Biblica® Open Lao Contemporary Version
ເຢເຣມີຢາ 29
ຈົດໝາຍເຖິງຊະເລີຍທັງຫລາຍ
ນີ້ແມ່ນເນື້ອໃນຂອງຈົດໝາຍທີ່ຜູ້ທຳນວາຍເຢເຣມີຢາໄດ້ສົ່ງຈາກເຢຣູຊາເລັມເຖິງບັນດາຜູ້ອາວຸໂສທີ່ຍັງມີຊີວິດຢູ່ໃນທ່າມກາງພວກຄົນທີ່ເປັນຊະເລີຍ, ແລະ ເຖິງບັນດາປະໂລຫິດ, ບັນດາຜູ້ທຳນວາຍ ແລະ ຄົນອື່ນໆທັງໝົດທີ່ກະສັດເນບູກາດເນັດຊາໄດ້ຈັບໄປຊະເລີຍຈາກເຢຣູຊາເລັມໄປທີ່ບາບີໂລນ. (ຫລັງຈາກທີ່ກະສັດເຢໂຮຍອາກິນ,1 ແມ່ຂອງເພິ່ນ ແລະ ບັນດາຂ້າລາຊະການໃນວັງ ແລະ ບັນດາຜູ້ນຳຂອງຢູດາຍ ແລະ ຂອງເຢຣູຊາເລັມ, ພວກຊ່າງຊຳນານ ແລະ ພວກຊ່າງສີມືທັງຫລາຍໄດ້ຖືກຈັບໄປເປັນຊະເລີຍຈາກເຢຣູຊາເລັມ). ລາວໄດ້ມອບຈົດໝາຍໃຫ້ກັບເອລາຊາລູກຊາຍຂອງຊາຟານ ແລະ ເກມາຣີຢາ ລູກຊາຍຂອງຮິນກີຢາ, ເຊິ່ງກະສັດເຊເດກີຢາແຫ່ງຢູດາຍໄດ້ສົ່ງໄປຫາກະສັດເນບູກາດເນັດຊາໃນບາບີໂລນ. ຈົດໝາຍນັ້ນມີເນື້ອໃນວ່າ:
ພຣະເຈົ້າຢາເວ ຜູ້ມີລິດອຳນາດຍິ່ງໃຫຍ່, ພຣະເຈົ້າແຫ່ງອິດສະຣາເອນກ່າວກັບທຸກຄົນທີ່ເຮົາໄດ້ຈັບໄປເປັນຊະເລີຍຈາກເຢຣູຊາເລັມໄປທີ່ບາບີໂລນວ່າ: “ຈົ່ງສ້າງເຮືອນ ແລະ ຕັ້ງຖິ່ນຖານ; ຈົ່ງປູກຝັງໃນສວນ ແລະ ຈົ່ງກິນຜົນລະປູກທີ່ພວກເຂົາໄດ້ປູກ. ຈົ່ງແຕ່ງງານ ແລະ ມີລູກຊາຍ ແລະ ລູກສາວ; ຈົ່ງຫາເມຍໃຫ້ລູກຊາຍຂອງພວກເຈົ້າ, ຈົ່ງໃຫ້ລູກສາວຂອງພວກເຈົ້າແຕ່ງງານ, ເພື່ອພວກເຂົາຈະໄດ້ມີລູກຊາຍ ແລະ ລູກສາວຢ່າງຫລວງຫລາຍ. ຈົ່ງມີຈຳນວນຄົນເພີ່ມຂຶ້ນຢູ່ທີ່ນັ້ນ; ບໍ່ແມ່ນຫລຸດລົງ. ຈົ່ງສະແຫວງຫາສັນຕິສຸກ ແລະ ຄວາມຈະເລີນຮຸ່ງເຮືອງຂອງນະຄອນນີ້, ທີ່ເຮົາໃຫ້ພວກເຈົ້າໄປເປັນຊະເລີຍນັ້ນ. ຈົ່ງອະທິຖານຕໍ່ພຣະເຈົ້າຢາເວເພື່ອນະຄອນນັ້ນ ເພາະຖ້າມັນຈະເລີນຮຸ່ງເຮືອງ, ເຈົ້າກໍຈະເລີນຮຸ່ງເຮືອງດ້ວຍ”. ຖືກແລ້ວ, ພຣະເຈົ້າຢາເວ ຜູ້ມີລິດອຳນາດຍິ່ງໃຫຍ່, ພຣະເຈົ້າແຫ່ງອິດສະຣາເອນກ່າວວ່າ: “ຢ່າຍອມໃຫ້ບັນດາຜູ້ທໍານວາຍ ແລະ ພວກໝໍດູໃນທ່າມກາງພວກເຈົ້າຫລອກລວງພວກເຈົ້າ. ຢ່າຟັງຄວາມຝັນທີ່ພວກເຈົ້າຢາກໃຫ້ພວກເຂົາຝັນ. ພວກເຂົາກຳລັງທໍານວາຍຕົວະພວກເຈົ້າໃນນາມຂອງເຮົາ. ເຮົາບໍ່ໄດ້ໃຊ້ພວກເຂົາມາ”, ພຣະເຈົ້າຢາເວປະກາດດັ່ງນີ້.
ພຣະເຈົ້າຢາເວກ່າວວ່າ: “ເມື່ອເປັນຊະເລີຍໃນບາບີໂລນຈົນຄົບເຈັດສິບປີແລ້ວ, ເຮົາຈະມາຫາພວກເຈົ້າ ແລະ ເຮັດຕາມສັນຍາອັນດີຂອງເຮົາທີ່ຈະນຳພວກເຈົ້າກັບຄືນມາບ່ອນນີ້”. ພຣະເຈົ້າຢາເວປະກາດວ່າ, “ເພາະເຮົາຮູ້ແຜນການທີ່ເຮົາມີສຳລັບພວກເຈົ້າ, ເປັນແຜນການເພື່ອເຮັດໃຫ້ພວກເຈົ້າຈະເລີນຮຸ່ງເຮືອງ, ບໍ່ແມ່ນເພື່ອເຮັດທໍາລາຍພວກເຈົ້າ, ເປັນແຜນການເພື່ອໃຫ້ຄວາມຫວັງ ແລະ ອະນາຄົດແກ່ພວກເຈົ້າ. ແລ້ວພວກເຈົ້າຈະຮ້ອງຫາເຮົາ ແລະ ມາອະທິຖານຕໍ່ເຮົາ, ແລ້ວເຮົາຈະຟັງພວກເຈົ້າ. ພວກເຈົ້າຈະສະແຫວງຫາເຮົາ ແລະ ໄດ້ພົບເຮົາ ເມື່ອພວກເຈົ້າສະແຫວງຫາເຮົາດ້ວຍສຸດໃຈຂອງພວກເຈົ້າ”. ພຣະເຈົ້າຢາເວປະກາດວ່າ, “ພວກເຈົ້າຈະພົບເຮົາ ແລະ ເຮົາຈະນຳພວກເຈົ້າກັບຄືນມາຈາກການເປັນຊະເລີຍ2”. ພຣະເຈົ້າຢາເວປະກາດວ່າ, “ເຮົາຈະຮວບຮວມພວກເຈົ້າມາຈາກຊົນຊາດທັງໝົດ ແລະ ຈາກທຸກບ່ອນທີ່ເຮົາໄດ້ສົ່ງພວກເຈົ້າໄປ ແລະ ຈະນໍາພວກເຈົ້າກັບຄືນມາຈາກບ່ອນທີ່ເຮົາໄດ້ນຳພວກເຈົ້າໄປເປັນຊະເລີຍ”.
ພວກເຈົ້າອາດຈະເວົ້າວ່າ, “ພຣະເຈົ້າຢາເວໄດ້ໃຫ້ຜູ້ທຳນວາຍແກ່ພວກເຮົາໃນບາບີໂລນ”, ແຕ່ພຣະເຈົ້າຢາເວກ່າວກ່ຽວກັບກະສັດຜູ້ທີ່ນັ່ງເທິງບັນລັງຂອງດາວິດ ແລະ ກ່ຽວກັບປະຊາຊົນທັງໝົດທີ່ຍັງເຫລືອຢູ່ໃນນະຄອນນີ້ຄື ກ່າວກັບພວກພີ່ນ້ອງຮ່ວມຊາດຂອງພວກເຈົ້າທີ່ບໍ່ໄດ້ໄປເປັນຊະເລີຍວ່າ, ຖືກແລ້ວ, ພຣະເຈົ້າຢາເວ ອົງຜູ້ມີລິດອໍານາດຍິ່ງໃຫຍ່ກ່າວວ່າ: “ເຮົາຈະສົ່ງສົງຄາມ, ການອຶດຢາກອາຫານ ແລະ ໂລກລະບາດມາສູ່ພວກເຂົາ ແລະ ເຮົາຈະເຮັດໃຫ້ພວກເຂົາເປັນເໝືອນໝາກເດື່ອເນົ່າຈົນພວກເຂົາກິນບໍ່ໄດ້. ເຮົາຈະຕາມລ້າພວກເຂົາດ້ວຍສົງຄາມ, ການອຶດຢາກອາຫານ ແລະ ໂລກລະບາດ ແລະ ຈະເຮັດໃຫ້ພວກເຂົາເປັນເປົ້າຂອງຄວາມໜ້າລັງກຽດແກ່ອານາຈັກທັງໝົດໃນແຜ່ນດິນໂລກ, ຖືກສາບແຊ່ງ, ເປັນເປົ້າຂອງຄວາມໜ້າຢ້ານ, ຖືກດູໝິ່ນ ແລະ ຖືກດູຖູກໃນທ່າມກາງຊົນຊາດທັງໝົດບ່ອນທີ່ເຮົາຂັບໄລ່ພວກເຂົາໄປນັ້ນ”. ພຣະເຈົ້າຢາເວປະກາດວ່າ, “ເພາະພວກເຂົາບໍ່ໄດ້ຟັງຖ້ອຍຄຳຂອງເຮົາ, ຖ້ອຍຄຳທີ່ເຮົາໃຊ້ຜູ້ທຳນວາຍຜູ້ຮັບໃຊ້ຂອງເຮົາໄປກ່າວກັບພວກເຂົາຫລາຍຄັ້ງແລ້ວ. ພວກເຈົ້າທີ່ເປັນຊະເລີຍກໍບໍ່ໄດ້ຍອມຟັງ” ພຣະເຈົ້າຢາເວປະກາດດັ່ງນີ້.
ເຫດສະນັ້ນ, ພວກເຈົ້າທັງໝົດຜູ້ທີ່ເຮົາໄດ້ສົ່ງອອກຈາກເຢຣູຊາເລັມໄປເປັນຊະເລີຍທີ່ບາບີໂລນ, ຈົ່ງຟັງຖ້ອຍຄໍາຂອງພຣະເຈົ້າຢາເວ. ພຣະເຈົ້າຢາເວ ຜູ້ມີລິດອຳນາດຍິ່ງໃຫຍ່, ພຣະເຈົ້າແຫ່ງອິດສະຣາເອນກ່າວກ່ຽວກັບອາຮາບ ລູກຊາຍຂອງໂກໄລຢາ ແລະ ເຊເດກີຢາ ລູກຊາຍຂອງມາອາເສອີຢາທີ່ກໍາລັງທໍານວາຍຕົວະພວກເຈົ້າໃນນາມຂອງເຮົາວ່າ: “ເຮົາຈະມອບພວກເຂົາໄວ້ໃນມືຂອງກະສັດເນບູກາດເນັດຊາແຫ່ງບາບີໂລນ. ແລະ ລາວຈະຂ້າພວກເຂົາຕໍ່ໜ້າພວກເຈົ້າ. ເພາະພວກເຂົາ, ປະຊາຊົນທັງໝົດທີ່ເປັນຊະເລີຍຈາກຢູດາຍທີ່ຢູ່ໃນບາບີໂລນຈະສາບແຊ່ງວ່າ: ‘ຂໍໃຫ້ພຣະເຈົ້າຢາເວເຮັດກັບເຈົ້າເໝືອນດັ່ງເຮັດກັບເຊເດກີຢາ ແລະ ອາຮາບທີ່ກະສັດແຫ່ງບາບີໂລນໄດ້ເຜົາພວກເຂົາໃນກອງໄຟ’. ເພາະພວກເຂົາໄດ້ເຮັດສິ່ງທີ່ໜ້າອັບອາຍໃນອິດສະຣາເອນ; ພວກເຂົາໄດ້ຫລິ້ນຊູ້ກັບເມຍຂອງເພື່ອນບ້ານຂອງຕົນ, ແລະ ກ່າວຄໍາຕົວະໃນນາມຂອງເຮົາ, ເຊິ່ງເຮົາບໍ່ໄດ້ສັ່ງໄວ້. ເຮົາຮູ້ເຫັນ ແລະ ເປັນພະຍານໃນເລື່ອງນີ້”, ພຣະເຈົ້າຢາເວປະກາດດັ່ງນີ້.
ຖ້ອຍຄໍາເຖິງເຊຟານີຢາ
ຈົ່ງບອກເຊມາອີຢາຊາວເນເຮລາມວ່າ, “ພຣະເຈົ້າຢາເວ ຜູ້ມີລິດອຳນາດຍິ່ງໃຫຍ່, ພຣະເຈົ້າແຫ່ງອິດສະຣາເອນກ່າວວ່າ: ເຈົ້າໄດ້ສົ່ງຈົດໝາຍໃນນາມຂອງເຈົ້າເອງໄປເຖິງປະຊາຊົນທັງໝົດໃນເຢຣູຊາເລັມ, ເຖິງປະໂລຫິດເຊຟານີຢາ ລູກຊາຍຂອງມາອາເສອີຢາ ແລະ ປະໂລຫິດຄົນອື່ນໆທັງໝົດ. ເຈົ້າໄດ້ບອກເຊຟານີຢາວ່າ, ‘ພຣະເຈົ້າຢາເວໄດ້ແຕ່ງຕັ້ງທ່ານເປັນປະໂລຫິດແທນເຢໂຮຍອາດາເປັນຜູ້ຮັບຜິດຊອບເບິ່ງແຍງວິຫານຂອງພຣະເຈົ້າຢາເວ; ຖ້າມີຄົນບ້າທີ່ເຮັດທໍາທ່າເປັນເໝືອນຜູ້ທຳນວາຍ ທ່ານຈົ່ງຈັບພວກເຂົາໃສ່ຂື່ ແລະ ປອກຄໍເຫລັກໄວ້. ສະນັ້ນ ເປັນຫຍັງທ່ານຈຶ່ງບໍ່ຈັດການເຢເຣມີຢາຊາວອານາທົດທີ່ໄດ້ຕັ້ງຕົນເອງເປັນຜູ້ທຳນວາຍຄົນໜຶ່ງໃນທ່າມກາງພວກທ່ານ? ລາວໄດ້ສົ່ງຂໍ້ຄວາມນີ້ໄປຫາພວກເຮົາໃນບາບີໂລນວ່າ: ເຮົາຈະເປັນຊະເລີຍຢູ່ອີກດົນ. ເຫດສະນັ້ນ, ຈົ່ງສ້າງເຮືອນ ແລະ ຕັ້ງຖິ່ນຖານ; ຈົ່ງປູກຝັງໃນສວນ ແລະ ກິນຜົນລະປູກທີ່ພວກເຂົາໄດ້ປູກ’ ”.
ເຖິງຢ່າງໃດກໍຕາມ, ປະໂລຫິດເຊຟານີຢາອ່ານຈົດໝາຍນັ້ນໃຫ້ຜູ້ທຳນວາຍເຢເຣມີຢາຟັງ. ແລ້ວຖ້ອຍຄຳຂອງພຣະເຈົ້າຢາເວໄດ້ມາເຖິງເຢເຣມີຢາວ່າ: “ຈົ່ງສົ່ງຂໍ້ຄວາມນີ້ໄປຫາພວກທີ່ເປັນຊະເລີຍທັງໝົດວ່າ: ‘ພຣະເຈົ້າຢາເວກ່າວກ່ຽວກັບເຊມາອີຢາຊາວເນເຮລາມດັ່ງນີ້ວ່າ: ຍ້ອນເຊມາອີຢາໄດ້ທໍານວາຍໃຫ້ພວກເຈົ້າຟັງ, ເຖິງແມ່ນວ່າເຮົາບໍ່ໄດ້ໃຊ້ລາວໄປ ແລະ ໄດ້ຊັກຊວນພວກເຈົ້າເຊື່ອໄວ້ວາງໃຈໃນຄຳຕົວະນັ້ນ, ພຣະເຈົ້າຢາເວກ່າວດັ່ງນີ້ວ່າ: ເຮົາຈະລົງໂທດເຊມາອີຢາຊາວເນເຮລາມ ແລະ ເຊື້ອສາຍຂອງລາວຢ່າງແນ່ນອນ. ລາວຈະບໍ່ມີເຊື້ອສາຍເຫລືອຈັກຄົນໃນທ່າມກາງຊົນຊາດນີ້, ລາວຈະບໍ່ໄດ້ເຫັນສິ່ງດີຕ່າງໆທີ່ເຮົາຈະເຮັດເພື່ອປະຊາຊົນຂອງເຮົາ, ເພາະລາວໄດ້ສັ່ງສອນພວກເຂົາໃຫ້ກະບົດຕໍ່ເຮົາ ພຣະເຈົ້າຢາເວປະກາດດັ່ງນັ້ນ’ ”.
Source notes (2)
- Footnote ພາສາເຮັບເຣີວ່າ ເຢໂຄນິຢາ ເປັນອີກຮູບໜຶ່ງຂອງເຢໂຮຍອາກິນ
- Footnote ຫລື ຈະໃຫ້ເຈົ້າກັບສູ່ສະພາບດີດັ່ງເດີມ
Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.
Full source notice & licence · CC BY-SA 4.0 · SourceEdition imported 2026-11-09.