Biblica® Open Lao Contemporary Version
ໂຢບ 14
“ມະນຸດເກີດຈາກຜູ້ຍິງນັ້ນ,
ມີອາຍຸສັ້ນ ແລະ ກໍເຕັມໄປດ້ວຍຄວາມເດືອດຮ້ອນ.
ພວກເຂົາເບັ່ງບານເໝືອນດັ່ງດອກໄມ້ແລ້ວກໍຫ່ຽວແຫ້ງໄປ;
ເປັນດັ່ງເງົາທີ່ຫາຍໄປ, ມັນບໍ່ຄົງຢູ່.
ພຣະອົງປັກຕາເບິ່ງພວກເຂົາຢູ່ບໍ່?
ພຣະອົງຈະນຳພວກເຂົາ1ມາຕໍ່ໜ້າພຣະອົງເພື່ອພິພາກສາບໍ?
ຜູ້ໃດສາມາດເອົາສິ່ງທີ່ບໍລິສຸດອອກຈາກສິ່ງທີ່ເປັນມົນທິນໄດ້ບໍ?
ບໍ່ມີຈັກຄົນ!
ວັນເວລາຂອງມະນຸດຖືກກຳນົດໄວ້ແລ້ວ;
ພຣະອົງໄດ້ກຳນົດປີເດືອນຂອງມະນຸດ
ແລະ ໄດ້ຕັ້ງຂອບເຂດທີ່ມະນຸດບໍ່ສາມາດເກີນກຳນົດໄປໄດ້.
ສະນັ້ນຂໍຫັນໜ້າໄປຈາກລາວ ແລະ ປ່ອຍລາວໄວ້ຢູ່ຕາມລຳພັງ,
ຈົນກວ່າເວລາຂອງລາວຈະໝົດໄປເໝືອນກຳມະກອນທີ່ຖືກຈ້າງ.
“ຢ່າງນ້ອຍກໍມີຄວາມຫວັງສຳລັບຕົ້ນໄມ້ຄື:
ຖ້າມັນຖືກປໍ້າລົງ, ກໍຍັງຈະແຕກໜໍ່ຂຶ້ນມາອີກ,
ແລະ ງ່າໃໝ່ຂອງມັນປົ່ງຂຶ້ນມາບໍ່ຂາດ.
ຮາກຂອງມັນອາດຈະແກ່ຢູ່ໃນພື້ນດິນ
ແລະ ຕໍຂອງມັນກໍຕາຍຢູ່ໃນດິນ,
ແຕ່ເມື່ອມັນໄດ້ກິ່ນອາຍຂອງນ້ຳ ມັນກໍຈະຊື່ນຂຶ້ນ
ແລະ ກໍເກີດໜໍ່ຂຶ້ນມາໃໝ່ເໝືອນຕົ້ນໄມ້.
ແຕ່ຄົນຕາຍໄປ ແລະ ກໍໝົດແຮງໄປ;
ລາວຫາຍໃຈຄັ້ງສຸດທ້າຍແລ້ວກໍບໍ່ເຫລືອອັນໃດ.
ດັ່ງນ້ຳໃນໜອງທີ່ເຫືອດແຫ້ງໄປ
ຫລື ແມ່ນ້ຳໄດ້ແຫ້ງ ແລະ ແຕກແຫງ,
ລາວກໍນອນລົງ ແລະ ບໍ່ໄດ້ລຸກຂຶ້ນມາອີກ;
ຈົນກວ່າຟ້າສະຫວັນກໍບໍ່ມີອີກ, ຄົນກໍຈະບໍ່ຕື່ນຂຶ້ນມາ
ຫລື ຖືກປຸກໃຫ້ຕື່ນຂຶ້ນມາຈາກການນອນຫລັບຂອງຕົນ.
“ຖ້າພຣະອົງພຽງແຕ່ເຊື່ອງຂ້ານ້ອຍໄວ້ໃນຂຸມຝັງສົບ
ແລະ ບັງຂ້ານ້ອຍໄວ້ຈົນກວ່າຄວາມໃຈຮ້າຍຂອງພຣະອົງໄດ້ຜ່ານໄປ!
ຖ້າພຣະອົງພຽງແຕ່ກຳນົດເວລາໃຫ້ຂ້ານ້ອຍ
ແລະ ລະນຶກເຖິງຂ້ານ້ອຍອີກ!
ເມື່ອຄົນຕາຍໄປ, ພວກເຂົາຈະມີຊີວິດອີກບໍ?
ຂ້ານ້ອຍເຮັດວຽກຢ່າງໜັກຕະຫລອດວັນເວລາຂອງຂ້ານ້ອຍ
ຂ້ານ້ອຍຈະລໍຄອຍການປ່ຽນແປງໃໝ່2ທີ່ຈະມາເຖິງ.
ພຣະອົງຈະເອີ້ນ ແລະ ຂ້ານ້ອຍຈະຕອບພຣະອົງ;
ພຣະອົງຈະຄິດເຖິງສິ່ງທີ່ໄດ້ຖືກສ້າງຂຶ້ນມາດ້ວຍມືຂອງພຣະອົງ.
ແນ່ນອນ ພຣະອົງຈະນັບບາດຍ່າງຂອງຂ້ານ້ອຍ
ແຕ່ບໍ່ນັບບາບຂອງຂ້ານ້ອຍ.
ການລ່ວງລະເມີດຂອງຂ້ານ້ອຍຈະຖືກປະທັບຕາໄວ້ໃນຖົງ;
ພຣະອົງຈະປົກປິດບາບຂອງຂ້ານ້ອຍໄວ້.
“ແຕ່ເໝືອນດັ່ງພູເຂົາທີ່ເຈື່ອນ ແລະ ພັງທະລາຍລົງ
ແລະ ເໝືອນດັ່ງຫີນຖືກຍ້າຍໄປຈາກບ່ອນຂອງມັນ,
ເໝືອນດັ່ງນ້ຳໄຫລເຊາະກ້ອນຫີນ ແລະ ກະແສນ້ຳໄຫລແຮງພັດດິນໄປ,
ສະນັ້ນ ພຣະອົງທຳລາຍຄວາມຫວັງຂອງມະນຸດ.
ພຣະອົງເອົາຊະນະພວກເຂົາພຽງຄັ້ງດຽວ, ແລະ ພວກເຂົາກໍລ່ວງລັບໄປ;
ພຣະອົງປ່ຽນສີໜ້າຂອງພວກເຂົາ ແລະ ສົ່ງພວກເຂົາໄປ.
ຖ້າລູກຂອງພວກເຂົາໄດ້ຮັບກຽດ, ພວກເຂົາກໍບໍ່ຮູ້;
ຖ້າລູກຂອງພວກເຂົາຕົກຕ່ຳ, ພວກເຂົາກໍບໍ່ເຫັນ.
ພວກເຂົາຮູ້ສຶກໄດ້ແຕ່ຄວາມເຈັບປວດຂອງຮ່າງກາຍຂອງຕົນເອງ
ແລະ ຄ່ຳຄວນເພື່ອຕົນເອງເທົ່ານັ້ນ”.
Source notes (2)
- Footnote ພາສາເຮັບເຣີວ່າ ຂ້າພຣະອົງ
- Footnote ຫລື ການປົດປ່ອຍ
Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.
Full source notice & licence · CC BY-SA 4.0 · SourceEdition imported 2026-11-09.