Skip to content
BibleKenya

Biblica® Open Lao Contemporary Version

ໂຢບ 1

ບົດ​ນຳ

ໃນ​ດິນແດນ​ອູເຊ​ມີ​ຊາຍ​ຄົນ​ໜຶ່ງ​ຊື່​ວ່າ​ໂຢບ. ຊາຍ​ຄົນ​ນີ້​ເປັນ​ຄົນ​ບໍ່​ມີ​ຕໍາໜິ ແລະ ທ່ຽງທຳ; ລາວ​ຢຳເກງ​ພຣະເຈົ້າ ແລະ ຫລີກລ້ຽງ​ຈາກ​ຄວາມ​ຊົ່ວ. ລາວ​ມີ​ລູກຊາຍ​ເຈັດ​ຄົນ ແລະ ລູກສາວ​ສາມ​ຄົນ, ແລະ ລາວ​ມີ​ແກະ​ເຈັດ​ພັນ​ໂຕ, ອູດ​ສາມ​ພັນ​ໂຕ, ງົວ​ຜູ້​ຫ້າ​ຮ້ອຍ​ຄູ່ ແລະ ລໍ​ຫ້າ​ຮ້ອຍ​ໂຕ ແລະ ມີ​ຄົນ​ຮັບໃຊ້​ຢ່າງ​ຫລວງຫລາຍ. ລາວ​ເປັນ​ຄົນ​ທີ່​ຍິ່ງໃຫຍ່​ທີ່ສຸດ​ໃນ​ທ່າມກາງ​ປະຊາຊົນ​ທັງໝົດ​ທາງ​ພາກ​ຕາເວັນອອກ.

ລູກຊາຍ​ຂອງ​ໂຢບ​ຈະ​ປ່ຽນ​ກັນ​ຈັດ​ງານ​ລ້ຽງ​ໃນ​ວັນເກີດ​ຂອງ​ຕົນ​ທີ່​ເຮືອນ​ຂອງ​ພວກເຂົາ, ແລະ ພວກເຂົາ​ຈະ​ເຊີນ​ນ້ອງສາວ​ສາມ​ຄົນ​ມາ​ເພື່ອ​ກິນ ແລະ ດື່ມ​ຮ່ວມ​ກັນ​ກັບ​ພວກເຂົາ. ເມື່ອ​ງານ​ລ້ຽງ​ຈົບ​ລົງ​ທຸກ​ຄັ້ງ, ໂຢບ​ຈະ​ໃຫ້​ພວກເຂົາ​ມາ​ຊຳລະ​ຕົນ​ໃຫ້​ບໍລິສຸດ. ຕັ້ງແຕ່​ເຊົ້າໆ​ໂຢບ​ຈະ​ເຜົາ​ເຄື່ອງບູຊາ​ຖວາຍ​ເພື່ອ​ລູກ​ແຕ່ລະ​ຄົນ​ໂດຍ​ຄິດ​ວ່າ, “ບາງທີ​ລູກ​ຂອງ​ເຮົາ​ອາດ​ໄດ້​ເຮັດ​ບາບ ຫລື ສາບແຊ່ງ​ພຣະເຈົ້າ​ຢູ່​ໃນ​ໃຈ”. ນີ້​ຄື​ທຳນຽມ​ຂອງ​ໂຢບ​ທີ່​ປະຕິບັດ​ຕະຫລອດ​ມາ.

ການ​ທົດສອບ​ໂຢບ​ຄັ້ງ​ທຳອິດ

ມື້​ໜຶ່ງ​ບັນດາ​ເທວະດາ1​ໄດ້​ມາ​ຊຸມນຸມ​ກັນ​ຕໍ່ໜ້າ​ພຣະເຈົ້າ​ຢາເວ ແລະ ຊາຕານ2​ກໍ​ມາ​ກັບ​ພວກເຂົາ. ພຣະເຈົ້າ​ຢາເວ​ໄດ້​ຖາມ​ຊາຕານ​ວ່າ, “ເຈົ້າ​ໄປ​ໃສ​ມາ?”

ຊາຕານ​ໄດ້​ຕອບ​ພຣະເຈົ້າ​ຢາເວ​ວ່າ, “ທ່ອງທ່ຽວ​ໄປ​ທົ່ວ​ໂລກ, ໄປໆ​ມາໆ”.

ຫລັງຈາກນັ້ນ ພຣະເຈົ້າ​ຢາເວ​ໄດ້​ກ່າວ​ກັບ​ຊາຕານ​ວ່າ, “ເຈົ້າ​ໄດ້​ສັງເກດ​ເບິ່ງ​ໂຢບ​ຜູ້ຮັບໃຊ້​ຂອງ​ເຮົາ​ຫລື​ບໍ່? ທົ່ວ​ໂລກ​ນີ້​ບໍ່​ມີ​ຜູ້ໃດ​ຄື​ລາວ; ລາວ​ເປັນ​ຄົນ​ບໍ່​ມີ​ຕໍາໜິ ແລະ ທ່ຽງທຳ, ເປັນ​ຄົນ​ທີ່​ຢຳເກງ​ພຣະເຈົ້າ ແລະ ຫລີກລ້ຽງ​ຈາກ​ຄວາມ​ຊົ່ວ”.

ຊາຕານ​ຕອບ​ວ່າ “ໂຢບ​ຢຳເກງ​ພຣະເຈົ້າ​ໂດຍ​ບໍ່​ຫວັງ​ສິ່ງ​ໃດ​ບໍ? ພຣະອົງ​ໄດ້​ລ້ອມ​ຮົ້ວ​ປ້ອງ​ກັນ​ລາວ ແລະ ຄອບຄົວ ແລະ ທຸກສິ່ງ​ທີ່​ລາວ​ມີ​ບໍ່​ແມ່ນ​ບໍ? ພຣະອົງ​ໄດ້​ອວຍພອນ​ວຽກງານ​ທຸກຢ່າງ​ຂອງລາວ, ດັ່ງນັ້ນ ຝູງສັດ ແລະ ຝູງແກະ​ຂອງ​ລາວ​ຈຶ່ງ​ຂະຫຍາຍ​ທົ່ວ​ດິນແດນ. ແຕ່​ບັດນີ້​ຈົ່ງ​ຢຽດ​ມື​ຂອງ​ພຣະອົງ​ອອກ ແລະ ໂຈມຕີ​ທຸກ​ສິ່ງ​ທີ່​ລາວ​ມີ ແລະ ລາວ​ຈະ​ສາບແຊ່ງ​ພຣະອົງ​ຕໍ່ໜ້າ​ພຣະອົງ​ຢ່າງ​ແນ່ນອນ”.

ພຣະເຈົ້າ​ຢາເວ​ໄດ້​ກ່າວ​ກັບ​ຊາຕານ​ວ່າ, “ດີ​ຫລາຍ, ສະນັ້ນ, ທຸກຢ່າງ​ທີ່​ລາວ​ມີ​ຢູ່​ໃນ​ອໍານາດ​ຂອງ​ເຈົ້າ, ແຕ່​ຢ່າ​ແຕະ​ຕ້ອງ​ໂຕ​ລາວ”.

ແລ້ວ​ຊາຕານ​ໄດ້​ຈາກ​ພຣະເຈົ້າ​ຢາເວ​ໄປ.

ວັນ​ໜຶ່ງ​ຂະນະ​ທີ່​ພວກ​ລູກຊາຍ ແລະ ລູກສາວ​ຂອງ​ໂຢບ​ກຳລັງ​ກິນ​ລ້ຽງ​ກັນ​ຢູ່ ແລະ ກໍາລັງ​ດື່ມ​ເຫລົ້າອະງຸ່ນ​ທີ່​ເຮືອນ​ຂອງ​ອ້າຍກົກ​ຢູ່​ນັ້ນ, ຜູ້ສົ່ງຂ່າວ​ຄົນ​ໜຶ່ງ​ໄດ້​ມາ ແລະ ບອກ​ໂຢບ​ວ່າ, “ງົວ​ຂອງ​ທ່ານ​ກຳລັງ​ໄຖ​ນາ​ຢູ່ ແລະ ລໍ​ກໍ​ກໍາລັງ​ກິນ​ຫຍ້າ​ຢູ່​ໃກ້ໆ​ນັ້ນ, ແລ້ວ​ກໍ​ມີ​ພວກ​ເຊບາ​ມາ​ໂຈມຕີ ແລະ ຕ້ອນ​ເອົາ​ຝູງສັດ​ໄປ. ພວກເຂົາ​ຂ້າ​ຄົນ​ຮັບໃຊ້​ຕາຍ​ໝົດ ແລະ ມີ​ພຽງແຕ່​ຂ້ານ້ອຍ​ຄົນ​ດຽວ​ໜີ​ລອດ​ມາ​ບອກ​ທ່ານ!”

ຂະນະ​ທີ່​ລາວ​ກໍາລັງ​ເວົ້າ​ຢູ່​ນັ້ນ, ຜູ້ສົ່ງຂ່າວ​ອີກ​ຄົນ​ໜຶ່ງ​ໄດ້​ມາ ແລະ ບອກ​ວ່າ, “ໄຟ​ຂອງ​ພຣະເຈົ້າ​ຕົກ​ລົງ​ມາ​ຈາກ​ທ້ອງຟ້າ ແລະ ໄດ້​ເຜົາ​ຝູງແກະ ແລະ ຄົນ​ລ້ຽງແກະ​ຂອງ​ທ່ານ​ຕາຍ​ໝົດ, ແລະ ມີ​ພຽງແຕ່​ຂ້ານ້ອຍ​ຄົນ​ດຽວ​ໜີ​ລອດ​ມາ​ບອກ​ທ່ານ!”

ຂະນະທີ່​ລາວ​ຍັງ​ເວົ້າ​ຢູ່​ນັ້ນ, ກໍ​ມີ​ຜູ້ສົ່ງຂ່າວ​ອີກ​ຄົນ​ໜຶ່ງ​ໄດ້​ມາ ແລະ ບອກ​ວ່າ, “ຊາວ​ກັນເດອານ​ສາມ​ກອງ​ໄດ້​ມາ ແລະ ກວາດ​ຕ້ອນ​ເອົາ​ຝູງ​ອູດ​ຂອງ​ທ່ານ​ໄປ. ພວກເຂົາ​ຂ້າ​ຄົນ​ຮັບໃຊ້​ຂອງ​ທ່ານ, ແລະ ມີ​ພຽງແຕ່​ຂ້ານ້ອຍ​ຄົນ​ດຽວ​ທີ່​ໜີ​ລອດ​ມາ​ບອກ​ທ່ານ!”

ຂະນະ​ທີ່​ລາວ​ຍັງ​ເວົ້າ​ຢູ່​ນັ້ນ, ຜູ້ສົ່ງຂ່າວ​ອີກ​ຄົນ​ໜຶ່ງ​ໄດ້​ມາ ແລະ ບອກ​ວ່າ, “ພວກ​ລູກຊາຍ ແລະ ພວກ​ລູກສາວ​ຂອງ​ທ່ານ​ກຳລັງ​ກິນ​ລ້ຽງ​ກັນ ແລະ ດື່ມ​ເຫລົ້າອະງຸ່ນ​ທີ່​ເຮືອນ​ອ້າຍກົກ​ຢູ່​ນັ້ນ, ໃນ​ທັນໃດນັ້ນ​ກໍ​ມີ​ພະຍຸ​ໃຫຍ່​ມາ​ຈາກ​ທະເລຊາຍ ແລະ ພັດ​ໃສ່​ທັງ​ສີ່​ດ້ານ​ຂອງ​ເຮືອນ. ລົມ​ໄດ້​ພັດ​ເຮືອນ​ພັງ​ລົງ​ມາ​ທັບ​ພວກເຂົາ ແລະ ພວກເຂົາ​ກໍ​ຕາຍ​ໝົດ, ແລະ ມີ​ພຽງແຕ່​ຂ້ານ້ອຍ​ຄົນ​ດຽວ​ທີ່​ໜີ​ລອດ​ມາ​ບອກ​ທ່ານ!”

ເມື່ອ​ຍິນ​ດັ່ງນັ້ນ ໂຢບ​ໄດ້​ລຸກ​ຂຶ້ນ ແລະ ຈີກ​ເສື້ອ​ຄຸມ ແລະ ແຖ​ຜົມ​ຂອງ​ຕົນ. ແລ້ວ​ເພິ່ນ​ໝູບ​ໜ້າ​ລົງ​ກັບ​ພື້ນດິນ​ນະມັດສະການ​ພຣະເຈົ້າ ແລະ ໄດ້​ເວົ້າ​ວ່າ:

“ຂ້ານ້ອຍ​ອອກ​ມາ​ຈາກ​ທ້ອງ​ແມ່​ຕົວ​ເປົ່າ,

ແລະ ຂ້ານ້ອຍ​ກໍ​ຈະ​ຈາກ​ໄປ3​ຕົວ​ເປົ່າ.

ພຣະເຈົ້າ​ຢາເວ​ໄດ້​ປະທານ​ໃຫ້ ແລະ ພຣະເຈົ້າ​ຢາເວ​ກໍ​ໄດ້​ເອົາ​ໄປ;

ຂໍ​ໃຫ້​ພຣະນາມ​ຂອງ​ພຣະເຈົ້າ​ຢາ​ເວ​ໄດ້​ຮັບ​ຄໍາ​ສັນລະເສີນ”.

ໃນ​ເຫດການ​ທັງໝົດ​ນີ້, ໂຢບ​ບໍ່​ໄດ້​ເຮັດ​ບາບ​ໂດຍ​ກ່າວໂທດ​ພຣະເຈົ້າ​ແຕ່​ຢ່າງໃດ.

Source notes (3)
  1. Footnote ພາສາ​ເຮັບເຣີ​ວ່າ ບັນດາ​ບຸດ​ຂອງ​ພຣະເຈົ້າ
  2. Footnote ແປ​ວ່າ ຜູ້​ກ່າວ​ຫາ
  3. Footnote ຫລື ກັບ​ໄປ​ທີ່​ນັ້ນ

Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.

Full source notice & licence · CC BY-SA 4.0 · SourceEdition imported 2026-11-09.

BibleKenya

Reader settings

Theme
Font
Alignment
Reading width

Saved in this browser and used offline too. Press ? for keyboard shortcuts.