Skip to content
BibleKenya

Biblica® Open Lao Contemporary Version

ໂຢບ 31

“ຂ້ອຍ​ໄດ້​ເຮັດ​ຄຳໝັ້ນສັນຍາ​ກັບ​ຕາ​ຂອງ​ຕົນ​ເອງ​ວ່າ

ຈະ​ບໍ່​ເບິ່ງ​ຍິງ​ສາວ​ດ້ວຍ​ໃຈ​ຕັນຫາ.

ເພາະ​ອັນໃດ​ຄື​ສິ່ງ​ທີ່​ພຣະເຈົ້າ​ຈາກ​ເບື້ອງເທິງ​ກຳນົດ​ໃຫ້​ພວກເຮົາ?

ອັນໃດ​ຄື​ມໍລະດົກ​ຂອງ​ພວກເຮົາ​ຈາກ​ອົງ​ຜູ້​ມີ​ລິດ​ອໍານາດ​ຍິ່ງໃຫຍ່​ທີ່​ຢູ່​ເບື້ອງເທິງ?

ມັນ​ກໍ​ຄື​ຄວາມ​ພິນາດ​ສຳລັບ​ຄົນ​ຊົ່ວ,

ແລະ ໄພພິບັດ​ສຳລັບ​ພວກ​ທີ່​ເຮັດ​ຜິດ​ບໍ່​ແມ່ນ​ບໍ?

ພຣະອົງ​ບໍ່​ໄດ້​ເບິ່ງ​ຫົນທາງ​ຂອງ​ຂ້ອຍ

ແລະ ນັບ​ທຸກ​ບາດ​ກ້າວ​ຂອງ​ຂ້ອຍ​ບໍ?

“ຖ້າ​ຂ້ອຍ​ໄດ້​ດຳເນີນ​ຊີວິດ​ໃນ​ຄວາມຜິດ

ຫລື ຕີນ​ຂອງ​ຂ້ອຍ​ຟ້າວ​ແລ່ນ​ໄປ​ສູ່​ການ​ຫລອກລວງ

ຂໍ​ພຣະເຈົ້າ​ຊັ່ງ​ຂ້ອຍ​ດ້ວຍ​ຕາຊິງ​ທີ່​ສັດຊື່

ແລະ ພຣະອົງ​ຈະ​ຮູ້​ວ່າ​ຂ້ອຍ​ບໍ່​ມີ​ທີ່​ຕຳໜິ

ຖ້າ​ບາດກ້າວ​ຂອງ​ຂ້ອຍ​ໄດ້​ຫັນ​ໄປ​ຈາກ​ທາງ​ເດີນ,

ຖ້າ​ຕາ​ຂອງ​ຂ້ອຍ​ພາ​ຈິດໃຈ​ຂອງ​ຕົນ​ມົວເມົາ,

ຫລື ຖ້າ​ມື​ຂອງ​ຂ້ອຍ​ມີ​ມົນທິນ,

ກໍ​ຂໍ​ໃຫ້​ຄົນ​ອື່ນ​ກິນ​ສິ່ງ​ທີ່​ຂ້ອຍ​ໄດ້​ຫວ່ານ,

ແລະ ຂໍ​ໃຫ້​ພືດ​ຜົນ​ຂອງ​ຂ້ອຍ​ຖືກ​ຖອນຮາກ.

“ຖ້າ​ຈິດໃຈ​ຂອງ​ຂ້ອຍ​ໄດ້​ຖືກ​ຜູ້ຍິງ​ລໍ້ລວງ​ໄປ,

ຫລື ຖ້າ​ຂ້ອຍ​ຈອບ​ສ່ອງ​ຢູ່​ທີ່​ປະຕູ​ເພື່ອນບ້ານ​ຂອງ​ຂ້ອຍ,

ກໍ​ຂໍ​ໃຫ້​ເມຍ​ຂອງ​ຂ້ອຍ​ໄປ​ໂມ້ແປ້ງ​ໃຫ້​ຊາຍ​ຄົນ​ອື່ນ,

ແລະ ຂໍ​ໃຫ້​ຊາຍ​ຄົນ​ອື່ນ​ຫລັບນອນ​ກັບ​ນາງ.

ເພາະ​ນັ້ນ​ເປັນ​ຄວາມ​ຊົ່ວຮ້າຍ,

ເປັນ​ບາບ​ທີ່​ຕ້ອງ​ຖືກ​ລົງໂທດ.

ມັນ​ເປັນ​ໄຟ​ທີ່​ເຜົາຜານ​ໄປ​ສູ່​ຄວາມ​ພິນາດ,

ມັນ​ຈະ​ຖອນຮາກ​ສິ່ງ​ທີ່​ຂ້ອຍ​ປູກ​ໄວ້.

“ຖ້າ​ຂ້ອຍ​ບໍ່​ໃຫ້​ຄວາມຍຸຕິທຳ​ແກ່​ຄົນຮັບໃຊ້​ຂອງ​ຂ້ອຍ​ຄົນ​ໃດ,

ບໍ່​ວ່າ​ຊາຍ ຫລື ຍິງ,

ເມື່ອ​ນັ້ນ​ພວກເຂົາ​ກໍ​ມີ​ເລື່ອງ​ມາ​ຕໍ່ສູ້​ຂ້ອຍ,

ຂ້ອຍ​ຈະເຮັດ​ຢ່າງໃດ​ເມື່ອ​ຂ້ອຍ​ປະເຊີນ​ໜ້າ​ກັບ​ພຣະເຈົ້າ?

ຂ້ອຍ​ຈະ​ຕອບ​ຢ່າງໃດ​ເມື່ອ​ພຣະອົງ​ເອີ້ນ​ໃຫ້​ມາ​ລາຍງານ?

ພຣະເຈົ້າ​ຜູ້​ສ້າງ​ຂ້ອຍ​ໄວ້​ໃນ​ມົດລູກ​ກໍ​ສ້າງ​ພວກເຂົາ​ດ້ວຍ​ບໍ່​ແມ່ນ​ບໍ?

ພຣະເຈົ້າ​ອົງດຽວກັນ​ນີ້​ໄດ້​ສ້າງ​ພວກເຮົາ​ທັງສອງ​ໃນ​ທ້ອງ​ແມ່​ຂອງ​ພວກເຮົາ​ບໍ່​ແມ່ນ​ບໍ?

“ຖ້າ​ຂ້ອຍ​ໄດ້​ປະຕິເສດ​ຄວາມ​ຕ້ອງການ​ຂອງ​ຄົນ​ທຸກຍາກ

ຫລື ປ່ອຍ​ໃຫ້​ຕາ​ຂອງ​ແມ່ໝ້າຍ​ຄ່ອຍໆ​ຫລັບ​ໄປ,

ຖ້າ​ຂ້ອຍ​ເກັບ​ອາຫານ​ໄວ້​ໃຫ້​ກັບ​ຕົວເອງ,

ບໍ່​ຍອມ​ແບ່ງປັນ​ມັນ​ແກ່​ລູກ​ກຳພ້າ

ທີ່​ຈິງ​ແລ້ວ ຕັ້ງແຕ່​ຂ້ອຍ​ຍັງ​ໜຸ່ມ​ນັ້ນ ຂ້ອຍ​ກໍ​ລ້ຽງດູ​ລູກກຳພ້າ​ດັ່ງ​ເປັນ​ພໍ່​ຄົນ​ໜຶ່ງ,

ແລະ ຕັ້ງແຕ່​ຂ້ອຍ​ເກີດ​ມາ​ກໍ​ນຳ​ທາງ​ໃຫ້​ແມ່ໝ້າຍ

ຖ້າ​ຂ້ອຍ​ໄດ້​ເຫັນ​ຄົນ​ໃດ​ກຳລັງ​ໜາວ​ໃກ້​ຈະ​ຕາຍ​ເພາະ​ບໍ່​ມີ​ເຄື່ອງນຸ່ງ,

ຫລື ເຫັນ​ຄົນ​ຂັດສົນ​ບໍ່​ມີ​ເຄື່ອງນຸ່ງ​ຫົ່ມ,

ແລ້ວ​ຈິດໃຈ​ຂອງ​ພວກເຂົາ​ບໍ່​ໄດ້​ອວຍພອນ​ຂ້ອຍ

ເພາະ​ພວກເຂົາ​ອົບ​ອຸ່ນ​ດ້ວຍ​ຂົນ​ແກະ​ຈາກ​ແກະ​ຂອງ​ຂ້ອຍ,

ຖ້າ​ມື​ຂອງ​ຂ້ອຍ​ໄດ້​ຍົກ​ຂຶ້ນ​ທໍາຮ້າຍ​ລູກ​ກຳພ້າ,

ໂດຍ​ຮູ້ວ່າ​ຂ້ອຍ​ມີ​ອິດທິພົນ​ໃນ​ສານ,

ກໍ​ຂໍ​ໃຫ້​ແຂນ​ຂອງ​ຂ້ອຍ​ຫລຸດ​ອອກ​ຈາກ​ບ່າ,

ຂໍ​ໃຫ້​ມັນ​ຫັກ​ອອກ​ຈາກ​ຂໍ້​ຕໍ່,

ເພາະ​ຂ້ອຍ​ຢ້ານກົວ​ການ​ທໍາລາຍ​ຈາກ​ພຣະເຈົ້າ,

ແລະ ເພາະ​ຂ້ອຍ​ຢຳເກງ​ສະຫງ່າລາສີ​ຂອງ​ພຣະອົງ.

ຂ້ອຍ​ຈຶ່ງ​ບໍ່​ກ້າ​ເຮັດ​ສິ່ງ​ເຊັ່ນນີ້​ໄດ້.

“ຖ້າ​ຂ້ອຍ​ໄດ້​ໄວ້ວາງໃຈ​ໃນ​ຄໍາ

ຫລື ເວົ້າ​ກັບ​ຄຳ​ບໍລິສຸດ​ວ່າ, ‘ເຈົ້າ​ເປັນ​ຄວາມ​ປອດໄພ​ຂອງ​ຂ້ອຍ’,

ຖ້າ​ຂ້ອຍ​ຊື່ນຊົມ​ຍິນດີ​ໃນ​ຄວາມ​ຮັ່ງມີ​ອັນ​ມະຫາສານ​ຂອງ​ຂ້ອຍ,

ໃນ​ຊັບສົມບັດ​ທີ່​ມື​ຂອງ​ຂ້ອຍ​ຫາ​ມາ​ໄດ້,

ຖ້າ​ຂ້ອຍ​ເບິ່ງ​ດວງ​ຕາເວັນ​ສ່ອງ​ແສງສະຫວ່າງ

ຫລື ດວງເດືອນ​ທີ່​ເຄື່ອນຍ້າຍ​ຢ່າງ​ສະຫງ່າງາມ,

ຈິດໃຈ​ຂອງ​ຂ້ອຍ​ຖືກ​ລໍ້ລວງ​ຢ່າງ​ລັບໆ

ແລະ ຂ້ອຍ​ໄດ້​ຈູບ​ມື​ໃຫ້​ຄວາມ​ເຄົາລົບ​ແກ່​ສິ່ງ​ເຫລົ່ານັ້ນ,

ສິ່ງ​ເຫລົ່ານີ້​ກໍ​ຈະ​ເປັນ​ບາບ​ທີ່​ສົມຄວນ​ແກ່​ການ​ລົງໂທດ,

ເພາະ​ຂ້ອຍ​ບໍ່​ສັດຊື່​ຕໍ່​ພຣະເຈົ້າ​ທີ່​ຢູ່​ເບື້ອງເທິງ.

“ຖ້າ​ຂ້ອຍ​ຊົມຊື່ນຍິນດີ​ໃນ​ເຄາະຮ້າຍ​ຂອງ​ສັດຕູ

ຫລື ຍິນດີ​ໃນ​ຄວາມ​ທຸກຮ້ອນ​ທີ່​ເກີດຂຶ້ນ​ກັບ​ລາວ

ຂ້ອຍ​ບໍ່​ເຄີຍ​ຍອມ​ໃຫ້​ປາກ​ຂອງ​ຂ້ອຍ​ເຮັດ​ບາບ

ໂດຍ​ສາບແຊ່ງ​ຊີວິດ​ຂອງ​ພວກເຂົາ​ໃຫ້​ມີ​ອັນ​ເປັນ​ໄປ

ຖ້າ​ຄົນ​ໃນ​ຄົວເຮືອນ​ຂອງ​ຂ້ອຍ​ບໍ່​ເຄີຍ​ເວົ້າ​ວ່າ,

‘ຜູ້ໃດ​ແດ່​ບໍ່​ໄດ້​ກິນ​ຊີ້ນ​ທີ່​ໂຢບ​ເອົາ​ມາ​ຈົນ​ອິ່ມ?’

ແຕ່​ບໍ່​ມີ​ຄົນແປກໜ້າ​ຈັກ​ຄົນ​ນອນ​ຄ້າງ​ຄືນ​ຢູ່​ຕາມ​ຖະໜົນ,

ເພາະ​ປະຕູ​ເຮືອນ​ຂອງ​ຂ້ອຍ​ເປີດ​ຕ້ອນ​ຮັບ​ຜູ້​ເດີນທາງ​ຢູ່​ສະເໝີ

ຖ້າ​ຂ້ອຍ​ປົກປິດ​ບາບ​ໄວ້​ດັ່ງ​ທີ່​ຄົນ​ໄດ້​ປະຕິບັດ,1

ໂດຍ​ເຊື່ອງ​ຄວາມຜິດ​ຂອງ​ຂ້ອຍ​ໄວ້​ໃນ​ຈິດໃຈ

ເພາະ​ຂ້ອຍ​ຢ້ານ​ຝູງຊົນ

ແລະ ຢ້ານ​ຖືກ​ດູຖູກ​ຈາກ​ຕະກຸນ​ຕ່າງໆ

ຂ້ອຍ​ກໍ​ມິດງຽບ​ຢູ່ ແລະ ຈະ​ບໍ່​ອອກ​ໄປ​ທາງ​ນອກ​ເຮືອນ

(“ຂ້ອຍ​ຢາກ​ໃຫ້​ມີ​ບາງຄົນ​ຟັງ​ຂ້ອຍ!

ບັດນີ້ ຂ້ອຍ​ຂໍ​ລົງ​ຊື່​ແກ້​ຂໍ້​ກ່າວ​ຫາ​ຂອງ​ຂ້ອຍ ຂໍ​ອົງ​ຜູ້​ມີ​ລິດ​ອໍານາດ​ຍິ່ງໃຫຍ່​ຕອບ​ຂ້ອຍ;

ຂໍ​ໃຫ້​ຜູ້ກ່າວຫາ​ຂ້ອຍ​ຂຽນ​ຄໍາກ່າວຫາ​ອອກ​ມາ​ເປັນ​ລາຍລັກອັກສອນ;

ແນ່ນອນ ຂ້ອຍ​ຈະ​ແບກ​ຄຳ​ກ່າວຫາ​ນັ້ນ​ໄວ້​ເທິງ​ບ່າ​ຂອງ​ຂ້ອຍ,

ຂ້ອຍ​ຈະ​ສວມ​ມັນ​ໄວ້​ເໝືອນດັ່ງ​ມົງກຸດ.

ຂ້ອຍ​ຈະ​ເລົ່າ​ໃຫ້​ພຣະອົງ​ຟັງ​ທຸກ​ບາດກ້າວ​ຂອງ​ຂ້ອຍ;

ຂ້ອຍ​ຈະ​ບອກ​ເລື່ອງ​ນັ້ນ​ໃຫ້​ພຣະອົງ​ຟັງ​ດັ່ງ​ເຂົ້າ​ພົບ​ຜູ້ປົກຄອງ​ຄົນໜຶ່ງ).

“ຖ້າ​ແຜ່ນດິນ​ຂອງ​ຂ້ອຍ​ຮ້ອງ​ກ່າວ​ໂທດ​ຂ້ອຍ

ແລະ ທຸກ​ຮອຍ​ໄຖ​ປຽກ​ຊຸ່ມ​ດ້ວຍ​ນ້ຳຕາ,

ຖ້າ​ຂ້ອຍ​ກິນ​ຜົນ​ຂອງ​ມັນ​ໂດຍ​ບໍ່​ຈ່າຍ​ເງິນ

ຫລື ທໍາລາຍ​ຈິດໃຈ​ຂອງ​ຜູ້​ທີ່​ເຊົ່າ,

ກໍ​ຂໍ​ໃຫ້​ກົກໜາມ​ງອກ​ຂຶ້ນ​ແທນ​ເຂົ້າຫວີດ

ແລະ ສັດຕູ​ພືດ​ງອກ​ແທນ​ເຂົ້າ​ບາເລ”

ຄໍາເວົ້າ​ຂອງ​ໂຢບ​ຈົບ​ລົງ​ບ່ອນນີ້.

Source notes (1)
  1. Footnote ຫລື ເໝືອນ​ທີ່​ອາດາມ​ໄດ້​ປະຕິບັດ

Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.

Full source notice & licence · CC BY-SA 4.0 · SourceEdition imported 2026-11-09.

BibleKenya

Reader settings

Theme
Font
Alignment
Reading width

Saved in this browser and used offline too. Press ? for keyboard shortcuts.