Biblica® Open Lao Contemporary Version
ໂຢບ 35
ແລ້ວເອລີຮູໄດ້ເວົ້າຕໍ່ໄປວ່າ:
“ເຈົ້າຄິດວ່ານີ້ແມ່ນສິ່ງທີ່ຍຸຕິທຳແລ້ວບໍ?
ເຈົ້າເວົ້າວ່າ, ‘ຂ້ອຍເປັນຝ່າຍຖືກ, ບໍ່ແມ່ນພຣະເຈົ້າ’.1
ແຕ່ເຈົ້າຖາມພຣະອົງວ່າ, ‘ມີປະໂຫຍດອັນໃດສຳລັບຂ້ອຍ,2
ແລະ ຂ້ອຍຈະໄດ້ອັນໃດຈາກການບໍ່ເຮັດບາບ?’
“ຂ້ອຍຢາກຈະຕອບເຈົ້າ
ແລະ ໝູ່ເພື່ອນຂອງເຈົ້າທີ່ຢູ່ກັບເຈົ້າ.
ຈົ່ງເບິ່ງຂຶ້ນໄປເທິງຟ້າສະຫວັນ;
ເບິ່ງໝູ່ເມກສູງທີ່ຢູ່ເໜືອເຈົ້າ.
ຖ້າເຈົ້າເຮັດບາບ, ຈະມີຜົນອັນໃດຕໍ່ພຣະອົງ?
ຖ້າເຈົ້າເຮັດບາບຫລາຍຢ່າງ, ສິ່ງນັ້ນຈະສະເທືອນເຖິງພຣະອົງແນວໃດ?
ຖ້າເຈົ້າເປັນຄົນຊອບທຳ, ເຈົ້າໄດ້ຖວາຍອັນໃດແກ່ພຣະອົງ,
ຫລື ພຣະອົງໄດ້ຮັບສິ່ງໃດຈາກມືຂອງເຈົ້າບໍ?
ຄວາມຊົ່ວຮ້າຍຂອງເຈົ້າກໍມີຜົນຕໍ່ມະນຸດເທົ່ານັ້ນເໝືອນດັ່ງເຈົ້າ,
ແລະ ຄວາມຊອບທຳຂອງເຈົ້າກໍມີຜົນຕໍ່ຄົນອື່ນເທົ່ານັ້ນ.
“ມະນຸດຮ້ອງໄຫ້ເມື່ອຖືກການກົດຂີ່;
ພວກເຂົາອ້ອນວອນຂໍໃຫ້ຫລຸດພົ້ນຈາກມືຂອງຜູ້ທີ່ມີອຳນາດ.
ແຕ່ບໍ່ມີຜູ້ໃດເວົ້າວ່າ, ‘ພຣະເຈົ້າພຣະຜູ້ສ້າງຂອງຂ້ອຍຢູ່ໃສ,
ຜູ້ໂຜດປະທານບົດເພງໃຫ້ໃນຍາມກາງຄືນ,
ຜູ້ທີ່ສອນພວກເຮົາຫລາຍກວ່າພຣະອົງສອນ3ຝູງສັດຮ້າຍໃນແຜ່ນດິນໂລກ
ແລະ ເຮັດໃຫ້ເຮົາສະຫລາດກວ່າ4 ຝູງນົກໃນທ້ອງຟ້າ?’
ພຣະອົງບໍ່ໄດ້ຕອບເມື່ອມະນຸດຮ້ອງທຸກ
ເພາະຄວາມຈອງຫອງຂອງຄົນຊົ່ວ.
ແທ້ຈິງແລ້ວ, ພຣະເຈົ້າບໍ່ຟັງຄຳອ້ອນວອນທີ່ໄຮ້ສາລະຂອງພວກເຂົາ;
ອົງຜູ້ມີລິດອໍານາດຍິ່ງໃຫຍ່ບໍ່ສົນໃຈທີ່ຈະຟັງ.
ສະນັ້ນ ພຣະອົງຍິ່ງຈະບໍ່ຮັບຟັງເລີຍ
ເມື່ອເຈົ້າເວົ້າວ່າເຈົ້າບໍ່ເຫັນພຣະອົງ,
ເມື່ອເວົ້າວ່າຄະດີຄວາມຂອງເຈົ້າຢູ່ຕໍ່ໜ້າພຣະອົງ
ແລະ ເຈົ້າຕ້ອງລໍຖ້າພຣະອົງ,
ແລະ ຫລາຍກວ່ານັ້ນ, ເຈົ້າເວົ້າວ່າພຣະອົງບໍ່ເຄີຍລົງໂທດດ້ວຍຄວາມໃຈຮ້າຍ.
ແລະ ພຣະອົງບໍ່ສັງເກດເບິ່ງຄວາມຊົ່ວຮ້າຍ5ແມ່ນແຕ່ໜ້ອຍດຽວ.
ດັ່ງນັ້ນ ໂຢບເປີດປາກເວົ້າຢ່າງບໍ່ມີສາລະ;
ລາວເວົ້າຫລາຍໂດຍປາດສະຈາກຄວາມຮູ້”.
Source notes (5)
- Footnote ຫລື ‘ຄວາມມັກທຳຂອງຂ້າພຣະເຈົ້າຫລາຍຍິ່ງກວ່າຂອງພຣະເຈົ້າ’
- Footnote ຫລື ທ່ານ
- Footnote ຫລື ສອນເຮົາໂດຍ
- Footnote ຫລື ເຮັດໃຫ້ເຮົາສະຫລາດໂດຍ
- Footnote ໃນພາສາເຮັບເຣີຄຳນີ້ມີຄວາມຫມາຍບໍ່ຊັດເຈນ
Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.
Full source notice & licence · CC BY-SA 4.0 · SourceEdition imported 2026-11-09.