Skip to content
BibleKenya

Biblica® Open Lao Contemporary Version

ໂຢບ 25

ບິນດາດ

ແລ້ວ​ບິນດາດ​ຊາວ​ຊູອາ​ໄດ້​ຕອບ​ວ່າ:

“ການ​ປົກຄອງ ແລະ ຄວາມ​ຢໍາເກງ​ເປັນ​ຂອງ​ພຣະເຈົ້າ;

ພຣະອົງ​ສະຖາປະນາ​ຄວາມ​ເປັນ​ລະບຽບ​ໄວ້​ໃນ​ບ່ອນ​ສູງ​ແຫ່ງ​ຟ້າສະຫວັນ.

ກອງກໍາລັງ​ຂອງ​ພຣະອົງ​ສາມາດ​ນັບ​ໄດ້​ບໍ?

ມີ​ຜູ້ໃດ​ແດ່​ທີ່​ແສງສະຫວ່າງ​ຂອງ​ພຣະອົງ​ສ່ອງ​ໄປ​ບໍ່​ເຖິງ?

ມະນຸດ​ຈະ​ເປັນ​ຄົນ​ຊອບທຳ​ຕໍ່ໜ້າ​ພຣະເຈົ້າ​ໄດ້​ຢ່າງໃດ?

ຄົນ​ທີ່​ເກີດ​ຈາກ​ຜູ້ຍິງ​ຈະ​ບໍລິສຸດ​ໄດ້​ຢ່າງໃດ?

ແມ່ນແຕ່​ດວງເດືອນ​ກໍ​ບໍ່​ແຈ້ງ

ແລະ ດວງດາວ​ກໍ​ບໍ່​ບໍລິສຸດ​ໃນ​ສາຍຕາ​ຂອງ​ພຣະອົງ,

ມະນຸດ​ເປັນ​ພຽງ​ໂຕ​ດັກແດ້,

ມະນຸດ​ເປັນ​ພຽງ​ໂຕ​ໜອນ​ຫລາຍ​ກວ່າ​ນັ້ນ​ຈັກ​ເທົ່າ​ໃດ!”

Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.

Full source notice & licence · CC BY-SA 4.0 · SourceEdition imported 2026-11-09.

BibleKenya

Reader settings

Theme
Font
Alignment
Reading width

Saved in this browser and used offline too. Press ? for keyboard shortcuts.