Biblica® Open Lao Contemporary Version
ໂຢບ 4
ເອລີຟັດ
ແລ້ວເອລີຟັດຊາວເຕມານໄດ້ຕອບວ່າ:
“ຖ້າຜູ້ໃດກ້າເວົ້າກັບເຈົ້າຈັກຄຳ, ເຈົ້າຈະອົດທົນຟັງໄດ້ບໍ່?
ແຕ່ຜູ້ໃດຈະອົດທົນໄດ້ໂດຍບໍ່ເວົ້າອອກມາ?
ຄິດເບິ່ງວ່າເຈົ້າໄດ້ໃຫ້ຄໍາແນະນຳຫລາຍຄົນ,
ເຈົ້າໄດ້ຊ່ວຍຊູຄົນທີ່ອ່ອນແຮງໃຫ້ມີກຳລັງຂຶ້ນມາແລ້ວຢ່າງໃດ.
ຄຳເວົ້າຂອງເຈົ້າໄດ້ຄ້ຳຊູຜູ້ທີ່ສະດຸດລົ້ມ;
ເຈົ້າໄດ້ເຮັດໃຫ້ຫົວເຂົ່າທີ່ອ່ອນແຮງເຂັ້ມແຂງຂຶ້ນ.
ແຕ່ດຽວນີ້ເມື່ອຄວາມເດືອດຮ້ອນມາເຖິງເຈົ້າ, ແລະ ເຈົ້າກໍທໍ້ຖອຍໃຈ;
ເມື່ອຄວາມເດືອດຮ້ອນໂຈມຕີເຈົ້າກໍໝົດກໍາລັງໃຈ.
ຄວາມຢໍາເກງຂອງເຈົ້າຄວນຈະເປັນຄວາມໝັ້ນໃຈຂອງເຈົ້າ
ແລະ ການບໍ່ມີຕໍາໜິຂອງເຈົ້າຄວນຈະເປັນຄວາມຫວັງຂອງເຈົ້າບໍ່ແມ່ນບໍ?
“ບັດນີ້ ຈົ່ງພິຈາລະນາເບິ່ງວ່າ: ມີບໍ່ຄົນທີ່ບໍລິສຸດໄດ້ພິນາດຈິບຫາຍ?
ມີບໍ່ຄົນທ່ຽງທໍາໄດ້ຖືກທຳລາຍ?
ດັ່ງທີ່ຂ້ອຍໄດ້ສັງເກດເຫັນວ່າ, ຄົນທີ່ໄຖຄວາມຊົ່ວ
ແລະ ຄົນທີ່ຫວ່ານຄວາມເດືອດຮ້ອນກໍເກັບກ່ຽວສິ່ງນັ້ນ.
ພວກເຂົາພິນາດຈິບຫາຍໂດຍລົມຫາຍໃຈຂອງພຣະເຈົ້າ;
ພວກເຂົາຖືກທໍາລາຍໝົດສິ້ນໄປໂດຍຄວາມໃຈຮ້າຍຂອງພຣະອົງ.
ສິງຜູ້ອາດຈະແຜດສຽງຮ້ອງ ແລະ ຄວນຄາງ,
ແຕ່ແຂ້ວຂອງໂຕສິງທີ່ແຂງແຮງກໍຫັກ.
ໂຕສິງກໍຈິບຫາຍເພາະຂາດເຫຍື່ອ,
ແລະ ລູກຂອງສິງກໍຈະກະຈັດກະຈາຍໄປ.
“ມີຖ້ອຍຄຳອັນເລິກລັບມາເຖິງຂ້ອຍ,
ຫູຂອງຂ້ອຍໄດ້ຍິນສຽງຊິ່ມໃສ່ຫູ.
ທ່າມກາງຄວາມຝັນອັນໜ້າຢ້ານໃນຕອນກາງຄືນ,
ຂະນະທີ່ຄົນນອນຫລັບສະໜິດຢູ່,
ຄວາມຢ້ານ ແລະ ຄວາມສັ່ນເຊັນໂຈມຕີຂ້ອຍ
ແລະ ເຮັດໃຫ້ກະດູກທັງໝົດຂອງຂ້ອຍສັ່ນສະທ້ານ.
ດວງວິນຍານໜຶ່ງໄດ້ແລ່ນຜ່ານໜ້າຂອງຂ້ອຍໄປ,
ແລະ ຂົນໜາວຂອງຂ້ອຍກໍລຸກຂຶ້ນ.
ດວງວິນຍານນັ້ນກໍຢຸດ,
ແຕ່ຂ້ອຍບອກບໍ່ໄດ້ວ່າສິ່ງນັ້ນມັນແມ່ນຫຍັງ.
ມີຮູບຮ່າງໜຶ່ງຢູ່ຕໍ່ໜ້າຂອງຂ້ອຍ,
ແລະ ຂ້ອຍໄດ້ຍິນສຽງໜຶ່ງເວົ້າຄ່ອຍໆວ່າ:
‘ມະນຸດຈະຊອບທຳກວ່າພຣະເຈົ້າໄດ້ບໍ?
ຄົນທີ່ເຂັ້ມແຂງຈະບໍລິສຸດກວ່າພຣະຜູ້ສ້າງຂອງລາວໄດ້ບໍ?
ພຣະເຈົ້າບໍ່ໄວ້ວາງໃຈບັນດາຜູ້ຮັບໃຊ້ຂອງພຣະອົງໄດ້ບໍ,
ຖ້າພຣະອົງກ່າວໂທດບັນດາເທວະດາຂອງພຣະອົງດ້ວຍຄວາມຜິດ,
ຜູ້ທີ່ອາໄສໃນເຮືອນດິນໜຽວຈະຫລາຍກວ່ານັ້ນເທົ່າໃດ,
ທີ່ຮາກຖານຢູ່ໃນຂີ້ຝຸ່ນດິນ,
ຜູ້ທີ່ຍ່ອງໃຫ້ຕາຍໄດ້ງ່າຍກວ່າແມງເມົ່າ!
ລະຫວ່າງຕອນເຊົ້າ ແລະ ຕອນແລງ ພວກເຂົາກໍແຕກອອກເປັນປ່ຽງໆ;
ພວກເຂົາກໍພິນາດຈິບຫາຍຕະຫລອດໄປໂດຍບໍ່ມີຜູ້ໃດສັງເກດເຫັນ.
ເຊືອກເຕັນຂອງພວກເຂົາບໍ່ໄດ້ຖືກຄຶງອອກ,
ຈົນກວ່າພວກເຂົາຕາຍໄປໂດຍບໍ່ມີສະຕິປັນຍາບໍ່ແມ່ນບໍ?’1
Source notes (1)
- Footnote ຜູ້ຕີຄວາມພຣະຄຳພີບາງຄົນໃສ່ເຄື່ອງໝາຍຄຳເວົ້າປິດຫລັງຂໍ້ 17
Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.
Full source notice & licence · CC BY-SA 4.0 · SourceEdition imported 2026-11-09.