Biblica® Open Lao Contemporary Version
ເຢເຣມີຢາ 28
ຜູ້ທໍານວາຍປອມຮານານີຢາ
ໃນເດືອນທີຫ້າຂອງປີດຽວກັນນັ້ນ, ເຊິ່ງເປັນປີທີສີ່ ໃນຕອນຕົ້ນຂອງການປົກຄອງຂອງກະສັດເຊເດກີຢາແຫ່ງຢູດາຍ, ຜູ້ທໍານວາຍຮານານີຢາ ລູກຊາຍຂອງອັດຊູຣະທີ່ມາຈາກກີເບໂອນໄດ້ເວົ້າກັບຂ້າພະເຈົ້າໃນວິຫານຂອງພຣະເຈົ້າຢາເວຕໍ່ໜ້າບັນດາປະໂລຫິດ ແລະ ປະຊາຊົນທັງໝົດວ່າ, “ພຣະເຈົ້າຢາເວ ຜູ້ມີລິດອຳນາດຍິ່ງໃຫຍ່, ພຣະເຈົ້າແຫ່ງອິດສະຣາເອນກ່າວວ່າ: ‘ເຮົາຈະທໍາລາຍແອກຂອງກະສັດແຫ່ງບາບີໂລນ ພາຍໃນສອງປີ ເຮົາຈະນຳເຄື່ອງໃຊ້ທັງໝົດຂອງພຣະເຈົ້າຢາເວກັບຄືນມາບ່ອນນີ້ທີ່ກະສັດເນບູກາດເນັດຊາແຫ່ງບາບີໂລນໄດ້ເອົາອອກໄປຈາກບ່ອນນີ້ໄປທີ່ບາບີໂລນນັ້ນ. ແລະ ເຮົາຈະນຳເຢໂຮຍອາກິນ ລູກຊາຍຂອງເຢໂຮຍອາກິມກະສັດແຫ່ງຢູດາຍ ແລະ ພວກຄົນອື່ນໆທີ່ເປັນຊະເລີຍຈາກຢູດາຍທີ່ໄດ້ໄປທີ່ບາບີໂລນນັ້ນອີກດ້ວຍ, ເພາະເຮົາຈະທຳລາຍແອກຂອງກະສັດແຫ່ງບາບີໂລນ’, ພຣະເຈົ້າຢາເວປະກາດດັ່ງນີ້”.
ແລ້ວຜູ້ທຳນວາຍເຢເຣມີຢາໄດ້ຕອບຮານານີຢາຕໍ່ໜ້າບັນດາປະໂລຫິດ ແລະ ປະຊາຊົນທັງໝົດທີ່ກໍາລັງຢືນຢູ່ໃນວິຫານຂອງພຣະເຈົ້າຢາເວ. ເຢເຣມີຢາໄດ້ກ່າວວ່າ, “ອາແມນ! ຂໍໃຫ້ພຣະເຈົ້າຢາເວເຮັດໃຫ້ຖ້ອຍຄໍານັ້ນສໍາເລັດເປັນຈິງຕາມທີ່ເຈົ້າໄດ້ທໍານວາຍວ່າພຣະອົງຈະນຳເຄື່ອງໃຊ້ຕ່າງໆຂອງວິຫານຂອງພຣະເຈົ້າຢາເວ ແລະ ຄົນທີ່ເປັນຊະເລີຍທັງໝົດຈາກບາບີໂລນກັບຄືນມາບ່ອນນີ້. ເຖິງຢ່າງໃດກໍ່ຕາມ, ຈົ່ງຟັງສິ່ງທີ່ຂ້າພະເຈົ້າຈະກ່າວກັບທ່ານ ແລະ ປະຊາຊົນທັງໝົດຄື: ຕັ້ງແຕ່ດົນນານມາແລ້ວ ບັນດາຜູ້ທຳນວາຍກ່ອນໜ້າທ່ານ ແລະ ຂ້າພະເຈົ້າໄດ້ທໍານວາຍເຖິງສົງຄາມ, ໄພພິບັດ ແລະ ໂລກລະບາດທີ່ຈະເກີດຂຶ້ນກັບຫລາຍປະເທດ ແລະ ອານາຈັກທີ່ຍິ່ງໃຫຍ່ທັງຫລາຍ. ແຕ່ຜູ້ທຳນວາຍທີ່ໄດ້ທໍານວາຍເຖິງສັນຕິສຸກຈຶ່ງຈະໄດ້ຮັບການຍອມຮັບວ່າເປັນຜູ້ທີ່ພຣະເຈົ້າຢາເວໄດ້ໃຊ້ມາຢ່າງແທ້ຈິງກໍຕໍ່ເມື່ອຄຳທໍານວາຍຂອງລາວເກີດເປັນຈິງ”.
ແລ້ວຮານານີຢາ ຈຶ່ງປົດແອກອອກຈາກຄໍຂອງຜູ້ທຳນວາຍເຢເຣມີຢາແລະ ກໍຫັກມັນຖິ້ມ, ແລ້ວຮານານີຢາໄດ້ກ່າວຕໍ່ໜ້າປະຊາຊົນທັງໝົດວ່າ, “ໃນທຳນອງດຽວກັນ ພຣະເຈົ້າຢາເວກ່າວວ່າ: ‘ເຮົາຈະຫັກແອກຂອງກະສັດເນບູກາດເນັດຊາແຫ່ງບາບີໂລນອອກຈາກຄໍຂອງທຸກຊົນຊາດພາຍໃນສອງປີ’ ” ພໍກ່າວມາຮອດຕອນນີ້, ຜູ້ທຳນວາຍເຢເຣມີຢາກໍຍ່າງອອກໄປ.
ຫລັງຈາກທີ່ ຜູ້ທຳນວາຍຮານານີຢາໄດ້ຫັກແອກຈາກຄໍຂອງຜູ້ທຳນວາຍເຢເຣມີຢາ, ຖ້ອຍຄຳຂອງພຣະເຈົ້າຢາເວໄດ້ມາເຖິງເຢເຣມີຢາວ່າ, “ຈົ່ງໄປບອກຮານານີຢາວ່າ ‘ພຣະເຈົ້າຢາເວກ່າວດັ່ງນີ້ວ່າ: ເຈົ້າໄດ້ຫັກແອກໄມ້ຖິ້ມ, ແຕ່ເຈົ້າຈະຖືກແອກເຫລັກວາງໃສ່ແທນ. ພຣະເຈົ້າຢາເວ ຜູ້ມີລິດອຳນາດຍິ່ງໃຫຍ່, ພຣະເຈົ້າແຫ່ງອິດສະຣາເອນກ່າວດັ່ງນີ້ວ່າ: ເຮົາຈະວາງແອກເຫລັກເທິງຄໍຂອງຊົນຊາດເຫລົ່ານີ້ທັງໝົດເພື່ອເຮັດໃຫ້ພວກເຂົາຮັບໃຊ້ກະສັດເນບູກາດເນັດຊາແຫ່ງບາບີໂລນ ແລະ ພວກເຂົາຈະຮັບໃຊ້ເພິ່ນ. ແມ່ນແຕ່ສັດປ່າ ເຮົາກໍຈະໃຫ້ເພິ່ນຄອບຄອງດ້ວຍ’ ”.
ແລ້ວຜູ້ທຳນວາຍເຢເຣມີຢາກ່າວກັບຜູ້ທຳນວາຍຮານານີຢາວ່າ, “ຮານານີຢາ ຈົ່ງຟັງ! ພຣະເຈົ້າຢາເວບໍ່ໄດ້ໃຊ້ເຈົ້າມາ ແຕ່ເຈົ້າກໍຍັງຊັກຊວນຊົນຊາດນີ້ໄວ້ວາງໃຈໃນຄໍາຕົວະຍົວະຂອງເຈົ້າ. ເຫດສະນັ້ນ ພຣະເຈົ້າຢາເວກ່າວວ່າ: ‘ເຮົາຈະກຳຈັດເຈົ້າອອກໄປຈາກພື້ນແຜ່ນດິນໂລກ. ກ່ອນໝົດປີນີ້ ເຈົ້າຈະຕ້ອງຕາຍ, ເພາະເຈົ້າໄດ້ສອນໃຫ້ກະບົດຕໍ່ພຣະເຈົ້າຢາເວ’ ”.
ໃນເດືອນທີເຈັດຂອງປີດຽວກັນນັ້ນ, ຜູ້ທຳນວາຍຮານານີຢາກໍໄດ້ຕາຍໄປ.
Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.
Full source notice & licence · CC BY-SA 4.0 · SourceEdition imported 2026-11-09.