Biblica® Open Lao Contemporary Version
ໂຢບ 11
ໂຊພາ
ແລ້ວໂຊພາຊາວນາອາມາໄດ້ຕອບວ່າ:
“ຈະປ່ອຍໃຫ້ຄໍາເວົ້າເຫລົ່ານີ້ອອກໄປໂດຍບໍ່ມີຄຳຕອບບໍ?
ຄົນທີ່ເວົ້າແບບນີ້ໄດ້ຮັບການພິສູດແລ້ວບໍ?
ຄຳເວົ້າບໍ່ມີແກ່ນສານຂອງເຈົ້າຈະເຮັດໃຫ້ຄົນອື່ນຢູ່ຢ່າງມິດງຽບໄດ້ບໍ?
ຄຳເຢາະເຢີ້ຍຂອງເຈົ້າຈະບໍ່ໃຫ້ຜູ້ໃດຕຳໜິບໍ?
ເຈົ້າເວົ້າຕໍ່ພຣະເຈົ້າວ່າ, ‘ຄວາມເຊື່ອຂອງຂ້ານ້ອຍບໍ່ມີບ່ອນຕໍາໜິ
ແລະ ຂ້ານ້ອຍບໍລິສຸດໃນສາຍຕາຂອງພຣະອົງ’.
ໂອ, ຂ້ອຍຢາກໃຫ້ພຣະເຈົ້າກ່າວ,
ໃຫ້ພຣະອົງຈະເປີດປາກຂອງພຣະອົງຕອບເຈົ້າ
ແລະ ເປີດເຜີຍສະຕິປັນຍາອັນເລິກລັບແກ່ເຈົ້າ,
ເພາະສະຕິປັນຍາແທ້ຈິງນັ້ນມີສອງດ້ານ.
ຈົ່ງຮູ້ວ່າ: ພຣະເຈົ້າໄດ້ລືມບາບບາງຢ່າງຂອງເຈົ້າໄປແລ້ວ.
“ເຈົ້າເຂົ້າໃຈຄວາມເລິກລັບຂອງພຣະເຈົ້າໄດ້ບໍ?
ເຈົ້າສາມາດກວດສອບຂອບເຂດຂອງອົງລິດອໍານາດຍິ່ງໃຫຍ່ໄດ້ບໍ?
ສິ່ງເຫລົ່ານີ້ສູງກວ່າຟ້າສະຫວັນເບື້ອງເທິງ ເຈົ້າຈະເຮັດຫຍັງໄດ້?
ພວກມັນເລິກກວ່າແດນມໍລະນາເບື້ອງລຸ່ມ ເຈົ້າຈະຮູ້ອັນໃດໄດ້?
ຖ້າຈະວັດແທກກໍຍາວກວ່າແຜ່ນດິນໂລກ
ແລະ ກວ້າງກວ່າທະເລ.
“ຖ້າພຣະອົງມາ ແລະ ຈັບເຈົ້າຂັງໄວ້ໃນຄຸກ
ແລະ ເອີ້ນຂຶ້ນສານ, ຜູ້ໃດຈະຂັດຂວາງພຣະອົງໄດ້?
ພຣະອົງຮູ້ວ່າຜູ້ໃດເປັນຄົນຫລອກລວງຢ່າງແນ່ນອນ;
ແລະ ເມື່ອພຣະອົງເຫັນຄວາມຊົ່ວ, ພຣະອົງບໍ່ບັນທຶກໄວ້ບໍ?
ແຕ່ຄົນໂງ່ບໍ່ສາມາດເປັນຄົນສະຫລາດ
ກວ່າລໍປ່າທີ່ບໍ່ສາມາດເກີດລູກເປັນມະນຸດໄດ້.1
“ແຕ່ຖ້າເຈົ້າມອບຈິດໃຈຂອງເຈົ້າແກ່ພຣະເຈົ້າ
ແລະ ຍົກມືຂອງເຈົ້າຂຶ້ນອະທິຖານຕໍ່ພຣະອົງ,
ຖ້າເຈົ້າຍອມຖິ້ມບາບທີ່ຢູ່ໃນມືຂອງເຈົ້າ
ແລະ ບໍ່ຍອມໃຫ້ຄວາມຊົ່ວເຂົ້າມາຢູ່ໃນເຕັນຂອງເຈົ້າ,
ເມື່ອນັ້ນ, ເຈົ້າກໍຈະເງີຍໜ້າຂຶ້ນໄດ້ໂດຍບໍ່ມີຄວາມຜິດ;
ເຈົ້າຈະຢືນຢູ່ຢ່າງໝັ້ນຄົງ ແລະ ໂດຍບໍ່ມີຄວາມຢ້ານ.
ເຈົ້າຈະລືມຄວາມເດືອດຮ້ອນຂອງເຈົ້າໄດ້ຢ່າງແນ່ນອນ,
ໂດຍການຄິດວ່າມັນເປັນພຽງສາຍນ້ຳທີ່ໄຫລຜ່ານໄປ.
ແລ້ວຊີວິດເຈົ້າຈະສ່ອງແສງແຈ້ງຫລາຍກວ່າຕອນທ່ຽງ,
ແລະ ຄວາມມືດຈະກາຍເປັນດັ່ງຕອນເຊົ້າ.
ເຈົ້າຈະຢູ່ຢ່າງປອດໄພເພາະມີຄວາມຫວັງ;
ເຈົ້າຈະເບິ່ງໄປອ້ອມຮອບຕົນ ແລະ ກໍໄດ້ພັກຜ່ອນຢ່າງປອດໄພ.
ເຈົ້າຈະນອນລົງໂດຍບໍ່ມີຜູ້ໃດເຮັດໃຫ້ເຈົ້າຢ້ານກົວ,
ແລະ ຄົນຫລາຍຈະມາຂໍຄວາມຊ່ວຍເຫລືອຈາກເຈົ້າ.
ແຕ່ຕາຂອງຄົນຊົ່ວຮ້າຍຈະມືດໄປ,
ແລະ ພວກເຂົາຈະໜີໄປບໍ່ພົ້ນ;
ຄວາມຫວັງຂອງພວກເຂົາຈະກາຍເປັນຄວາມຕາຍ”.
Source notes (1)
- Footnote ຫລື ລໍປ່າເກີດມາເພື່ອຟັງຄວາມ
Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.
Full source notice & licence · CC BY-SA 4.0 · SourceEdition imported 2026-11-09.