Biblica® Open Lao Contemporary Version
ໂຢບ 2
ການທົດລອງໂຢບຄັ້ງທີສອງ
ອີກມື້ໜຶ່ງເມື່ອບັນດາເທວະດາ1ມາຊຸມນຸມກັນຕໍ່ໜ້າພຣະເຈົ້າຢາເວ, ແລະ ຊາຕານກໍມາກັບພວກເຂົາຕໍ່ໜ້າພຣະອົງດ້ວຍ. ແລະ ພຣະເຈົ້າຢາເວຖາມຊາຕານວ່າ, “ເຈົ້າໄປໃສມາ?”
ຊາຕານໄດ້ຕອບພຣະເຈົ້າຢາເວວ່າ, “ທ່ອງທ່ຽວໄປທົ່ວໂລກ, ໄປໆມາໆ”.
ແລ້ວພຣະເຈົ້າຢາເວໄດ້ເວົ້າກັບຊາຕານວ່າ; “ເຈົ້າໄດ້ສັງເກດເບິ່ງໂຢບຜູ້ຮັບໃຊ້ຂອງເຮົາຫລືບໍ່? ທົ່ວໂລກນີ້ບໍ່ມີຜູ້ໃດຄືລາວ. ລາວເປັນຄົນບໍ່ມີຕໍາໜິ ແລະ ທ່ຽງທຳ, ເປັນຄົນທີ່ຢຳເກງພຣະເຈົ້າ ແລະ ຫລີກລ້ຽງຈາກຄວາມຊົ່ວ. ລາວຍັງຄົງຮັກສາຄວາມສັດຊື່ຂອງຕົນໄວ້, ເຖິງແມ່ນວ່າເຈົ້າຍົວະເຮົາໃຫ້ທຳລາຍລາວໂດຍບໍ່ມີເຫດຜົນກໍຕາມ”.
ຊາຕານໄດ້ຕອບພຣະເຈົ້າຢາເວວ່າ, “ໜັງແທນໜັງ! ຄົນເຮົາຍອມເສຍທຸກສິ່ງເພື່ອແລກຊີວິດຂອງຕົນ. ແຕ່ບັດນີ້ ຂໍໃຫ້ຢຽດມືຂອງພຣະອົງອອກ ແລະ ທຳລາຍເນື້ອໜັງ ແລະ ກະດູກຂອງລາວ ແລ້ວລາວຈະສາບແຊ່ງພຣະອົງຕໍ່ໜ້າຢ່າງແນ່ນອນ”.
ພຣະເຈົ້າຢາເວໄດ້ເວົ້າກັບຊາຕານວ່າ, “ໃຫ້ເອົາຕາມນັ້ນ, ລາວຢູ່ໃນມືຂອງເຈົ້າແລ້ວ; ແຕ່ເຈົ້າຈະຕ້ອງບໍ່ຂ້າລາວ”.
ຊາຕານຈຶ່ງຈາກພຣະເຈົ້າຢາເວໄປ ແລະ ໄດ້ທໍລະມານໂຢບດ້ວຍບາດແຜຕັ້ງແຕ່ຝ່າຕີນເຖິງຫົວຂອງລາວ. ໂຢບຈຶ່ງໄດ້ເອົາເສດໝໍ້ແຕກມາ ແລະ ຂູດຮ່າງກາຍຂອງລາວຂະນະທີ່ນັ່ງຢູ່ໃນກອງຂີ້ເຖົ່າ.
ເມຍຂອງໂຢບໄດ້ເວົ້າກັບລາວວ່າ, “ເຈົ້າຍັງຈະຮັກສາຄວາມສັດຊື່ຂອງເຈົ້າຢູ່ບໍ? ຈົ່ງສາບແຊ່ງພຣະເຈົ້າ ແລະ ໄປຕາຍສາ!”
ໂຢບໄດ້ຕອບວ່າ, “ເຈົ້າກໍາລັງເວົ້າຄືກັນກັບຍິງໂງ່.2 ພວກເຮົາຈະຮັບເອົາແຕ່ສິ່ງດີຈາກພຣະເຈົ້າ ແລະ ບໍ່ຍອມຮັບຄວາມເດືອດຮ້ອນນໍາບໍ?”
ໃນເຫດການທັງໝົດນີ້, ໂຢບບໍ່ໄດ້ເຮັດບາບໃນສິ່ງທີ່ລາວເວົ້າເລີຍ.
ໝູ່ສາມຄົນຂອງໂຢບ
ເມື່ອໝູ່ສາມຄົນຂອງໂຢບ ຄືເອລີຟັດຊາວເຕມານ, ບິນດາດຊາວຊູອາ ແລະ ໂຊພາຊາວນາອາມາ, ພວກເຂົາໄດ້ຂ່າວເລື່ອງຄວາມເດືອດຮ້ອນທັງໝົດທີ່ເກີດກັບໂຢບ, ພວກເຂົາກໍອອກເດີນທາງຈາກບ້ານຂອງຕົນ ແລະ ໄດ້ມາພົບກັນໂດຍຕົກລົງທີ່ຈະໄປເພື່ອຮ່ວມທຸກ ແລະ ເລົ້າໂລມໃຈໂຢບ. ເມື່ອພວກເຂົາເຫັນໂຢບຕັ້ງແຕ່ໄກ, ພວກເຂົາກໍຈື່ລາວເກືອບບໍ່ໄດ້; ພວກເຂົາຈຶ່ງພາກັນເລີ່ມຮ້ອງໄຫ້ຂຶ້ນດັງໆ, ແລະ ພວກເຂົາກໍໄດ້ຈີກເສື້ອຜ້າ ແລະ ໂຮຍຝຸ່ນໃສ່ຫົວຂອງຕົນ. ແລ້ວພວກເຂົາໄດ້ນັ່ງລົງພື້ນດິນກັບໂຢບເປັນເວລາເຈັດວັນ ແລະ ເຈັດຄືນ. ບໍ່ມີຜູ້ໃດເວົ້າອັນໃດກັບລາວແມ່ນແຕ່ຄຳດຽວ, ເພາະພວກເຂົາເຫັນວ່າໂຢບທຸກທໍລະມານຫລາຍ.
Source notes (2)
- Footnote ຫລື ບັນດາບຸດຂອງພຣະເຈົ້າ
- Footnote ໃນພາສາເຮັບເຣີຄຳນີ້ມີຄວາມຫມາຍແຝງວ່າສິນລະທຳເສື່ອມ
Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.
Full source notice & licence · CC BY-SA 4.0 · SourceEdition imported 2026-11-09.