Biblica® Open Lao Contemporary Version
ໂຢບ 26
ໂຢບ
ແລ້ງໂຢບໄດ້ຕອບວ່າ:
“ພວກເຈົ້າຊ່ວຍຄົນຂາດກຳລັງໄດ້ຫລາຍແທ້!
ພວກເຈົ້າໄດ້ຊ່ວຍຍົກຊູແຂນທີ່ອ່ອນກໍາລັງໄດ້ດີຫລາຍ!
ຄຳແນະນຳທີ່ພວກເຈົ້າໃຫ້ແກ່ຄົນບໍ່ມີປັນຍານັ້ນຊ່າງດີເຫລືອຫລາຍ!
ແລະ ພວກເຈົ້າສະແດງຄວາມເຂົ້າໃຈທີ່ເລິກເຊິ່ງໄດ້ແນວໃດ!
ຜູ້ໃດຊ່ວຍໃຫ້ພວກເຈົ້າເວົ້າຄໍາເຫລົ່ານີ້ອອກມາແບບນີ້ໄດ້?
ແລະ ວິນຍານດວງໃດທີ່ເວົ້າອອກມາຈາກປາກຂອງພວກເຈົ້າ?
“ຄົນຕາຍນັ້ນກໍຈົມຢູ່ໃນທຸກທໍລະມານຢ່າງໜັກໜ່ວງ,
ບັນດາຄົນທີ່ຢູ່ໃຕ້ນໍ້າ ແລະ ທຸກຄົນທີ່ອາໄສຢູ່ໃນນັ້ນ.
ແດນມໍລະນາກໍເປີດໂລ່ງຕໍ່ໜ້າພຣະເຈົ້າ;
ຄວາມພິນາດຈິບຫາຍບໍ່ມີອັນໃດປົກປິດ.
ພຣະເຈົ້າຜືທ້ອງຟ້າອອກທາງດ້ານເໜືອເໜືອບ່ອນວ່າງເປົ່າ;
ພຣະອົງແຂວນໂລກໄວ້ໂດຍບໍ່ມີສິ່ງໃດເລີຍ.
ພຣະອົງຫຸ້ມຫໍ່ນ້ຳໄວ້ໃນເມກຂອງພຣະອົງ,
ແຕ່ເມກກໍບໍ່ໄດ້ແຕກກະຈາຍອອກເພາະນ້ຳໜັກຂອງມັນ.
ພຣະອົງປົກບັງແສງຂອງເດືອນເຕັມດວງ,
ໂດຍກະຈາຍເມກຂອງພຣະອົງປົກຄຸມມັນໄວ້.
ພຣະອົງກຳນົດເສັ້ນຂອບຟ້າເທິງໜ້ານໍ້າ
ເປັນເຂດແດນລະຫວ່າງຄວາມສະຫວ່າງກັບຄວາມມືດ.
ເສົາຂອງຟ້າສະຫວັນສັ່ນຄອນ,
ຕົກຕະລຶງເມື່ອພຣະອົງຕຳໜິ.
ພຣະອົງເຮັດໃຫ້ທະເລສະຫງົບລົງໂດຍລິດອຳນາດຂອງພຣະອົງ;
ພຣະອົງຕັດຣາຮາບອອກເປັນຕ່ອນໆໂດຍພຣະປັນຍາຂອງພຣະອົງ.
ທ້ອງຟ້າກໍແຈ່ມໃສໂດຍລົມຫາຍໃຈຂອງພຣະອົງ;
ມືຂອງພຣະອົງໄດ້ແທງພະຍາງູທີ່ກຳລັງເລືອໄປ.
ແລະ ສິ່ງເຫລົ່ານີ້ເປັນພຽງສິ່ງເລັກນ້ອຍໆທີ່ພຣະອົງໄດ້ກະທຳ
ເປັນພຽງສຽງຊິ່ມເບົາໆທີ່ພວກເຮົາໄດ້ຍິນກ່ຽວກັບພຣະອົງເທົ່ານັ້ນ!
ແລ້ວຜູ້ໃດຈະສາມາດເຂົ້າໃຈຄວາມຍິ່ງໃຫຍ່ແຫ່ງລິດອຳນາດຂອງພຣະອົງໄດ້?”
Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.
Full source notice & licence · CC BY-SA 4.0 · SourceEdition imported 2026-11-09.