Skip to content
BibleKenya

Biblica® Open Lao Contemporary Version

ໂຢບ 33

“ແຕ່​ບັດນີ້, ໂຢບ​ເອີຍ, ຈົ່ງ​ຕັ້ງໃຈ​ຟັງ​ຖ້ອຍຄໍາ​ຂອງ​ຂ້ອຍ​ໃຫ້​ດີ;

ຈົ່ງ​ເອົາໃຈໃສ່​ທຸກ​ສິ່ງ​ທີ່​ຂ້ອຍ​ຈະ​ເວົ້າ.

ຂ້ອຍ​ພ້ອມ​ແລ້ວ​ທີ່​ຈະ​ເປີດ​ປາກ​ເວົ້າ;

ຄຳເວົ້າ​ຂອງ​ຂ້ອຍ​ກໍ​ລໍຖ້າ​ຢູ່​ທີ່​ປາຍ​ລິ້ນ​ຂອງ​ຂ້ອຍ​ແລ້ວ.

ຄຳເວົ້າ​ຂອງ​ຂ້ອຍ​ມາ​ຈາກ​ໃຈ​ທີ່​ທ່ຽງທຳ;

ຮີບສົບ​ຂອງ​ຂ້ອຍ​ເວົ້າ​ໃນ​ສິ່ງ​ທີ່​ຂ້ອຍ​ຮູ້​ຢ່າງ​ຈິງໃຈ.

ພຣະວິນຍານ​ຂອງ​ພຣະເຈົ້າ​ໄດ້​ສ້າງ​ຂ້ອຍ​ຂຶ້ນ​ມາ;

ລົມ​ຫາຍໃຈ​ຂອງ​ອົງ​ຜູ້​ມີ​ລິດ​ອໍານາດ​ຍິ່ງໃຫຍ່​ໃຫ້​ຊີວິດ​ແກ່​ຂ້ອຍ.

ສະນັ້ນ ຈົ່ງ​ຕອບ​ຂ້ອຍ​ມາ, ຖ້າ​ເຈົ້າ​ຕອບ​ໄດ້;

ຈົ່ງ​ລຸກຂຶ້ນ ແລະ ໂຕ້ແຍ້ງ​ເລື່ອງ​ຂອງ​ເຈົ້າ​ຕໍ່ໜ້າ​ຂ້ອຍ.

ຂ້ອຍ​ກໍ​ເປັນ​ຄືກັນ​ກັບ​ເຈົ້າ​ທີ່​ຢູ່​ຕໍ່ໜ້າ​ພຣະເຈົ້າ;

ຂ້ອຍ​ກໍ​ເປັນ​ປ່ຽງ​ດິນ​ໜຽວ​ເຊັ່ນ​ກັນ.

ເຈົ້າ​ບໍ່​ຕ້ອງ​ຢ້ານ​ຂ້ອຍ,

ຫລື ຢ້ານ​ວ່າ​ຂ້ອຍ​ຈະ​ຫລິ້ນ​ງານ​ເຈົ້າ​ໜັກ.

“ແຕ່​ເຈົ້າ​ໄດ້​ເວົ້າ​ໃຫ້​ຂ້ອຍ​ໄດ້​ຍິນ

ຂ້ອຍ​ໄດ້​ຍິນ​ທຸກ​ຄຳ​ທີ່​ເຈົ້າ​ເວົ້າ​ນັ້ນ

‘ຂ້ອຍ​ບໍລິສຸດ, ຂ້ອຍ​ບໍ່​ໄດ້​ເຮັດ​ອັນໃດ​ຜິດ;

ຂ້ອຍ​ເປັນ​ຄົນ​ສະອາດ ແລະ ປາດສະຈາກ​ບາບ.

ເຖິງ​ປານ​ນັ້ນ​ພຣະເຈົ້າ​ກໍ​ພົບ​ຄວາມ​ຜິດ​ຢູ່​ໃນ​ຂ້ອຍ;

ພຣະອົງ​ຖືວ່າ​ຂ້ອຍ​ເປັນ​ສັດຕູ​ຂອງ​ພຣະອົງ.

ພຣະອົງ​ມັດ​ຂາ​ຂອງ​ຂ້ອຍ​ດ້ວຍ​ໂສ້;

ພຣະອົງ​ເຝົ້າ​ເບິ່ງ​ທຸກ​ຫົນທາງ​ຂອງ​ຂ້ອຍ’.

“ແຕ່​ຂ້ອຍ​ຂໍ​ບອກວ່າ ເຈົ້າ​ຜິດ​ໃນ​ຂໍ້​ນີ້,

ເພາະ​ພຣະເຈົ້າ​ຍິ່ງໃຫຍ່​ກວ່າ​ມະນຸດ​ໃດໆ​ທັງນັ້ນ.

ເປັນຫຍັງ​ເຈົ້າ​ຈຶ່ງ​ຈົ່ມ​ຕໍ່​ພຣະອົງ

ວ່າ​ພຣະອົງ​ບໍ່​ຕອບ​ຄໍາເວົ້າ​ຂອງ​ຄົນໃດ​ທັງນັ້ນ?1

ເພາະ​ແມ່ນວ່າ​ພຣະເຈົ້າ​ເວົ້າ​ດ້ວຍ​ວິທີໃດ​ວິທີ​ໜຶ່ງ, ວິທີ​ອື່ນ​ອີກ​ກໍຕາມ

ກໍ​ບໍ່​ມີ​ຜູ້ໃດ​ສາມາດ​ຮັບຮູ້​ໄດ້.

ໃນ​ຄວາມຝັນ, ໃນ​ນິມິດ​ໃນ​ຕອນ​ກາງຄືນ,

ເມື່ອ​ຄົນ​ນອນ​ຫລັບ​ສະໜິດ

ຂະນະ​ທີ່​ພວກເຂົາ​ເຊືອບ​ຫລັບ​ຢູ່​ເທິງ​ບ່ອນນອນ​ຂອງ​ຕົນ,

ພຣະອົງ​ອາດຈະ​ເວົ້າ​ໃສ່​ຫູ​ຂອງ​ພວກເຂົາ

ແລະ ກ່າວ​ຕັກເຕືອນ​ພວກເຂົາ​ດ້ວຍ​ຄວາມຢ້ານ,

ເພື່ອ​ປ່ຽນ​ພວກເຂົາ​ບໍ່​ໃຫ້​ເຮັດ​ຜິດ

ແລະ ບໍ່​ໃຫ້​ຍິ່ງ​ຈອງຫອງ,

ເພື່ອ​ປົກປ້ອງ​ພວກເຂົາ​ຈາກ​ເຫວເລິກ,2

ເພື່ອ​ບໍ່​ໃຫ້​ຊີວິດ​ຂອງ​ພວກເຂົາ​ພິນາດ​ຈິບຫາຍ​ຈາກ​ຄົມດາບ.3

“ຫລື ບາງຄົນ​ຖືກ​ຕີສອນ​ໂດຍ​ໃຫ້​ພວກເຂົາ​ນອນ​ຢູ່​ເທິງ​ຕຽງ​ດ້ວຍ​ຄວາມ​ເຈັບປວດ

ໃຫ້​ພວກເຂົາ​ເຈັບປວດ​ໃນ​ກະດູກ​ຢູ່​ເລື້ອຍໆ,

ເຮັດ​ໃຫ້​ຮ່າງກາຍ​ຂອງ​ພວກເຂົາ​ເບື່ອ​ອາຫານ.

ແລະ ຈິດໃຈ​ຂອງ​ພວກເຂົາ​ບໍ່​ມັກ​ອາຫານ​ອັນ​ແຊບ​ທີ່ສຸດ.

ຮ່າງກາຍ​ຂອງ​ພວກເຂົາ​ຈ່ອຍ​ຜອມ,

ຈົນ​ເຫັນ​ແຕ່​ໜັງ​ຫຸ້ມ​ກະດູກ​ຂອງ​ພວກເຂົາ.

ພວກເຂົາ​ເຂົ້າ​ໄປ​ໃກ້​ເຫວເລິກ,4

ແລະ ຊີວິດ​ຂອງ​ພວກເຂົາ​ເຂົ້າ​ໃກ້​ບັນດາ​ເທວະດາ​ແຫ່ງ​ຄວາມ​ຕາຍ.5

“ແຕ່​ຖ້າ​ມີ​ເທວະດາ​ຕົນ​ໜຶ່ງ​ຢູ່​ທາງ​ຂ້າງ​ພວກເຂົາ

ຄື​ເທວະດາ​ຕົນ​ໜຶ່ງ​ໃນ​ພັນ​ຢູ່​ຄຽງຂ້າງ​ພວກເຂົາ,

ຖືກ​ສົ່ງ​ມາ​ບອກ​ພວກເຂົາ​ໃຫ້​ເປັນ​ຄົນທ່ຽງທໍາ,

ແລະ ລາວ​ກໍ​ເມດຕາ​ຄົນ​ນັ້ນ ແລະ ເວົ້າ​ກັບ​ພຣະເຈົ້າ​ວ່າ,

‘ຂໍ​ໂຜດ​ໄວ້​ຊີວິດ​ພວກເຂົາ​ບໍ່​ໃຫ້​ລົງ​ໄປ​ທີ່​ເຫວເລິກ;6

ຂ້ານ້ອຍ​ໄດ້​ພົບ​ຄ່າ​ໄຖ່​ສຳລັບ​ພວກເຂົາ​ແລ້ວ’

ຂໍ​ໃຫ້​ເນື້ອໜັງ​ຂອງ​ພວກເຂົາ​ຈະ​ກັບ​ຟື້ນ​ຄືນ​ສູ່​ສະພາບ​ດີ​ເໝືອນດັ່ງ​ເນື້ອໜັງ​ຂອງ​ເດັກນ້ອຍ

ຂໍ​ໃຫ້​ກຳລັງ​ວັງຊາ​ຂອງ​ພວກເຂົາ​ໃນ​ໄວ​ໜຸ່ມ​ຄືນມາ​ອີກ

ຈາກນັ້ນ ຄົນນັ້ນ​ກໍ​ສາມາດ​ອະທິຖານ​ຕໍ່​ພຣະເຈົ້າ ແລະ ໄດ້ຮັບ​ຄວາມ​ພໍໃຈ​ຈາກ​ພຣະອົງ,

ພວກເຂົາ​ຈະ​ເຫັນ​ໜ້າ​ພຣະເຈົ້າ ແລະ ໂຫ່ຮ້ອງ​ດ້ວຍ​ຄວາມຊື່ນຊົມຍິນດີ;

ພຣະອົງ​ຈະ​ໃຫ້​ພວກເຂົາ​ຄືນ​ສູ່​ສະພາບ​ດີ.

ແລະ ພວກເຂົາ​ຈະ​ໄປ​ຫາ​ຄົນ​ອື່ນ ແລະ ບອກ​ວ່າ,

‘ຂ້ອຍ​ໄດ້​ເຮັດ​ບາບ, ແລະ ໄດ້​ບິດເບືອນ​ຄວາມ​ຖືກຕ້ອງ,

ແຕ່​ຂ້ອຍ​ກໍ​ບໍ່​ໄດ້​ຮັບ​ສິ່ງທີ່​ຂ້ອຍ​ສົມຄວນ​ຈະ​ໄດ້​ຮັບ.

ພຣະເຈົ້າ​ໄດ້​ຊ່ວຍ​ຂ້ອຍ​ໄວ້​ຈາກ​ການ​ລົງ​ໄປ​ສູ່​ເຫວເລິກ,

ແລະ ຂ້ອຍ​ຈະ​ມີ​ຊີວິດ​ຢູ່​ຊື່ນຊົມ​ຄວາມ​ສະຫວ່າງ​ແຫ່ງ​ຊີວິດ’.

“ພຣະເຈົ້າ​ເຮັດ​ສິ່ງ​ເຫລົ່ານີ້​ຕໍ່​ມະນຸດ

ເຖິງ​ສອງ​ຄັ້ງ ຫລື ເຖິງ​ສາມ​ຄັ້ງ

ເພື່ອ​ຊ່ວຍ​ກູ້​ພວກເຂົາ​ຈາກ​ເຫວເລິກ,

ໃຫ້​ຄວາມ​ສະຫວ່າງ​ແຫ່ງ​ຊີວິດ​ອາດຈະ​ສ່ອງ​ໃສ່​ພວກເຂົາ.

“ໂຢບ​ເອີຍ, ຈົ່ງ​ຕັ້ງໃຈ​ຟັງ ແລະ ຈົ່ງ​ຟັງ​ຂ້ອຍ​ສາ;

ຈົ່ງ​ມິດງຽບ​ຢູ່ ແລະ ຂ້ອຍ​ຈະ​ເວົ້າ.

ຖ້າ​ເຈົ້າ​ມີ​ສິ່ງໃດ​ຢາກ​ຈະ​ເວົ້າ, ຈົ່ງ​ຕອບ​ຂ້ອຍ;

ຈົ່ງ​ເວົ້າ​ອອກ​ມາ, ເພາະ​ຂ້ອຍ​ຢາກ​ພິສູດ​ເຈົ້າ.

ແຕ່​ຖ້າ​ບໍ່​ມີ, ກໍ​ຈົ່ງ​ຟັງ​ຂ້ອຍ;

ຂໍ​ຈົ່ງ​ມິດງຽບ​ຢູ່ ແລະ ຂ້ອຍ​ຈະ​ສອນ​ປັນຍາ​ແກ່​ເຈົ້າ”.

Source notes (6)
  1. Footnote ຫລື ວ່າ​ພຣະອົງ​ບໍ່​ອະທິບາຍ​ການ​ກະທຳ​ໃດໆ​ຂອງ​ພຣະອົງ
  2. Footnote ຫລື ແດນ​ຄົນ​ຕາຍ ຫລື ສົງ​ວົນ​ພວກເຂົາ​ໄວ້​ຈາກ​ຂຸມ​ຝັງ​ສົບ ເຊັ່ນ​ດຽວ​ກັບ​ຂໍ້ 28 ແລະ 28 ແລະ 30
  3. Footnote ຫລື ຈາກ​ການ​ຂ້າມ​ແມ່ນ້ຳ​ນັ້ນ
  4. Footnote ຫລື ພວກເຂົາ​ສຽດ​ໃກ້​ຂຸມ​ຝັງ​ສົບ
  5. Footnote ຫລື ເຂົ້າ​ໃກ້​ຄົນ​ຕາຍ
  6. Footnote ຫລື ຂຸມ​ຝັງ​ສົບ

Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.

Full source notice & licence · CC BY-SA 4.0 · SourceEdition imported 2026-11-09.

BibleKenya

Reader settings

Theme
Font
Alignment
Reading width

Saved in this browser and used offline too. Press ? for keyboard shortcuts.