Skip to content
BibleKenya

Biblica® Open Lao Contemporary Version

ໂຢບ 19

ໂຢບ

ແລ້ວ​ໂຢບ​ໄດ້​ຕອບ​ວ່າ:

“ພວກເຈົ້າ​ຈະ​ທໍລະມານ​ຂ້ອຍ​ໄປ​ອີກ​ດົນ​ປານໃດ?

ແລະ ຈະ​ຍ່ອງ​ຂ້ອຍ​ດ້ວຍ​ຄໍາເວົ້າ​ໄປ​ອີກ​ດົນ​ປານ​ໃດ?

ບັດນີ້ ພວກເຈົ້າ​ຕຳໜິ​ຂ້ອຍ​ເຖິງ​ສິບ​ຄັ້ງ​ແລ້ວ;

ພວກເຈົ້າ​ໂຈມຕີ​ຂ້ອຍ​ໂດຍ​ບໍ່​ມີ​ຄວາມ​ລະອາຍໃຈ.

ຖ້າ​ມັນ​ເປັນ​ຄວາມຈິງ​ທີ່​ຂ້ອຍ​ໄດ້​ຫລົງ​ຜິດ​ໄປ,

ຄວາມ​ຜິດພາດ​ກໍ​ຍັງ​ກ່ຽວຂ້ອງ​ກັບ​ຂ້ອຍ​ຄົນ​ດຽວ.

ທີ່​ຈິງ​ແລ້ວ ຖ້າ​ພວກເຈົ້າ​ຈະ​ຍົກ​ຕົນ​ເອງ​ຂຶ້ນ​ເໜືອ​ຂ້ອຍ

ແລະ ໃຊ້​ຄວາມ​ລະອາຍ​ຂອງ​ຂ້ອຍ​ມາ​ຕໍ່ສູ້​ຂ້ອຍ,

ແລ້ວ​ກໍ​ຈົ່ງ​ຮູ້​ວ່າ​ພຣະເຈົ້າ​ໄດ້​ເຮັດ​ຜິດ​ຕໍ່​ຂ້ອຍ

ແລະ ຫວ່ານ​ແຫ​ຂອງ​ພຣະອົງ​ລ້ອມ​ຂ້ອຍ​ໄວ້.

“ເຖິງແມ່ນວ່າ​ຂ້ອຍ​ກ່າວ​ຟ້ອງ​ເຖິງ, ‘ຄວາມ​ຮຸນແຮງ!’ ແຕ່​ຂ້ອຍ​ບໍ່​ໄດ້​ຮັບ​ການ​ຕອບ​ກັບ​ແຕ່​ຢ່າງ​ໃດ;

ແມ່ນວ່າ​ຂ້ອຍ​ຮ້ອງ​ຂໍ​ຄວາມຊ່ວຍເຫລືອ, ແຕ່​ກໍ​ບໍ່​ໄດ້​ຮັບ​ຄວາມຍຸຕິທຳ.

ພຣະອົງ​ໄດ້​ກີດກັ້ນ​ຫົນທາງ​ຂອງ​ຂ້ອຍ​ໄວ້ ຂ້ອຍ​ຈຶ່ງ​ຜ່ານ​ໄປ​ບໍ່​ໄດ້;

ພຣະອົງ​ຄຸມ​ທາງ​ຂອງ​ຂ້ອຍ​ໄວ້​ໃນ​ຄວາມມືດ.

ພຣະເຈົ້າ​ໄດ້​ເອົາ​ກຽດ​ຊື່ສຽງ​ຂອງ​ຂ້ອຍ​ໄປ

ແລະ ຖອດ​ມົງກຸດ​ຈາກ​ຫົວ​ຂອງ​ຂ້ອຍ.

ພຣະອົງ​ທຳລາຍ​ຂ້ອຍ​ຢູ່​ທຸກດ້ານ​ຈົນ​ຂ້ອຍ​ພິນາດ​ໄປ;

ພຣະອົງ​ຖອນ​ຮາກ​ຄວາມຫວັງ​ຂອງ​ຂ້ອຍ​ເໝືອນ​ດັ່ງ​ຖອນ​ຕົ້ນໄມ້.

ຄວາມ​ໃຈຮ້າຍ​ຂອງ​ພຣະອົງ​ເຜົາຜານ​ຂ້ອຍ;

ພຣະອົງ​ຖື​ວ່າ​ຂ້ອຍ​ເປັນ​ສັດຕູ​ຂອງ​ພຣະອົງ.

ກອງ​ກຳລັງ​ຂອງ​ພຣະອົງ​ບຸກ​ເຂົ້າ​ມາ;

ພວກເຂົາ​ສ້າງ​ເຄື່ອງ​ປິດ​ລ້ອມ​ຕໍ່ສູ້​ຂ້ອຍ ແລະ ຕັ້ງ​ຄ້າຍ​ອ້ອມ​ເຕັນ​ຂອງ​ຂ້ອຍ​ໄວ້.

“ພຣະອົງ​ເຮັດໃຫ້​ຄອບຄົວ​ຂອງ​ຂ້ອຍ​ຫ່າງເຫີນ​ຈາກ​ຂ້ອຍ;

ຄົນ​ສະໜິດ​ໃກ້ຊິດ​ຂອງ​ຂ້ອຍ​ກໍ​ໜີ​ຫ່າງ​ຈາກ​ຂ້ອຍ​ໄປ.

ຍາດຕິ​ພີ່ນ້ອງ​ຂອງ​ຂ້ອຍ​ກໍ​ຈາກ​ໄປ;

ໝູ່ເພື່ອນ​ສະໜິດ​ຂອງ​ຂ້ອຍ​ກໍ​ໄດ້​ລືມ​ຂ້ອຍ.

ບັນດາ​ແຂກ ແລະ ພວກ​ຄົນຮັບໃຊ້​ຍິງ​ຂອງ​ຂ້ອຍ​ກໍ​ຖື​ວ່າ​ຂ້ອຍ​ເປັນ​ຄົນຕ່າງດ້າວ;

ພວກເຂົາ​ເບິ່ງ​ຂ້ອຍ​ເປັນ​ດັ່ງ​ຄົນແປກໜ້າ.

ຂ້ອຍ​ເອີ້ນ​ຄົນຮັບໃຊ້​ຂອງ​ຂ້ອຍ, ແຕ່​ລາວ​ບໍ່​ຂານ​ຕອບ,

ແມ່ນວ່າ​ຂ້ອຍ​ຮ້ອງຂໍ​ໃຫ້​ລາວ​ຊ່ວຍ​ດ້ວຍ​ຕົນ​ເອງ​ກໍຕາມ.

ເມຍ​ຂອງ​ຂ້ອຍ​ກໍ​ກຽດຊັງ​ລົມ​ຫາຍໃຈ​ຂອງ​ຂ້ອຍ;

ຄອບຄົວ​ຂອງ​ຂ້ອຍ​ເອງ​ກໍ​ລັງກຽດ​ຂ້ອຍ.

ແມ່ນແຕ່​ເດັກນ້ອຍ​ກໍ​ດູໜິ່ນ​ຂ້ອຍ;

ເມື່ອ​ຂ້ອຍ​ປາກົດ​ຕົວ, ພວກເຂົາ​ກໍ​ຫົວ​ເຢາະເຢີ້ຍ​ຂ້ອຍ.

ໝູ່ເພື່ອນ​ສະໜິດ​ທຸກຄົນ​ພາກັນ​ລັງກຽດ​ຂ້ອຍ;

ບັນດາ​ຜູ້​ທີ່​ຂ້ອຍ​ຮັກ​ໄດ້​ກາຍເປັນ​ສັດຕູ​ກັບ​ຂ້ອຍ.

ຂ້ອຍ​ບໍ່​ເຫລືອ​ຍັງ​ມີ​ແຕ່​ຜິວໜັງ ແລະ ກະດູກ;

ມີ​ພຽງແຕ່​ເງືອກ​ຂອງ​ຂ້ອຍ​ເທົ່ານັ້ນ​ທີ່​ລອດ​ຊີວິດ​ມາ​ໄດ້.

“ໝູ່ເພື່ອນ​ເອີຍ, ສົງສານ​ຂ້ອຍ​ແດ່, ສົງສານ​ຂ້ອຍ​ແດ່,

ເພາະ​ມື​ຂອງ​ພຣະເຈົ້າ​ໄດ້​ໂຈມຕີ​ຂ້ອຍ​ແລ້ວ.

ເປັນຫຍັງ​ພວກເຈົ້າ​ຈຶ່ງ​ຕ້ອງ​ໄລ່ລ້າ​ຂ້ອຍ​ດັ່ງ​ພຣະເຈົ້າ​ໄດ້​ເຮັດ?

ພວກເຈົ້າ​ຈະ​ລອກ​ເນື້ອ​ໜັງ​ຂອງ​ຂ້ອຍ​ຍັງ​ບໍ່​ພໍ​ຈັກເທື່ອ​ບໍ?

“ໂອ້, ຄໍາເວົ້າ​ຂອງ​ຂ້ອຍ​ໄດ້​ຖືກ​ບັນທຶກ​ໄວ້,

ຄໍາ​ເວົ້າ​ເຫລົ່ານັ້ນ​ໄດ້​ຂຽນ​ໃສ່​ໃນ​ໜັງສື​ມ້ວນ,

ໃຊ້​ເຄື່ອງມືເຫລັກ​ຈາລຶກ​ໄວ້​ເທິງ​ແຜ່ນ​ກົ່ວ,

ຫລື ສະຫລັກ​ລົງ​ເທິງ​ສີລາ​ໃຫ້​ຄົງ​ຢູ່​ຕະຫລອດໄປ!

ຂ້ອຍ​ຮູ້​ວ່າ​ຜູ້ໄຖ່1​ຂອງ​ຂ້ອຍ​ມີ​ຊີວິດ​ຢູ່,

ແລະ ຮູ້​ວ່າ​ໃນ​ທີ່ສຸດ​ພຣະອົງ​ຈະ​ຢືນ​ຢູ່​ເທິງ​ແຜ່ນດິນ​ໂລກ.2

ແລະ ຫລັງຈາກ​ທີ່​ຜິວໜັງ​ຂອງ​ຂ້ອຍ​ໄດ້​ຖືກ​ທຳລາຍ​ໄປ,

ແຕ່3​ໃນ​4​ຮ່າງກາຍ​ນີ້​ຂອງ​ຂ້ອຍ ຂ້ອຍ​ຈະ​ເຫັນ​ພຣະເຈົ້າ;

ຂ້ອຍ​ເອງ​ຈະ​ໄດ້​ເຫັນ​ພຣະອົງ

ດ້ວຍ​ຕາ​ຂອງ​ຂ້ອຍ​ເອງ ແລະ ບໍ່​ແມ່ນ​ຄົນອື່ນ.

ຈິດໃຈ​ຂອງ​ຂ້ອຍ​ກໍ​ໂຫຍຫາ​ຢູ່​ພາຍໃນ​ຂ້ອຍ!

“ຖ້າ​ພວກເຈົ້າ​ເວົ້າ​ວ່າ, ‘ພວກເຮົາ​ຈະ​ຈັດການ​ລາວ​ຢ່າງໃດ,

ເນື່ອງຈາກ​ຕົ້ນຕໍ​ຂອງ​ຄວາມ​ເດືອດຮ້ອນ​ຢູ່​ທີ່​ລາວ,5’

ພວກເຈົ້າ​ຄວນ​ຈະ​ຢ້ານ​ດາບ​ຂອງ​ຕົນ​ເອງ;

ເພາະ​ຄວາມ​ໂກດຮ້າຍ​ຈະ​ລົງໂທດ​ເຈົ້າ​ດ້ວຍ​ດາບ,

ແລ້ວ​ພວກເຈົ້າ​ຈະ​ຮູ້​ວ່າ​ການ​ພິພາກສາ​ນັ້ນ​ມີ​ຈິງ6”.

Source notes (6)
  1. Footnote ຫລື ຜູ້ປົກປ້ອງ
  2. Footnote ຫລື ເທິງ​ຂຸມ​ຝັງ​ສົບ​ຂອງ​ຂ້ອຍ
  3. Footnote ຫລື ແລະ ຫລັງ​ຈາກ​ຂ້າ​ຕື່ນ​ຂຶ້ນ ແມ່ນ​ຮ່າງກາຍ​ນີ້​ໄດ້​ຖືກ​ທຳລາຍ​ໄປ ແລ້ວ
  4. Footnote ຫລື ຖືກ​ທຳລາຍ​ໄປ ປາດສະຈາກ
  5. Footnote ຫລື ຂ້າ
  6. Footnote ຫລື ດາບ ເພື່ອ​ທີ່​ເຈົ້າ​ຈະ​ມາ​ຮູ້​ຈັກ​ອົງ​ຜູ້​ມີ​ລິດອຳນາດ​ຍິ່ງໃຫຍ່

Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.

Full source notice & licence · CC BY-SA 4.0 · SourceEdition imported 2026-11-09.

BibleKenya

Reader settings

Theme
Font
Alignment
Reading width

Saved in this browser and used offline too. Press ? for keyboard shortcuts.