Biblica® Open Lao Contemporary Version
ໂຢບ 29
ການກ່າວແກ້ເທື່ອສຸດທ້າຍຂອງໂຢບ
ໂຢບໄດ້ກ່າວຕໍ່ໄປວ່າ:
“ຂ້ອຍຄິດຮອດປີເດືອນທີ່ຜ່ານໄປ,
ຄືວັນເວລາທີ່ພຣະເຈົ້າເຝົ້າເບິ່ງຂ້ອຍ,
ເມື່ອຕະກຽງຂອງພຣະອົງສ່ອງຢູ່ເທິງຫົວຂອງຂ້ອຍ
ແລະ ໂດຍຄວາມສະຫວ່າງຂອງພຣະອົງຂ້ອຍເດີນຜ່ານຄວາມມືດໄປໄດ້!
ໂອ, ໃນວັນເວລາທີ່ຂ້ອຍຍັງຈະເລີນຮຸ່ງເຮືອງ,
ເມື່ອມິດຕະພາບອັນສະໜິດແໜ້ນຂອງພຣະເຈົ້າໄດ້ອວຍພອນແກ່ເຮືອນຂອງຂ້ອຍ,
ເມື່ອອົງຜູ້ມີລິດອໍານາດຍິ່ງໃຫຍ່ຍັງສະຖິດຢູ່ກັບຂ້ອຍ
ແລະ ລູກຫລານຂອງຂ້ອຍກໍຢູ່ອ້ອມຂ້ອຍ,
ເມື່ອເສັ້ນທາງຂອງຂ້ອຍກໍປຽກຊຸ່ມດ້ວຍຄວາມຈະເລີນຮຸ່ງເຮືອງ1
ແລະ ຜາຫີນກໍມີນ້ຳມັນໝາກກອກໄຫລອອກມາໃຫ້ຂ້ອຍ.
“ເມື່ອຂ້ອຍໄປທີ່ປະຕູເມືອງ
ແລະ ນັ່ງລົງໃນລານທີ່ສາທາລະນະ,
ພວກຄົນໜຸ່ມເຫັນຂ້ອຍກໍຫລີກທາງໃຫ້
ແລະ ຜູ້ເຖົ້າກໍລຸກຂຶ້ນຢືນຕ້ອນຮັບຂ້ອຍ;
ຜູ້ນຳກໍຢຸດຈາກການເວົ້າຈາ
ແລະ ເອົາມືປິດປາກຂອງພວກເຂົາໄວ້;
ສຽງຂອງບັນດາຂຸນນາງກໍຢຸດລົງ,
ແລະ ລີ້ນຂອງພວກເຂົາແຕະເພດານປາກຂອງພວກເຂົາ.
ທຸກຄົນທີ່ໄດ້ຍິນຂ້ອຍກໍເວົ້າຈາກັບຂ້ອຍດີໆ,
ແລະ ຄົນທີ່ເຫັນຂ້ອຍກໍຍົກຍ້ອງຂ້ອຍ,
ເພາະຂ້ອຍຊ່ວຍເຫລືອຄົນທຸກທີ່ຮ້ອງຂໍຄວາມຊ່ວຍເຫລືອ,
ແລະ ຊ່ວຍລູກກຳພ້າທີ່ບໍ່ມີຜູ້ໃດຊ່ວຍພວກເຂົາ.
ຄົນທີ່ກໍາລັງຈະຕາຍໄດ້ອວຍພອນຂ້ອຍ;
ຂ້ອຍເຮັດໃຫ້ຫົວໃຈຂອງແມ່ໝ້າຍຮ້ອງເພງ.
ຂ້ອຍສວມຄວາມຊອບທຳເໝືອນດັ່ງເຄື່ອງນຸ່ງ;
ຄວາມຍຸຕິທຳເປັນເສື້ອຄຸມ ແລະ ຜ້າປົກຫົວຂອງຂ້ອຍ.
ຂ້ອຍເປັນຕາໃຫ້ກັບຄົນຕາບອດ
ແລະ ເປັນຕີນໃຫ້ກັບຄົນເປ້ຍ.
ຂ້ອຍເປັນພໍ່ໃຫ້ກັບຄົນຂັດສົນ;
ແລະ ແກ້ຄະດີໃຫ້ກັບຄົນແປກໜ້າ.
ຂ້ອຍຫັກແຂ້ວຂອງຄົນຊົ່ວຮ້າຍ
ແລະ ຊ່ວຍຜູ້ທີ່ເປັນເຫຍື່ອອອກມາຈາກປາກຂອງພວກເຂົາ.
“ຂ້ອຍຄິດວ່າ, ‘ຂ້ອຍຈະຕາຍຢູ່ໃນເຮືອນຂອງຂ້ອຍເອງ,
ວັນເວລາຂອງຂ້ອຍມີຫລວງຫລາຍດັ່ງເມັດດິນຊາຍ.
ຮາກຂອງຂ້ອຍຈະຢັ່ງເຖິງນ້ຳ,
ແລະ ນ້ຳໝອກຈະຕົກລົງໃສ່ກິ່ງກ້ານຂອງຂ້ອຍຕະຫລອດຄືນ.
ກຽດສັກສີຂອງຂ້ອຍຈະບໍ່ຈາງຫາຍໄປ;
ລູກທະນູຢູ່ໃນມືຂອງຂ້ອຍຈະໃໝ່ຢູ່ສະເໝີ’.
“ຄົນຟັງຂ້ອຍຢ່າງຈົດຈໍ່,
ລໍຄອຍຢ່າງສະຫງົບເພື່ອຟັງຄຳແນະນຳຂອງຂ້ອຍ,
ຫລັງຈາກທີ່ຂ້ອຍໄດ້ເວົ້າແລ້ວ, ພວກເຂົາກໍບໍ່ເວົ້າອັນໃດອີກ;
ຄຳເວົ້າຂອງຂ້ອຍກໍອ່ອນໂຍນເມື່ອພວກເຂົາໄດ້ຍິນ.
ພວກເຂົາລໍຖ້າຂ້ອຍເໝືອນດັ່ງຄອຍຖ້ານໍ້າຝົນ
ແລະ ດື່ມຄຳເວົ້າຂອງຂ້ອຍເໝືອນດັ່ງນໍ້າຝົນໃນລະດູໃບໄມ້ປົ່ງ.
ເມື່ອຂ້ອຍຍິ້ມໃສ່ພວກເຂົາ, ພວກເຂົາບໍ່ເຊື່ອໝັ້ນໃນຕົນເອງ;
ໃບໜ້າຍິ້ມແຍ້ມແຈ່ມໃສຂອງຂ້ອຍມີຄຸນຄ່າຕໍ່ພວກເຂົາ.2
ຂ້ອຍເລືອກທາງໃຫ້ພວກເຂົາ ແລະ ນັ່ງເປັນຫົວໜ້າຂອງພວກເຂົາ;
ຂ້ອຍຢູ່ບ່ອນນັ້ນດັ່ງເປັນກະສັດຢູ່ທ່າມກາງກອງທັບຂອງເພິ່ນ;
ຂ້ອຍເປັນເໝືອນຜູ້ເລົ້າໂລມໃຈບັນດາຜູ້ທີ່ໄວ້ທຸກ.
Source notes (2)
- Footnote ຫລື ເມື່ອທາງຂອງຂ້ອຍປຽກຊຸ່ມດ້ວຍຄຣີມ
- Footnote ໃນພາສາເຮັບເຣີວັກນີ້ມີຄວາມຫມາຍບໍ່ຊັດເຈນ
Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.
Full source notice & licence · CC BY-SA 4.0 · SourceEdition imported 2026-11-09.