະເຈົ້າ​ກໍ​ເລິກເຊິ່ງ ແລະ ລິດອຳນາດ​ຂອງ​ພຣະອົງ​ກໍ​ກວ້າງໃຫຍ່.

ຜູ້ໃດ​ຈະ​ຕໍ່ຕ້ານ​ພຣະອົງ ແລະ ໜີ​ລອດ​ອອກ​ມາ​ໂດຍ​ບໍ່​ໄດ້​ຮັບ​ອັນຕະລາຍ?

ພຣະອົງ​ເຄື່ອນ​ພູເຂົາ​ໂດຍ​ທີ່​ມັນ​ບໍ່​ຮູ້​ໂຕ

ແລະ ຄວໍ້າ​ມັນ​ດ້ວຍ​ຄວາມ​ໃຈຮ້າຍ​ຂອງ​ພຣະອົງ.

ພຣະອົງ​ສັ່ນ​ແຜ່ນດິນໂລກ​ອອກ​ຈາກ​ບ່ອນ​ຂອງ​ມັນ

ແລະ ເຮັດ​ໃຫ້​ເສົາ​ຄໍ້າ​ຂອງ​ມັນ​ສັ່ນສະເທືອນ.

ພຣະອົງ​ກ່າວ​ກັບ​ດວງຕາເວັນ ແລະ ມັນ​ກໍ​ບໍ່​ສ່ອງ​ແສງ;

ພຣະອົງ​ປິດ​ແສງ​ຂອງ​ດວງດາວ​ບໍ່​ໃຫ້​ສ່ອງແສງ​ແຈ້ງ.

ພຣະອົງ​ແຕ່​ຜູ້​ດຽວ​ທີ່​ຄຶງ​ຟ້າສະຫວັນ​ອອກ

ແລະ ຢຽບຢໍ່າ​ເໜືອ​ຄື້ນ​ທະເລ.

ພຣະອົງ​ເປັນ​ພຣະຜູ້ສ້າງ​ດາວ​ໝີ ແລະ ດາວ​ໄຖ,

ດາວ​ໄກ່ນ້ອຍ ແລະ ໝູ່​ດວງດາວ​ທາງ​ທິດໃຕ້.

ພຣະອົງ​ສໍາແດງ​ສິ່ງ​ທີ່​ແປກ​ປະຫລາດ​ທີ່​ບໍ່​ສາມາດ​ຢັ່ງຮູ້,

ການ​ອັດສະຈັນ​ທີ່​ບໍ່​ສາມາດ​ນັບ​ໄດ້.

ເມື່ອ​ພຣະອົງ​ຍ່າງ​ຜ່ານ​ຂ້ອຍ​ໄປ, ຂ້ອຍ​ບໍ່​ສາມາດ​ເບິ່ງ​ເຫັນ​ພຣະອົງ​ໄດ້;

ເມື່ອ​ພຣະອົງ​ຜ່ານ​ໄປ, ຂ້ອຍ​ບໍ່​ສາມາດ​ສັງເກດ​ເຫັນ​ພຣະອົງ​ໄດ້.

ເມື່ອ​ພຣະອົງ​ເອົາ​ໄປ, ຜູ້ໃດ​ຈະ​ຢຸດຢັ້ງ​ພຣະອົງ​ໄດ້?

ຜູ້ໃດ​ຈະ​ຖາມ​ພຣະອົງ​ວ່າ, ‘ພຣະອົງ​ກໍາລັງ​ເຮັດ​ຫຍັງ?’

ພຣະເຈົ້າ​ບໍ່​ໄດ້​ຢັບຢັ້ງ​ຄວາມ​ໃຈຮ້າຍ​ຂອງ​ພຣະອົງ;

ແມ່ນແຕ່​ໝູ່ເພື່ອນ​ຂອງ​ລາຫັບ​ກໍ​ຢູ່​ໃຕ້​ຕີນ​ຂອງ​ພຣະອົງ.

“ແລ້ວ​ຂ້ອຍ​ຈະ​ໂຕ້ແຍ້ງ​ກັບ​ພຣະເຈົ້າ​ໄດ້​ຢ່າງໃດ?

ຂ້ອຍ​ຈະ​ຊອກຫາ​ຄຳ​ໃດ​ມາ​ໂຕ້ຖຽງ​ກັບ​ພຣະອົງ?

ເຖິງແມ່ນວ່າ​ຂ້ອຍ​ບໍ່​ມີ​ຄວາມຜິດ, ຂ້ອຍ​ກໍ​ບໍ່​ສາມາດ​ຕອບ​ພຣະອົງ​ໄດ້;

ຂ້ານ້ອຍ​ໄດ້​ແຕ່​ອ້ອນວອນ​ຂໍ​ຄວາມເມດຕາ​ຈາກ​ຜູ້ພິພາກສາ​ຂອງ​ຂ້ານ້ອຍ.

ເຖິງແມ່ນວ່າ​ຂ້ອຍ​ຮ້ອງ​ຫາ​ພຣະອົງແລະ ພຣະອົງ​ກໍ​ຕອບ,

ຂ້ອຍ​ບໍ່​ເຊື່ອ​ວ່າ​ພຣະອົງ​ຈະ​ຮັບຟັງ​ຂ້ອຍ.

ພຣະອົງ​ຈະ​ຍ່ອງ​ຂ້ອຍ​ດ້ວຍ​ລົມ​ພະຍຸ.

ແລະ ເພີ່ມ​ບາດແຜ​ຂອງ​ຂ້ອຍ​ໂດຍ​ບໍ່​ມີ​ເຫດຜົນ.

ພຣະອົງ​ຈະ​ບໍ່​ຍອມ​ໃຫ້​ຂ້ອຍ​ຫາຍໃຈ

ແຕ່​ເຮັດໃຫ້​ຂ້ອຍ​ເຕັມ​ໄປ​ດ້ວຍ​ຄວາມ​ທຸກ​ທໍລະມານ.

ຖ້າ​ເປັນ​ເລື່ອງ​ກໍາລັງ, ພຣະອົງ​ກໍ​ຍິ່ງໃຫຍ່​ແທ້ໆ!

ແລະ ຖ້າ​ເປັນ​ເລື່ອງ​ຄວາມຍຸຕິທຳ, ຜູ້ໃດ​ຈະ​ທ້າທາຍ​ພຣະອົງ​ໄດ້?1

ເຖິງແມ່ນວ່າ​ຂ້ອຍ​ບໍ່​ມີ​ຄວາມ​ຜິດ, ປາກ​ຂອງ​ຂ້ອຍ​ກໍ​ປະນາມ​ຕົນ​ເອງ;

ຖ້າ​ຂ້ອຍ​ບໍ່​ມີ​ຕໍາໜິ, ປາກ​ຂອງ​ຂ້ອຍ​ກໍ​ຈະ​ປະກາດ​ວ່າ​ຂ້ອຍ​ມີ​ຄວາມຜິດ.

“ເຖິງແມ່ນວ່າ​ຂ້ອຍ​ບໍ່​ມີ​ທີ່​ຕຳໜິ,

ຂ້ອຍ​ບໍ່​ມີ​ຄວາມ​ກັງວົນ​ກັບ​ຕົນ​ເອງ;

ຂ້ອຍ​ດູຖູກ​ຊີວິດ​ຂອງ​ຂ້ອຍ​ຕົນ​ເອງ.

ມັນ​ກໍ​ຄືກັນ​ທັງໝົດ; ສະນັ້ນ ຂ້ອຍ​ຈຶ່ງ​ເວົ້າ​ວ່າ,

‘ພຣະອົງ​ທຳລາຍ​ທັງ​ຄົນ​ບໍ່​ມີ​ຕໍາໜິ ແລະ ຄົນ​ຊົ່ວຮ້າຍ’.

ເມື່ອ​ການ​ລົງໂທດ​ນຳ​ຄວາມ​ຕາຍ​ມາ​ໂດຍ​ທັນທີ,

ພຣະອົງ​ເຢາະເຢີ້ຍ​ຄວາມ​ສິ້ນຫວັງ​ຂອງ​ຜູ້​ທີ່​ບໍ່​ມີ​ຄວາມ​ຜິດ.

ເມື່ອ​ແຜ່ນດິນ​ຕົກ​ຢູ່​ໃນ​ມື​ຂອງ​ຄົນ​ຊົ່ວ,

ພຣະອົງ​ປິດ​ຕາ​ຂອງ​ບັນດາ​ຜູ້ພິພາກສາ​ໃຫ້​ມືດ​ບອດ.

ຖ້າ​ບໍ່​ແມ່ນ​ພຣະອົງ, ແລ້ວ​ຈະ​ແມ່ນ​ຜູ້ໃດ?

“ວັນ​ເວລາ​ຂອງ​ຂ້ານ້ອຍ​ຜ່ານ​ໄປ​ໄວ​ກວ່າ​ນັກແລ່ນ;

ມັນ​ລ່ວງ​ພົ້ນ​ໄປ​ໂດຍ​ບໍ່​ມີ​ຄວາມ​ຊື່ນຊົມຍິນດີ​ເລີຍ.

ມັນ​ແລ່ນ​ໄປ​ດັ່ງ​ເຮືອ​ທີ່​ເຮັດ​ດ້ວຍ​ຕົ້ນອໍ້,

ດັ່ງ​ນົກອິນຊີ​ບິນ​ເຈີດ​ລົງ​ໃສ່​ເຫຍື່ອ​ຂອງມັນ.

ຖ້າ​ຂ້ອຍ​ເວົ້າ​ວ່າ, ‘ຂ້ອຍ​ຈະ​ລືມ​ຄວາມ​ເຈັບປວດ​ຂອງ​ຕົນ,

ຂ້ອຍ​ຈະ​ປ່ຽນ​ສີ​ໜ້າ​ຂອງ​ຕົນ ແລະ ຍິ້ມແຍ້ມ​ແຈ່ມໃສ’,

ແຕ່​ຂ້ອຍ​ກໍ​ຍັງ​ຢ້ານ​ຄວາມທຸກຍາກລໍາບາກ​ທັງໝົດ​ຂອງ​ຂ້ອຍ,

ເພາະ​ຂ້ອຍ​ຮູ້​ວ່າ​ພຣະອົງ​ຈະ​ບໍ່​ຖື​ວ່າ​ຂ້ອຍ​ມີ​ຄວາມຜິດ.

ເນື່ອງຈາກ​ຂ້ອຍ​ຖືກ​ຕັດ​ສິນ​ວ່າ​ມີ​ຄວາມຜິດ​ແລ້ວ,

ເປັນຫຍັງ​ຂ້ານ້ອຍ​ຈະ​ດິ້ນ​ລົນ​ໂດຍ​ບໍ່​ມີ​ປະໂຫຍດ?

ເຖິງແມ່ນວ່າ​ຂ້ອຍ​ໄດ້​ຊຳລະລ້າງ​ຕົນ​ດ້ວຍ​ສະບູ2

ແລະ ລ້າງ​ມື​ຂອງ​ຕົນ​ດ້ວຍ​ສະບູ​ຝຸ່ນ,

ພຣະອົງ​ຈະ​ໂຍນ​ຂ້ອຍ​ລົງ​ໃນ​ຂຸມ​ຂີ້ຕົມ

ແມ່ນແຕ່​ເຄື່ອງນຸ່ງ​ຂອງ​ຂ້ອຍ​ກໍ​ຈະ​ລັງກຽດ​ຂ້ອຍ.

“ພຣະອົງ​ບໍ່​ແມ່ນ​ມະນຸດ​ເໝືອນດັ່ງ​ຂ້ອຍ​ທີ່​ຂ້ອຍ​ຈະ​ຕອບ​ພຣະອົງ​ໄດ້,

ທີ່​ພວກເຮົາ​ຈະ​ປະເຊີນ​ໜ້າ​ກັນ​ຢູ່​ໃນ​ສານ​ໄດ້.

ຖ້າ​ມີ​ບາງຄົນ​ໄກ່ເກ່ຍ​ລະຫວ່າງ​ພວກເຮົາ,

ມີ​ບາງຄົນ​ນໍາ​ພວກເຮົາ​ມາ​ເພື່ອ​ປະເຊີນ​ໜ້າ​ກັນ,

ຄົນ​ທີ່​ເກັບ​ໄມ້​ແສ້​ຂອງ​ພຣະເຈົ້າ​ອອກ​ໄປ​ຈາກ​ຂ້ອຍ,

ເພື່ອ​ວ່າ​ຂ້ອຍ​ຈະ​ເຊົາ​ຢ້ານກົວ​ການລົງໂທດ​ຂອງ​ພຣະອົງ.

ແລ້ວ​ຂ້ອຍ​ຈະ​ເວົ້າ​ອອກ​ມາ​ໂດຍ​ບໍ່​ຢ້ານກົວ​ພຣະອົງ,

ແຕ່​ຂະນະ​ນີ້​ມັນ​ຢູ່​ກັບ​ຂ້ອຍ​ແລ້ວ, ຂ້ອຍ​ເຮັດ​ແບບນັ້ນ​ບໍ່​ໄດ້.

Source notes (2)
  1. Footnote ພາສາ​ເຮັບເຣີ​ວ່າ ຜູ້ໃດ​ຈະ​ຮຽກ​ຂ້າ​ມາ​ໃຫ້​ການ​ໄດ້ ?
  2. Footnote ຫລື ດ້ວຍ​ຫິມະ

Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.

Full source notice & licence · CC BY-SA 4.0 · SourceEdition imported 2026-11-09.

BibleKenya

Reader settings

Theme
Font
Alignment
Reading width

Saved in this browser and used offline too. Press ? for keyboard shortcuts.