Biblica® Open Lao Contemporary Version
ໂຢບ 27
ຄໍາເວົ້າສຸດທ້າຍຂອງໂຢບຕໍ່ໝູ່ພື່ອນຂອງລາວ
ແລະ ໂຢບໄດ້ກ່າວຕໍ່ໄປວ່າ:
“ຕາບໃດທີ່ພຣະເຈົ້າມີຊີວິດຢູ່, ພຣະອົງໄດ້ປະຕິເສດທີ່ຈະໃຫ້ຄວາມຍຸຕິທຳແກ່ຂ້ານ້ອຍ,
ອົງຜູ້ມີລິດອໍານາດຍິ່ງໃຫຍ່, ຜູ້ເຮັດໃຫ້ຊີວິດຂອງຂ້ານ້ອຍຂົມຂື່ນ,
ຕາບໃດທີ່ຂ້ານ້ອຍຍັງມີຊີວິດຢູ່,
ລົມຫາຍໃຈຂອງພຣະເຈົ້າກໍຢູ່ໃນຮູດັງຂອງຂ້ານ້ອຍ,
ສົບຂອງຂ້ານ້ອຍຈະບໍ່ເວົ້າຄໍາຊົ່ວອັນໃດ.
ແລະ ລີ້ນຂອງຂ້ານ້ອຍຈະບໍ່ກ່າວຄຳຫລອກລວງ.
ຂ້ອຍຈະບໍ່ມີທາງຍອມຮັບວ່າພວກເຈົ້າເປັນຝ່າຍຖືກ;
ຈົນກວ່າຂ້ອຍຕາຍໄປ, ຂ້ອຍຈະບໍ່ຢຸດທີ່ຈະຮັກສາຄວາມສັດຊື່ຂອງຂ້ອຍ.
ຂ້ອຍຈະຮັກສາຄວາມບໍລິສຸດຂອງຂ້ອຍໄວ້ ແລະ ບໍ່ມີວັນປ່ອຍມັນໄປ;
ຈິດສໍານຶກຂອງຂ້ອຍຈະບໍ່ຕຳໜິຂ້ອຍຕາບໃດທີ່ຂ້ອຍຍັງມີຊີວິດຢູ່.
“ຂໍໃຫ້ສັດຕູຂອງຂ້ອຍເປັນເໝືອນຄົນຊົ່ວ,
ຂໍໃຫ້ຄົນທີ່ຕໍ່ສູ້ຂ້ອຍເປັນເໝືອນຄົນອະທຳ!
ເພາະຄົນບໍ່ເຊື່ອຖືພຣະເຈົ້າຈະມີຄວາມຫວັງອັນໃດເມື່ອພວກເຂົາຖືກຕັດຂາດ,
ເມື່ອພຣະເຈົ້າເອົາຊີວິດຂອງພວກເຂົາໄປ?
ເມື່ອຄວາມທຸກລຳບາກມາເຖິງພວກເຂົາ
ພຣະເຈົ້າຟັງສຽງຮ້ອງໄຫ້ຂອງພວກເຂົາຢູ່ບໍ?
ພວກເຂົາຈະພົບຊື່ນຊົມຍິນດີໃນອົງຜູ້ມີລິດອໍານາດຍິ່ງໃຫຍ່ໄດ້ບໍ?
ພວກເຂົາຈະຮ້ອງຫາພຣະເຈົ້າຕະຫລອດເວລາໄດ້ບໍ່?
“ຂ້ອຍຈະສັ່ງສອນພວກເຈົ້າເຖິງເລື່ອງລິດອຳນາດຂອງພຣະເຈົ້າ;
ຂ້ອຍຈະບໍ່ປິດບັງວິຖີທາງຂອງອົງຜູ້ມີລິດອໍານາດຍິ່ງໃຫຍ່.
ພວກເຈົ້າທຸກຄົນກໍເຫັນສິ່ງທັງໝົດນີ້ດ້ວຍຕົນເອງແລ້ວ.
ເປັນຫຍັງຈຶ່ງເວົ້າແບບໄຮ້ສາລະແບບນີ້?
“ນີ້ຄືຊະຕາກຳທີ່ພຣະເຈົ້າກຳນົດໃຫ້ແກ່ຄົນຊົ່ວຮ້າຍ,
ແລະ ເປັນມໍລະດົກທີ່ຄົນໂຫດຮ້າຍໄດ້ຮັບຈາກອົງຜູ້ມີລິດອໍານາດຍິ່ງໃຫຍ່ດັ່ງນີ້:
ເຖິງແມ່ນວ່າລູກຫລານຂອງພວກເຂົາຈະມີຫລວງຫລາຍ, ແຕ່ຊະຕາກໍາຂອງພວກເຂົາຈະຖືກຄົມດາບ;
ເຊື້ອສາຍຂອງພວກເຂົາຈະບໍ່ມີວັນໄດ້ກິນອິ່ມ.
ພວກທີ່ລອດຊີວິດຈາກພຣະອົງຈະຖືກຝັງດ້ວຍໂລກລະບາດ,
ແລະ ເມຍໝ້າຍຂອງພວກເຂົາຈະບໍ່ຮ້ອງໄຫ້ໃຫ້ກັບພວກເຂົາ.
ແມ່ນວ່າຄົນຊົ່ວຮ້າຍສະສົມເງິນໄວ້ຢ່າງຫລວງຫລາຍດັ່ງຂີ້ຝຸ່ນດິນ
ແລະ ມີເຄື່ອງນຸ່ງດັ່ງກອງດິນໜຽວ,
ສິ່ງທີ່ພວກເຂົາສະສົມໄວ້ຄົນຊອບທຳຈະໄດ້ນຸ່ງຫົ່ມ,
ແລະ ຄົນບໍ່ມີຄວາມຜິດຈະເອົາເງິນຂອງພວກເຂົາມາແບ່ງປັນກັນ.
ເຮືອນທີ່ພວກເຂົາສ້າງຂຶ້ນກໍເປັນເໝືອນຮັງຂອງດັກແດ້,
ເໝືອນດັ່ງຕູບທີ່ຄົນເຝົ້າຍາມສ້າງຂຶ້ນ.
ພວກເຂົານອນລົງເທິງຄວາມຮັ່ງມີ, ແຕ່ຈະບໍ່ໄດ້ເຮັດເຊັ່ນນັ້ນອີກຕໍ່ໄປ;
ເມື່ອພວກເຂົາມືນຕາຂຶ້ນມາ, ທຸກຢ່າງກໍສູນຫາຍໄປໝົດ.
ຄວາມຢ້ານໂຈມຕີພວກເຂົາເໝືອນດັ່ງນ້ຳຖ້ວມ;
ພະຍຸພັດພວກເຂົາໄປໃນຕອນກາງຄືນ.
ລົມຈາກຕາເວັນອອກພັດພວກເຂົາຫາຍໄປ, ແລະ ພວກເຂົາກໍຈາກໄປ;
ມັນກວາດພວກເຂົາອອກໄປຈາກບ່ອນຢູ່ຂອງພວກເຂົາ;
ມັນແລ່ນເຂົ້າຫາພວກເຂົາຢ່າງບໍ່ມີຄວາມປານີ
ຂະນະທີ່ພວກເຂົາພະຍາຍາມຈະຫລົບໜີໃຫ້ພົ້ນອຳນາດຂອງມັນ.
ມັນກໍຕົບມືເຢາະເຍີ້ຍ
ແລະ ສົ່ງສຽງຂົ່ມຂູ່ພວກເຂົາໃຫ້ໄປຈາກບ່ອນຢູ່ຂອງພວກເຂົາ.
Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.
Full source notice & licence · CC BY-SA 4.0 · SourceEdition imported 2026-11-09.