Skip to content
BibleKenya

Biblica® Open Lao Contemporary Version

ໂຢບ 6

ໂຢບ

ແລ້ວ​ໂຢບ​ໄດ້​ຕອບ​ວ່າ:

“ຖ້າ​ເອົາ​ຄວາມ​ເຈັບປວດ​ຂອງ​ຂ້ອຍ​ມາ​ຊັ່ງ

ແລະ ເອົາ​ຄວາມ​ທຸກຍາກ​ທັງໝົດ​ຂອງ​ຂ້ອຍ​ວາງ​ເທິງ​ຊິງ​ໄດ້!

ແນ່ນອນ​ວ່າ​ມັນ​ຈະ​ໜັກ​ຫລາຍ​ກວ່າ​ເມັດ​ດິນຊາຍ​ໃນ​ທະເລ

ຈຶ່ງ​ບໍ່​ແປກໃຈ​ເລີຍ​ທີ່​ຄໍາເວົ້າ​ຂອງ​ຂ້ອຍ​ໄດ້​ອອກ​ໄປ​ຢ່າງ​ໃຈຮ້ອນ.

ລູກ​ທະນູ​ຂອງ​ອົງ​ຜູ້​ມີ​ລິດ​ອໍານາດ​ຍິ່ງໃຫຍ່​ຢູ່​ໃນ​ຂ້ອຍ,

ຈິດ​ວິນຍານ​ຂອງ​ຂ້ອຍ​ດື່ມ​ພິດ​ຂອງ​ມັນ;

ຄວາມຢ້ານ​ຈາກ​ພຣະເຈົ້າ​ກໍ​ມາ​ເຂົ້າ​ມາ​ໂຈມຕີ​ຂ້ອຍ.

ລໍ​ປ່າ​ຮ້ອງ​ຂຶ້ນ​ເມື່ອ​ມີ​ຫຍ້າ​ກິນ​ບໍ

ຫລື ງົວ​ຈະ​ສົ່ງ​ສຽງ​ເມື່ອ​ມັນ​ມີ​ອາຫານ​ກິນ​ບໍ?

ຈະ​ກິນ​ອາຫານ​ທີ່​ຈືດ​ໂດຍ​ບໍ່​ໃສ່​ເກືອ​ບໍ,

ນ້ຳ​ລ້ຽງ​ຂອງ​ຕົ້ນ​ແມໂລ​ຈະ​ມີ​ລົດຊາດ​ຫຍັງ1?

ຂ້ອຍ​ບໍ່​ຍອມ​ແຕະຕ້ອງ​ອາຫານ​ແບບ​ນັ້ນ​ດອກ;

ອາຫານ​ເຫລົ່ານັ້ນ​ເຮັດ​ໃຫ້​ຂ້ອຍ​ເຈັບປ່ວຍ.

“ໂອ, ຂໍ​ໃຫ້​ຂ້ອຍ​ໄດ້​ຕາມ​ຄຳ​ຮ້ອງຂໍ​ຂອງ​ຂ້ອຍ,

ຂໍ​ພຣະເຈົ້າ​ໃຫ້​ຕາມ​ສິ່ງ​ທີ່​ຂ້ອຍ​ຫວັງ,

ຂໍ​ໃຫ້​ພຣະເຈົ້າ​ເຕັມໃຈ​ທີ່​ຈະ​ຍ່ອງ​ຂ້ອຍ,

ພຣະອົງ​ຈະ​ປ່ອຍ​ມື ແລະ ຕັດ​ຂາດ​ຂ້ອຍ!

ຢ່າງ​ໜ້ອຍ​ຂ້ອຍ​ກໍ​ຍັງ​ສະບາຍ​ໃຈ

ແລະ ຍິນດີ​ເຖິງ​ວ່າ​ຈະ​ເຈັບປວດ​ຫລາຍ

ທີ່​ວ່າ​ຂ້ອຍ​ບໍ່​ໄດ້​ປະຕິເສດ​ຖ້ອຍຄຳ​ຂອງ​ອົງ​ບໍລິສຸດ.

“ຂ້ອຍ​ມີ​ກຳລັງ​ຫຍັງ​ເຫລືອ ທີ່​ຈະ​ໃຫ້​ຂ້ອຍ​ຍັງ​ຫວັງ​ຢູ່?

ຂ້ອຍ​ຄາດ​ຫວັງ​ອັນໃດ, ຂ້ອຍ​ຈຶ່ງ​ຄວນ​ຈະ​ອົດທົນ​ຢູ່?

ຂ້ອຍ​ມີ​ກໍາລັງ​ແຂງ​ແກ່ນ​ດັ່ງ​ຫີນ​ບໍ?

ຮ່າງກາຍ​ຂອງ​ຂ້ອຍ​ເປັນ​ທອງສຳລິດ​ບໍ?

ຂ້ອຍ​ມີ​ກຳລັງ​ທີ່​ຈະ​ຊ່ວຍເຫລືອ​ຕົວ​ເອງ​ໄດ້​ບໍ,

ໃນ​ເມື່ອ​ຄວາມ​ສຳເລັດ​ໜີ​ໄປ​ຈາກ​ຂ້ອຍ​ແລ້ວ?

“ມີ​ຜູ້ໃດ​ບໍ່​ຢາກ​ໄດ້​ຄວາມ​ເມດຕາ​ຈາກ​ໝູ່ເພື່ອນ.

ເຖິງ​ແມ່ນ​ວ່າ​ລາວ​ບໍ່​ຢໍາເກງ​ພຣະເຈົ້າ​ອົງ​ມີ​ລິດ​ອໍານາດ​ຍິ່ງໃຫຍ່.

ແຕ່​ອ້າຍນ້ອງ​ຂອງ​ຂ້ອຍ​ກໍ​ເພິ່ງພາ​ບໍ່​ໄດ້​ເລີຍ, ດັ່ງ​ສາຍນ້ຳ​ທີ່​ໄຫລໆ​ຢຸດໆ,

ເໝືອນດັ່ງ​ແມ່ນ້ຳ​ທີ່​ໄຫລ​ລົ້ນ

ເມື່ອ​ນໍ້າ​ຂຸ່ນ​ດຳ​ທີ່​ລະລາຍ​ມາ​ຈາກ​ນໍ້າແຂງ

ແລະ ຫິມະ​ທີ່​ລະລາຍ​ກໍ​ໄຫລ​ຖ້ວມ​ລົ້ນ,

ແຕ່​ມັນ​ກໍ​ຢຸດ​ໄຫລ​ໃນ​ລະດູຮ້ອນ,

ແລະ ເມື່ອ​ອາກາດ​ຮ້ອນ​ເອົ້າ​ກໍ​ເຮັດໃຫ້​ຫ້ວຍ​ຮ່ອງ​ແຫ້ງແລ້ງ.

ຂະບວນ​ຄົນ​ທີ່​ເດີນທາງ​ຫັນ​ອອກ​ຈາກ​ເສັ້ນ​ທາງ​ຂອງ​ຕົນ;

ພວກເຂົາ​ເຂົ້າໄປ​ໃນ​ດິນແດນ​ກັນດານ ແລະ ກໍ​ພິນາດ​ຈິບຫາຍ.

ຂະບວນ​ຄົນ​ທີ່​ເດີນທາງ​ຈາກ​ເຕມາ​ກໍ​ຊອກຫາ​ນໍ້າ,

ການ​ເດີນທາງ​ຂອງ​ພວກ​ພໍ່ຄ້າ​ຈາກ​ເຊບາ​ກໍ​ຊອກຫາ​ນ້ຳ​ຢ່າງ​ມີ​ຄວາມ​ຫວັງ.

ພວກເຂົາ​ກໍ​ທຸກໃຈ, ເພາະ​ພວກເຂົາ​ໝັ້ນໃຈ​ຫລາຍ;

ພວກເຂົາ​ມາ​ຮອດ​ທີ່ນັ້ນ, ແຕ່​ພັດ​ຕ້ອງ​ຜິດຫວັງ.

ບັດນີ້ ພວກເຈົ້າ​ກໍ​ໄດ້​ຖືກ​ພິສູດ​ໃຫ້​ເຫັນ​ແລ້ວ​ວ່າ​ບໍ່​ໄດ້​ຮັບ​ຄວາມ​ຊ່ວຍ​ອັນໃດ;

ພວກເຈົ້າ​ເຫັນ​ສິ່ງ​ທີ່​ໜ້າ​ລັງກຽດ ແລະ ກໍ​ຢ້ານກົວ.

ຂ້ອຍ​ເຄີຍ​ບອກ​ວ່າ, ‘ຂໍ​ບາງສິ່ງ​ບາງຢ່າງ​ໃຫ້​ຂ້ອຍ​ແດ່,

ຂໍ​ໄຖ່​ຂ້ອຍ​ດ້ວຍ​ຊັບສົມບັດ​ຂອງ​ພວກເຈົ້າ​ແດ່,

ຂໍ​ປົດປ່ອຍ​ຂ້ອຍ​ຈາກ​ມື​ຂອງ​ສັດຕູ,

ຂໍ​ກອບກູ້​ຂ້ອຍ​ຈາກ​ມື​ຂອງ​ຄົນ​ໂຫດຮ້າຍ​ແດ່?’

“ຂໍ​ຈົ່ງ​ສັ່ງສອນ​ຂ້ອຍ, ແລ້ວ​ຂ້ອຍ​ຈະ​ມິດງຽບ​ຢູ່;

ຂໍ​ໂຜດ​ສະແດງ​ໃຫ້​ຂ້ອຍ​ເຫັນ​ວ່າ​ຂ້ອຍ​ຜິດ​ບ່ອນ​ໃດ.

ຄຳເວົ້າ​ທີ່​ຊື່ສັດ​ຄື​ເຮັດ​ໃຫ້​ເຈັບປວດ​ແທ້!

ແຕ່​ຄຳ​ໂຕ້ແຍ້ງ​ຂອງ​ພວກເຈົ້າ​ພິສູດ​ອັນໃດ​ໄດ້?

ພວກເຈົ້າ​ຕັ້ງໃຈ​ຈະ​ແກ້ໄຂ​ສິ່ງທີ່​ຂ້ອຍ​ໄດ້​ເວົ້າ,

ແລະ ເຮັດ​ຕໍ່​ຄໍາເວົ້າ​ທີ່​ໝົດຫວັງ​ຂອງ​ຂ້ອຍ​ເປັນ​ດັ່ງ​ສາຍລົມ​ບໍ?

ພວກເຈົ້າ​ຈະ​ຈັບ​ສະ​ຫລາກ​ເພື່ອ​ເລືອກ​ລູກ​ກຳພ້າ

ແລະ ຕົກລົງ​ລາຄາ​ຂາຍ​ໝູ່ເພື່ອນ​ຂອງ​ພວກເຈົ້າ.

“ແຕ່​ບັດນີ້ ຂໍ​ເມດຕາ​ແນມ​ເບິ່ງ​ຂ້ອຍ​ແດ່.

ຂ້ອຍ​ຈະ​ເວົ້າ​ຕົວະ​ພວກເຈົ້າ​ຢູ່​ໜ້າ​ບໍ?

ຂໍ​ຜ່ອນຜັນ, ຢ່າ​ເປັນ​ຄົນ​ອະຍຸຕິທຳ​ເລີຍ;

ຂໍ​ໃຫ້​ພິຈາລະນາ​ເບິ່ງ, ເພາະ​ຄວາມ​ສັດຊື່​ຂອງ​ຂ້ອຍ​ເປັນ​ເດີມພັນ.

ມີ​ຄວາມ​ຊົ່ວ​ອັນ​ໃດ​ຢູ່​ປາກ​ຂອງ​ຂ້ອຍ​ຫລື​ບໍ່?

ປາກ​ຂອງ​ຂ້ອຍ​ໄຈ້ແຍກ​ຄວາມ​ຊົ່ວ​ໄດ້​ບໍ?

Source notes (1)
  1. Footnote ໃນ​ພາສາ​ເຮັບເຣີ​ປະໂຫຍກ​ນີ້​ມີ​ຄວາມໝາຍ​ບໍ່​ຊັດເຈນ

Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.

Full source notice & licence · CC BY-SA 4.0 · SourceEdition imported 2026-11-09.

BibleKenya

Reader settings

Theme
Font
Alignment
Reading width

Saved in this browser and used offline too. Press ? for keyboard shortcuts.