Skip to content
BibleKenya

Biblica® Open Lao Contemporary Version

ໂຢບ 13

“ຕາ​ຂອງ​ຂ້ອຍ​ໄດ້​ເຫັນ​ສິ່ງ​ທັງໝົດ​ນີ້,

ຫູ​ຂອງ​ຂ້ອຍ​ໄດ້​ຍິນ ແລະ ເຂົ້າໃຈ​ແລ້ວ.

ສິ່ງທີ່​ເຈົ້າ​ຮູ້, ຂ້ອຍ​ກໍ​ຮູ້​ເໝືອນກັນ;

ຂ້ອຍ​ບໍ່​ໄດ້​ຕໍ່າຕ້ອຍ​ກວ່າ​ພວກເຈົ້າ​ເລີຍ.

ແຕ່​ຂ້ອຍ​ຢາກ​ຈະ​ກ່າວ​ກັບ​ອົງ​ຜູ້​ມີ​ລິດ​ອຳນາດ​ຍິ່ງໃຫຍ່

ແລະ ຢາກ​ຈະ​ໂຕ້ແຍ້ງ​ຄະດີ​ຂອງ​ຂ້ອຍ​ກັບ​ພຣະເຈົ້າ.

ແມ່ນວ່າ​ພວກເຈົ້າ​ເອົາ​ຄວາມຕົວະ​ທາ​ໃສ່​ຂ້ອຍ;

ພວກເຈົ້າ​ເປັນ​ໝໍ​ທີ່​ບໍ່​ໄດ້​ເລື່ອງ!

ຖ້າ​ພວກເຈົ້າ​ພຽງແຕ່​ມິດງຽບ​ຢູ່!

ສໍາລັບ​ພວກເຈົ້າ​ກໍ​ຖືວ່າ​ເປັນ​ຄົນ​ມີ​ປັນຍາ.

ບັດນີ້​ຈົ່ງ​ຟັງ​ຄຳ​ໂຕ້ແຍ້ງ​ຂອງ​ຂ້ອຍ;

ຈົ່ງ​ຟັງ​ຄຳ​ອ້ອນວອນ​ຈາກ​ປາກ​ຂອງ​ຂ້ອຍ.

ພວກເຈົ້າ​ຈະ​ເວົ້າ​ຊົ່ວ​ແທນ​ພຣະເຈົ້າ​ໄດ້​ບໍ?

ພວກເຈົ້າ​ຈະ​ເວົ້າ​ຫລອກລວງ​ເພື່ອ​ພຣະອົງ​ບໍ?

ພວກເຈົ້າ​ຈະ​ສະແດງ​ຄວາມ​ລໍາອຽງ​ກັບ​ພຣະອົງ​ບໍ?

ພວກເຈົ້າ​ຈະ​ສູ້​ຄະດີ​ແທນ​ພຣະເຈົ້າ​ບໍ?

ຖ້າ​ພຣະອົງ​ກວດສອບ​ພວກເຈົ້າ ຜົນ​ຈະ​ອອກ​ມາ​ດີ​ຫລື​ບໍ່?

ພວກເຈົ້າ​ຈະ​ຫລອກລວງ​ພຣະເຈົ້າ​ເໝືອນດັ່ງ​ພວກເຈົ້າ​ຫລອກລວງ​ມະນຸດ​ໄດ້​ບໍ?

ພຣະອົງ​ຈະ​ຕຳໜິ​ພວກເຈົ້າ​ຢ່າງແນ່ນອນ

ຖ້າ​ພວກເຈົ້າ​ສະແດງ​ຄວາມ​ລຳອຽງ​ຢ່າງ​ລັບໆ.

ຄວາມ​ສະຫງ່າງາມ​ຂອງ​ພຣະອົງ​ຈະ​ບໍ່​ເຮັດໃຫ້​ພວກເຈົ້າ​ຢ້ານກົວ​ບໍ່?

ຄວາມ​ໜ້າຢ້ານ​ຂອງ​ພຣະອົງ​ຈະ​ບໍ່​ຕົກ​ໃສ່​ພວກເຈົ້າ​ບໍ?

ຄໍາ​ສຸພາສິດ​ຂອງ​ພວກເຈົ້າ​ກໍ​ມີ​ຄ່າ​ເທົ່າ​ຂີ້ເຖົ່າ​ໄຟ;

ຄຳ​ແກ້ຕົວ​ຂອງ​ພວກເຈົ້າ​ເປັນດັ່ງ​ດິນ​ໜຽວ.

“ຈົ່ງ​ມິດງຽບ ແລະ ປ່ອຍ​ໃຫ້​ຂ້ອຍ​ເວົ້າ;

ສິ່ງໃດ​ຈະ​ເກີດ​ຂຶ້ນ​ກັບ​ຂ້ອຍ​ກໍ​ໃຫ້​ມັນ​ເກີດ.

ເປັນຫຍັງ​ຂ້ອຍ​ຈຶ່ງ​ເອົາ​ຕົນ​ເອງ​ໄປ​ສ່ຽງ​ຊີວິດ

ແລະ ກຳ​ຊີວິດ​ຂອງ​ຕົນ​ເອງ​ໄວ້​ໃນ​ມື?

ເຖິງ​ແມ່ນວ່າ​ພຣະອົງ​ຂ້າ​ຂ້ອຍ, ແຕ່​ຂ້ອຍ​ກໍ​ຈະ​ຫວັງ​ໃນ​ພຣະອົງ;

ແນ່ນອນ ຂ້ອຍ​ຈະ1​ສູ້​ຄະດີ​ຂອງ​ຂ້ອຍ​ຕໍ່ໜ້າ​ພຣະອົງ.

ແທ້ຈິງ​ແລ້ວ, ສິ່ງ​ນີ້​ຈະ​ກາຍ​ເປັນ​ການ​ຊ່ວຍກູ້​ຂ້ອຍ​ໃຫ້​ພົ້ນ,

ເພາະ​ບໍ່​ມີ​ຄົນ​ທີ່​ບໍ່​ນັບຖື​ພຣະເຈົ້າ​ຄົນ​ໃດ​ກ້າ​ຢູ່​ຕໍ່ໜ້າ​ພຣະອົງ!

ຂໍ​ໃຫ້​ຕັ້ງ​ໃຈ​ຟັງ​ສິ່ງທີ່​ຂ້ອຍ​ເວົ້າ;

ໃຫ້​ຄໍາເວົ້າ​ຂອງ​ຂ້ອຍ​ດັງ​ຢູ່​ໃນ​ຫູ​ຂອງ​ພວກເຈົ້າ.

ບັດນີ້ ຂ້ອຍ​ພ້ອມ​ແລ້ວ​ທີ່​ຈະ​ສູ້​ຄະດີ,

ຂ້ອຍ​ຮູ້​ວ່າ​ຂ້ອຍ​ຈະ​ໄດ້​ຮັບ​ການພິສູດ​ວ່າ​ບໍ່​ມີ​ຄວາມ​ຜິດ.

ຜູ້ໃດ​ຈະ​ນໍາ​ຂໍ້​ກ່າວຫາ​ມາ​ຕໍ່ສູ້​ຂ້ອຍ?

ຖ້າ​ມີ, ຂ້ອຍ​ຈະ​ມິດງຽບ​ຢູ່ ແລະ ຍອມ​ຕາຍ.

“ຂ້າແດ່​ພຣະເຈົ້າ, ຂໍ​ໃຫ້​ສອງ​ສິ່ງ​ນີ້​ແກ່​ຂ້ານ້ອຍ,

ແລ້ວ​ຂ້ານ້ອຍ​ຈະ​ບໍ່​ເຊື່ອງຊ້ອນ​ຕົນ​ເອງ​ຈາກ​ພຣະອົງ​ຄື:

ຂໍ​ຍົກ​ມື​ຂອງ​ພຣະອົງ​ອອກ​ໄປ​ຈາກ​ຂ້ານ້ອຍ,

ແລະ ຢຸດ​ຂົ່ມຂູ່​ຂ້ານ້ອຍ​ດ້ວຍ​ຄວາມ​ອັນ​ໜ້າ​ຢ້ານ​ຂອງ​ພຣະອົງ.

ແລ້ວ​ເອີ້ນ​ຂ້ານ້ອຍ ແລະ ຂ້ານ້ອຍ​ຈະ​ຕອບ.

ຫລື ຂໍ​ໃຫ້​ຂ້ານ້ອຍ​ເວົ້າ, ແລ້ວ​ພຣະອົງ​ຈະ​ຕອບ​ຂ້ານ້ອຍ.

ຂ້ານ້ອຍ​ມີ​ຄວາມ​ຜິດ ແລະ ຂ້ານ້ອຍ​ໄດ້​ເຮັດ​ບາບ​ຫລາຍ​ເທົ່າ​ໃດ?

ຂໍ​ໂຜດ​ສະແດງ​ໃຫ້​ຂ້ານ້ອຍ​ເຫັນ​ເຖິງ​ການ​ກະທໍາຜິດ ແລະ ບາບ​ຂອງ​ຂ້ານ້ອຍ.

ເປັນຫຍັງ​ພຣະອົງ​ຈຶ່ງ​ເຊື່ອງ​ໜ້າ​ຂອງ​ພຣະອົງ​ໄວ້?

ແລະ ຈຶ່ງ​ຖືວ່າ​ຂ້ານ້ອຍ​ເປັນ​ສັດຕູ​ຂອງ​ພຣະອົງ?

ພຣະອົງ​ຈະ​ທໍລະມານ​ໃບໄມ້​ທີ່​ຖືກ​ລົມພັດ​ປິວ​ໄປ​ບໍ?

ພຣະອົງ​ຈະ​ໄລ່​ຕາມ​ເຟືອງ​ແຫ້ງ​ບໍ?

ເພາະ​ພຣະອົງ​ຂຽນ​ການ​ກະທໍາ​ຜິດ​ຂອງ​ຂ້ານ້ອຍ​ລົງ​ຕໍ່ສູ້​ຂ້ານ້ອຍ

ແລະ ເຮັດໃຫ້​ຂ້ອຍ​ໄດ້​ຮັບ​ຜົນ​ບາບ​ຕັ້ງແຕ່​ໄວໜຸ່ມ​ຂອງ​ຂ້ານ້ອຍ.

ພຣະອົງ​ໃສ່​ຂື່​ຢູ່​ຕີນ​ຂອງ​ຂ້ານ້ອຍ​ໄວ້;

ພຣະອົງ​ເຝົ້າເບິ່ງ​ທາງ​ທັງໝົດ​ຂອງ​ຂ້ານ້ອຍ​ຢ່າງ​ໃກ້​ຊິດ

ໂດຍ​ໃສ່​ເຄື່ອງໝາຍ​ໄວ້​ທີ່​ສົ້ນໜ່ອງ​ຂອງ​ຂ້ານ້ອຍ.

“ດັ່ງນັ້ນ ມະນຸດ​ຈຶ່ງ​ຊຸດໂຊມ​ໄປ​ດັ່ງ​ສິ່ງ​ທີ່​ເປື່ອຍເນົ່າ,

ດັ່ງ​ເຄື່ອງນຸ່ງ​ທີ່​ຖືກ​ມອດ​ກັດ​ກິນ.

Source notes (1)
  1. Footnote ຫລື ແນ່​ທີ​ດຽວ​ພຣະອົງ​ຈະ​ປະຫານ​ຂ້າ ຂ້າ​ບໍ່​ມີ​ຫວັງ​ໃດໆ ແຕ່​ຂ້າ​ຈະ​ຍັງ​ຄົງ

Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.

Full source notice & licence · CC BY-SA 4.0 · SourceEdition imported 2026-11-09.

BibleKenya

Reader settings

Theme
Font
Alignment
Reading width

Saved in this browser and used offline too. Press ? for keyboard shortcuts.