Biblica® Open Lao Contemporary Version
ໂຢບ 24
“ເປັນຫຍັງອົງຜູ້ມີລິດອໍານາດຍິ່ງໃຫຍ່ຈຶ່ງບໍ່ກຳນົດເວລາໄວ້ເພື່ອພິພາກສາ?
ເປັນຫຍັງບັນດາຜູ້ທີ່ຮູ້ຈັກພຣະອົງຊອກຫາວັນເວລາເຊັ່ນນັ້ນໂດຍບໍ່ມີປະໂຫຍດ?
ມີຄົນຍ້າຍຫລັກເຂດແດນ;
ພວກເຂົາລ້ຽງຝູງແກະທີ່ພວກໄດ້ລັກມາ.
ພວກເຂົາປຸ້ນເອົາລໍຂອງລູກກຳພ້າ.
ແລະ ຢຶດງົວຂອງແມ່ໝ້າຍເປັນຂອງຄ້ຳປະກັນ.
ພວກເຂົາຂັບໄລ່ຄົນຂັດສົນອອກໄປໃຫ້ພົ້ນຈາກທາງ
ແລະ ບັງຄັບຄົນຂັດສົນທຸກຄົນໃນດິນແດນໃຫ້ໄປລີ້ຊ່ອນ.
ດັ່ງລໍປ່າໃນຖິ່ນແຫ້ງແລ້ງກັນດານ,
ຄົນທຸກຍາກຕ້ອງອອກໄປຫາອາຫານຢ່າງຍາກລໍາບາກ;
ໃນຖິ່ນແຫ້ງແລ້ງກັນດານເພື່ອລ້ຽງລູກຂອງຕົນ.
ພວກເຂົາເກັບອາຫານສັດຢູ່ຕາມທົ່ງນາ
ແລະ ເກັບເລັມໝາກອະງຸ່ນທີ່ລົ່ນໃນສວນອະງຸ່ນຂອງຄົນຊົ່ວຮ້າຍ.
ພວກເຂົານອນເປືອຍກາຍໂດຍບໍ່ມີເຄື່ອງນຸ່ງໃນຍາມກາງຄືນ;
ພວກເຂົາບໍ່ມີຫຍັງມາຫົ່ມຕົນເອງໃນຍາມໜາວ.
ຮ່າງກາຍຂອງພວກເຂົາປຽກຊຸ່ມໄປດ້ວຍຝົນຈາກພູເຂົາ
ແລະ ກອດກ້ອນຫີນໄວ້ເພາະບໍ່ມີບ່ອນກຳບັງ.
ລູກກຳພ້າຖືກພາກໄປຈາກເອິກແມ່;
ເດັກນ້ອຍຂອງຄົນທຸກຍາກຖືກຈັບໄປເພາະເປັນໜີ້.
ພວກເຂົາຈຶ່ງຕ້ອງອອກໄປດ້ວຍການເປືອຍກາຍບໍ່ມີເຄື່ອງນຸ່ງ;
ພວກເຂົາຫາມຟ່ອນເຂົ້າທັງທີ່ຍັງຫິວເຂົ້າຢູ່.
ພວກເຂົາບີບໝາກກອກເທດເປັນຢູ່ຕາມທົ່ງທີ່ເປັນຊັ້ນ;1
ແລະ ພວກເຂົາຢຽບໝາກອະງຸ່ນ, ແຕ່ພວກເຂົາຍັງທຸກທໍລະມານດ້ວຍຄວາມຫິວ.
ສຽງຄວນຄາງຂອງຄົນໃກ້ຕາຍດັງຂຶ້ນມາຈາກເມືອງ,
ແລະ ຈິດວິນຍານຂອງຜູ້ບາດເຈັບຮ້ອງອ້ອນວອນຂໍຄວາມຊ່ວຍເຫລືອ.
ແຕ່ພຣະເຈົ້າບໍ່ເອົາຜິດກັບຜູ້ໃດ.
“ມີພວກທີ່ກະບົດຕໍ່ຄວາມສະຫວ່າງ,
ຜູ້ທີ່ບໍ່ຮູ້ຈັກທາງນັ້ນ
ແລະ ບໍ່ຍອມດຳເນີນໃນທາງຂອງຄວາມສະຫວ່າງນັ້ນ.
ເມື່ອແສງຕາເວັນໝົດໄປແລ້ວ, ຄາດຕະກອນກໍລຸກຂຶ້ນ,
ຂ້າຄົນທຸກຍາກ ແລະ ຄົນຂັດສົນ,
ແລະ ໃນຕອນກາງຄືນພວກເຂົາຈອບອອກໄປເໝືອນຂະໂມຍ.
ຕາຂອງຄົນຫລີ້ນຊູ້ລໍຄອຍເວລາຄ່ຳ;
ລາວຄິດວ່າ, ‘ບໍ່ມີຜູ້ໃດເຫັນຂ້ອຍ’,
ແລະ ລາວປົກປິດໜ້າຂອງຕົນໄວ້.
ໃນຕອນກາງຄືນ, ພວກຂະໂມຍລັກເຂົ້າໄປໃນເຮືອນ,
ແຕ່ຕອນກາງເວັນພວກເຂົາກໍເກັບໂຕຢູ່ໃນ;
ພວກເຂົາບໍ່ຢາກຫຍຸ້ງກ່ຽວກັບຄວາມສະຫວ່າງ.
ສຳລັບພວກເຂົາທຸກຄົນ, ຄວາມມືດສະໜິດເປັນຍາມເຊົ້າຂອງພວກເຂົາ;2
ພວກເຂົາເປັນມິດກັບຄວາມມືດອັນໜ້າຢ້ານກົວ.3
“ເຖິງປານນັ້ນພວກເຂົາເປັນຟອດນໍ້າທີ່ຢູ່ເທິງໜ້ານ້ຳ;
ດິນແດນທີ່ເປັນສ່ວນຂອງພວກເຂົາກໍຖືກສາບແຊ່ງ,
ສະນັ້ນ ຈຶ່ງບໍ່ມີຜູ້ໃດໄປທີ່ສວນອະງຸ່ນ.
ຄວາມຮ້ອນເອົ້າ ແລະ ຄວາມແຫ້ງແລ້ງດູດຫິມະໃຫ້ລະລາຍໄປສັນໃດ,
ຂຸມຝັງສົບກໍດຶງຜູ້ທີ່ເຮັດບາບໄປສັນນັ້ນ.
ມົດລູກຂອງແມ່ກໍລືມພວກເຂົາ,
ໂຕໜອນລຸມກັດກິນພວກເຂົາ;
ຄົນຊົ່ວຮ້າຍບໍ່ຖືກຈົດຈຳອີກຕໍ່ໄປ
ແຕ່ພວກເຂົາຖືກປໍ້າລົງເໝືອນດັ່ງຕົ້ນໄມ້.
ເພາະພວກເຂົາເອົາລັດເອົາປຽບຍິງທີ່ເປັນໝັນ ແລະ ຍິງທີ່ບໍ່ມີລູກ,
ແລະ ພວກເຂົາບໍ່ສະແດງຄວາມເມດຕາກັບແມ່ໝ້າຍ.
ແຕ່ພຣະເຈົ້າລາກຜູ້ຍິ່ງໃຫຍ່ໄປດ້ວຍລິດອຳນາດຂອງພຣະອົງ;
ແມ່ນວ່າພວກເຂົາຈະໝັ້ນຄົງຢູ່, ພວກເຂົາກໍບໍ່ມີຄວາມປອດໄພໃນຊີວິດ.
ພຣະອົງອາດຈະປ່ອຍໃຫ້ພວກເຂົາພັກຜ່ອນຢູ່ດ້ວຍຄວາມຮູ້ສຶກປອດໄພ,
ແຕ່ຕາຂອງພຣະອົງເຝົ້າເບິ່ງວິຖີທາງຂອງພວກເຂົາ.
ເພາະພວກເຂົາໄດ້ຮັບການຍົກຍ້ອງຊົ່ວຂະນະໜຶ່ງ, ແລ້ວພວກເຂົາກໍຕາຍໄປ.
ພວກເຂົາຖືກເຮັດໃຫ້ຕົກຕ່ຳລົງ ແລະ ຖືກຮວບຮວມໄປເໝືອນດັ່ງຄົນອື່ນທັງໝົດ.
ພວກເຂົາຖືກຕັດອອກເໝືອນດັ່ງຮວງເຂົ້າ.
“ຖ້າບໍ່ເປັນດັ່ງນີ້, ຜູ້ໃດຈະພິສູດໄດ້ວ່າຂ້ອຍເວົ້າບໍ່ຈິງ
ແລະ ຄໍາເວົ້າຂອງຂ້ອຍບໍ່ມີປະໂຫຍດຫຍັງບໍ່ແມ່ນບໍ?”
Source notes (3)
- Footnote ຫລື ຄັ້ນນ້ຳມັນມະກະອົກລະຫວ່າງຫີນໂມ້ ໃນພາສາເຮັບເຣີຄຳນີ້ມີຄວາມຫມາຍບໍ່ຊັດເຈນ
- Footnote ຫລື ສຳລັບພວກພວກເຂົາທຸກຄົນ ຍາມເຊົ້າຂອງພວກເຂົາກໍເໝືອນເງົາແຫ່ງຄວາມຕາຍ
- Footnote ຫລື ພວກເຂົາເປັນມິດກັບເງົາແຫ່ງຄວາມຕາຍ
Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.
Full source notice & licence · CC BY-SA 4.0 · SourceEdition imported 2026-11-09.