Skip to content
BibleKenya

Biblica® Open Lao Contemporary Version

ໂຢບ 3

ຄຳ​ເວົ້າ​ຂອງ​ໂຢບ

ຕໍ່ມາ, ໂຢບ​ອ້າ​ປາກ​ຂອງ​ຕົນ ແລະ ສາບແຊ່ງ​ມື້​ທີ່​ຕົນ​ເກີດ​ມາ. ໂຢບ​ເວົ້າ​ວ່າ:

“ຂໍ​ໃຫ້​ວັນ​ທີ່​ຂ້ານ້ອຍ​ເກີດ​ມາ​ນັ້ນ​ພິນາດ​ໄປ,

ແລະ ຄືນ​ທີ່​ພວກເຂົາ​ເວົ້າ​ກັນ​ວ່າ ‘ເດັກ​ຊາຍ​ຄົນ​ໜຶ່ງ​ເກີດ​ມາ ຈົ່ງ​ຈິບຫາຍ​ໄປ​ສາ!’

ຂໍ​ໃຫ້​ວັນ​ນັ້ນ​ກັບ​ກາຍ​ເປັນ​ຄວາມ​ມືດ;

ຂໍ​ພຣະເຈົ້າ​ເບື້ອງ​ເທິງ​ຢ່າ​ສົນໃຈ​ກັບ​ວັນ​ນັ້ນ;

ຂໍ​ຢ່າ​ໃຫ້​ມີ​ແສງສະຫວ່າງ​ສ່ອງ​ໃນ​ວັນ​ນັ້ນ;

ຂໍ​ໃຫ້​ຄວາມ​ໂສກເສົ້າ ແລະ ຄວາມ​ມືດມິດ1​ປົກຄຸມ​ມັນ​ໄວ້;

ຂໍ​ໃຫ້​ເມກ​ປົກຄຸມ​ມັນ.

ຂໍ​ໃຫ້​ຄວາມ​ມືດ​ບັງ​ແສງສະຫວ່າງ​ຂອງ​ວັນ​ນັ້ນ.

ໃນ​ຄືນ​ນັ້ນ ຂໍ​ໃຫ້​ຄວາມ​ມືດ​ຕຶບ​ປົກຄຸມ​ກາງຄືນ​ທີ່​ຂ້ານ້ອຍ​ໄດ້​ເກີດ​ມາ​ນັ້ນ;

ຂໍ​ໃຫ້​ຢ່າ​ນັບ​ວັນ​ນັ້ນ​ທ່າມ​ກາງ​ວັນ​ຕ່າງໆ​ຂອງ​ປີ

ຫລື ຢ່າ​ນັບ​ມັນ​ເຂົ້າ​ໃນ​ເດືອນ​ໃດໆ​ອີກ​ເລີຍ.

ຂໍ​ໃຫ້​ຄືນ​ນັ້ນ​ເປັນ​ໝັນ;

ຢ່າ​ໃຫ້​ໄດ້​ຍິນ​ສຽງ​ໂຫ່​ຮ້ອງ​ຍິນດີ.

ຂໍ​ໃຫ້​ບັນດາ​ຄົນ​ທີ່​ສາບແຊ່ງ​ຈົ່ງ​ສາບແຊ່ງ​ວັນ​ນັ້ນ,2

ຜູ້​ທີ່​ພ້ອມ​ຈະ​ປຸກ​ເອີ້ນ​ເລວີອາທັນ3​ຂຶ້ນ​ມາ.

ຂໍ​ໃຫ້​ດາວ​ອາລຸນ​ໃນ​ເຊົ້າ​ນັ້ນ​ດັບ​ແສງ​ໄປ;

ຂໍ​ໃຫ້​ມັນ​ລໍຖ້າ​ແສງສະຫວ່າງ​ໂດຍ​ບໍ່​ມີ​ປະໂຫຍດ

ແລະ ບໍ່​ເຫັນ​ແສງຕາເວັນ​ຂຶ້ນ​ທໍາອິດ,

ເພາະ​ມັນ​ບໍ່​ໄດ້​ປິດ​ປາກ​ມົດລູກ​ໃສ່​ຂ້ານ້ອຍ

ເພື່ອ​ເຊື່ອງ​ຄວາມ​ເດືອດຮ້ອນ​ຈາກ​ຕາ​ຂອງ​ຂ້ານ້ອຍ.

“ເປັນຫຍັງ​ຂ້ານ້ອຍ​ຈຶ່ງ​ບໍ່​ຕາຍ​ຕັ້ງແຕ່​ເກີດ​ມາ,

ແລະ ຕາຍ​ໄປ​ຂະນະທີ່​ຂ້ອຍ​ອອກ​ມາ​ຈາກ​ທ້ອງ?

ເປັນຫຍັງ​ຈຶ່ງ​ມີ​ຕັກ​ທີ່​ຮອງ​ຮັບ​ຂ້ານ້ອຍ​ໄວ້

ແລະ ມີ​ເອິກ​ທີ່​ລ້ຽງດູ​ຂ້ານ້ອຍ?

ບັດນີ້​ຂ້ານ້ອຍ​ຈະ​ນອນ​ລົງ​ຢ່າງ​ສະຫງົບ;

ຂ້ານ້ອຍ​ຈະ​ນອນ​ຫລັບ ແລະ ພັກຜ່ອນ​ຢູ່

ກັບ​ບັນດາ​ກະສັດ ແລະ ຜູ້ນໍາ​ຂອງ​ໂລກ,

ຜູ້​ສ້າງ​ສະຖານທີ່​ສຳລັບ​ຕົນ ເຊິ່ງ​ບັດນີ້​ຫັກພັງ,

ກັບ​ບັນດາ​ເຈົ້ານາຍ​ທີ່​ມີ​ຄໍາ,

ຄື​ຜູ້​ທີ່​ເຕີມເຕັມ​ເຮືອນ​ຂອງ​ພວກເຂົາ​ດ້ວຍ​ເງິນ.

ຫລື ເປັນຫຍັງ​ຂ້ານ້ອຍ​ຈຶ່ງ​ບໍ່​ຖືກ​ເຊື່ອງ​ໄວ້​ໃນ​ດິນ​ເໝືອນ​ເດັກນ້ອຍ​ທີ່​ຫາ​ເກີດ​ແລ້ວ​ກໍ​ຕາຍ​ໄປ,

ເປັນ​ດັ່ງ​ເດັກນ້ອຍ​ທີ່​ບໍ່​ເຄີຍ​ເຫັນ​ແສງ​ສະຫວ່າງ​ໃນ​ຕອນ​ກາງເວັນ?

ຢູ່​ທີ່​ນັ້ນ​ຄົນ​ຊົ່ວຮ້າຍ​ຢຸດ​ວຸ້ນວາຍ,

ແລະ ຄົນ​ທີ່​ອິດເມື່ອຍ​ໄດ້​ພັກ​ສະຫງົບ.

ຊະເລີຍ​ຢູ່​ຢ່າງ​ສະບາຍ;

ພວກເຂົາ​ບໍ່​ໄດ້​ຍິນ​ສຽງ​ຮ້ອງ​ໃສ່​ຈາກ​ເຈົ້ານາຍ​ອີກ.

ຜູ້​ຕໍ່າຕ້ອຍ​ທີ່​ສຸດ ແລະ ຜູ້​ໃຫຍ່​ທີ່​ສຸດ​ກໍ​ຢູ່​ທີ່​ນັ້ນ,

ແລະ ພວກ​ຂ້າທາດ​ກໍ​ເປັນ​ອິດສະຫລະ​ຈາກ​ເຈົ້ານາຍ​ຂອງ​ຕົນ.

“ເປັນຫຍັງ​ຈຶ່ງ​ຍັງ​ໃຫ້​ແສງສະຫວ່າງ​ແກ່​ຜູ້​ທີ່​ທຸກ​ລຳບາກ,

ແລະ ໃຫ້​ຊີວິດ​ແກ່​ຜູ້​ທີ່​ມີ​ຈິດວິນຍານ​ທີ່​ຂົມຂື່ນ,

ໃຫ້​ຜູ້​ທີ່​ຫິວ​ກະຫາຍ​ຫາ​ຄວາມຕາຍ​ແຕ່​ບໍ່​ພົບ,

ຜູ້​ທີ່​ຊອກຫາ​ມັນ​ຫລາຍກວ່າ​ຊອກຫາ​ຂຸມຊັບ​ທີ່​ຖືກ​ເຊື່ອງ​ໄວ້,

ຜູ້​ເຕັມ​ໄປ​ດ້ວຍ​ຄວາມ​ຍິນດີ

ແລະ ຊື່ນຊົມຍິນດີ​ເມື່ອ​ພວກເຂົາ​ໄດ້​ໄປ​ເຖິງ​ຂຸມ​ຝັງ​ສົບ?

ເປັນຫຍັງ​ຈຶ່ງ​ໃຫ້​ຊີວິດ​ກັບ​ຄົນ​ໜຶ່ງ

ທີ່​ທາງ​ຂອງ​ລາວ​ຖືກ​ເຊື່ອງ​ໄວ້,

ຜູ້​ທີ່​ພຣະເຈົ້າ​ໄດ້​ລ້ອມ​ທາງ​ເອົາ​ໄວ້?

ເພາະ​ການ​ຖອນ​ຫາຍໃຈ​ໄດ້​ກາຍ​ເປັນ​ອາຫານ​ປະຈໍາວັນ​ຂອງ​ຂ້ານ້ອຍ;

ສຽງ​ຄວນຄາງ​ຂອງ​ຂ້ານ້ອຍ​ອອກ​ມາ​ເໝືອນ​ນ້ຳ,

ສິ່ງ​ທີ່​ຂ້ານ້ອຍ​ຢ້ານ​ໄດ້​ມາ​ເຖິງ​ຂ້ານ້ອຍ;

ສິ່ງ​ທີ່​ຂ້ານ້ອຍ​ຢ້ານກົວ​ຫລາຍ​ໄດ້​ເກີດ​ຂຶ້ນ​ກັບ​ຂ້ານ້ອຍ;

ຂ້ານ້ອຍ​ບໍ່​ມີ​ສັນຕິສຸກ, ບໍ່​ມີ​ຄວາມ​ສະຫງົບ;

ຂ້ານ້ອຍ​ບໍ່​ໄດ້​ພັກ​ຜ່ອນ, ມີ​ແຕ່​ຄວາມ​ວຸ້ນວາຍ​ເທົ່ານັ້ນ”.

Source notes (3)
  1. Footnote ຫລື ແລະ ເງົາ​ແຫ່ງ​ຄວາມ​ຕາຍ
  2. Footnote ຫລື ສາບແຊ່ງ​ທະເລ
  3. Footnote ຄື ສັດ​ທະເລ​ຂະໜາດ​ໃຫຍ່

Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.

Full source notice & licence · CC BY-SA 4.0 · SourceEdition imported 2026-11-09.

BibleKenya

Reader settings

Theme
Font
Alignment
Reading width

Saved in this browser and used offline too. Press ? for keyboard shortcuts.