Biblica® Open Lao Contemporary Version
ໂຢບ 32
ເອລີຮູ
ດັ່ງນັ້ນ ໝູ່ເພື່ອນທັງສາມຄົນຈຶ່ງຢຸດໂຕ້ຕອບກັບໂຢບ, ເພາະລາວເຫັນວ່າຕົນເປັນຄົນຊອບທຳ. ແຕ່ເອລີຮູລູກຊາຍຂອງບາຣາເກນຊາວບູຊີໃນຄອບຄົວຂອງຣາມ, ຍ້ອນລາວໃຈຮ້າຍໃຫ້ໂຢບຫລາຍທີ່ອ້າງວ່າຕົນເອງເປັນຝ່າຍຖືກແທນທີ່ຈະແມ່ນພຣະເຈົ້າ. ເອລີຮູກໍໃຈຮ້າຍໃຫ້ໝູ່ເພື່ອນທັງສາມຂອງໂຢບຄືກັນ, ເພາະພວກເຂົາບໍ່ມີຄໍາເວົ້າທີ່ຈະຕອບໂຢບ, ແລະ ຍັງໄດ້ກ່າວໂທດໂຢບ.1 ບັດນີ້ ເອລີຮູໄດ້ລໍຖ້າທີ່ຈະເວົ້າກັບໂຢບເພາະພວກເຂົາມີອາຍຸຫລາຍກວ່າລາວ. ເມື່ອລາວເຫັນວ່າໝູ່ເພື່ອນທັງສາມຂອງໂຢບບໍ່ມີອັນໃດທີ່ຈະກ່າວເພີ່ມເຕີມອີກແລ້ວ, ເອລີຮູກໍໃຈຮ້າຍຂຶ້ນ.
ດັ່ງນັ້ນ ເອລີຮູລູກຊາຍຂອງບາຣາເກນຊາວບູຊີໄດ້ເວົ້າວ່າ:
“ຂ້ອຍອາຍຸຍັງນ້ອຍຫລາຍ,
ແລະ ພວກເຈົ້າກໍເປັນຜູ້ອາວຸໂສ;
ນັ້ນເປັນເຫດຜົນທີ່ຂ້ອຍຢ້ານ,
ບໍ່ກ້າບອກສິ່ງທີ່ຕົນເອງຮູ້ແກ່ພວກເຈົ້າ.
ຂ້ອຍຄິດວ່າ, ‘ຄວນໃຫ້ຜູ້ອາວຸໂສເວົ້າ;
ຜູ້ມີປະສົບການຫລາຍປີຄວນສອນປັນຍາ’.
ແຕ່ແມ່ນຈິດວິນຍານ2ຢູ່ໃນມະນຸດຄົນໜຶ່ງ,
ລົມຫາຍໃຈແຫ່ງອົງຜູ້ມີລິດອໍານາດຍິ່ງໃຫຍ່ທີ່ໃຫ້ພວກເຂົາມີຄວາມເຂົ້າໃຈ.
ບໍ່ແມ່ນພຽງແຕ່ຜູ້ອາວຸໂສ3ເທົ່ານັ້ນທີ່ມີປັນຍາ,
ບໍ່ແມ່ນຄົນອາຍຸສູງເທົ່ານັ້ນທີ່ເຂົ້າໃຈວ່າສິ່ງໃດຖືກຕ້ອງ.
“ເຫດສະນັ້ນ ຂ້ອຍຈຶ່ງເວົ້າວ່າ: ຈົ່ງຟັງຂ້ອຍ;
ຂ້ອຍຈະບອກພວກເຈົ້າສິ່ງທີ່ຂ້ອຍຮູ້ເໝືອນກັນ.
ຂ້ອຍໄດ້ລໍຖ້າຂະນະທີ່ພວກເຈົ້າເວົ້າຢູ່,
ຂ້ອຍໄດ້ຟັງເຫດຜົນຂອງພວກເຈົ້າ;
ຂະນະທີ່ພວກເຈົ້າກຳລັງຊອກຫາຖ້ອຍຄຳມາກ່າວ,
ຂ້ອຍຕັ້ງໃຈຟັງພວກເຈົ້າຢ່າງເຕັມທີ່.
ແຕ່ບໍ່ມີຜູ້ໃດໃນພວກເຈົ້າພິສູດໄດ້ວ່າໂຢບຜິດ;
ບໍ່ມີຜູ້ໃດໃນພວກເຈົ້າຕອບຄຳໂຕ້ແຍ້ງຂອງໂຢບໄດ້.
ຢ່າເວົ້າວ່າ, ‘ພວກເຮົາໄດ້ພົບປັນຍາແລ້ວ;
ຂໍໃຫ້ພຣະເຈົ້າພິສູດວ່າລາວຜິດ, ບໍ່ແມ່ນມະນຸດ’.
ແຕ່ຄຳເວົ້າຂອງໂຢບບໍ່ໄດ້ຮວບຮວມຖ້ອຍຄໍາຂອງລາວຕໍ່ສູ້ຂ້ອຍ,
ແລະ ຂ້ອຍຈະບໍ່ຕອບໂຢບດ້ວຍຄຳໂຕ້ແຍ້ງຂອງພວກເຈົ້າ.
“ພວກເຂົາທໍ້ຖອຍໃຈ ແລະ ບໍ່ມີອັນໃດຈະເວົ້າອີກແລ້ວ;
ພວກເຂົາໝົດຄຳເວົ້າທີ່ຈະໂຕ້ແຍ້ງ.
ບັດນີ້ ຂ້ອຍຈະຕ້ອງລໍຖ້າອີກບໍ, ໃນເມື່ອພວກເຂົາມິດງຽບຢູ່,
ໃນເມື່ອພວກເຂົາຢືນຢູ່ທີ່ນັ້ນໂດຍບໍ່ມີຄຳຕອບ?
ຂ້ອຍຈະເວົ້ານໍາເຊັ່ນກັນ;
ຂ້ອຍຈະບອກສິ່ງທີ່ຂ້ອຍຮູ້ເໝືອນກັນ.
ເພາະຂ້ອຍມີຢ່າງຫລາຍທີ່ຢາກຈະເວົ້າ,
ແລະ ຈິດວິນຍານພາຍໃນຂ້ອຍກະຕຸ້ນໃຫ້ຂ້ອຍເວົ້າ;
ຢູ່ພາຍໃນຂ້ອຍເປັນດັ່ງເຫລົ້າອະງຸ່ນທີ່ຖືກເກັບໄວ້,
ເໝືອນດັ່ງຖົງໜັງເຫລົ້າອະງຸ່ນໃໝ່ທີ່ກຳລັງຈະແຕກ.
ຂ້ອຍຈະຕ້ອງເວົ້າ ແລະ ລະບາຍອອກມາ;
ຂ້ອຍຕ້ອງເປີດປາກອອກ ແລະ ໂຕ້ຕອບ.
ຂ້ອຍຈະບໍ່ເຂົ້າຂ້າງຜູ້ໃດ
ຫລື ຈະບໍ່ປະຈົບປະແຈງຜູ້ໃດ;
ເພາະຖ້າຂ້ອຍປະຈົບປະແຈງເກັ່ງ,
ອົງພຣະຜູ້ສ້າງຂອງຂ້ອຍຈະເອົາຂ້ອຍໄປໃນໄວໆນີ້”.
Source notes (3)
- Footnote ສຳເນົາຕົ້ນສະບັບພາສາເຮັບເຣີບູຮານວ່າ ຫັກລ້າງໂຢບບໍ່ໄດ້ ກໍເທົ່າກັບພວກເຂົາໄດ້ກ່າວໂທດພຣະເຈົ້າ
- Footnote ຫລື ພຣະວິນຍານ ເຊັ່ນດຽວກັບຂໍ້ 18
- Footnote ຫລື ຫລວງຫລາຍ ຫລື ຍິ່ງໃຫຍ່
Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.
Full source notice & licence · CC BY-SA 4.0 · SourceEdition imported 2026-11-09.