Skip to content
BibleKenya

Biblica® Open Lao Contemporary Version

ໂຢບ 30

“ແຕ່​ດຽວນີ້​ພວກເຂົາ​ເຢາະເຢີ້ຍ​ຂ້ອຍ,

ພວກ​ຜູ້ຊາຍ​ທີ່​ໜຸ່ມ​ກວ່າ​ຂ້ອຍ,

ເຊິ່ງ​ພໍ່​ຂອງ​ພວກເຂົາ​ກໍ​ຍັງ​ດູຖູກ​ຂ້ອຍ

ບໍ່​ໃຫ້​ຢູ່​ກັບ​ໝາ​ລ້ຽງ​ແກະ​ຂອງ​ຂ້ອຍ.

ມື​ທີ່​ເຕັມ​ໄປ​ດ້ວຍ​ກໍາລັງ​ຂອງ​ພວກເຂົາ​ມີ​ປະໂຫຍດ​ອັນໃດ​ສຳລັບ​ຂ້ອຍ,

ໃນ​ເມື່ອ​ກຳລັງ​ຂອງ​ພວກເຂົາ​ໄດ້​ຫາຍໄປ​ຈາກ​ພວກເຂົາ​ແລ້ວ?

ພວກເຂົາ​ຈ່ອຍ​ຜອມ​ເພາະ​ຄວາມ​ອົດຢາກ ແລະ ຄວາມ​ຫິວໂຫຍ,

ພວກເຂົາ​ພະເນຈອນ​ໄປ​ໃນ​ດິນແດນ​ທີ່​ແຕກ​ແຫງ

ຄື​ໃນ​ຖິ່ນແຫ້ງແລ້ງກັນດານ​ທີ່​ເປົ່າປ່ຽວ​ໃນ​ຕອນ​ກາງຄືນ.

ພວກເຂົາ​ເກັບ​ສະໝຸນໄພ​ຕາມ​ພຸ່ມໄມ້,

ແລະ ເກັບ​ຮາກ​ຕົ້ນຊາກ​ມາ​ເປັນ​ອາຫານ​ຂອງ​ພວກເຂົາ.1

ພວກເຂົາ​ຖືກ​ຂັບ​ໄລ່​ອອກ​ຈາກ​ສັງຄົມ​ມະນຸດ,

ຄົນ​ຮ້ອງ​ໃສ່​ພວກເຂົາ​ຄື​ກັບ​ວ່າ​ພວກເຂົາ​ເປັນ​ພວກໂຈນ.

ພວກເຂົາ​ຖືກ​ບັງຄັບ​ໃຫ້​ອາໄສ​ຢູ່​ຕາມ​ແມ່ນ້ຳ​ທີ່​ແຫ້ງ,

ຕາມ​ຫລືບ​ຫີນ ແລະ ຕາມ​ຫລຸມ​ຢູ່​ໃນ​ພື້ນດິນ.

ພວກເຂົາ​ສົ່ງ​ສຽງ​ຮ້ອງ​ຢູ່​ກາງ​ພຸ່ມໄມ້

ແລະ ໝູບ​ຢູ່​ກ້ອງ​ຕົ້ນ​ໄມ້​ໃຫຍ່.

ພວກເຂົາ​ເປັນ​ຄົນ​ຊົ່ວຊ້າ ແລະ ບໍ່​ມີ​ຊື່ສຽງ,

ພວກເຂົາ​ຖືກ​ຂັບໄລ່​ອອກ​ຈາກ​ແຜ່ນດິນ.

“ແລະ ບັດນີ້​ຄົນ​ໜຸ່ມ​ຂອງ​ພວກເຂົາ​ຮ້ອງເພງ​ເຢາະເຢີ້ຍ​ຂ້ອຍ;

ຂ້ອຍ​ຖືກ​ຢຽດຢາມ​ໃນ​ທ່າມກາງ​ພວກເຂົາ.

ພວກເຂົາ​ກຽດຊັງ​ຂ້ອຍ ແລະ ຢືນ​ຢູ່​ຫ່າງໆ​ຂ້ອຍ;

ພວກເຂົາ​ຖົ່ມ​ນ້ຳລາຍ​ໃສ່​ໜ້າ​ຂ້ອຍ​ຢ່າງ​ບໍ່​ລັ່ງເລ.

ບັດນີ້​ພຣະເຈົ້າ​ປົດ​ທະນູ​ຂອງ​ຂ້ອຍ ແລະ ເຮັດ​ໃຫ້​ຂ້ອຍ​ທຸກ​ທໍລະມານ,

ພວກເຂົາ​ບໍ່​ມີ​ຄວາມ​ເກງໃຈ​ຕໍ່ໜ້າ​ຂ້ອຍ.

ຂ້ອຍ​ຖືກ​ພວກເຂົາ2​ໂຈມຕີ​ເຂົ້າ​ມາ​ທາງ​ດ້ານ​ຂວາ;

ພວກເຂົາ​ວາງ​ບ້ວງແຮ້ວ​ໃສ່​ຕີນ​ຂອງ​ຂ້ອຍ,

ພວກເຂົາ​ສ້າງ​ເຄື່ອງ​ປ້ອງກັນ​ລ້ອມ​ຕໍ່ສູ້​ຂ້ອຍ.

ພວກເຂົາ​ມ້າງ​ທາງ​ໜີ​ຂອງ​ຂ້ອຍ;

ພວກເຂົາ​ທໍາລາຍ​ຂ້ອຍ​ໄດ້​ສໍາເລັດ.

ພວກເຂົາ​ເວົ້າ​ວ່າ, ‘ບໍ່​ມີ​ຜູ້ໃດ​ຊ່ວຍ​ລາວ​ໄດ້​ເລີຍ’.3

ພວກເຂົາ​ຍ່າງ​ເຂົ້າ​ໄປ​ຜ່ານ​ຊ່ອງ​ຫວ່າງ;

ພວກເຂົາ​ຍ່າງ​ບຸກ​ເຂົ້າ​ໄປ​ກາງ​ຊາກ​ຫັກ​ເພພັງ.

ຄວາມ​ຢ້ານ​ປົກຄຸມ​ຂ້ອຍ;

ກຽດ​ສັກສີ​ຂອງ​ຂ້ອຍ​ຖືກ​ພັດ​ໄປ​ດັ່ງ​ຖືກ​ລົມ​ພັດ,

ຄວາມ​ປອດໄພ​ຂອງ​ຂ້ອຍ​ຫາຍ​ໄປ​ດັ່ງ​ເມກ.

“ແລະ ບັດນີ້ ຊີວິດ​ຂອງ​ຂ້ອຍ​ຕົກຕ່ຳ​ລົງ;

ວັນ​ອັນ​ທຸກ​ທໍລະມານ​ເກາະ​ຂ້ອຍ​ໄວ້.

ກາງຄືນ​ສຽບ​ແທງ​ກະດູກ​ຂອງ​ຂ້ອຍ;

ຄວາມ​ເຈັບປວດ​ກັດກິນ​ຂ້ອຍ​ຢູ່​ບໍ່​ເຊົາ.

ໂດຍ​ລິດ​ອຳນາດ​ອັນ​ຍິ່ງໃຫຍ່​ຂອງ​ພຣະອົງ ພຣະເຈົ້າ​ກາຍ​ເປັນ​ເຄື່ອງນຸ່ງ;4

ພຣະອົງ​ມັດ​ຂ້ອຍ​ເໝືອນດັ່ງ​ຈັບ​ຄໍ​ເສື້ອ​ຂ້ອຍ​ຂອງ​ໄວ້​ຍົກ​ຂຶ້ນ;

ພຣະອົງ​ໂຍນ​ຂ້ອຍ​ລົງ​ໃນ​ຂີ້ຕົມ,

ແລະ ຂ້ອຍ​ກາຍ​ເປັນ​ເໝືອນ​ຂີ້ຝຸ່ນ ແລະ ຂີ້ເຖົ່າ.

“ຂ້າແດ່​ພຣະເຈົ້າ, ຂ້ານ້ອຍ​ຮ້ອງ​ຫາ​ພຣະອົງ, ແຕ່​ພຣະອົງ​ບໍ່​ຕອບ;

ຂ້ານ້ອຍ​ຢືນ​ຂຶ້ນ, ພຣະອົງ​ມີ​ແຕ່​ແນມ​ເບິ່ງ​ຂ້ານ້ອຍ​ເທົ່ານັ້ນ.

ພຣະອົງ​ເຮັດ​ກັບ​ຕໍ່​ຂ້ານ້ອຍ​ຢ່າງ​ໂຫດຮ້າຍ;

ພຣະອົງ​ໂຈມຕີ​ຂ້ານ້ອຍ​ດ້ວຍ​ມື​ອັນ​ມີ​ລິດ​ຂອງ​ພຣະອົງ.

ພຣະອົງ​ຍົກ​ຂ້ານ້ອຍ​ຂຶ້ນ ແລະ ໃຫ້​ລົມ​ພັດ​ຂ້ານ້ອຍ​ໄປ;

ພຣະອົງ​ໂຍນ​ຂ້ານ້ອຍ​ເຂົ້າ​ໄປ​ໃນ​ພະຍຸ.

ຂ້ານ້ອຍ​ຮູ້ວ່າ​ພຣະອົງ​ຈະ​ນຳ​ຂ້ານ້ອຍ​ລົງ​ໄປ​ສູ່​ຄວາມ​ຕາຍ,

ໄປ​ສູ່​ບ່ອນ​ທີ່​ກຳນົດ​ໄວ້​ສຳລັບ​ທຸກ​ສິ່ງ​ທີ່​ມີ​ຊີວິດ.

“ແນ່ນອນ ບໍ່​ມີ​ຜູ້ໃດ​ຍື່ນ​ມື​ເຂົ້າ​ມາ​ຊ່ວຍ​ຄົນ​ທີ່​ແຕກ​ສະຫລາຍ

ເມື່ອ​ລາວ​ຮ້ອງ​ຂໍ​ຄວາມ​ຊ່ວຍເຫລືອ​ໃນ​ຍາມ​ທີ່​ລາວ​ທຸກຍາກ​ລຳບາກ.

ຂ້ອຍ​ບໍ່​ໄດ້​ຮ້ອງໄຫ້​ເພື່ອ​ຄົນ​ທີ່​ຢູ່​ໃນ​ຄວາມ​ຍາກ​ລໍາບາກ​ບໍ?

ຈິດ​ວິນຍານ​ຂອງ​ຂ້ອຍ​ບໍ່​ໄດ້​ໂສກເສົ້າ​ເພື່ອ​ຄົນ​ທຸກຍາກ​ບໍ?

ແຕ່​ເມື່ອ​ຂ້ອຍ​ຄາດຫວັງ​ສິ່ງ​ທີ່​ດີ, ສິ່ງ​ທີ່​ຊົ່ວຮ້າຍ​ກໍ​ເກີດ​ຂຶ້ນ;

ເມື່ອ​ຂ້ອຍ​ຊອກຫາ​ຄວາມ​ສະຫວ່າງ​ຄວາມ​ມືດມົນ​ກໍ​ເຂົ້າ​ມາ.

ຈິດໃຈ​ຂອງ​ຂ້ອຍ​ປັ່ນປ່ວນ​ຢູ່​ພາຍໃນ​ບໍ່​ຢຸດ​ເຊົາ;

ຂ້ອຍ​ປະເຊີນ​ໜ້າ​ກັບ​ວັນ​ແຫ່ງ​ຄວາມ​ທຸກທໍລະມານ.

ຜິວ​ຂ້ອຍ​ດໍາ​ຄ້ຳ, ແຕ່​ບໍ່​ແມ່ນ​ເພາະ​ແສງແດດ;

ຂ້ອຍ​ຢືນ​ຂຶ້ນ​ໃນ​ບ່ອນ​ຊຸມນຸມ ແລະ ຮ້ອງຂໍ​ຄວາມ​ຊ່ວຍເຫລືອ.

ຂ້ອຍ​ກາຍ​ເປັນ​ອ້າຍນ້ອງ​ກັບ​ຝູງ​ໝາໄນ,

ແລະ ເປັນ​ໝູ່​ເພື່ອນ​ກັບ​ນົກເຄົ້າ.

ຜິວໜັງ​ຂອງ​ຂ້ອຍ​ດຳ​ໄໝ້ ແລະ ລອກ​ອອກ;

ຮ່າງກາຍ​ຂອງ​ຂ້ອຍ​ຮ້ອນ​ດ້ວຍ​ໄຂ້.

ສຽງ​ພິນ​ຂອງ​ຂ້ອຍ​ກໍ​ກາຍ​ເປັນ​ສຽງ​ຄວນຄາງ,

ແລະ ສຽງ​ປີ່​ຂອງ​ຂ້ອຍ​ກາຍ​ເປັນ​ສຽງ​ຮ້ອງໄຫ້.

Source notes (4)
  1. Footnote ຫລື ເຊື້ອ​ເພີງ
  2. Footnote ຫລື ເຜົ່າ​ນັ້ນ ໃນ​ພາສາ​ເຮັບເຣີ​ຄຳ​ນີ້​ມີ​ຄວາມຫມາຍ​ບໍ່​ຊັດເຈນ
  3. Footnote ຫລື ແລະ ທຳລາຍ​ລ້າງ​ຂ້າ ໂດຍ​ບໍ່​ຕ້ອງ​ມີ​ຜູ້ໃດ​ຊ່ວຍ​ພວກ​ພວກເຂົາ
  4. Footnote ພາສາ​ເຮັບເຣີ ສະບັບ ເຊັບຕູອາຈິນ ອຳນາດ ພຣະອົງ​ດຶງ​ເຄື່ອງນຸ່ງ​ຂອງ​ຂ້ອຍ​ອອກ

Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.

Full source notice & licence · CC BY-SA 4.0 · SourceEdition imported 2026-11-09.

BibleKenya

Reader settings

Theme
Font
Alignment
Reading width

Saved in this browser and used offline too. Press ? for keyboard shortcuts.