Skip to content
BibleKenya

Biblica® Open Lao Contemporary Version

ເຢເຣມີຢາ 24

ເລື່ອງ​ໝາກເດື່ອ​ສອງ​ກະຕ່າ

ຫລັງຈາກ​ທີ່​ກະສັດ​ເນບູກາດເນັດຊາ​ແຫ່ງ​ບາບີໂລນ​ໄດ້​ຈັບ​ເຢໂຮຍອາກິນ1 ລູກຊາຍ​ຂອງ​ເຈົ້າ​ເຢໂຮຍອາກິມ​ກະສັດ​ແຫ່ງ​ຢູດາຍ, ບັນດາ​ຂ້າ​ລາຊະ​ການ, ພວກ​ຊ່າງ​ຊໍານິ​ຊຳນານ ແລະ ພວກ​ຊ່າງສີມື​ຂອງ​ຢູດາຍ​ຈາກ​ເຢຣູຊາເລັມ​ໄປ​ເປັນ​ຊະເລີຍ​ທີ່​ບາບີໂລນ. ພຣະເຈົ້າຢາເວ​ໄດ້​ສຳແດງ​ໃຫ້​ຂ້າພະເຈົ້າ​ເຫັນ​ໝາກເດື່ອ​ສອງ​ກະຕ່າ​ວາງ​ຢູ່​ຕໍ່ໜ້າ​ວິຫານ​ຂອງ​ພຣະເຈົ້າຢາເວ. ກະຕ່າ​ທີ​ໜຶ່ງ​ມີ​ໝາກເດື່ອ​ດີ​ເໝືອນດັ່ງ​ໝາກເດື່ອ​ສຸກ​ຕົ້ນ​ປີ; ອີກ​ກະຕ່າ​ໜຶ່ງ​ມີ​ໝາກເດື່ອ​ບໍ່​ດີ, ບໍ່​ດີ​ຈົນ​ພວກເຂົາ​ກິນ​ບໍ່​ໄດ້.

ແລ້ວ​ພຣະເຈົ້າຢາເວ​ໄດ້​ຖາມ​ຂ້າພະເຈົ້າ​ວ່າ, “ເຢເຣມີຢາ, ເຈົ້າ​ເຫັນ​ຫຍັງ?”

ຂ້າພະເຈົ້າ​ໄດ້​ຕອບ​ວ່າ, “ໝາກເດື່ອ​ດີ​ກໍ​ດີ​ຫລາຍ, ແຕ່​ໝາກເດື່ອ​ບໍ່​ດີ​ກໍ​ບໍ່​ດີ​ຈົນ​ກິນ​ບໍ່ໄດ້”.

ແລ້ວ​ຖ້ອຍຄໍາ​ຂອງ​ພຣະເຈົ້າຢາເວ​ໄດ້​ມາ​ເຖິງ​ຂ້າພະເຈົ້າ​ວ່າ, “ພຣະເຈົ້າຢາເວ, ພຣະເຈົ້າ​ແຫ່ງ​ອິດສະຣາເອນ​ກ່າວ​ວ່າ: ເຮົາ​ຖື​ວ່າ​ການ​ເປັນ​ຊະເລີຍ​ຂອງ​ຢູດາຍ​ເປັນ​ດັ່ງ​ໝາກເດື່ອ​ທີ່​ດີ, ທີ່​ເຮົາ​ສົ່ງ​ອອກ​ຈາກ​ບ່ອນ​ນີ້​ໄປ​ທີ່​ດິນແດນ​ຂອງ​ຊາວ​ບາບີໂລນ2. ຕາ​ຂອງ​ເຮົາ​ຈະ​ເຝົ້າ​ເບິ່ງ​ພວກເຂົາ​ເພື່ອ​ຜົນປະໂຫຍດ​ຂອງ​ພວກເຂົາ ແລະ ເຮົາ​ນຳ​ພວກເຂົາ​ກັບຄືນ​ມາ​ທີ່​ດິນແດນ​ນີ້. ເຮົາ​ຈະ​ສ້າງ​ພວກເຂົາ​ຂຶ້ນ ແລະ ຈະ​ບໍ່​ທໍາລາຍ​ພວກເຂົາ​ລົງ; ເຮົາ​ຈະ​ປູກ​ພວກເຂົາ​ໄວ້ ແລະ ຈະ​ບໍ່​ຖອນ​ຮາກ​ພວກເຂົາ. ເຮົາ​ຈະ​ມອບ​ຈິດໃຈ​ໃຫ້​ພວກເຂົາ​ທີ່​ຈະ​ຮູ້ຈັກ​ເຮົາ​ວ່າ​ເຮົາ​ແມ່ນ​ພຣະເຈົ້າຢາເວ. ພວກເຂົາ​ຈະ​ເປັນ​ປະຊາຊົນ​ຂອງ​ເຮົາ ແລະ ເຮົາ​ຈະ​ເປັນ​ພຣະເຈົ້າ​ຂອງ​ພວກເຂົາ, ເພາະ​ພວກເຂົາ​ຈະ​ກັບຄືນ​ມາ​ຫາ​ເຮົາ​ຢ່າງ​ໝົດ​ໃຈ​ຂອງ​ພວກເຂົາ.

“ພຣະເຈົ້າຢາເວ​ກ່າວ​ວ່າ, ‘ແຕ່​ເໝືອນດັ່ງ​ໝາກເດື່ອ​ບໍ່​ດີ, ທີ່​ບໍ່​ດີ​ຈົນ​ກິນ​ບໍ່​ໄດ້, ເຮົາ​ຈະ​ຈັດການ​ກັບ​ກະສັດ​ເຊເດກີຢາ​ແຫ່ງ​ຢູດາຍ, ບັນດາ​ຂ້າລາຊະການ​ຂອງ​ລາວ ແລະ ພວກ​ຜູ້​ທີ່​ລອດ​ຊີວິດ​ຈາກ​ເຢຣູຊາເລັມ​ແບບ​ນັ້ນ, ບໍ່​ວ່າ​ພວກເຂົາ​ຈະ​ຍັງ​ຢູ່​ໃນ​ດິນແດນ​ນີ້ ຫລື ອາໄສ​ຢູ່​ໃນ​ເອຢິບ​ກໍຕາມ. ເຮົາ​ກໍ​ຈະ​ເຮັດ​ໃຫ້​ພວກເຂົາ​ເປັນ​ທີ່​ໜ້າ​ລັງກຽດ ແລະ ເປັນ​ທີ່​ໜ້າ​ກຽດຊັງ​ແກ່​ອານາຈັກ​ທັງໝົດ​ໃນ​ແຜ່ນດິນໂລກ, ຖືກ​ດູຖູກ, ຖືກ​ເວົ້າ​ນິນທາ, ຖືກ​ສາບແຊ່ງ ແລະ ເປັນ​ເປົ້າ​ຂອງ​ການ​ເຢາະເຢີ້ຍ, ໃນ​ບ່ອນທີ່​ເຮົາ​ຂັບໄລ່​ພວກເຂົາ​ໄປ​ນັ້ນ. ເຮົາ​ຈະ​ສົ່ງ​ສົງຄາມ, ການ​ອຶດຢາກ​ອາຫານ ແລະ ໂລກລະບາດ​ມາ​ຕໍ່ສູ້​ພວກເຂົາ​ຈົນ​ພວກເຂົາ​ຖືກ​ທຳລາຍ​ອອກ​ຈາກ​ດິນແດນ​ທີ່​ເຮົາ​ໄດ້​ມອບ​ໃຫ້​ແກ່​ພວກເຂົາ ແລະ ບັນພະບຸລຸດ​ຂອງ​ພວກເຂົາ’ ”.

Source notes (2)
  1. Footnote ພາສາ​ເຮັບເຣີ​ວ່າ ເຢໂຄນິຢາ, ເປັນ​ອີກ​ຮູບແບບ​ໜຶ່ງ​ຂອງ​ເຢໂຮຍອາກິນ
  2. Footnote ຫລື ຊາວ​ຄານເດອາ

Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.

Full source notice & licence · CC BY-SA 4.0 · SourceEdition imported 2026-11-09.

BibleKenya

Reader settings

Theme
Font
Alignment
Reading width

Saved in this browser and used offline too. Press ? for keyboard shortcuts.