Skip to content
BibleKenya

Biblica® Open Lao Contemporary Version

ເຢເຣມີຢາ 30

ການ​ຟື້ນຟູ​ອິດສະຣາເອນ

ຖ້ອຍຄໍາ​ຈາກ​ພຣະເຈົ້າ​ຢາເວ​ໄດ້​ມາ​ເຖິງ​ເຢເຣມີຢາ​ວ່າ: “ພຣະເຈົ້າຢາເວ, ພຣະເຈົ້າ​ແຫ່ງ​ອິດສະຣາເອນ​ກ່າວ​ວ່າ: ‘ຈົ່ງ​ຂຽນ​ທຸກ​ຖ້ອຍຄໍາ​ທີ່​ເຮົາ​ໄດ້​ກ່າວ​ກັບ​ເຈົ້າ​ໄວ້​ໃນ​ປຶ້ມ​ເຫລັ້ມ​ໜຶ່ງ’. ພຣະເຈົ້າຢາເວ​ປະກາດ​ວ່າ, ‘ເມື່ອ​ເວລາ​ນັ້ນ​ມາ​ເຖິງ ເຮົາ​ຈະ​ນຳ​ປະຊາຊົນ​ອິດສະຣາເອນ ແລະ ຢູດາຍ​ຂອງ​ເຮົາ​ກັບ​ຄືນ​ມາ​ຈາກ​ການ​ເປັນ​ຊະເລີຍ1 ແລະ ນຳ​ພວກເຂົາ​ກັບ​ຄືນ​ມາ​ສູ່​ດິນແດນ​ທີ່​ເຮົາ​ໄດ້​ມອບ​ໃຫ້​ບັນພະບຸລຸດ​ຂອງ​ພວກເຂົາ​ຄອບຄອງ’ ພຣະເຈົ້າຢາເວ​ກ່າວ​ດັ່ງນີ້”.

ຖ້ອຍຄໍາ​ເຫລົ່ານີ້​ແມ່ນ​ຖ້ອຍຄໍາ​ທີ່​ພຣະເຈົ້າຢາເວ​ກ່າວ​ກ່ຽວກັບ​ອິດສະຣາເອນ ແລະ ຢູດາຍ​ວ່າ ພຣະເຈົ້າຢາເວ​ກ່າວ​ວ່າ:

“ ‘ເຮົາ​ໄດ້​ຍິນ​ສຽງ​ຮ້ອງໄຫ້

ເປັນ​ຄວາມ​ຢ້ານກົວ, ບໍ່​ແມ່ນ​ສັນຕິສຸກ.

ຈົ່ງ​ຖາມ​ເບິ່ງ​ວ່າ:

ຜູ້ຊາຍ​ເກີດ​ລູກ​ໄດ້​ບໍ?

ແລ້ວ​ເປັນຫຍັງ​ເຮົາ​ຈຶ່ງ​ເຫັນ​ພວກ​ຜູ້ຊາຍ​ທີ່​ແຂງແຮງ​ທຸກຄົນ

ເອົາ​ມື​ອູ້ມ​ທ້ອງ​ຂອງ​ຕົນ​ໄວ້​ເໝືອນດັ່ງ​ແມ່ຍິງ​ກຳລັງ​ເກີດ​ລູກ?

ເປັນຫຍັງ​ທຸກຄົນ​ຈຶ່ງ​ໜ້າ​ຊີດ​ຂາວ​ເໝືອນ​ຄົນ​ຕາຍ?

ວັນ​ນັ້ນ​ຈະ​ເປັນ​ຕາ​ໜ້າ​ຢ້ານ​ຫລາຍ​ສໍ່າ​ໃດ!

ບໍ່​ມີ​ວັນ​ໃດ​ຈະ​ເປັນ​ເໝືອນດັ່ງ​ວັນ​ນັ້ນ.

ມັນ​ຈະ​ເປັນ​ເວລາ​ແຫ່ງ​ຄວາມ​ຍາກ​ລຳບາກ​ສຳລັບ​ຢາໂຄບ,

ແຕ່​ລາວ​ຈະ​ໄດ້​ຮັບ​ການ​ຊ່ວຍ​ໃຫ້​ພົ້ນ​ຈາກ​ວັນ​ນັ້ນ’.

“ພຣະເຈົ້າຢາເວ ຜູ້​ມີ​ລິດ​ອຳນາດ​ຍິ່ງໃຫຍ່​ປະກາດ​ວ່າ,

‘ໃນ​ວັນ​ນັ້ນ​ເຮົາ​ຈະ​ຫັກ​ແອກ​ອອກ​ຈາກ​ຄໍ​ຂອງ​ພວກເຂົາ

ແລະ ທໍາລາຍ​ເຄື່ອງ​ຜູກມັດ​ຕ່າງໆ​ຂອງ​ພວກເຂົາ;

ພວກເຂົາ​ຈະ​ບໍ່​ເປັນ​ທາດ​ຂອງ​ຄົນ​ຕ່າງຊາດ​ອີກ​ຕໍ່ໄປ.

ແຕ່​ພວກເຂົາ​ຈະ​ຮັບໃຊ້​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຂົາ

ແລະ ຮັບໃຊ້​ດາວິດ​ກະສັດ​ຂອງ​ພວກເຂົາ,

ຜູ້​ທີ່​ເຮົາ​ຈະ​ຍົກ​ຂຶ້ນ​ເພື່ອ​ພວກເຂົາ.

“ ‘ສະນັ້ນ ຢ່າ​ຢ້ານ, ຢາໂຄບ​ຜູ້ຮັບໃຊ້​ຂອງ​ເຮົາ;

ຢ່າ​ຕົກໃຈ, ອິດສະຣາເອນ’

ພຣະເຈົ້າຢາເວ​ປະກາດ​ດັ່ງນີ້.

‘ເຮົາ​ຈະ​ຊ່ວຍ​ພວກເຈົ້າ​ອອກ​ຈາກ​ບ່ອນ​ທີ່​ຢູ່​ໄກ​ຢ່າງ​ແນ່ນອນ,

ຈະ​ຊ່ວຍ​ເຊື້ອສາຍ​ຂອງ​ພວກເຈົ້າ​ຈາກ​ດິນແດນ​ທີ່​ພວກເຂົາ​ເປັນ​ຊະເລີຍ.

ຢາໂຄບ​ຈະ​ມີ​ຄວາມ​ສະຫງົບສຸກ ແລະ ປອດໄພ​ອີກ

ແລະ ຈະ​ບໍ່​ມີ​ຜູ້ໃດ​ຈະ​ເຮັດ​ໃຫ້​ລາວ​ຢ້ານກົວ.

ເຮົາ​ຢູ່​ກັບ​ພວກເຈົ້າ ແລະ ຈະ​ຊ່ວຍ​ພວກເຈົ້າ’,

ພຣະເຈົ້າຢາເວ​ປະກາດ​ດັ່ງນີ້.

‘ເຖິງແມ່ນວ່າ​ເຮົາ​ຈະ​ທຳລາຍ​ທຸກ​ຊົນຊາດ​ຈົນ​ໝົດສິ້ນ

ທີ່​ເຮົາ​ເຮັດໃຫ້​ພວກເຈົ້າ​ກະຈັດ​ກະຈາຍ​ໄປ​ນັ້ນ,

ແຕ່​ເຮົາ​ຈະ​ບໍ່​ທຳລາຍ​ພວກເຈົ້າ​ໃຫ້​ໝົດສິ້ນ.

ເຮົາ​ຈະ​ຕີສອນ​ພວກເຈົ້າ ຕາມ​ເຫັນ​ສົມຄວນ​ເທົ່ານັ້ນ;

ເຮົາ​ຈະ​ບໍ່​ປ່ອຍ​ພວກເຈົ້າ​ໄປ​ໂດຍ​ບໍ່​ໄດ້​ຖືກ​ລົງໂທດ’.

“ພຣະເຈົ້າຢາເວ​ກ່າວ​ວ່າ:

“ ‘ບາດແຜ​ຂອງ​ພວກເຈົ້າ​ປິ່ນປົວ​ບໍ່​ຫາຍ​ດີ,

ຄວາມ​ເຈັບປວດ​ຂອງ​ພວກເຈົ້າ​ເກີນ​ທີ່​ຈະ​ຮັກສາ​ໃຫ້​ຫາຍດີ​ໄດ້,

ບໍ່​ມີ​ຜູ້ໃດ​ທີ່​ຈະ​ແກ້​ຄະດີ​ຂອງ​ພວກເຈົ້າ

ບໍ່​ມີ​ວິທີ​ຮັກສາ​ຄວາມ​ເຈັບປວດ​ຂອງ​ພວກເຈົ້າ,

ບໍ່​ມີ​ການ​ປິ່ນປົວ​ໃຫ້​ພວກເຈົ້າ.

ພັນທະມິດ​ທັງໝົດ​ຂອງ​ພວກເຈົ້າ​ກໍ​ໄດ້​ລືມ​ພວກເຈົ້າ​ໄປ​ແລ້ວ.

ພວກເຂົາ​ບໍ່​ສົນໃຈ​ນໍາ​ພວກເຈົ້າ.

ເຮົາ​ໄດ້​ໂຈມຕີ​ພວກເຈົ້າ​ເໝືອນ​ເປັນ​ສັດຕູ​ກັນ

ແລະ ໄດ້​ລົງໂທດ​ພວກເຈົ້າ​ເໝືອນດັ່ງ​ຄົນ​ໂຫດຮ້າຍ,

ເພາະ​ຄວາມ​ຜິດ​ຂອງ​ພວກເຈົ້າ​ກໍ​ໃຫຍ່​ຫລວງ

ແລະ ຄວາມ​ບາບ​ຂອງ​ພວກເຈົ້າ​ກໍ​ມີ​ຫລວງຫລາຍ.

ເປັນຫຍັງ​ພວກ​ເຈົ້າ​ຈຶ່ງ​ຮ້ອງໄຫ້​ເພາະ​ບາດແຜ​ຂອງ​ພວກເຈົ້າ,

ຄວາມ​ເຈັບປວດ​ຂອງ​ພວກເຈົ້າ​ທີ່​ບໍ່​ໄດ້​ຮັບ​ການ​ປິ່ນປົວ​ບໍ?

ເພາະ​ຄວາມ​ຜິດ​ຂອງ​ພວກເຈົ້າ​ກໍ​ໃຫຍ່​ຫລວງ ແລະ ຄວາມ​ບາບ​ກໍ​ມີ​ຫລວງຫລາຍ.

ເຮົາ​ຈຶ່ງ​ໄດ້​ເຮັດ​ສິ່ງ​ເຫລົ່ານີ້​ແກ່​ພວກເຈົ້າ.

“ ‘ແຕ່​ທຸກຄົນ​ທີ່​ທໍາລາຍ​ພວກເຈົ້າ​ກໍ​ຈະ​ຖືກ​ທໍາລາຍ;

ບັນດາ​ສັດຕູ​ທັງໝົດ​ຂອງ​ພວກເຈົ້າ​ຈະ​ໄປ​ເປັນ​ຊະເລີຍ.

ບັນດາ​ຄົນ​ທີ່​ປຸ້ນ​ເຈົ້າ​ກໍ​ຈະ​ຖືກ​ປຸ້ນ;

ທຸກຄົນ​ທີ່​ເຮັດ​ໃຫ້​ພວກເຈົ້າ​ເຊື່ອມເສຍ​ເຮົາ​ກໍ​ຈະ​ໃຫ້​ເຮັດ​ເຊື່ອມເສຍ.

ເພາະ​ເຮົາ​ຈະ​ຟື້ນຟູ​ພວກເຈົ້າ​ໃຫ້​ມີ​ສຸຂະພາບ​ທີ່​ດີ

ແລະ ປິ່ນປົວ​ບາດແຜ​ຂອງ​ພວກເຈົ້າ,’ ພຣະເຈົ້າຢາເວ​ປະກາດ​ດັ່ງນີ້,

‘ເພາະ​ພວກເຈົ້າ​ໄດ້​ຖືກ​ເອີ້ນ​ວ່າ “ຄົນ​ເສດ​ເຫລືອ”

ຊີໂອນ​ທີ່​ບໍ່​ມີ​ຜູ້ໃດ​ສົນໃຈ’.

“ພຣະເຈົ້າຢາເວ​ກ່າວ​ວ່າ:

“ ‘ເຮົາ​ຈະ​ຟື້ນຟູ​ຄວາມ​ຮັ່ງມີ​ຂອງ​ເຕັນ​ຂອງ​ຢາໂຄບ

ແລະ ໃຫ້​ຄວາມ​ເມດຕາ​ຕໍ່​ບ່ອນ​ຢູ່​ຂອງ​ລາວ;

ນະຄອນ​ຈະ​ຖືກ​ສ້າງ​ຂຶ້ນ​ໃໝ່​ຢູ່​ເທິງ​ຊາກ​ຫັກ​ເພພັງ​ຂອງ​ມັນ

ແລະ ວັງ​ຈະ​ຕັ້ງ​ຂຶ້ນ​ໃນ​ບ່ອນ​ທີ່​ເໝາະສົມ​ຂອງ​ມັນ.

ຈະ​ມີ​ບົດ​ເພງ​ໂມທະນາ​ຂອບພຣະຄຸນ​ພຣະເຈົ້າ​ມາ​ຈາກ​ພວກເຂົາ

ແລະ ມີ​ສຽງ​ແຫ່ງ​ຄວາມ​ຊື່ນຊົມ​ຍິນດີ.

ເຮົາ​ຈະ​ເພີ່ມ​ຈຳນວນ​ຄົນ​ຂອງ​ພວກເຂົາ

ແລະ ພວກເຂົາ​ຈະ​ບໍ່​ຫລຸດ​ລົງ;

ເຮົາ​ຈະ​ນຳ​ກຽດ​ມາ​ສູ່​ພວກເຂົາ

ແລະ ພວກເຂົາ​ຈະ​ບໍ່​ຖືກ​ໝິ່ນປະໝາດ.

ລູກ​ຫລານ​ຂອງ​ພວກເຂົາ​ຈະ​ເປັນ​ເໝືອນດັ່ງ​ແຕ່​ກ່ອນ

ແລະ ຊຸມຊົນ​ຂອງ​ພວກເຂົາ​ຈະ​ຖືກ​ຕັ້ງ​ໄວ້​ຕໍ່ໜ້າ​ເຮົາ

ເຮົາ​ຈະ​ລົງໂທດ​ທຸກ​ຄົນ​ທີ່​ກົດຂີ່​ພວກເຂົາ.

ຜູ້ນໍາ​ຂອງ​ພວກເຂົາ​ຈະ​ເປັນ​ຄົນ​ໜຶ່ງ​ໃນ​ພວກເຂົາ;

ຜູ້​ປົກຄອງ​ຂອງ​ພວກເຂົາ​ກໍ​ຈະ​ເກີດ​ຂຶ້ນ​ມາ​ຈາກ​ທ່າມກາງ​ພວກເຂົາ.

ເຮົາ​ຈະ​ນຳ​ລາວ​ເຂົ້າ​ມາ​ໃກ້ ແລະ ລາວ​ຈະ​ໃກ້ຊິດ​ກັບ​ເຮົາ

ເພາະ​ມີ​ຜູ້ໃດ​ແດ່​ທີ່​ຈະ​ອຸທິດ​ຕົນ​ເອງ

ເພື່ອ​ໃກ້ຊິດ​ກັບ​ເຮົາ?’

ພຣະເຈົ້າຢາເວ​ປະກາດ​ດັ່ງນີ້.

‘ດັ່ງນັ້ນ ພວກເຈົ້າ​ຈະ​ເປັນ​ປະຊາຊົນ​ຂອງ​ເຮົາ

ແລະ ເຮົາ​ຈະ​ເປັນ​ພຣະເຈົ້າ​ຂອງ​ພວກເຈົ້າ’ ”.

ເບິ່ງ​ແມ, ພາຍຸ​ແຫ່ງ​ພຣະເຈົ້າຢາເວ

ຈະ​ເກີດ​ຂຶ້ນ​ໃນ​ຄວາມ​ໂກດຮ້າຍ​ນັ້ນ,

ເປັນ​ລົມ​ພະຍຸ​ໝຸນ​ພັດ​ລົງ​ມາ

ໃສ່​ຫົວ​ຂອງ​ບັນດາ​ຄົນ​ຊົ່ວ​ຮ້າຍ.

ຄວາມ​ໃຈຮ້າຍ​ຂອງ​ພຣະເຈົ້າຢາເວ​ຈະ​ບໍ່​ກັບ​ຄືນ​ມາ

ຈົນ​ກວ່າ​ພຣະອົງ​ຈະ​ໃຫ້​ສຳເລັດ

ຕາມ​ຄວາມ​ປະສົງ​ຂອງ​ພຣະອົງ.

ໃນ​ວັນ​ນັ້ນ​ມາ​ເຖິງ

ເຈົ້າ​ຈະ​ເຂົ້າໃຈ​ສິ່ງ​ນີ້​ຢ່າງ​ຊັດເຈນ.

Source notes (1)
  1. Footnote ຫລື ຈະ​ເຮັດ​ໃຫ້​ອິດສະຣາເອນ ແລະ ຢູດາ​ປະຊາຊົນ​ຂອງ​ເຮົາ​ກັບ​ສູ່​ສະພາບ​ດີ​ດັ່ງ​ເດີມ

Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.

Full source notice & licence · CC BY-SA 4.0 · SourceEdition imported 2026-11-09.

BibleKenya

Reader settings

Theme
Font
Alignment
Reading width

Saved in this browser and used offline too. Press ? for keyboard shortcuts.