Skip to content
BibleKenya

Biblica® Open Lao Contemporary Version

ໂຢບ 18

ບິນດາດ

ແລ້ວ​ບິນດາດ​ຊາວ​ຊູອາ​ໄດ້​ຕອບ​ວ່າ:

“ເມື່ອໃດ​ເຈົ້າ​ຈະ​ເຊົາ​ເວົ້າ​ແບບ​ນີ້?

ຈົ່ງ​ມີ​ເຫດຜົນ​ແດ່, ເພື່ອ​ພວກເຮົາ​ຈະ​ສາມາດ​ລົມ​ກັນ​ໄດ້.

ເປັນຫຍັງ​ພວກເຮົາ​ເປັນ​ຖືວ່າ​ຕົນ​ເປັນ​ດັ່ງ​ງົວ

ແລະ ເປັນ​ດັ່ງ​ຄົນ​ໂງ່​ໃນ​ສາຍຕາ​ຂອງ​ເຈົ້າ?

ເຈົ້າ​ເອງ​ທີ່​ຈີກ​ຕົນ​ເອງ​ອອກ​ເປັນ​ຕ່ອນໆ​ດ້ວຍ​ຄວາມ​ໃຈຮ້າຍ​ຂອງ​ຕົນ​ເອງ,

ແຜ່ນດິນ​ໂລກ​ຖືກ​ປະຖິ້ມ​ເພື່ອ​ເຫັນ​ແກ່​ເຈົ້າ​ບໍ?

ຫລື ຕ້ອງ​ໃຫ້​ກ້ອນຫີນ​ເຄື່ອນຍ້າຍ​ອອກ​ໄປ​ຈາກ​ບ່ອນ​ຂອງ​ມັນ​ບໍ?

“ຕະກຽງ​ຂອງ​ຄົນ​ຊົ່ວຮ້າຍ​ຈະ​ຖືກ​ມອດ;

ແປວໄຟ​ຂອງ​ລາວ​ຈະ​ເຊົາ​ລຸກ​ໄໝ້.

ແສງສະຫວ່າງ​ໃນ​ເຕັນ​ຂອງ​ລາວ​ກໍ​ຈະ​ມືດ;

ຕະກຽງ​ຢູ່​ທາງ​ຂ້າງ​ລາວ​ກໍ​ດັບ​ໄປ.

ບາດກ້າວ​ທີ່​ໜັກແໜ້ນ​ຂອງ​ລາວ​ກໍ​ອ່ອນ​ລົງ;

ແຜນການ​ຂອງ​ລາວ​ເອງ​ເຮັດໃຫ້​ລາວ​ລົ້ມ​ລົງ.

ຕີນ​ຂອງ​ລາວ​ຍູ້​ລາວ​ເຂົ້າ​ໄປ​ໃສ່​ຕາໜ່າງ;

ລາວ​ພະເນຈອນ​ໄປ​ຕິດ​ກັບດັກ.

ກັບດັກ​ຈະ​ງັບ​ສົ້ນຕີນ​ຂອງ​ລາວ​ໄວ້;

ບ້ວງແຮ້ວ​ຮັດ​ລາວ​ໄວ້​ແໜ້ນໆ.

ບ້ວງແຮ້ວ​ໄດ້​ຖືກ​ຫ້າງ​ໄວ້​ດັກ​ຈັບ​ລາວ​ຢູ່​ເທິງ​ພື້ນດິນ;

ມີ​ກັບດັກ​ທີ່​ວາງ​ໄວ້​ຕາມ​ທາງ​ຂອງລາວ.

ຄວາມ​ຢ້ານກົວ​ໂຈມຕີ​ລາວ​ຢູ່​ທຸກ​ດ້ານ

ແລະ ຄອຍຖ້າ​ທຳຮ້າຍ​ທຸກ​ບາດກ້າວ​ຂອງ​ລາວ.

ຄວາມ​ພິນາດ​ຈ້ອງ​ຈະ​ທໍາຮ້າຍ​ລາວ;

ໄພພິບັດ​ກໍ​ຕຽມພ້ອມ​ແລ້ວ​ສໍາລັບ​ລາວ​ເມື່ອ​ລາວ​ລົ້ມ​ລົງ.

ມັນ​ກັດກິນ​ຜິວໜັງ​ບາງສ່ວນ​ຂອງ​ລາວ;

ຄວາມຕາຍ​ເລີ່ມ​ທໍາລາຍ​ແຂນ​ຂາ​ຂອງ​ລາວ.

ລາວ​ຖືກ​ລາກ​ອອກ​ມາ​ຈາກ​ເຕັນ ບ່ອນ​ທີ່​ປອດໄພ​ຂອງ​ລາວ

ແລະ ຖືກ​ນໍາ​ໄປ​ຫາ​ກະສັດ​ແຫ່ງ​ຄວາມ​ຢ້ານກົວ.

ໄຟ​ຢູ່​ໃນ1​ເຕັນ​ຂອງ​ລາວ;

ລຸກ​ໄໝ້​ໄຟ​ກະຈາຍ​ໄປ​ທົ່ວ​ບ່ອນ​ທີ່​ລາວ​ພັກ​ຢູ່.

ຮາກ​ຂອງ​ລາວ​ຢູ່​ດ້ານລຸ່ມ​ກໍ​ຫ່ຽວແຫ້ງ​ໄປ

ແລະ ກິ່ງ​ກ້ານ​ຂອງ​ລາວ​ຢູ່​ດ້ານເທິງ​ກໍ​ແຫ້ງ.

ອະນຸສອນ​ຂອງ​ລາວ​ພິນາດ​ຈິບຫາຍ​ໄປ​ຈາກ​ແຜ່ນດິນໂລກ;

ລາວ​ບໍ່​ມີ​ຊື່​ຢູ່​ເທິງ​ແຜ່ນດິນ.

ລາວ​ຖືກ​ຂັບໄລ່​ອອກ​ຈາກ​ຄວາມສະຫວ່າງ​ໄປ​ສູ່​ຄວາມ​ມືດມົນ

ແລະ ຖືກ​ຂັບໄລ່​ອອກ​ໄປ​ຈາກ​ໂລກ.

ລາວ​ບໍ່​ມີ​ລູກ​ຫລານ ຫລື ເຊື້ອສາຍ​ທ່າມກາງ​ປະຊາຊົນ​ຂອງ​ລາວ,

ແລະ ບໍ່​ມີ​ຜູ້ໃດ​ລອດ​ຊີວິດ​ໃນ​ດິນແດນ​ທີ່​ລາວ​ອາໄສ​ຢູ່.

ປະຊາຊົນ​ຢູ່​ທາງ​ທິດຕາເວັນຕົກ​ກໍ​ຕົກຕະລຶງ​ໃນ​ຊະຕາກຳ​ຂອງ​ລາວ;

ຄົນ​ຢູ່​ທາງ​ທິດຕາເວັນອອກ​ກໍ​ຕົກໃຈ​ຢ້ານ.

ແມ່ນແລ້ວ ສິ່ງເຫລົ່ານີ້​ເກີດ​ຂຶ້ນ​ຢູ່​ໃນ​ບ່ອນ​ທີ່​ຄົນ​ຊົ່ວ​ອາໄສ​ຢູ່;

ນີ້​ຄື​ສິ່ງ​ທີ່​ເກີດຂຶ້ນ​ໃນ​ບ່ອນ​ຂອງ​ຄົນ​ທີ່​ບໍ່​ຮູ້​ຈັກ​ພຣະເຈົ້າ”.

Source notes (1)
  1. Footnote ຫລື ພວກເຂົາ​ບໍ່​ມີ​ສິ່ງໃດ​ເຫລືອ​ຢູ່​ເລີຍ​ໃນ

Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.

Full source notice & licence · CC BY-SA 4.0 · SourceEdition imported 2026-11-09.

BibleKenya

Reader settings

Theme
Font
Alignment
Reading width

Saved in this browser and used offline too. Press ? for keyboard shortcuts.