Biblica® Open Lao Contemporary Version
ໂຢບ 15
ເອລີຟັດ
ເອລີຟັດຊາວເຕມານໄດ້ຕອບວ່າ:
“ຄົນສະຫລາດຈະຕອບແບບບໍ່ຄິດຊັ້ນບໍ
ຫລື ໃຫ້ລົມຕາເວັນອອກທີ່ຮ້ອນເອົ້າພັດເຂົ້າເຕັມທ້ອງຂອງພວກເຂົາບໍ?
ພວກເຂົາຈະໂຕ້ແຍ້ງດ້ວຍຖ້ອຍຄຳທີ່ໄຮ້ປະໂຫຍດ,
ດ້ວຍຄໍາເວົ້າທີ່ບໍ່ມີຄຸນຄ່າບໍ?
ແຕ່ເຈົ້າໄດ້ທຳລາຍແມ່ນແຕ່ຄວາມຢຳເກງພຣະເຈົ້າ
ແລະ ກີດກັນການອຸທິດຕົນຕໍ່ພຣະເຈົ້າກໍຕາມ.
ບາບຂອງເຈົ້າຍົວະໃຫ້ປາກຂອງເຈົ້າເວົ້າ;
ເຈົ້າຮັບເອົາລິ້ນຂອງຄົນມີເລ້ຫລ່ຽມ.
ປາກຂອງເຈົ້າເອງທີ່ກ່າວໂທດເຈົ້າ, ບໍ່ແມ່ນປາກຂອງຂ້ອຍ;
ຮີມສົບຂອງເຈົ້າເອງເປັນພະຍານຕໍ່ສູ້ເຈົ້າ.
“ເຈົ້າເປັນມະນຸດຄົນທຳອິດທີ່ເກີດມາບໍ?
ເຈົ້າເກີດກ່ອນທີ່ເນີນພູຈະຖືກສ້າງຂຶ້ນບໍ?
ເຈົ້ານັ່ງຟັງຢູ່ໃນສະພາຂອງພຣະເຈົ້າບໍ?
ເຈົ້າຜູກຂາດສະຕິປັນຍາໄວ້ຄົນດຽວບໍ?
ມີສິ່ງໃດທີ່ເຈົ້າຮູ້ພວກເຮົາບໍ່ຮູ້ແດ່?
ມີຄວາມເຂົ້າໃຈອັນເລິກເຊິ່ງອັນໃດທີ່ພວກເຮົາບໍ່ເຂົ້າໃຈແດ່?
ຄົນຜົມຫງອກ ແລະ ຜູ້ອາວຸໂສກໍເຂົ້າຂ້າງພວກເຮົາ,
ຄົນເຫລົ່ານັ້ນເຖົ້າກວ່າພໍ່ຂອງເຈົ້າອີກ.
ຄຳເລົ້າໂລມໃຈຈາກພຣະເຈົ້າບໍ່ພຽງພໍສຳລັບເຈົ້າບໍ?
ຖ້ອຍຄຳອ່ອນໂຍນບໍ່ພຽງພໍສໍາລັບເຈົ້າບໍ?
ເປັນຫຍັງຈິດໃຈຂອງເຈົ້າຈຶ່ງພາເຈົ້າຫລົງໄປ,
ແລະ ເປັນຫຍັງຕາຂອງເຈົ້າຈຶ່ງລຸກເປັນໄຟ,
ທີ່ເຈົ້າຈຶ່ງລະບາຍຄວາມໂມໂຫຮ້າຍຂອງເຈົ້າຕໍ່ພຣະເຈົ້າ
ແລະ ເວົ້າຄໍາເວົ້າແບບນັ້ນອອກມາຈາກປາກຂອງເຈົ້າ?
“ມະນຸດເປັນຫຍັງທີ່ພວກເຂົາຈະບໍລິສຸດໄດ້,
ຫລື ຄົນໃດທີ່ເກີດມາຈາກຜູ້ຍິງທີ່ຈະເປັນຄົນຊອບທຳໄດ້?
ຖ້າພຣະເຈົ້າບໍ່ໄວ້ວາງໃຈໃນບັນດາເທວະດາຂອງພຣະອົງ,
ແມ່ນແຕ່ຟ້າສະຫວັນກໍບໍ່ບໍລິສຸດໃນສາຍຕາຂອງພຣະອົງ,
ມະນຸດກໍຊົ່ວຮ້າຍ ແລະ ເສື່ອມຊາມລົງຫລາຍກວ່ານັ້ນຈັກເທົ່າໃດ,
ຜູ້ທີ່ດື່ມຄວາມຊົ່ວຮ້າຍດັ່ງດື່ມນ້ຳ!
“ຈົ່ງຟັງຂ້ອຍ ແລະ ຂ້ອຍຈະອະທິບາຍໃຫ້ເຈົ້າຟັງ;
ໃຫ້ຂ້ອຍບອກເຈົ້າເຖິງສິ່ງທີ່ຂ້ອຍໄດ້ເຫັນມາ,
ສິ່ງທີ່ຄົນສະຫລາດໄດ້ບອກໄວ້,
ບໍ່ປິດບັງສິ່ງໃດໆທີ່ໄດ້ຮັບຈາກບັນພະບຸລຸດຂອງພວກເຂົາ
(ຜູ້ໄດ້ຮັບມອບດິນແດນແຕ່ຜູ້ດຽວ
ເມື່ອບໍ່ມີຄົນຕ່າງດ້າວຍ້າຍມາຢູ່ທ່າມກາງພວກເຂົາ):
ຄົນຊົ່ວຮ້າຍທຸກທໍລະມານຕະຫລອດຊີວິດຂອງລາວ,
ຄົນທີ່ໂຫດຮ້າຍທົນທຸກຕະຫລອດຊົ່ວຊີວິດຂອງລາວ.
ສຽງອັນໜ້າຢ້ານດັງກ້ອງຢູ່ໃນຫູຂອງລາວ;
ເມື່ອທຸກຢ່າງເບິ່ງຄືສະຫງົບສຸກດີ, ພວກໂຈນກໍໂຈມຕີລາວ.
ລາວໝົດຫວັງທີ່ຈະໜີໃຫ້ພົ້ນຈາກອານາຈັກແຫ່ງຄວາມມືດ;
ລາວຖືກໝາຍຫົວໄວ້ເພື່ອຂ້າ.
ລາວເລາະໄປຊອກຫາອາຫານເໝືອນດັ່ງໂຕແຮ້ງ;1
ລາວຮູ້ວ່າວັນແຫ່ງຄວາມມືດມົນກໍຢູ່ພຽງປາຍນິ້ວມື.
ຄວາມທຸກໃຈ ແລະ ຄວາມເຈັບປວດເຮັດໃຫ້ລາວຢ້ານກົວ;
ຄວາມເດືອດຮ້ອນຖ້ວມລາວເໝືອນດັ່ງກະສັດບຸກເຂົ້າໂຈມຕີ,
ເພາະລາວຍົກກຳປັ້ນຂອງຕົນໃສ່ພຣະເຈົ້າ
ແລະ ອວດຕົນເອງຕໍ່ອົງຜູ້ມີລິດອໍານາດຍິ່ງໃຫຍ່,
ລາວຖືໂລ່ໜາ ແລະ ແຂງແກ່ນຕໍ່ສູ້ພຣະອົງ
ໂດຍການກ່າວທ້າທາຍຕໍ່ພຣະອົງ.
“ເຖິງແມ່ນວ່າໜ້າຂອງລາວກໍເຕັມໄປດ້ວຍໄຂມັນ
ແລະ ແອວຂອງລາວອວບເຕັມດ້ວຍເນື້ອໜັງ,
ລາວຈະອາໄສໃນເມືອງທີ່ຮົກຮ້າງເພພັງ
ແລະ ເຮືອນບ່ອນທີ່ບໍ່ມີຜູ້ໃດອາໄສຢູ່,
ເຮືອນທີ່ເປັນຊາກຫັກເພພັງ.
ລາວຈະບໍ່ຮັ່ງມີອີກຕໍ່ໄປ ແລະ ຊັບສົມບັດຂອງລາວຈະບໍ່ຄົງຢູ່,
ແລະ ການປົກຄອງຂອງລາວຈະບໍ່ຂະຫຍາຍໄປທົ່ວແຜ່ນດິນ.
ລາວຈະໜີບໍ່ພົ້ນຄວາມມືດມົນ;
ແປວໄຟເຮັດໃຫ້ໜໍ່ຂອງລາວຫ່ຽວແຫ້ງໄປ,
ລົມຈາກຂອງພຣະເຈົ້າຈະພັດລາວປິວໄປ.
ຢ່າໃຫ້ລາວຫລອກລວງຕົນເອງໂດຍໄວ້ວາງໃຈສິ່ງທີ່ໄຮ້ຄ່າ,
ເພາະລາວຈະບໍ່ໄດ້ອັນໃດຕອບແທນ.
ລາວຈະຫ່ຽວແຫ້ງໄປກ່ອນວັນເວລາຂອງລາວ,
ແລະ ກິ່ງກ້ານຂອງລາວຈະບໍ່ເຕີບໂຕ.
ລາວຈະເປັນເໝືອນເຄືອອະງຸ່ນທີ່ໝາກຂອງມັນຫລົ່ນຕັ້ງແຕ່ຍັງດິບ,
ດັ່ງຕົ້ນໝາກກອກທີ່ດອກຂອງມັນຫລົ່ນເມື່ອຫາກໍບານ.
ເພາະກຸ່ມຄົນທີ່ບໍ່ເຊື່ອຖືພຣະເຈົ້ານັ້ນຈະເປັນໝັນ,
ແລະ ໄຟຈະເຜົາຜານເຕັນຂອງຜູ້ທີ່ຮັກສິນບົນ.
ພວກເຂົາຖືພາຄວາມເດືອດຮ້ອນ ແລະ ເກີດຄວາມຊົ່ວອອກມາ;
ທ້ອງຂອງພວກເຂົາມີແຕ່ການຫລອກລວງ”.
Source notes (1)
- Footnote ຫລື ເລ້ເຫລ້ອນຊອກຫາອາຫານ
Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.
Full source notice & licence · CC BY-SA 4.0 · SourceEdition imported 2026-11-09.