Biblica® Open Lao Contemporary Version
ໂຢບ 21
ໂຢບ
ແລ້ວໂຢບໄດ້ຕອບວ່າ:
“ຂໍຕັ້ງໃຈຟັງຄຳເວົ້າຂອງຂ້ອຍໃຫ້ດີ;
ຂໍໃຫ້ສິ່ງນີ້ເປັນຄໍາໜູນໃຈທີ່ພວກເຈົ້າໃຫ້ຂ້ອຍ.
ຂໍອົດທົນຟັງຂະນະທີ່ຂ້ອຍເວົ້າຢູ່,
ແລະ ຫລັງຈາກຂ້ອຍໄດ້ເວົ້າແລ້ວ, ເຊີນເວົ້າເຢາະເຢີ້ຍຕໍ່ໄປ.
“ຄໍາຈົ່ມຂອງຂ້ານ້ອຍເວົ້າກັບມະນຸດບໍ?
ເປັນຫຍັງຂ້ອຍບໍ່ຄວນອົດກັ້ນໄວ້?
ຈົ່ງເບິ່ງຂ້ອຍ ແລະ ຢ່າຕົກຕະລຶງ;
ເອົາມືຂອງເຈົ້າອັດປາກໄວ້.
ເມື່ອຂ້ອຍຄິດເຖິງເລື່ອງນີ້, ຂ້ອຍກໍຢ້ານ;
ຮ່າງກາຍຂອງຂ້ອຍກໍສັ່ນຢ້ານ,
ເປັນຫຍັງຄົນຊົ່ວຮ້າຍຈຶ່ງຍັງຊີວິດຢູ່,
ມີອາຍຸຢືນ ແລະ ມີອຳນາດຂຶ້ນເລື້ອຍໆ?
ພວກເຂົາເຫັນລູກຫລານເຕີບໃຫຍ່ຂຶ້ນຢູ່ອ້ອມພວກເຂົາ,
ເຊື້ອສາຍຂອງພວກເຂົາຢືນຢູ່ຕໍ່ໜ້າພວກເຂົາ,
ບ້ານຂອງພວກເຂົາກໍປອດໄພ ແລະ ບໍ່ຕ້ອງຢ້ານກົວສິ່ງໃດ;
ໄມ້ແສ້ຂອງພຣະເຈົ້າກໍບໍ່ຕົກໃສ່ພວກເຂົາ.
ງົວເຖິກຂອງພວກເຂົາປະສົມພັນຢູ່ບໍ່ຂາດ;
ງົວແມ່ຂອງພວກເຂົາອອກລູກ ແລະ ບໍ່ເຄີຍຫລຸລູກ.
ພວກເຂົາສົ່ງລູກຫລານອອກໄປດັ່ງຝູງແກະ;
ລູກນ້ອຍຂອງພວກເຂົາກໍເຕັ້ນລຳອ້ອມໄປມາ.
ພວກເຂົາຮ້ອງເພງຕາມສຽງກອງແຊັກ ແລະ ສຽງພິນ;
ພວກເຂົາມ່ວນຊື່ນກັບສຽງປີ່.
ພວກເຂົາໃຊ້ຊີວິດຢ່າງຈະເລີນຮຸ່ງເຮືອງ
ແລະ ລົງໄປສູ່ຂຸມຝັງສົບຢ່າງສະຫງົບສຸກ.1
ແຕ່ພວກເຂົາກໍເວົ້າກັບພຣະເຈົ້າວ່າ, ‘ຢ່າມາຫຍຸ້ງກັບພວກເຮົາ!
ພວກເຮົາບໍ່ຢາກຮູ້ວິຖີທາງຂອງພຣະອົງ.
ອົງມີລິດອໍານາດຍິ່ງໃຫຍ່ແມ່ນຜູ້ໃດທີ່ພວກເຮົາຕ້ອງຮັບໃຊ້ພຣະອົງ?
ພວກເຮົາຈະໄດ້ອັນໃດຈາກການອະທິຖານຫາພຣະອົງ?’
ແຕ່ຄວາມຈະເລີນຮຸ່ງເຮືອງຂອງພວກເຂົາບໍ່ໄດ້ຢູ່ໃນມືຂອງພວກເຂົາເອງ,
ສະນັ້ນ ຂ້ອຍຈຶ່ງຢືນຢູ່ຫ່າງໆຈາກແຜນການຂອງຄົນຊົ່ວຮ້າຍ.
“ແຕ່ຕະກຽງຂອງຄົນຊົ່ວຮ້າຍກໍດັບຢູ່ເລື້ອຍໆບໍ?
ໄພພິບັດເກີດຂຶ້ນກັບພວກເຂົາຫລາຍສໍ່າໃດ,
ໃນຄວາມໃຈຮ້າຍຂອງພຣະອົງ ພຣະເຈົ້າກໍານົດຊະຕາກຳໄວ້?
ຈັກຄັ້ງທີ່ພວກເຂົາເປັນເໝືອນເຟືອງປິວຕາມລົມ,
ເປັນເໝືອນແກບທີ່ຖືກພະຍຸພັດໄປ?
ພວກເຂົາເວົ້າກັນວ່າ, ‘ພຣະເຈົ້າເກັບການລົງໂທດຂອງຄົນຊົ່ວຮ້າຍໄວ້ໃຫ້ລູກຫລານຂອງພວກເຂົາ’.
ຂໍໃຫ້ພຣະເຈົ້າຕອບແທນຄົນຊົ່ວຮ້າຍ, ເພື່ອລາວຈະໄດ້ສໍາພັດມັນດ້ວຍຕົນເອງ!
ໃຫ້ຕາຂອງພວກເຂົາເອງເຫັນຄວາມພິນາດຈິບຫາຍຂອງຕົນເອງ;
ໃຫ້ພວກເຂົາດື່ມຈອກແຫ່ງຄວາມໂກດຮ້າຍຂອງອົງຜູ້ມີລິດອໍານາດຍິ່ງໃຫຍ່.2
ເພາະເມື່ອຊີວິດຂອງພວກເຂົາມາຮອດຈຸດຈົບທີ່ກຳນົດໄວ້ແລ້ວ
ພວກເຂົາຈະຫ່ວງຫຍັງກັບຄອບຄົວທີ່ພວກເຂົາໄດ້ຈາກໄປແລ້ວ?
“ຜູ້ໃດຈະສັ່ງສອນຄວາມຮູ້ໃຫ້ພຣະເຈົ້າ,
ເມື່ອພຣະອົງພິພາກສາແມ່ນແຕ່ຄົນທີ່ສູງທີ່ສຸດບໍ່ແມ່ນບໍ?
ຄົນໜຶ່ງຕາຍໄປຂະນະທີ່ຍັງແຂງແຮງ,
ປອດໄພດີ ແລະ ສຸກສະບາຍ,
ຮ່າງກາຍ3ໄດ້ຮັບການບຳລຸງລ້ຽງເປັນຢ່າງດີ,
ແລະ ກະດູກແຂງແຮງເຕັມໄປດ້ວຍໄຂກະດູກ.
ອີກຄົນໜຶ່ງຕາຍໄປດ້ວຍຈິດໃຈທີ່ຂົມຂື່ນ,
ບໍ່ເຄີຍໄດ້ຊົມຊື່ນຍິນດີກັບສິ່ງທີ່ດີອັນໃດ.
ທັງສອງນອນຢູ່ຂ້າງກັນໃນຂີ້ຝຸ່ນດິນ,
ແລະ ໂຕໜອນຫຸ້ມພວກເຂົາທັງສອງ.
“ຂ້ອຍຮູ້ດີວ່າພວກເຈົ້າກຳລັງຄິດຫຍັງຢູ່,
ຄືແຜນການທີ່ພວກເຈົ້າຈະຈັບຜິດຂ້ອຍ.
ພວກເຈົ້າເວົ້າວ່າ, ‘ບັດນີ້ເຮືອນຂອງຜູ້ຍິ່ງໃຫຍ່ນັ້ນຢູ່ໃສ,
ເຕັນທີ່ຄົນຊົ່ວຮ້າຍອາໄສຢູ່ໄປໃສ?’
ເຈົ້າບໍ່ເຄີຍຖາມຄົນທີ່ທ່ອງທ່ຽວໄປມາບໍ?
ເຈົ້າບໍ່ສົນໃຈເລື່ອງທີ່ພວກເຂົາບອກເລົ່າບໍ
ວ່າຄົນຊົ່ວລອດພົ້ນຈາກວັນແຫ່ງຄວາມຈິບຫາຍ,
ພວກເຂົາຈະໄດ້ຮັບການຊ່ວຍເຫລືອໃຫ້ພົ້ນ4ຈາກໃນວັນແຫ່ງຄວາມໂກດຮ້າຍບໍ?
ຜູ້ໃດແດ່ປະນາມຄວາມປະພຶດຂອງພວກເຂົາຕໍ່ໜ້າຂອງພວກເຂົາ?
ຜູ້ໃດຕອບແທນພວກເຂົາສໍາລັບສິ່ງທີ່ພວກເຂົາໄດ້ເຮັດ?
ເມື່ອພວກເຂົາຖືກຫາມໄປບ່ອນຝັງສົບ,
ແລະ ກໍຍັງມີຄົນເຝົ້າເບິ່ງອຸບໂມງຝັງສົບຂອງພວກເຂົາ.
ດິນໃນຮ່ອມພູອ່ອນນຸ້ມສຳລັບພວກເຂົາ;
ທຸກຄົນຕິດຕາມພວກເຂົາໄປ,
ແລະ ຝູງຊົນ5ທີ່ຍ່າງນໍາໜ້າພວກເຂົາກໍມີຈໍານວນຫລວງຫລາຍ.
“ສະນັ້ນ ພວກເຈົ້າຈະເລົ້າໂລມໃຈຂ້ອຍດ້ວຍຄວາມຄໍາເວົ້າທີ່ບໍ່ມີເຫດຜົນຂອງພວກເຈົ້າໄດ້ແນວໃດ?
ຄຳຕອບຂອງພວກເຈົ້າກໍບໍ່ມີອັນໃດນອກຈາກຄຳຫລອກລວງ!”
Source notes (5)
- Footnote ຫລື ໂດຍວ່ອງໄວ
- Footnote ຂໍ້ 17 ແລະ 18 ອາດຖືວ່າເປັນການອຸທານ ແລະ ຂໍ້ 19 ແລະ 20 ເປັນຄຳປະກາດ
- Footnote ໃນພາສາເຮັບເຣີຄຳນີ້ມີຄວາມຫມາຍບໍ່ຊັດເຈນ
- Footnote ຫລື ມະນຸດກໍໄດ້ຮັບການສົງວົນໄວ້ສຳລັບມື້ຫາຍນະ ແລະ ພວກເຂົາກໍຖືກນຳອອກໄປສູ່
- Footnote ຫລື ເພາະຜູ້ຄົນທີ່ໄດ້ໄປ
Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.
Full source notice & licence · CC BY-SA 4.0 · SourceEdition imported 2026-11-09.