Biblica® Open Lao Contemporary Version
ໂຢບ 7
“ມະນຸດບໍ່ຕ້ອງວຽກຢ່າງໜັກໃນແຜ່ນດິນໂລກບໍ?
ຊີວິດຂອງພວກເຂົາບໍ່ເໝືອນກຳມະກອນຮັບຈ້າງບໍ?
ເໝືອນຂ້າທາດທີ່ລໍຄອຍຮົ່ມໃນຍາມແລງ,
ດັ່ງກໍາມະກອນລໍຄອຍເວລາທີ່ຈະໄດ້ຮັບຄ່າຈ້າງ,
ຂ້ອຍໄດ້ຮັບກໍບໍ່ໄດ້ຫຍັງເປັນເວລາຫລາຍເດືອນ,
ກາງຄືນອັນທຸກທໍລະມານໄດ້ຖືກມອບຂ້ອຍ.
ເມື່ອຂ້ອຍນອນລົງຂ້ອຍກໍຄິດວ່າ, ‘ອີກດົນປານໃດທີ່ຂ້ອຍຈະໄດ້ຕື່ນມາ?’
ກາງຄືນຄືດົນແທ້ ແລະ ຂ້ອຍນອນພິກໄປມາຈົນຊອດແຈ້ງ.
ຮ່າງກາຍຂອງຂ້ອຍເຕັມໄປດ້ວຍໜອນ ແລະ ບາດແຜທີ່ຕົກເກັດ,
ຜິວໜັງຂອງຂ້ອຍກໍແຕກ ແລະ ມີນໍ້າໜອງ.
“ວັນເວລາຂອງຂ້ອຍຜ່ານໄປໄວກວ່າກະສວຍຂອງຊ່າງຕໍ່າຜ້າ,
ມັນແລ່ນໄປເຖິງຈຸດຈົບໂດຍບໍ່ມີຄວາມຫວັງ.
ຂ້າແດ່ພຣະເຈົ້າ, ໂຜດລະນຶກວ່າຊີວິດຂອງຂ້ານ້ອຍນັ້ນເປັນພຽງລົມຫາຍໃຈ;
ຕາຂອງຂ້ານ້ອຍຈະບໍ່ເຫັນຄວາມສຸກອີກ.
ບັດນີ້ ຕາຂອງຜູ້ທີ່ເຫັນຂ້ານ້ອຍຈະບໍ່ເຫັນຂ້ານ້ອຍອີກຕໍ່ໄປ;
ພຣະອົງຈະຊອກຫາຂ້ານ້ອຍ, ແຕ່ຂ້ານ້ອຍຈະບໍ່ຢູ່ແລ້ວ.
ເໝືອນດັ່ງເມກລອຍໄປ ແລ້ວກໍຫາຍໄປ,
ຄົນທີ່ລົງໄປທີ່ຂຸມຝັງສົບກໍບໍ່ຫວນກັບຄືນມາອີກ.
ລາວຈະບໍ່ໄດ້ກັບຄືນມາທີ່ເຮືອນຂອງຕົນອີກເລີຍ;
ລາວຈະບໍ່ເປັນທີ່ຮູ້ຈັກໃນບ່ອນນັ້ນອີກ.
“ເຫດສະນັ້ນ ຂ້ານ້ອຍຈະບໍ່ມິດງຽບຢູ່;
ຂ້ານ້ອຍຈະເວົ້າອອກມາດ້ວຍຄວາມເຈັບປວດໃນຈິດໃຈ,
ຂ້ານ້ອຍຈະຈົ່ມດ້ວຍຄວາມຂົມຂື່ນໃນຈິດວິນຍານຂອງຂ້ານ້ອຍ.
ຂ້ານ້ອຍເປັນທະເລ ຫລື ສັດຮ້າຍຢູ່ໃນເຫວເລິກນັ້ນບໍ,
ພຣະອົງຈຶ່ງວາງຍາມຄົນເຝົ້າຍາມຂ້ານ້ອຍໄວ້?
ເມື່ອຂ້ານ້ອຍຄິດວ່າການນອນຫລັບຈະຊ່ວຍເລົ້າໂລມໃຈຂ້ານ້ອຍ
ແລະ ເຊື່ອນອນນຸ້ມໆຈະບັນເທົາຄໍາຈົ່ມວ່າຂອງຂ້ານ້ອຍໄດ້,
ເຖິງປານນັ້ນພຣະອົງກໍເຮັດໃຫ້ຂ້ານ້ອຍຕົກໃຈຢ້ານໃນຄວາມຝັນ
ເຮັດໃຫ້ຂ້ານ້ອຍຢ້ານກົວໃນນິມິດຕ່າງໆ,
ດັ່ງນັ້ນ ຂ້ານ້ອຍຢາກບີບຄໍຂອງຕົນ ແລະ ຕາຍໄປ,
ກໍດີກວ່າຢູ່ໃນຮ່າງກາຍແບບນີ້ຂອງຕົນ.
ຂ້ານ້ອຍເບື່ອໜ່າຍກັບຊີວິດຂອງຕົນ; ຂ້ານ້ອຍບໍ່ຢາກມີຊີວິດຢູ່ຕໍ່ໄປ.
ໂຜດໃຫ້ຂ້ານ້ອຍຢູ່ຕາມລຳພັງໃຈ; ເພາະວັນເວລາຂອງຂ້ານ້ອຍບໍ່ມີຄວາມໝາຍຫຍັງ.
“ມະນຸດຈະເຮັດຫຍັງເພື່ອໃຫ້ພຣະອົງໃຫ້ສໍາຄັນຕໍ່ພວກເຂົາ,
ເພື່ອວ່າພຣະອົງຈຶ່ງເອົາໃຈໃສ່ພວກເຂົາຂະໜາດນັ້ນ?
ທີ່ພຣະອົງຈະຕ້ອງກວດສອບເບິ່ງພວກເຂົາຢູ່ທຸກເຊົ້າ
ແລະ ທົດສອບພວກເຂົາຢູ່ທຸກນາທີ?
ພຣະອົງຈະບໍ່ລະສາຍຕາໄປຈາກຂ້ານ້ອຍ,
ຫລື ປ່ອຍຂ້ານ້ອຍໄວ້ຢູ່ຕາມລຳພັງແມ່ນແຕ່ວິນາທີດຽວບໍ?
ຂ້າແດ່ພຣະເຈົ້າຜູ້ເຫັນທຸກສິ່ງທີ່ພວກເຮົາເຮັດ,
ຖ້າຂ້ານ້ອຍໄດ້ເຮັດບາບ ຂ້ານ້ອຍໄດ້ເຮັດຫຍັງຕໍ່ພຣະອົງ?
ເປັນຫຍັງຈຶ່ງເຮັດໃຫ້ຂ້ານ້ອຍຕົກເປັນເປົ້າຂອງພຣະອົງ?
ແລະ ເຮັດໃຫ້ຊີວິດຂອງຂ້ານ້ອຍເປັນພາລະແກ່ພຣະອົງ?1
ເປັນຫຍັງພຣະອົງຈຶ່ງບໍ່ໃຫ້ອະໄພຄວາມຜິດຂອງຂ້ານ້ອຍ
ແລະ ຍົກໂທດບາບຂອງຂ້ານ້ອຍ?
ເພາະອີກບໍ່ດົນຂ້ານ້ອຍກໍຈະນອນລົງໃນຂີ້ຝຸ່ນດິນ;
ພຣະອົງຈະຊອກຫາຂ້ານ້ອຍ, ແຕ່ຂ້ານ້ອຍຈະບໍ່ຢູ່ອີກຕໍ່ໄປ”.
Source notes (1)
- Footnote ສຳເນົາ MT. ສ່ວນໃຫຍ່ວ່າ ຂ້າພຣະອົງກາຍເປັນພາລະແກ່ຕົນເອງ
Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.
Full source notice & licence · CC BY-SA 4.0 · SourceEdition imported 2026-11-09.