Skip to content
BibleKenya

Biblica® Open Lao Contemporary Version

ໂຢບ 16

ໂຢບ

ແລ້ວ​ໂຢບ​ໄດ້​ຕອບ​ວ່າ:

“ຂ້ອຍ​ໄດ້​ຍິນ​ເລື່ອງ​ແບບ​ນີ້​ມາ​ຫລາຍ​ແລ້ວ;

ພວກເຈົ້າ​ທຸກ​ຄົນ​ເປັນ​ນັກ​ໜູນໃຈ​ທີ່​ໃຊ້​ການ​ບໍ່​ໄດ້!

ຄໍາເວົ້າ​ອັນ​ຍືດຍາວ​ຂອງ​ພວກເຈົ້າ​ຈະ​ບໍ່​ຈົບ​ຈັກເທື່ອ​ບໍ?

ອັນໃດ​ທີ່​ເຮັດ​ໃຫ້​ພວກເຈົ້າ​ຍັງ​ໂຕ້ຖຽງ​ກັນ​ຢູ່?

ຂ້ອຍ​ກໍ​ເວົ້າ​ຄືກັນ​ກັບ​ພວກເຈົ້າ​ໄດ້,

ຖ້າ​ພວກເຈົ້າ​ຕົກ​ຢູ່​ໃນ​ສະພາບ​ດຽວ​ກັບ​ຂ້ອຍ;

ຂ້ອຍ​ກໍ​ສາມາດ​ເວົ້າ​ຢ່າງ​ອ່ອນຫວານ​ກັບ​ພວກເຈົ້າ

ແລະ ແກວ່ງ​ຫົວ​ຂອງ​ຂ້ອຍ​ເຢີ້ຍ​ພວກເຈົ້າ​ໄດ້.

ແຕ່​ປາກ​ຂອງ​ຂ້ອຍຈະ​ເວົ້າ​ໃຫ້​ກຳລັງ​ໃຈ​ພວກເຈົ້າ;

ຄໍາ​ເລົ້າໂລມ​ຈາກ​ປາກ​ຂອງ​ຂ້ອຍ​ຈະ​ນໍາ​ຄວາມ​ຜ່ອນຄາຍ​ມາ​ໃຫ້​ເຈົ້າ.

“ແຕ່​ຖ້າ​ຂ້ອຍ​ຈະ​ເວົ້າ​ອອກ​ໄປ, ຄວາມ​ເຈັບປວດ​ຂອງ​ຂ້ອຍ​ກໍ​ບໍ່​ໄດ້​ບັນເທົາ​ລົງ;

ແລະ ຖ້າ​ຂ້ອຍ​ມິດງຽບ​ຢູ່, ມັນ​ກໍ​ບໍ່​ໄດ້​ຫາຍ​ໄປ.

ຂ້າແດ່​ພຣະເຈົ້າ, ແນ່ນອນ, ພຣະອົງ​ເຮັດ​ໃຫ້​ຂ້ານ້ອຍ​ອ່ອນແຮງ;

ພຣະອົງ​ທໍາລາຍ​ຄອບຄົວ​ທັງໝົດ​ຂອງ​ຂ້ານ້ອຍ.

ພຣະອົງ​ໄດ້​ຈັບ​ຂ້ານ້ອຍ​ມັດ ແລະ ມັນ​ກໍ​ກາຍເປັນ​ພະຍານ​ອັນ​ໜຶ່ງ;

ຮ່າງກາຍ​ທີ່​ຈ່ອຍ​ຜອມ​ຂອງ​ຂ້ານ້ອຍ​ໄດ້​ລຸກ​ຂຶ້ນ ແລະ ເປັນ​ພະຍານ​ຕໍ່ສູ້​ຂ້ານ້ອຍ.

ພຣະເຈົ້າ​ໂຈມຕີ​ຂ້ອຍ ແລະ ຈີກ​ຂ້ອຍ​ດ້ວຍ​ຄວາມ​ໃຈຮ້າຍ​ຂອງ​ພຣະອົງ

ແລະ ພຣະອົງ​ກັດ​ແຂ້ວ​ໃສ່​ຂ້ອຍ;

ຄູ່​ຕໍ່ສູ້​ຂອງ​ຂ້ອຍ​ຈ້ອງ​ເບິ່ງ​ຂ້ອຍ​ດ້ວຍ​ສາຍຕາ​ອາຄາດ.

ຄົນ​ອ້າ​ປາກ​ເຢາະເຢີ້ຍ​ຂ້ອຍ;

ພວກເຂົາ​ຕົບ​ແກ້ມ​ຂ້ອຍ​ດ້ວຍ​ການ​ດູຖູກ

ແລະ ຮວ່ມ​ຫົວ​ກັນ​ຕໍ່ສູ້​ຂ້ອຍ.

ພຣະເຈົ້າ​ໄດ້​ມອບ​ຂ້ອຍ​ໄວ້​ກັບ​ຄົນ​ທີ່​ບໍ່​ນັບຖື​ພຣະເຈົ້າ

ແລະ ໂຍນ​ຂ້ອຍ​ໄວ້​ໃນ​ກໍາມື​ຂອງ​ຄົນ​ຊົ່ວ.

ທຸກສິ່ງ​ທີ່​ຢູ່​ກັບ​ຂ້ອຍ​ກໍ​ສະຫງົບສຸກ​ດີ, ແຕ່​ພຣະອົງ​ໄດ້​ທຸບ​ຂ້ອຍ;

ພຣະອົງ​ຈັບ​ຄໍ​ຂ້ອຍ ແລະ ຟາດ​ຂ້ອຍ​ໃຫ້​ແຕກ​ໝຸ່ນ.

ພຣະອົງ​ເຮັດໃຫ້​ຂ້ອຍ​ເປັນ​ເປົ້າ​ຂອງ​ພຣະອົງ;

ນັກທະນູ​ຂອງ​ພຣະອົງ​ລ້ອມ​ຂ້ອຍ​ໄວ້.

ພຣະອົງ​ເຈາະ​ໝາກໄຂ່​ຫລັງ​ໂດຍ​ບໍ່​ມີ​ຄວາມ​ເມດຕາ

ແລະ ນ້ຳບີ​ຂອງ​ຂ້ອຍ​ກໍ​ຍ້ອຍ​ລົງ​ພື້ນດິນ.

ພຣະອົງ​ລະເບີດ​ໃສ່​ຂ້ອຍ​ຊໍ້າແລ້ວ​ຊໍ້າອີກ;

ພຣະອົງ​ແລ່ນ​ເຂົ້າ​ໃສ່​ຂ້ອຍ​ເໝືອນດັ່ງ​ນັກຮົບ.

“ຂ້ອຍ​ໄດ້​ຫຍິບ​ຜ້າ​ກະສອບ​ເຂົ້າ​ຕິດ​ກັບ​ຜິວໜັງ​ຂອງ​ຂ້ອຍ

ແລະ ຝັງ​ຄິ້ວ​ຂອງ​ຂ້ອຍ​ໄວ້​ໃນ​ຂີ້ຝຸ່ນ​ດິນ.

ໜ້າ​ຂອງ​ຂ້ອຍ​ກໍ​ແດງ​ເພາະ​ການ​ຮ້ອງໄຫ້.

ເປົ້າຕາ​ຂອງ​ຂ້ອຍ​ຊໍ້າ​ດຳ​ເປັນ​ວົງ;

ແຕ່​ມື​ຂອງ​ຂ້ອຍ​ນັ້ນ​ກໍ​ສະອາດ​ປາດສະຈາກ​ຄວາມ​ຮຸນແຮງ

ແລະ ຄຳ​ອະທິຖານ​ຂອງ​ຂ້ອຍ​ກໍ​ບໍລິສຸດ.

“ແຜ່ນດິນໂລກ​ເອີຍ, ຢ່າ​ປົກປິດ​ເລືອດ​ຂອງ​ຂ້ອຍ​ໄວ້;

ຢ່າ​ໃຫ້​ສຽງ​ຮ້ອງໄຫ້​ຂອງ​ຂ້ອຍ​ມິດງຽບ​ຢູ່!

ບັດນີ້ ແມ່ນແຕ່​ພະຍານ​ຂອງ​ຂ້ອຍ​ຢູ່​ໃນ​ຟ້າສະຫວັນ;

ຜູ້ຊ່ວຍ​ຂອງ​ຂ້ອຍ​ກໍ​ຢູ່​ເບື້ອງເທິງ.

ຜູ້​ອ້ອນວອນ​ແທນ​ຂ້ອຍ​ກໍ​ເປັນ​ໝູ່ເພື່ອນ​ຂອງ​ຂ້ອຍ1

ຂະນະ​ທີ່​ຕາ​ຂອງ​ຂ້ອຍ​ຫລັ່ງ​ນ້ຳຕາ​ຕໍ່​ພຣະເຈົ້າ;

ຜູ້​ຕາງໜ້າ​ຂອງ​ມະນຸດ ລາວ​ອ້ອນວອນ​ຂໍ​ພຣະເຈົ້າ

ດັ່ງ​ຜູ້ໜຶ່ງ​ອ້ອນວອນ​ຂໍ​ແທນ​ໝູ່ເພື່ອນ.

“ອີກ​ບໍ່​ເທົ່າໃດ​ປີ​ກໍ​ຈະ​ຜ່ານ​ພົ້ນ​ໄປ

ກ່ອນທີ່​ຂ້ອຍ​ຈະ​ຍ່າງ​ໄປ​ຕາມ​ທາງ​ທີ່​ບໍ່​ມີ​ວັນ​ກັບ​ຄືນ​ມາ​ອີກ.

Source notes (1)
  1. Footnote ຫລື ເພື່ອນ​ຂອງ​ຂ້າ​ປະຕິບັດ​ຕໍ່​ຂ້າ​ຢ່າງ​ເຍີ້ຍ​ຫຍັນ

Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.

Full source notice & licence · CC BY-SA 4.0 · SourceEdition imported 2026-11-09.

BibleKenya

Reader settings

Theme
Font
Alignment
Reading width

Saved in this browser and used offline too. Press ? for keyboard shortcuts.