Skip to content
BibleKenya

Biblica® Open Lao Contemporary Version

ໂຢບ 20

ໂຊພາ

ແລ້ວ​ໂຊພາ​ຊາວ​ນາອາມາ​ໄດ້​ຕອບ​ວ່າ:

“ຄວາມ​ລໍາບາກ​ໃຈ​ຂອງ​ຂ້ອຍ​ເຮັດ​ໃຫ້​ຂ້ອຍ​ຕ້ອງ​ຮີບ​ຕອບ

ເພາະ​ຂ້ອຍ​ຖືກ​ລົບກວນ​ຫລາຍ.

ຂ້ອຍ​ໄດ້​ຍິນ​ຄຳ​ຕິຕຽນ​ທີ່​ເຮັດໃຫ້​ຂ້ອຍ​ເສຍ​ກຽດ,

ແລະ ຄວາມ​ເຂົ້າໃຈ​ຂອງ​ຂ້ອຍ​ດົນໃຈ​ໃຫ້​ຂ້ອຍ​ຕອບ.

“ແນ່ນອນ ເຈົ້າ​ຮູ້​ວ່າ​ມັນ​ເປັນ​ມາ​ແນວໃດ​ຕັ້ງແຕ່​ສະໄໜ​ເດີມ​ນັ້ນ,

ຕັ້ງແຕ່​ມະນຸດ1​ຖືກ​ວາງ​ໄວ້​ເທິງ​ຢູ່​ແຜ່ນດິນໂລກ,

ຄື​ຄວາມ​ສະໜຸກ​ຂອງ​ຄົນ​ຊົ່ວຮ້າຍ​ນັ້ນ​ສັ້ນ,

ຄວາມ​ຊື່ນຊົມ​ຍິນດີ​ຂອງ​ຄົນ​ທີ່​ບໍ່​ນັບ​ຖື​ພຣະເຈົ້າ​ນັ້ນ​ຄົງ​ຢູ່​ພຽງແຕ່​ຊົ່ວຄາວ.

ແມ່ນວ່າ​ຄວາມ​ໂອ້ອວດ​ຂອງ​ລາວ​ຈະ​ຂຶ້ນ​ໄປ​ເຖິງ​ຟ້າສະຫວັນ

ແລະ ຫົວ​ຂອງ​ລາວ​ຈຸ​ເມກ,

ລາວ​ຈະ​ພິນາດຈິບຫາຍ​ຕະຫລອດໄປ​ດັ່ງ​ອາຈົມ​ຂອງ​ລາວ​ເອງ;

ຜູ້​ທີ່​ເຄີຍ​ເຫັນ​ລາວ​ຈະ​ເວົ້າ​ວ່າ, ‘ລາວ​ໄປ​ໃສ​ແລ້ວ?’

ລາວ​ຫາຍ​ໄປ​ເໝືອນດັ່ງ​ຄວາມ​ຝັນ, ບໍ່​ມີ​ຜູ້ໃດ​ພົບ​ເຫັນ​ອີກ,

ລາວ​ຖືກ​ກຳຈັດ​ໄປ​ດັ່ງ​ນິມິດ​ໃນ​ຕອນ​ກາງຄືນ.

ຕາ​ທີ່​ໄດ້​ເຫັນ​ລາວ​ຈະ​ບໍ່​ເຫັນ​ລາວ​ອີກ;

ບ່ອນ​ຢູ່​ຂອງ​ລາວ​ຈະ​ບໍ່​ເຫັນ​ລາວ​ອີກ.

ລູກ​ຫລານ​ຂອງ​ລາວ​ຈະ​ຕ້ອງ​ຊົດໃຊ້​ໃຫ້​ຄົນ​ທຸກຍາກ;

ມື​ຂອງ​ລາວ​ເອງ​ຕ້ອງ​ຄືນ​ຊັບສົມບັດ​ຂອງ​ຕົນ.

ກຳລັງ​ແຫ່ງ​ໄວ​ໜຸ່ມ​ທີ່​ເຕັມ​ຢູ່​ໃນ​ກະດູກ​ຂອງ​ລາວ

ຈະ​ນອນ​ລົງ​ກັບ​ລາວ​ໃນ​ຂີ້ຝຸ່ນ​ດິນ.

“ແມ່ນແຕ່​ຄວາມ​ຊົ່ວຮ້າຍ​ກໍ​ຫວານ​ຢູ່​ໃນ​ປາກ​ຂອງລາວ

ແລະ ລາວ​ເຊື່ອງ​ມັນ​ໄວ້​ກ້ອງ​ລີ້ນ​ຂອງ​ລາວ,

ແມ່ນວ່າ​ລາວ​ອົດທົນ​ບໍ່​ໄດ້​ທີ່​ຈະ​ປ່ອຍ​ມັນ​ໄປ

ແລະ ມັນ​ຍັງ​ຢູ່​ໃນ​ປາກ​ຂອງ​ລາວ,

ແຕ່​ອາຫານ​ຂອງ​ລາວ​ຈະ​ບູດ​ສົ້ມ​ໃນ​ທ້ອງ​ຂອງ​ລາວ;

ມັນ​ກາຍເປັນ​ເໝືອນ​ພິດ​ຂອງ​ງູ​ໃນ​ໂຕ​ລາວ.

ລາວ​ຈະ​ຄາຍ​ຊັບສົມບັດ​ທີ່​ລາວ​ກືນ​ລົງ​ໄປ​ອອກ​ມາ;

ພຣະເຈົ້າ​ຈະ​ເຮັດ​ໃຫ້​ທ້ອງ​ຂອງ​ລາວ​ຮາກ​ມັນ​ອອກ​ມາ.

ລາວ​ຈະ​ດູດ​ພິດ​ຂອງ​ງູພິດ;

ແລະ ແຂ້ວ​ຂອງ​ມັນ​ຈະ​ຂ້າ​ລາວ.

ລາວ​ຈະ​ບໍ່​ໄດ້​ຊິມ​ນ້ຳເຜິ້ງ ແລະ ນ້ຳນົມ,

ທີ່​ໄຫລ​ເໝືອນ​ແມ່ນ້ຳ​ລຳທານ,

ລາວ​ຕ້ອງ​ສົ່ງ​ຄືນ​ສິ່ງ​ທີ່​ເຮັດ​ມາ​ດ້ວຍ​ຄວາມລຳບາກ​ທີ່​ລາວ​ຍັງ​ບໍ່​ໄດ້​ກິນ;

ລາວ​ຈະ​ບໍ່​ໄດ້​ຊື່ນຊົມ​ຜົນ​ກຳໄລ​ໃດໆ​ຈາກ​ການຄ້າ​ຂອງ​ລາວ.

ເພາະ​ລາວ​ໄດ້​ກົດຂີ່​ຄົນ​ທຸກຍາກ ແລະ ປ່ອຍ​ໃຫ້​ພວກເຂົາ​ຂັດສົນ;

ລາວ​ໄດ້​ຢຶດ​ເຮືອນ​ທີ່​ລາວ​ບໍ່​ໄດ້​ປຸກ​ສ້າງ.

“ແນ່ນອນ ລາວ​ຈະ​ບໍ່​ວັນ​ພໍ​ຈາກ​ຄວາມ​ໂລບ​ຂອງ​ລາວ​ຈັກເທື່ອ;

ລາວ​ບໍ່​ສາມາດ​ຊ່ວຍ​ຊີວິດ​ຂອງ​ຕົນ​ເອງ​ໄດ້​ໂດຍ​ຊັບສົມບັດ​ຂອງ​ລາວ.

ບໍ່​ມີ​ອັນໃດ​ເຫລືອ​ໃຫ້​ລາວ​ກືນ​ກິນ​ອີກ;

ຄວາມ​ຮັ່ງມີ​ຂອງ​ລາວ​ຈະ​ບໍ່​ໝັ້ນຄົງ.

ໃນຂະນະ​ທີ່​ລາວ​ມີ​ທຸກສິ່ງ, ຄວາມ​ທຸກ​ລຳບາກ​ຈະ​ປົກຄຸມ​ລາວ;

ຄວາມ​ລໍາບາກ​ຢ່າງ​ຫລວງຫລາຍ​ຈະ​ຕົກ​ໃສ່​ລາວ.

ເມື່ອ​ລາວ​ໄດ້​ກິນ​ຈົນ​ເຕັມ​ທ້ອງ,

ພຣະເຈົ້າ​ຈະ​ລະບາຍ​ຄວາມ​ໂກດຮ້າຍ​ເຜົາຜານ​ລາວ

ແລະ ສົ່ງ​ຫ່າ​ຝົນ​ລົງ​ມາ​ໃສ່​ລາວ.

ແມ່ນວ່າ​ລາວ​ຈະ​ຫລົບໜີ​ໄປ​ຈາກ​ອາວຸດ​ເຫລັກ,

ລູກທະນູ​ທອງສຳລິດ​ຈະ​ແທງ​ລາວ.

ລາວ​ຈະ​ດຶງ​ລູກທະນູ​ອອກ​ຈາກ​ຫລັງ,

ດຶງ​ປາຍ​ລູກ​ທະນູ​ອັນ​ແຫລມຄົມ​ອອກ​ຈາກ​ຕັບ​ຂອງ​ລາວ.

ຄວາມ​ຢ້ານກົວ​ຈະ​ເກີດຂຶ້ນ​ກັບ​ລາວ;

ຊັບສົມບັດ​ຂອງ​ລາວ​ກໍ​ຈະ​ຫາຍ​ໄປ​ໃນ​ຄວາມ​ມືດ.

ໄຟ​ບໍ່​ມີ​ວັນ​ມອດ​ຈະ​ເຜົາຜານ​ລາວ

ແລະ ທຳລາຍ​ທຸກສິ່ງ​ທີ່​ເຫລືອ​ຢູ່​ໃນ​ເຕັນ​ຂອງ​ລາວ

ຟ້າສະຫວັນ​ຈະ​ເປີດເຜີຍ​ຄວາມຜິດ​ຂອງ​ລາວ;

ແຜ່ນດິນໂລກ​ຈະ​ລຸກ​ຂຶ້ນ​ຕໍ່ສູ້​ລາວ.

ນໍ້າຖ້ວມ​ຈະ​ພັດ​ເອົາ​ເຮືອນ​ຂອງ​ລາວ​ໄປ,

ນໍ້າ​ໄຫລ​ຖ້ວມ​ແຮງ2​ໃນ​ວັນ​ແຫ່ງ​ຄວາມ​ໂກດຮ້າຍ​ຂອງ​ພຣະເຈົ້າ.

ນີ້​ຄື​ຊະຕາກຳ​ທີ່​ພຣະເຈົ້າ​ກຳນົດ​ໄວ້​ໃຫ້​ຄົນ​ຊົ່ວຮ້າຍ,

ເຊິ່ງ​ເປັນ​ມໍລະດົກ​ທີ່​ພຣະເຈົ້າ​ໄດ້​ມອບ​ໃຫ້​ພວກເຂົາ”.

Source notes (2)
  1. Footnote ຫລື ອາດາມ
  2. Footnote ຫລື ນ້ຳ​ຖ້ວມ​ຈະ​ພັດ​ພາ​ເຮືອນ​ຂອງ​ພວກເຂົາ​ໄປ ນ້ຳ​ແຮງ​ໃນ​ມື້​ແຫ່ງ​ພຣະ​ພິ​ໂລດ​ຂອງ​ພຣະເຈົ້າ

Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.

Full source notice & licence · CC BY-SA 4.0 · SourceEdition imported 2026-11-09.

BibleKenya

Reader settings

Theme
Font
Alignment
Reading width

Saved in this browser and used offline too. Press ? for keyboard shortcuts.