Biblica® Open Lao Contemporary Version
ໂຢບ 23
ໂຢບ
ແລ້ວໂຢບໄດ້ຕອບວ່າ:
“ຄຳຈົ່ມທຸກຂອງຂ້ອຍໃນມື້ນີ້ກໍຂົມຂື່ນ:
ມືຂອງພຣະອົງ1ກໍໜັກໜ່ວງແມ່ນວ່າ2ຂ້ອຍຮ້ອງຄວນຄາງຢູ່ກໍຕາມ.
ຖ້າຂ້ອຍຮູ້ວ່າຈະຊອກຫາພຣະເຈົ້າໄດ້ຢູ່ໃສ;
ຖ້າຂ້ອຍສາມາດໄປເຖິງບ່ອນປະທັບຢູ່ຂອງພຣະອົງ!
ຂ້ອຍຈະລາຍງານເລື່ອງຄະດີຂອງຂ້ອຍຕໍ່ໜ້າພຣະອົງ
ແລະ ປາກຂອງຂ້ອຍກໍເວົ້າໂຕ້ແຍ້ງຢ່າງເຕັມທີ່.
ແລ້ວຂ້ອຍຈະຮູ້ວ່າພຣະອົງຈະຕອບຂ້ອຍຢ່າງໃດ,
ແລະ ພິຈາລະນາເຖິງສິ່ງທີ່ພຣະອົງກ່າວກັບຂ້ອຍ.
ພຣະອົງຈະໃຊ້ອຳນາດຕໍ່ຕ້ານຂ້ອຍບໍ?
ບໍ່ເລີຍ, ພຣະອົງຈະບໍ່ຕັ້ງຂໍ້ຫາຕໍ່ສູ້ຂ້ອຍ.
ຢູ່ທີ່ນັ້ນຄົນຊອບທຳຈະພິສູດຄວາມບໍລິສຸດຂອງຕົນຕໍ່ພຣະອົງໄດ້,
ແລະ ຢູ່ທີ່ນັ້ນ ຂ້ອຍຈະໄດ້ຮັບການປົດປ່ອຍຈາກຜູ້ພິພາກສາຂອງຂ້ອຍຕະຫລອດໄປ.
“ແຕ່ຖ້າຂ້ອຍໄປທາງທິດຕາເວັນອອກ, ພຣະອົງກໍບໍ່ໄດ້ຢູ່ທີ່ນັ້ນ;
ຖ້າຂ້ອຍໄປທາງທິດຕາເວັນຕົກ, ຂ້ອຍກໍບໍ່ພົບພຣະອົງ.
ເມື່ອພຣະອົງຢູ່ໃນບ່ອນເຮັດວຽກທາງທິດເໜືອ, ຂ້ອຍບໍ່ເຫັນພຣະອົງ;
ເມື່ອພຣະອົງຫັນມາທາງໃຕ້, ຂ້ອຍກໍຫາພຣະອົງບໍ່ພົບ.
ແຕ່ພຣະອົງຮູ້ຈັກທາງທີ່ຂ້ອຍໄປ;
ເມື່ອພຣະອົງໄດ້ທົດສອບຂ້ອຍແລ້ວ, ຂ້ອຍຈະອອກມາເປັນດັ່ງຄຳ.
ຕີນຂອງຂ້ອຍໄດ້ຕິດຕາມຮອຍຕີນຂອງພຣະອົງຢ່າງໃກ້ຊິດ;
ຂ້ອຍຍັງຢູ່ໃນທາງຂອງພຣະອົງໂດຍຫັນເຫໄປທາງໃດອີກ.
ຂ້ານ້ອຍບໍ່ໄດ້ຫ່າງຈາກຄໍາສັ່ງຈາກປາກຂອງພຣະອົງ;
ຂ້ອຍໄດ້ໃຫ້ຄຸນຄ່າແກ່ຖ້ອຍຄໍາຈາກປາກຂອງພຣະອົງຫລາຍກວ່າອາຫານປະຈຳວັນຂອງຂ້ອຍ.
“ແຕ່ພຣະອົງຢືນຢ່າງເດັດດ່ຽວ ແລະ ຜູ້ໃດຈະຕໍ່ຕ້ານພຣະອົງໄດ້?
ພຣະອົງເຮັດທຸກສິ່ງຕາມທີ່ພຣະອົງພໍໃຈ.
ພຣະອົງດໍາເນີນການຕາມດຳລັດຂອງພຣະອົງຕໍ່ສູ້ຂ້ອຍ,
ແລະ ແຜນການຫລາຍຢ່າງທີ່ພຣະອົງຍັງຄົງເກັບໄວ້.
ດ້ວຍເຫດນີ້ຂ້ອຍຈຶ່ງຢ້ານກົວຕໍ່ພຣະອົງ;
ເມື່ອຂ້ອຍຄິດກ່ຽວກັບສິ່ງເຫລົ່ານີ້ທັງໝົດ, ຂ້ອຍກໍຢຳເກງພຣະອົງ.
ພຣະເຈົ້າເຮັດໃຫ້ຈິດໃຈຂອງຂ້ອຍບໍ່ມີແຮງ;
ອົງຜູ້ມີລິດອໍານາດຍິ່ງໃຫຍ່ເຮັດໃຫ້ຂ້ອຍຢ້ານກົວ.
ໂດຍຄວາມມືດໜານັ້ນກໍປົກປິດໜ້າຂ້ອຍໄວ້,
ແຕ່ຄວາມມືດນັ້ນກໍບໍ່ໄດ້ເຮັດໃຫ້ຂ້ອຍມິດງຽບ”.
Source notes (2)
- Footnote ພາສາເຮັບເຣີວ່າ ພຣະຫັດເຊິ່ງຢູ່ບົນຂ້າ
- Footnote ຫລື ໃນຂະນະທີ່
Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.
Full source notice & licence · CC BY-SA 4.0 · SourceEdition imported 2026-11-09.