Biblica® Open Lao Contemporary Version
ໂຢບ 36
ເອລີຮູໄດ້ເວົ້າຕໍ່ໄປວ່າ:
“ຂໍອົດທົນຟັງຂ້ອຍອີກຈັກໜ່ອຍ ແລະ ຂ້ອຍຈະສະແດງໃຫ້ພວກເຈົ້າເຫັນວ່າ
ຍັງມີອີກຫລາຍຢ່າງທີ່ຕ້ອງເວົ້າແທນພຣະເຈົ້າ.
ຂ້ອຍໄດ້ຄວາມຮູ້ມາຈາກແດນໄກ;
ຂ້ອຍຈະຊີ້ແຈງຄວາມຍຸຕິທຳນັ້ນຕໍ່ພຣະຜູ້ສ້າງຂອງຂ້ອຍ.
ຈົ່ງໝັ້ນໃຈວ່າຄຳເວົ້າຂອງຂ້ອຍບໍ່ມີຄວາມເທັດ;
ອົງຜູ້ຮອບຮູ້ແທ້ຈິງຢູ່ກັບພວກເຈົ້າແລ້ວ.
“ພຣະເຈົ້າເປັນອົງຜູ້ມີລິດອໍານາດຍິ່ງໃຫຍ່, ແຕ່ກໍບໍ່ໄດ້ດູຖູກຜູ້ໃດ;
ພຣະອົງເປັນອົງຜູ້ມີລິດອໍານາດຍິ່ງໃຫຍ່ ແລະ ຍຶດໝັ້ນໃນພຣະປະສົງຂອງພຣະອົງ.
ພຣະອົງບໍ່ປ່ອຍໃຫ້ຄົນຊົ່ວຮ້າຍມີຊີວິດຢູ່
ແຕ່ປະທານສິດໃຫ້ແກ່ຜູ້ທີ່ທຸກທໍລະມານ.
ຕາຂອງພຣະອົງບໍ່ຫັນໜີໄປຈາກຄົນຊອບທຳ;
ພຣະອົງໃຫ້ພວກເຂົານັ່ງເທິງບັນລັງຮ່ວມກັບບັນດາກະສັດ
ແລະ ຍົກຍ້ອງພວກເຂົາຕະຫລອດໄປ.
ແຕ່ຖ້າມະນຸດຖືກລ່າມໂສ້,
ຖືກມັດດ້ວຍບ້ວງແຫ່ງທຸກທໍລະມານ,
ພຣະອົງກ່າວບອກພວກເຂົາວ່າພວກເຂົາບອກເຖິງສິ່ງທີ່ພວກເຂົາໄດ້ກະທໍາ
ວ່າພວກເຂົາໄດ້ເຮັດບາບດ້ວຍຄວາມຈອງຫອງ.
ພຣະອົງເຮັດໃຫ້ພວກເຂົາຮັບຟັງຄໍາຕັກເຕືອນ
ແລະ ສັ່ງໃຫ້ພວກເຂົາກັບໃຈຈາກຄວາມຊົ່ວຮ້າຍຂອງຕົນ.
ຖ້າພວກເຂົາເຊື່ອຟັງ ແລະ ຮັບໃຊ້ພຣະອົງ,
ພວກເຂົາຈະໃຊ້ຊີວິດທີ່ເຫລືອຂອງພວກເຂົາດ້ວຍຄວາມຈະເລີນຮຸ່ງເຮືອງ
ແລະ ປີເດືອນຂອງພວກເຂົາຈະມີຄວາມພໍໃຈ.
ແຕ່ຖ້າພວກເຂົາບໍ່ຍອມຟັງ,
ພວກເຂົາຈະພິນາດດ້ວຍຄົມດາບ1
ແລະ ຕາຍໄປໂດຍປາດສະຈາກຄວາມຮູ້.
“ຄົນບໍ່ນັບຖືພຣະເຈົ້າເກັບຄວາມຄຽດແຄ້ນໄວ້ໃນໃຈ;
ແມ່ນແຕ່ພຣະອົງລ່າມໂສ້ພວກເຂົາໄວ້, ພວກເຂົາກໍບໍ່ຮ້ອງຂໍຄວາມຊ່ວຍເຫລືອ.
ພວກເຂົາຕາຍໄປຕັ້ງແຕ່ຍັງໜຸ່ມ,
ໃນທ່າມກາງພວກຜູ້ຊາຍຂາຍໂຕຕາມສະຖານທີ່ບູຊາ.
ແຕ່ບັນດາຄົນທີ່ທຸກທໍລະມານນັ້ນພຣະເຈົ້າຊ່ວຍໃຫ້ພົ້ນຈາກຄວາມທຸກທໍລະມານຂອງພວກເຂົາ;
ພຣະອົງກ່າວກັບພວກເຂົາໃນຍາມທຸກລຳບາກ.
“ພຣະອົງກໍາລັງຊອກຫາທາງໃຫ້ເຈົ້າອອກຈາກຄວາມທຸກຍາກ
ມາສູ່ສະຖານທີ່ກວ້າງຂວາງທີ່ບໍ່ມີຂໍ້ຈຳກັດ,
ມາສູ່ໂຕະອາຫານຂອງເຈົ້າທີ່ເຕັມໄປດ້ວຍອາຫານອັນດີ.
ແຕ່ບັດນີ້ເຈົ້າມົວແຕ່ເອົາໃຈໃສ່ຢູ່ກັບການລົງໂທດທີ່ຄົນຊົ່ວຮ້າຍສົມຄວນໄດ້ຮັບ;
ການພິພາກສາ ແລະ ຄວາມຍຸຕິທຳໄດ້ໂຈມຕີເຈົ້າແລ້ວ.
ຈົ່ງລະວັງ ຢ່າໃຫ້ຜູ້ໃດລໍ້ລວງເຈົ້າດ້ວຍຄວາມຮັ່ງມີ;
ຢ່າໃຫ້ສິນບົນເປັນຈໍານວນຫລວງຫລາຍເຮັດໃຫ້ເຈົ້າຫລົງຜິດໄປ.
ຊັບສົມບັດຂອງເຈົ້າ ຫລື ແມ່ນແຕ່ອໍານາດຂອງເຈົ້ານັ້ນ
ຈະຊ່ວຍຄ້ຳຊູເຈົ້າບໍ່ໃຫ້ຕົກຢູ່ໃນຄວາມທຸກໄດ້ບໍ?
ຢ່າຄະນິງຫາຍາມກາງຄືນ,
ເພື່ອລາກຄົນອອກຈາກເຮືອນຂອງພວກເຂົາ.2
ຈົ່ງລະມັດລະວັງຢ່າຫັນກັບໄປຫາຄວາມຊົ່ວຮ້າຍ,
ເຊິ່ງເບິ່ງເໝືອນວ່າເຈົ້າຈະມັກຫລາຍກວ່າຄວາມທຸກ.
“ໂດຍລິດອຳນາດຂອງພຣະເຈົ້າ ພຣະອົງໄດ້ຮັບການຍົກຍ້ອງ.
ຜູ້ໃດຈະເປັນອາຈານເໝືອນດັ່ງພຣະອົງ?
ຜູ້ໃດກໍານົດວິຖີທາງຂອງພຣະອົງໄດ້,
ຫລື ກ່າວກັບພຣະອົງວ່າ, ‘ພຣະອົງໄດ້ເຮັດຜິດ’?
ຢ່າລືມຍົກຍ້ອງການກະທໍາຂອງພຣະເຈົ້າ,
ເຊິ່ງມະນຸດໄດ້ຮ້ອງສັນລະເສີນເປັນບົດເພງ.
ມວນມະນຸດທັງໝົດໄດ້ເຫັນສິ່ງທີ່ພຣະອົງໄດ້ກະທໍາ.
ມະນຸດເບິ່ງກິດຈະການຂອງພຣະອົງຈາກບ່ອນໄກ;
ພຣະເຈົ້າຍິ່ງໃຫຍ່ເກີນກວ່າທີ່ພວກເຮົາຈະເຂົ້າໃຈ!
ພຣະອົງດຳລົງຢູ່ດົນນານເທົ່າໃດເກີນກວ່າທີ່ຈະຮູ້ໄດ້.
“ພຣະອົງເອົາຢົດນ້ຳຂຶ້ນມາ,
ແລ້ວກັ່ນຕອງເປັນຝົນຫົດແມ່ນ້ຳ;3
ເມກທັງຫລາຍເທຄວາມຊຸ່ມຊື່ນລົງມາ
ແລະ ຖອກເທຝົນແກ່ມະນຸດຢ່າງຫລວງຫລາຍ.
ຜູ້ໃດສາມາດເຂົ້າໃຈໄດ້ເຖິງການກະຈາຍຂອງກ້ອນເມກ,
ພຣະອົງເຮັດໃຫ້ມີສຽງຟ້າຮ້ອງຈາກບ່ອນທີ່ພຣະອົງຢູ່ໄດ້ຢ່າງໃດ?
ຈົ່ງເບິ່ງວິທີການທີ່ພຣະອົງເຮັດໃຫ້ຟ້າແມບກະຈາຍອ້ອມພຣະອົງ,
ອາບບ່ອນເລິກທ້ອງແຫ່ງທະເລ.
ໂດຍວິທີນີ້ພຣະອົງປົກຄອງ4ຊົນຊາດທັງຫລາຍ
ແລະ ໂຜດປະທານອາຫານຢ່າງອຸດົມສົມບູນ.
ພຣະອົງຄວບຄຸມຟ້າແມບໄວ້ໃນມືຂອງພຣະອົງ
ແລະ ສັ່ງໃຫ້ມັນຜ່າຖືກຈຸດທີ່ໝາຍໄວ້.
ຟ້າແມບເຫລື້ອມຂອງພຣະອົງປະກາດວ່າພະຍຸກຳລັງຈະມາ;
ແມ່ນແຕ່ຝູງສັດກໍບອກໃຫ້ຮູ້ວ່າພະຍຸໃກ້ເຂົ້າມາແລ້ວ.5
Source notes (5)
- Footnote ຫລື ຈະຂ້າມແມ່ນ້ຳນັ້ນ
- Footnote ໃນພາສາເຮັບເຣີຂໍ້ 18-20 ມີຄວາມຫມາຍບໍ່ຊັດເຈນ
- Footnote ຫລື ກັ່ນລະອອງນ້ຳມາເປັນຝົນ
- Footnote ຫລື ລ້ຽງດູ
- Footnote ຫລື ປະກາດການມາຂອງພຣະອົງ ອົງຜູ້ຕໍ່ານຄວາມຊົ່ວຮ້າຍ
Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.
Full source notice & licence · CC BY-SA 4.0 · SourceEdition imported 2026-11-09.