Biblica® Open Lao Contemporary Version
ໂຢບ 28
ປັນຍາຖືກຄົ້ນພົບໄດ້ຢູ່ໃສ
“ມີເໝືອງເງິນ
ແລະ ມີບ່ອນຫລອມຄຳ.
ເຫລັກໄດ້ມາຈາກພື້ນດິນ,
ແລະ ທອງແດງຫລອມມາຈາກແຮ່ທາດ.
ມະນຸດໄລ່ຄວາມມືດອອກໄປ;
ພວກເຂົາຄົ້ນຫາໃນບ່ອນທີ່ຫ່າງໄກບໍ່ຢຸດບໍ່ເຊົາ.
ເພາະບໍ່ແຮ່ຢູ່ໃນບ່ອນທີ່ມືດທີ່ສຸດ
ຫ່າງໄກຈາກບ່ອນທີ່ມະນຸດອາໄສ ພວກເຂົາຂຸດທາງລອດພື້ນ,
ໃນບ່ອນທີ່ຕີນຂອງມະນຸດບໍ່ໄດ້ຢຽບເຂົ້າໄປ;
ພວກເຂົາຫ້ອຍ ແລະ ແກວ່ງໄກວໄປມາໃນບ່ອນຫ່າງໄກຈາກຄົນ.
ອາຫານມາຈາກແຜ່ນດິນໂລກ,
ເບື້ອງລຸ່ມຖືກຫລອມເໝືອນດັ່ງໄຟເຜົາ;
ແກ້ວໄພທູນມາຈາກຫີນຂອງມັນ,
ແລະ ຂີ້ຝຸ່ນດິນກໍປະກອບດ້ວຍກ້ອນຄຳ.
ບໍ່ມີນົກລ່າເຫຍື່ອໂຕໃດຮູ້ເສັ້ນທາງທີ່ເຊື່ອງຢູ່ນັ້ນ,
ບໍ່ມີຕາຂອງແຫລວໂຕໃດໄດ້ເຫັນມັນ.
ສັດຮ້າຍທີ່ສະຫງ່າງາມບໍ່ຍ່າງຜ່ານໄປທີ່ນັ້ນ.
ແລະ ບໍ່ມີສິງຜູ້ໂຕໃດຜ່ານໄປທີ່ນັ້ນ.
ມະນຸດທຳລາຍໂງ່ນຫີນທີ່ແຂງດ້ວຍມືຂອງຕົນ
ແລະ ຂຸດຮາກຂອງບັນດາພູເຂົາ.
ພວກເຂົາຂຸດອຸບໂມງທະລຸຜາຫີນ;
ແລະ ຕາຂອງພວກເຂົາເຫັນຂອງມີຄ່າທັງໝົດຢູ່ໃນນັ້ນ.
ພວກເຂົາຄົ້ນຫາ1ແຫລ່ງກໍາເນີດຂອງແມ່ນໍ້າທັງຫລາຍ
ແລະ ນຳສິ່ງທີ່ເຊື່ອງໄວ້ນັ້ນອອກມາສູ່ແສງແຈ້ງ.
“ແຕ່ຈະພົບປັນຍາໄດ້ຢູ່ໃສ?
ຄວາມເຂົ້າໃຈຢູ່ບ່ອນໃດ?
ບໍ່ມີມະນຸດຄົນໃດເຂົ້າໃຈເຖິງຄຸນຄ່າຂອງປັນຍາ;
ມັນບໍ່ສາມາດຖືກພົບໄດ້ໃນດິນແດນຂອງຄົນທີ່ມີຊີວິດ.
ຄວາມເລິກເວົ້າວ່າ, ‘ມັນບໍ່ໄດ້ຢູ່ໃນຂ້ອຍ’;
ທະເລເວົ້າວ່າ, ‘ມັນບໍ່ໄດ້ຢູ່ກັບຂ້ອຍ’.
ປັນຍາບໍ່ສາມາດຊື້ດ້ວຍຄຳຊັ້ນດີ,
ຫລື ສາມາດຕີລາຄາເປັນເງິນໄດ້.
ບໍ່ສາມາດຊື້ປັນຍາດ້ວຍຄຳແຫ່ງເມືອງໂອຟີ,
ດ້ວຍຫີນໂກເມນ ຫລື ແກ້ວໄພທູນ.
ບໍ່ວ່າຄຳ ຫລື ແກ້ວກໍບໍ່ສາມາດປຽບທຽບກັບປັນຍາໄດ້.
ຫລື ເຄື່ອງເພັດພອຍ ຫລື ຄໍາກໍບໍ່ອາດແລກປ່ຽນໄດ້,
ຫີນປະກາລັງ ແລະ ມະນີໂຊດກໍບໍ່ມີຄຸນຄ່າທີ່ຈະກ່າວເຖິງ;
ຄຸນຄ່າຂອງປັນຍາສູງກວ່າທັບທິມ.
ບຸດສະລາຄຳແຫ່ງກູເຊກໍບໍ່ສາມາດປຽບທຽບກັບປັນຍາໄດ້;
ບໍ່ສາມາດຊື້ປັນຍາດ້ວຍຄຳບໍລິສຸດໄດ້.
“ແລ້ວປັນຍາມາຈາກໃສ?
ຄວາມເຂົ້າໃຈຢູ່ບ່ອນໃດ?
ມັນຖືກເຊື່ອງຈາກສາຍຕາຂອງທຸກສິ່ງທີ່ມີຊີວິດ,
ແລະ ຖືກປິດບັງໄວ້ແມ່ນແຕ່ຈາກນົກຢູ່ໃນທ້ອງຟ້າ.
ຄວາມພິນາດຈິບຫາຍ ແລະ ຄວາມຕາຍເວົ້າວ່າ,
‘ພວກເຮົາໄດ້ຍິນພຽງແຕ່ຂ່າວຊ່າລືກັນເທົ່ານັ້ນ’.
ພຣະເຈົ້າເຂົ້າໃຈທາງສູ່ປັນຍາ
ແລະ ພຣະອົງພຽງຜູ້ດຽວເທົ່ານັ້ນທີ່ຮູ້ວ່າປັນຍາຢູ່ໃສ,
ເພາະພຣະອົງແນມເຫັນຮອດສຸດປາຍແຜ່ນດິນໂລກ
ແລະ ເຫັນທຸກສິ່ງພາຍໃຕ້ຟ້າສະຫວັນ.
ເມື່ອພຣະເຈົ້າກຳນົດກໍາລັງຂອງລົມ
ແລະ ຊັ່ງຕວງນ້ຳ,
ເມື່ອພຣະອົງຕັ້ງກົດເກນໃຫ້ຝົນ
ແລະ ຈັດທາງໃຫ້ແກ່ແສງຟ້າແມບຜ່າຜ່ານ,
ແລ້ວພຣະອົງແນມເບິ່ງປັນຍາ ແລະ ໄດ້ປະເມີນຄ່າມັນ;
ພຣະອົງຢືນຢັນ ແລະ ທົດສອບປັນຍາ.
ແລະ ພຣະອົງກໍກ່າວຕໍ່ມວນມະນຸດວ່າ,
‘ການຢຳເກງອົງພຣະຜູ້ເປັນເຈົ້ານັ້ນຄືປັນຍາ,
ແລະ ການຫລີກໜີຈາກຄວາມຊົ່ວຄືຄວາມເຂົ້າໃຈ’ ”.
Source notes (1)
- Footnote ພາສາເຮັບເຣີວ່າ ພວກເຂົາເຮັດເຂື່ອນກັ້ນ
Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.
Full source notice & licence · CC BY-SA 4.0 · SourceEdition imported 2026-11-09.