Biblica® Open Lao Contemporary Version
ໂຢບ 8
ບິນດາດ
ບິນດາດຊາວຊູອາໄດ້ຕອບໂຢບວ່າ:
“ເຈົ້າຈະເວົ້າແບບນີ້ໄປອີກດົນປານໃດ?
ຖ້ອຍຄຳຂອງເຈົ້າເປັນດັ່ງພະຍຸກ້າ
ພຣະເຈົ້າບິດເບືອນຄວາມຍຸຕິທຳບໍ?
ອົງຜູ້ມີລິດອໍານາດຍິ່ງໃຫຍ່ບິດເບືອນຄວາມຖືກຕ້ອງບໍ?
ຖ້າລູກຫລານຂອງເຈົ້າເຮັດບາບຕໍ່ພຣະອົງ,
ພຣະອົງກໍໄດ້ລົງໂທດຕໍ່ບາບຂອງພວກເຂົາ.
ແຕ່ຖ້າເຈົ້າຈະສະແຫວງຫາພຣະເຈົ້າຢ່າງແທ້ຈິງ
ແລະ ຈະອ້ອນວອນຕໍ່ອົງຜູ້ມີລິດອໍານາດຍິ່ງໃຫຍ່,
ຖ້າເຈົ້າບໍລິສຸດ ແລະ ທ່ຽງທຳ,
ບັດນີ້ ພຣະອົງຈະລຸກຂຶ້ນມາເພື່ອເຈົ້າ
ແລະ ນຳເຈົ້າໃຫ້ກັບຄືນສູ່ຖານະອັນຈະເລີນຮັ່ງມີຂອງເຈົ້າ.
ການເລີ່ມຕົ້ນຂອງເຈົ້າຈະເບິ່ງເໝືອນກັບວ່າຕໍ່າຕ້ອຍ,
ອະນາຄົດຂອງເຈົ້າກໍຍັງຈະຈະເລີນຮຸ່ງເຮືອງ.
“ຈົ່ງຖາມຄົນລຸ້ນກ່ອນນັ້ນເບິ່ງ
ແລ້ວເຈົ້າຈະຄົ້ນພົບສິ່ງທີ່ບັນພະບຸລຸດຂອງພວກເຂົາໄດ້ຮຽນຮູ້,
ເພາະເຮົາຫາກໍເກີດມາມື້ວານນີ້ເທົ່ານັ້ນ ແລະ ບໍ່ຮູ້ອັນໃດ,
ແລະ ວັນເວລາຂອງພວກເຮົາໃນໂລກນີ້ກໍເປັນພຽງແຕ່ເງົາ.
ບັນພະບຸລຸດຂອງພວກເຈົ້າຈະບໍ່ສັ່ງສອນ ແລະ ບອກເຈົ້າບໍ?
ພວກເຂົາຈະບໍ່ເວົ້າອອກມາຈາກຄວາມເຂົ້າໃຈຂອງພວກເຂົາບໍ?
ຕົ້ນອໍ້ຈະເຕີບໃຫຍ່ຂຶ້ນສູງໃນບ່ອນທີ່ບໍ່ມີໜອງນ້ຳໄດ້ບໍ?
ຕົ້ນອໍ້ຈະຢູ່ໄດ້ໂດຍປາດສະຈາກນ້ຳບໍ?
ຂະນະທີ່ພວກມັນເຕີບໃຫຍ່ຂຶ້ນ ແລະ ບໍ່ມີຜູ້ໃດມາຕັດ,
ພວກມັນກໍຫ່ຽວແຫ້ງໄປໄວກວ່າຕົ້ນຫຍ້າ.
ບັ້ນປາຍຂອງຜູ້ທີ່ລືມພຣະເຈົ້າກໍເປັນໄປຢ່າງນັ້ນ;
ຄວາມຫວັງຂອງຜູ້ທີ່ບໍ່ມີພຣະເຈົ້າກໍພິນາດຈິບຫາຍໄປ.
ສິ່ງທີ່ພວກເຂົາໄວ້ວາງໃຈກໍອ່ອນບາງຫລາຍ1
ສິ່ງທີ່ພວກເຂົາເພິ່ງພາເປັນດັ່ງໄຍແມງມູມ.
ພວກເຂົາເອື່ອຍອີງ, ແຕ່ມັນກໍຂາດໄປ;
ພວກເຂົາຢຶດມັນໄວ້, ແຕ່ມັນກໍບໍ່ໜຽວແໜ້ນຢູ່.
ພວກເຂົາເປັນດັ່ງຕົ້ນໄມ້ທີ່ໄດ້ຮັບນ້ຳພຽງພໍໃນກາງແດດ,
ແຕກໜໍ່ແໜງໄປທົ່ວສວນ;
ຮາກຂອງມັນຢັ່ງລົງໄປອ້ອມກ້ອນຫີນ
ແລະ ຊອກຫາທີ່ບ່ອນທີ່ຈະຢັ່ງຮາກໃນທ່າມກາງກ້ອນຫີນ.
ແຕ່ເມື່ອມັນຖືກຫລົກອອກຈາກບ່ອນຂອງມັນ,
ບ່ອນນັ້ນກໍຕັດຂາດຈາກມັນ ແລະ ເວົ້າວ່າ, ‘ຂ້ອຍບໍ່ເຄີຍເຫັນເຈົ້າມາກ່ອນ’.
ແນ່ນອນ, ຊີວິດຂອງມັນກໍຫ່ຽວແຫ້ງໄປ,
ແລະ2 ມີພືດຊະນິດອື່ນໆງອກຂຶ້ນມາຈາກດິນ.
“ແນ່ນອນ ພຣະເຈົ້າບໍ່ປະຖິ້ມຄົນທີ່ບໍ່ມີຕໍາໜິ
ທັງຈະບໍ່ໃຫ້ກໍາລັງແກ່ມືຂອງພວກຄົນຊົ່ວ.
ພຣະອົງຈະໃຫ້ປາກຂອງເຈົ້າເຕັມໄປດ້ວຍສຽງຫົວເລາະ
ແລະ ຮີມສົບຂອງເຈົ້າໂຫ່ຮ້ອງດ້ວຍຄວາມຍິນດີ.
ບັນດາສັດຕູຂອງເຈົ້າຈະເຕັມໄປດ້ວຍຄວາມອັບອາຍ,
ແລະ ເຕັນຂອງຄົນຊົ່ວຮ້າຍຈະບໍ່ມີອີກຕໍ່ໄປ”.
Source notes (2)
- Footnote ໃນພາສາເຮັບເຣີຄຳນີ້ມີຄວາມຫມາຍບໍ່ຊັດເຈນ
- Footnote ຫລື ແນ່ທີດຽວ ຄວາມຊື່ນຊົມຍິນດີທັງໝົດທີ່ມີ ກໍຄື
Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.
Full source notice & licence · CC BY-SA 4.0 · SourceEdition imported 2026-11-09.