Skip to content
BibleKenya

Biblica® Open Lao Contemporary Version

ເອສະເທີ 10

ຄວາມ​ຍິ່ງໃຫຍ່​ຂອງ​ມໍເດໄກ

ກະສັດ​ເຊເຊັດ​ໄດ້​ກໍານົດ​ພາສີ​ທົ່ວ​ຈັກກະພົບ ຈົນ​ເຖິງ​ແຄມຝັ່ງ​ທະເລ​ທີ່​ຢູ່​ຫ່າງ​ໄກ. ແລະ ພາລະກິດ​ອັນ​ມີ​ອຳນາດ ແລະ ກຳລັງ​ທັງໝົດ​ຂອງ​ເພິ່ນ, ພ້ອມ​ກັບ​ເລື່ອງ​ລາວ​ຄວາມ​ຍິ່ງໃຫຍ່​ຂອງ​ມໍເດໄກ ເຊິ່ງ​ກະສັດ​ໄດ້​ເລື່ອນ​ຕຳແໜ່ງ​ໃຫ້​ນັ້ນ​ແມ່ນ​ມີ​ບັນທຶກ​ໄວ້​ໃນ​ປຶ້ມ​ປະຫວັດສາດ​ຂອງ​ບັນດາ​ກະສັດ​ແຫ່ງ​ເມເດຍ ແລະ ເປີເຊຍ​ບໍ່​ແມ່ນ​ບໍ? ມໍເດໄກ​ຊາວຢິວ​ມີ​ອຳນາດ​ຮອງ​ຈາກ​ກະສັດ​ເຊເຊັດ, ໂດດເດັ່ນ​ທ່າມກາງ​ຊາວຢິວ ແລະ ໄດ້​ຮັບ​ການ​ຍົກຍ້ອງ​ຢ່າງ​ສູງ​ຈາກ​ພີ່ນ້ອງ​ຊາວຢິວ​ຂອງ​ລາວ ເພາະ​ລາວ​ເຮັດ​ວຽກ​ເພື່ອ​ຜົນປະໂຫຍດ​ຂອງ​ພີ່ນ້ອງ​ຮ່ວມ​ຊາດ​ຂອງ​ລາວ ແລະ ເປັນ​ກະບອກສຽງ​ເພື່ອ​ຄວາມ​ສະຫວັດດີພາບ​ຂອງ​ຊາວຢິວ​ທັງໝົດ.

Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.

Full source notice & licence · CC BY-SA 4.0 · SourceEdition imported 2026-11-09.

BibleKenya

Reader settings

Theme
Font
Alignment
Reading width

Saved in this browser and used offline too. Press ? for keyboard shortcuts.