Skip to content
BibleKenya

Biblica® Open Lao Contemporary Version

ໂຢບ 22

ເອລີຟັດ

ແລ້ວ​ເອລີຟັດ​ຊາວ​ເຕມານ​ໄດ້​ຕອບ​ວ່າ:

“ມະນຸດ​ຈະ​ເປັນ​ປະໂຫຍດ​ອັນ​ໃດ​ຕໍ່​ພຣະເຈົ້າ​ໄດ້?

ແມ່ນແຕ່​ຄົນ​ສະຫລາດ​ກໍ​ຈະ​ເຮັດ​ປະໂຫຍດ​ອັນໃດ​ສຳລັບ​ພຣະອົງ​ໄດ້?

ຖ້າ​ເຈົ້າ​ເປັນ​ຄົນ​ຊອບທຳ​ຈະ​ເຮັດ​ຫຍັງ​ໃຫ້​ອົງ​ຜູ້ມີລິດອໍານາດຍິ່ງໃຫຍ່​ພໍໃຈ​ໄດ້​ແດ່?

ພຣະອົງ​ຈະ​ໄດ້​ຮັບ​ປະໂຫຍດ​ອັນ​ໃດ​ຖ້າ​ວິຖີ​ທາງ​ຂອງ​ເຈົ້າ​ບໍ່ມີຕໍາໜິ?

“ເປັນ​ຍ້ອນ​ຄວາມຢຳເກງ​ຂອງ​ເຈົ້າ​ບໍ ພຣະອົງ​ຈຶ່ງ​ຕຳໜິ​ເຈົ້າ

ແລະ ນໍາ​ຂໍ້ກ່າວ​ຫາ​ມາ​ຕໍ່ສູ້​ເຈົ້າ?

ບໍ່​ແມ່ນ​ຍ້ອນ​ຄວາມ​ຊົ່ວຮ້າຍ​ອັນ​ໃຫຍ່​ບໍ?

ບໍ່​ແມ່ນ​ຍ້ອນ​ການ​ບາບ​ທີ່​ບໍ່​ສິ້ນສຸດ​ຂອງ​ເຈົ້າ​ບໍ?

ເຈົ້າ​ໄດ້​ຮຽກຮ້ອງ​ເຄື່ອງ​ຄ້ຳປະກັນ​ຈາກ​ພີ່ນ້ອງ​ຂອງ​ເຈົ້າ​ໂດຍ​ບໍ່​ມີ​ເຫດຜົນ;

ເຈົ້າ​ໄດ້​ຢຶດ​ເອົາ​ເຄື່ອງນຸ່ງ​ຂອງ​ພວກເຂົາ​ຈົນ​ໝົດ, ປ່ອຍ​ໃຫ້​ພວກເຂົາ​ເປືອຍກາຍ.

ເຈົ້າ​ບໍ່​ໄດ້​ໃຫ້​ນ້ຳ​ແກ່​ຜູ້​ທີ່​ອິດເມື່ອຍ

ແລະ ບໍ່​ແບ່ງປັນ​ອາຫານ​ແກ່​ຜູ້​ອຶດຢາກ,

ເຖິງແມ່ນວ່າ​ເຈົ້າ​ເປັນ​ຄົນ​ມີ​ອິດທິພົນ, ເປັນ​ເຈົ້າ​ຂອງ​ທີ່​ດິນ

ເປັນ​ຄົນ​ທີ່​ມີ​ກຽດ​ທີ່​ອາໄສ​ໃນ​ບ່ອນ​ນັ້ນ.

ແລະ ເຈົ້າ​ໄດ້​ຂັບໄລ່​ແມ່ໝ້າຍ​ອອກ​ໄປ​ໂດຍ​ມື​ເປົ່າ.

ແລະ ຕັດ​ກຳລັງ​ຂອງ​ລູກ​ກຳພ້າ.

ດ້ວຍ​ເຫດ​ນີ້​ຈຶ່ງ​ມີ​ບ້ວງແຮ້ວ​ຢູ່​ອ້ອມຮອບ​ເຈົ້າ,

ຈຶ່ງ​ມີ​ອັນຕະລາຍ​ເກີດ​ຂຶ້ນ​ທັນທີ​ທີ່​ເຮັດ​ໃຫ້​ເຈົ້າ​ຢ້ານກົວ,

ດັ່ງນັ້ນ ຄວາມ​ມືດມົນ​ເຮັດ​ໃຫ້​ເຈົ້າ​ເບິ່ງ​ບໍ່​ເຫັນ,

ແລະ ກະແສ​ນ້ຳຖ້ວມ​ຈຶ່ງ​ພັດ​ໃສ່​ເຈົ້າ.

“ພຣະເຈົ້າ​ບໍ່​ໄດ້​ຢູ່​ບ່ອນ​ສູງ​ແຫ່ງ​ຟ້າສະຫວັນ​ບໍ?

ແລະ ຈົ່ງ​ແນມເບິ່ງ​ໝູ່​ດາວ​ເບື້ອງ​ເທິງ​ຢູ່​ສູງ​ສໍ່າໃດ!

ແຕ່​ເຈົ້າ​ກໍ​ເວົ້າ​ວ່າ, ‘ພຣະເຈົ້າ​ຮູ້​ຫຍັງ​ແດ່?

ພຣະອົງ​ຈະ​ພິພາກສາ​ຜ່ານ​ຄວາມ​ມືດໜາ​ເຊັ່ນນີ້​ໄດ້​ບໍ?

ເພາະ​ເມກ​ໜາ​ບັງ​ພຣະອົງ​ໄວ້, ດັ່ງນັ້ນ ພຣະອົງ​ຈຶ່ງ​ບໍ່​ເຫັນ​ພວກເຮົາ

ເມື່ອ​ພຣະອົງ​ໄປ​ມາ​ໃນ​ແຜ່ນ​ຟ້າ​ກວ້າງ’.

ເຈົ້າ​ຍັງ​ຈະ​ຍ່າງ​ໄປ​ຕາມ​ທາງ​ເກົ່າ

ທີ່​ຄົນ​ຊົ່ວຮ້າຍ​ໄດ້​ຢຽບຢ່ຳ​ນັ້ນ​ຢູ່​ບໍ?

ພວກເຂົາ​ຕາຍ​ໄປ​ກ່ອນ​ເວລາ​ຂອງ​ພວກເຂົາ,

ຮາກຖານ​ຂອງ​ພວກເຂົາ​ຖືກ​ກວາດລ້າງ​ໄປ​ໂດຍ​ນໍ້າຖ້ວມ.

ພວກເຂົາ​ເວົ້າ​ກັບ​ພຣະເຈົ້າ​ວ່າ ‘ຢ່າ​ມາ​ຫຍຸ້ງ​ກັບ​ພວກເຮົາ!

ອົງ​ຜູ້​ມີ​ອໍານາດ​ຍິ່ງໃຫຍ່​ຈະ​ເຮັດ​ຫຍັງ​ໃຫ້​ກັບ​ພວກເຮົາ​ໄດ້?’

ແຕ່​ແມ່ນ​ພຣະເຈົ້າ​ທີ່​ເຮັດ​ໃຫ້​ເຮືອນ​ຂອງ​ພວກເຂົາ​ເຕັມ​ໄປ​ດ້ວຍ​ສິ່ງ​ຂອງ​ດີໆ,

ສະນັ້ນ ຂ້ອຍ​ຈຶ່ງ​ຢືນ​ຢູ່​ຫ່າງ​ຈາກ​ແຜນການ​ຂອງ​ຄົນ​ຊົ່ວຮ້າຍ.

“ບັນດາ​ຄົນ​ຊອບທຳ​ເຫັນ​ຄວາມຈິບຫາຍ​ຂອງ​ພວກເຂົາ ແລະ ກໍ​ຊື່ນຊົມຍິນດີ;

ຜູ້​ບໍລິສຸດ​ເຢາະເຢີ້ຍ​ພວກເຂົາ​ໂດຍ​ກ່າວວ່າ,

‘ສັດຕູ​ຂອງ​ພວກເຮົາ​ຈະ​ຖືກ​ທຳລາຍ​ຢ່າງ​ແນ່ນອນ,

ແລະ ໄຟ​ກໍ​ເຜົາຜານ​ຊັບສົມບັດ​ຂອງ​ພວກເຂົາ’.

“ຈົ່ງ​ຍອມ​ຈຳນົນ​ຕໍ່​ພຣະເຈົ້າ​ເທາະ ແລະ ຢູ່​ຢ່າງ​ສະຫງົບສຸກ​ກັບ​ພຣະອົງ;

ດ້ວຍ​ວິທີ​ນີ້​ຄວາມ​ຈະເລີນ​ຮຸ່ງເຮືອງ​ຈະ​ມາ​ເຖິງ​ເຈົ້າ.

ຈົ່ງ​ຍອມຮັບ​ເອົາ​ຄຳສັ່ງສອນ​ຈາກ​ປາກ​ຂອງ​ພຣະອົງ

ແລະ ເກັບ​ຖ້ອຍຄໍາ​ຂອງ​ພຣະອົງ​ໄວ້​ໃນ​ຫົວໃຈ​ຂອງ​ເຈົ້າ.

ຖ້າ​ເຈົ້າ​ກັບຄືນ​ມາ​ຫາ​ອົງ​ຜູ້​ມີ​ລິດ​ອໍານາດ​ຍິ່ງໃຫຍ່, ເຈົ້າ​ກໍ​ຈະ​ຄືນ​ສູ່​ສະພາບ​ດີ:

ຖ້າ​ເຈົ້າ​ກຳຈັດ​ຄວາມ​ຊົ່ວຮ້າຍ​ໃຫ້​ຫ່າງໄກ​ຈາກ​ເຕັນ​ຂອງ​ເຈົ້າ

ຖ້າ​ເຈົ້າ​ປະຖິ້ມ​ຄຳ​ຂອງ​ເຈົ້າ​ໄວ້​ໃນ​ຂີ້ຝຸ່ນ​ດິນ,

ແລະ ຖິ້ມ​ຄຳ​ແຫ່ງ​ໂອຟີ​ຂອງ​ເຈົ້າ​ລົງ​ໃສ່​ໂງ່ນຫີນ​ໃນ​ຮ່ອມພູ​ເລິກ,

ແລ້ວ​ອົງ​ຜູ້​ມີ​ລິດ​ອໍານາດ​ຍິ່ງໃຫຍ່​ຈະ​ເປັນ​ຄຳ​ຂອງ​ເຈົ້າ,

ເປັນ​ເງິນ​ຊັ້ນ​ດີ​ສໍາລັບ​ເຈົ້າ.

ແນ່ນອນ​ວ່າ​ເຈົ້າ​ຈະ​ຊົມຊື່ນ​ຍິນດີ​ໃນ​ອົງ​ຜູ້​ມີ​ລິດ​ອໍານາດ​ຍິ່ງໃຫຍ່

ແລະ ຈະ​ເງີຍ​ໜ້າ​ຂອງ​ເຈົ້າ​ຂຶ້ນ​ຫາ​ພຣະເຈົ້າ.

ເຈົ້າ​ຈະ​ອະທິຖານ​ຕໍ່​ພຣະອົງ ແລະ ພຣະອົງ​ຈະ​ຟັງ​ເຈົ້າ,

ແລະ ເຈົ້າ​ຈະເຮັດ​ຕາມ​ຄຳ​ປະຕິຍານ​ຂອງ​ເຈົ້າ​ທີ່​ໄດ້​ເຮັດ​ໄວ້.

ສິ່ງ​ທີ່​ເຈົ້າ​ຕັດສິນໃຈ​ຈະ​ສຳເລັດ​ຜົນ,

ແລະ ແສງສະຫວ່າງ​ຈະ​ສ່ອງ​ໃສ່​ທາງ​ຂອງ​ເຈົ້າ.

ເມື່ອ​ມີ​ຄົນ​ຖືກ​ເຮັດ​ໃຫ້​ຕົກຕ່ຳ​ລົງ ແລະ ເຈົ້າ​ກໍ​ເວົ້າ​ວ່າ, ‘ຂໍ​ໂຜດ​ຍົກ​ຊູ​ພວກເຂົາ​ຂຶ້ນ!’

ແລ້ວ​ພຣະອົງ​ກໍ​ຈະ​ຊ່ວຍ​ກູ້​ຄົນ​ທີ່​ຕົກຕໍ່າ​ໃຫ້​ພົ້ນ.

ພຣະອົງ​ຈະ​ກອບກູ້​ແມ່ນແຕ່​ຜູ້​ບໍ່ມີຄວາມຜິດ,

ຜູ້​ນັ້ນ​ຈະ​ໄດ້​ຮັບ​ການ​ຊ່ວຍກູ້​ຜ່ານ​ມື​ທີ່​ບໍລິສຸດ​ຂອງ​ເຈົ້າ”.

Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.

Full source notice & licence · CC BY-SA 4.0 · SourceEdition imported 2026-11-09.

BibleKenya

Reader settings

Theme
Font
Alignment
Reading width

Saved in this browser and used offline too. Press ? for keyboard shortcuts.