Biblica® Open Lao Contemporary Version
ໂຢບ 34
ແລ້ວເອລີຮູໄດ້ເວົ້າວ່າ:
“ຈົ່ງຟັງຖ້ອຍຄໍາຂອງຂ້ອຍ, ພວກເຈົ້າຜູ້ມີປັນຍາ;
ໂຜດຟັງຂ້ອຍ, ພວກເຈົ້າຜູ້ຮອບຮູ້.
ເພາະຫູລອງຊີມຖ້ອຍຄຳ
ເໝືອນດັ່ງລີ້ນຊີມລົດອາຫານ.
ຂໍໃຫ້ພວກເຮົາໄຈ້ແຍກເອງວ່າອັນໃດຖືກຕ້ອງ;
ຂໍໃຫ້ພວກເຮົາຮຽນຮູ້ນໍາກັນວ່າສິ່ງໃດດີ.
“ໂຢບເວົ້າວ່າ, ‘ຂ້ອຍບໍ່ມີຄວາມຜິດ,
ແຕ່ພຣະເຈົ້າບໍ່ໃຫ້ຄວາມຍຸຕິທຳແກ່ຂ້ອຍ.
ເຖິງແມ່ນວ່າຂ້ອຍເປັນຝ່າຍຖືກ,
ຂ້ອຍກໍຍັງຖືກຫາວ່າຕົວະ;
ເຖິງແມ່ນວ່າຂ້ອຍບໍ່ມີຄວາມຜິດ,
ລູກທະນູຂອງພຣະອົງເຮັດໃຫ້ເປັນບາດແຜທີ່ປິ່ນປົວບໍ່ຫາຍດີ’.
ມີຜູ້ໃດແດ່ທີ່ເປັນເໝືອນໂຢບ,
ຜູ້ທີ່ດື່ມການດູຖູກເໝືອນດັ່ງດື່ມນ້ຳ?
ລາວຍັງຄົບຫາກັບພວກຄົນຊົ່ວ;
ລາວຄົບຄ້າກັບຄົນບໍ່ດີ.
ເພາະລາວເວົ້າວ່າ, ‘ມະນຸດບໍ່ໄດ້ປະໂຫຍດອັນໃດ
ຈາກການພະຍາຍາມເຮັດໃຫ້ພຣະເຈົ້າພໍໃຈ’.
“ດັ່ງນັ້ນ ຈົ່ງຟັງຂ້ອຍສາ, ພວກເຈົ້າຜູ້ມີຄວາມເຂົ້າໃຈ.
ບໍ່ມີທາງທີ່ພຣະເຈົ້າຈະເຮັດຊົ່ວ,
ອົງຜູ້ມີລິດອໍານາດຍິ່ງໃຫຍ່ຈະເຮັດຜິດ.
ພຣະອົງຕອບແທນທຸກຄົນຕາມສິ່ງທີ່ພວກເຂົາໄດ້ເຮັດ;
ພຣະອົງໃຫ້ພວກເຂົາສົມກັບການກະທໍາຂອງພວກເຂົາ.
ມັນເປັນໄປບໍ່ໄດ້ທີ່ພຣະເຈົ້າຈະເຮັດຜິດ,
ຄືອົງຜູ້ມີລິດອໍານາດຍິ່ງໃຫຍ່ຈະບິດເບືອນຄວາມຍຸຕິທຳ.
ຜູ້ໃດແຕ່ງຕັ້ງພຣະອົງໃຫ້ປົກຄອງໂລກ?
ຜູ້ໃດໃຫ້ພຣະອົງເບິ່ງແຍງໂລກທັງໝົດ?
ຖ້າມັນເປັນຄວາມຕັ້ງໃຈຂອງພຣະອົງ
ແລະ ພຣະອົງຈະຖອນຈິດວິນຍານ1 ແລະ ລົມຫາຍໃຈຂອງພຣະອົງໄປອອກເສຍ,
ມວນມະນຸດທັງໝົດກໍຈະພິນາດຈິບຫາຍໄປໝົດ
ແລະ ມະນຸດຈະກັບກາຍເປັນຂີ້ຝຸ່ນດິນ.
“ຖ້າພວກເຈົ້າມີຄວາມເຂົ້າໃຈ, ຈົ່ງຟັງສິ່ງນີ້;
ຈົ່ງຟັງຖ້ອຍຄຳຂອງຂ້ອຍ.
ຜູ້ທີ່ກຽດຊັງຄວາມຍຸຕິທຳຈະປົກຄອງໄດ້ບໍ?
ເຈົ້າຈະກ່າວໂທດອົງຜູ້ທ່ຽງທຳ ແລະ ອົງຜູ້ມີລິດອໍານາດຍິ່ງໃຫຍ່ບໍ?
ບໍ່ແມ່ນພຣະອົງບໍທີ່ເວົ້າກັບກະສັດວ່າ, ‘ພວກເຈົ້າບໍ່ມີຄຸນຄ່າ’,
ແລະ ເວົ້າກັບບັນດາຂຸນນາງວ່າ, ‘ພວກເຈົ້າເປັນຄົນຊົ່ວຮ້າຍ’,
ພຣະອົງບໍ່ໄດ້ເຂົ້າຂ້າງບັນດາເຈົ້າຊາຍ
ແລະ ບໍ່ໄດ້ເຫັນແກ່ຄົນຮັ່ງມີຫລາຍກວ່າຄົນຍາກຈົນ,
ເພາະພວກເຂົາທັງໝົດລ້ວນເປັນຝີມືຂອງພຣະອົງບໍ່ແມ່ນບໍ?
ໃນຕອນທ່ຽງຄືນ, ພວກເຂົາຕາຍໄປທັນທີ;
ຄົນກໍສັ່ນສະທ້ານ ແລະ ພວກເຂົາກໍຕາຍໄປ;
ບັນດາຜູ້ຍິ່ງໃຫຍ່ຖືກກວດລ້າງໄປໂດຍບໍ່ແມ່ນດ້ວຍມືຂອງມະນຸດ.
“ຕາຂອງພຣະເຈົ້າເຝົ້າເບິ່ງວິຖີທາງຂອງມະນຸດ;
ພຣະອົງເຫັນທຸກບາດກ້າວຂອງພວກເຂົາ.
ບໍ່ມີຄວາມມືດໜາ, ແລະ ເງົາອັນມືດໃດໆ,
ທີ່ພວກຄົນຊົ່ວຈະລີ້ຊ້ອນໄດ້.
ພຣະເຈົ້າບໍ່ຈຳເປັນຕ້ອງໃຊ້ເວລາສືບສວນມະນຸດອີກ,
ພວກເຂົາຈຶ່ງບໍ່ຕ້ອງມາຢູ່ຕໍ່ໜ້າພຣະອົງເພື່ອຮັບການຕັດສິນ.
ພຣະອົງທຳລາຍຜູ້ມີອໍານາດລົງໂດຍບໍ່ຕ້ອງສອບຖາມ
ແລະ ຕັ້ງຄົນອື່ນຂຶ້ນແທນພວກເຂົາ.
ເພາະພຣະອົງສັງເກດເຫັນການກະທຳຂອງພວກເຂົາ,
ພຣະອົງຄ້ຳພວກເຂົາລົງໃນຕອນກາງຄືນ ແລະ ພວກເຂົາກໍຖືກຍ່ອງໃຫ້ໝຸ່ນ.
ພຣະອົງລົງໂທດພວກເຂົາເພາະຄວາມຊົ່ວຮ້າຍຂອງພວກເຂົາ
ໃນບ່ອນທີ່ທຸກຄົນເບິ່ງເຫັນພວກເຂົາໄດ້,
ເພາະພວກເຂົາຫັນໜີຈາກການຕິດຕາມພຣະອົງ
ແລະ ບໍ່ສົນໃຈວິຖີທາງໃດໆຂອງພຣະອົງ.
ພວກເຂົາເຮັດໃຫ້ສຽງຮ້ອງຂອງຄົນທຸກຍາກມາເຖິງພຣະເຈົ້າ,
ພຣະອົງຈຶ່ງໄດ້ຍິນສຽງຮ້ອງຂອງຄົນຂັດສົນ.
ແຕ່ຖ້າພຣະອົງຍັງຢູ່ຊື່ໆ, ຜູ້ໃດຈະກ່າວໂທດພຣະອົງໄດ້?
ຖ້າພຣະອົງເຊື່ອງໜ້າຂອງພຣະອົງໄວ້ ຜູ້ໃດຈະເຫັນພຣະອົງ?
ແຕ່ພຣະອົງຢູ່ເໜືອມະນຸດ ແລະ ເໜືອຊົນຊາດທັງຫລາຍດ້ວຍ,
ເພື່ອປ້ອງກັນບໍ່ໃຫ້ຄົນບໍ່ນັບຖືພຣະເຈົ້າຂຶ້ນປົກຄອງ,
ບໍ່ໃຫ້ພວກເຂົາວາງບ້ວງແຮ້ວໃສ່ປະຊາຊົນ.
“ຖ້າຜູ້ໜຶ່ງເວົ້າຕໍ່ພຣະເຈົ້າວ່າ,
‘ຂ້ານ້ອຍຜິດໄປແລ້ວ. ແຕ່ຈະບໍ່ເຮັດຜິດອີກ.
ຂໍສັ່ງສອນສິ່ງທີ່ຂ້ານ້ອຍຍັງບໍ່ເຫັນ;
ຖ້າຂ້ານ້ອຍໄດ້ເຮັດຜິດໄປ, ຂ້ານ້ອຍຈະບໍ່ເຮັດເຊັ່ນນັ້ນອີກ’.
ແລ້ວຄວນບໍທີ່ພຣະເຈົ້າຈະຕອບແທນເຈົ້າຕາມເງື່ອນໄຂຂອງເຈົ້າ,
ໃນເມື່ອເຈົ້າບໍ່ຍອມກັບໃຈ?
ເຈົ້າຕ້ອງເປັນຝ່າຍຕັດສິນໃຈ, ບໍ່ແມ່ນຂ້ອຍ;
ສະນັ້ນ ຈົ່ງບອກສິ່ງທີ່ເຈົ້າຮູ້ແກ່ຂ້ອຍ.
“ບັນດາຜູ້ທີ່ມີຄວາມເຂົ້າໃຈ,
ຄົນມີປັນຍາທີ່ໄດ້ຟັງຂ້ອຍ ເວົ້າກັບຂ້ອຍວ່າ,
‘ໂຢບເວົ້າໂດຍຂາດຄວາມຮູ້;
ຄຳເວົ້າຂອງລາວຂາດຄວາມເຂົ້າໃຈອັນເລິກເຊິ່ງ’.
ຂໍໃຫ້ໂຢບຖືກທົດສອບຈົນເຖິງທີ່ສຸດ
ເພາະລາວຕອບເໝືອນດັ່ງຄົນຊົ່ວຮ້າຍ!
ນອກຈາກການບາບຂອງລາວແລ້ວ ລາວຍັງກະບົດອີກ;
ລາວຕົບມືເຢາະເຍີ້ຍຢູ່ທ່າມກາງພວກເຮົາ
ແລະ ຄຳເວົ້າຂອງລາວຍັງຕໍ່ສູ້ພຣະເຈົ້າອີກ”.
Source notes (1)
- Footnote ຫລື ພຣະວິນຍານ
Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.
Full source notice & licence · CC BY-SA 4.0 · SourceEdition imported 2026-11-09.