Biblica® Open Lao Contemporary Version
ເຢເຣມີຢາ 25
ເຈັດສິບປີຂອງການເປັນຊະເລີຍ
ໃນປີທີສີ່ຂອງການປົກຄອງຂອງເຢໂຮຍອາກິມລູກຊາຍຂອງໂຢສີຢາກະສັດແຫ່ງຢູດາຍ, ຖ້ອຍຄໍາຂອງພຣະເຈົ້າໄດ້ມາເຖິງເຢເຣມີຢາກ່ຽວກັບປະຊາຊົນທັງໝົດຂອງຢູດາຍ, ເຊິ່ງເປັນປີທຳອິດທີ່ເນບູກາດເນັດຊາຂຶ້ນເປັນກະສັດແຫ່ງບາບີໂລນ. ດັ່ງນັ້ນ ຜູ້ທໍານວາຍເຢເຣມີຢາໄດ້ກ່າວກັບປະຊາຊົນຢູດາຍ ແລະ ບັນດາຄົນທີ່ອາໄສຢູ່ໃນເຢຣູຊາເລັມທັງໝົດວ່າ: ເປັນເວລາຊາວສາມປີ ຕັ້ງແຕ່ປີທີສິບສາມທີ່ໂຢສີຢາ ລູກຊາຍຂອງອາໂມນກະສັດແຫ່ງຢູດາຍຈົນເຖິງວັນນີ້, ຖ້ອຍຄໍາຂອງພຣະເຈົ້າຢາເວໄດ້ມາເຖິງຂ້າພະເຈົ້າ ແລະ ຂ້າພະເຈົ້າໄດ້ເວົ້າກັບພວກທ່ານຫລາຍຄັ້ງແລ້ວ, ແຕ່ພວກທ່ານກໍບໍ່ຍອມຟັງ.
ແລະ ເຖິງແມ່ນວ່າ ພຣະເຈົ້າຢາເວໄດ້ສືບຕໍ່ສົ່ງບັນດາຜູ້ທໍານວາຍຜູ້ຮັບໃຊ້ຂອງພຣະອົງມາຫາພວກທ່ານຫລາຍຄັ້ງແລ້ວກໍຕາມ, ແຕ່ພວກທ່ານກໍບໍ່ຟັງ ຫລື ບໍ່ເອົາໃຈໃສ່. ບັນດາຜູ້ທຳນວາຍໄດ້ກ່າວວ່າ, “ບັດນີ້ ພວກທ່ານແຕ່ລະຄົນ, ຈົ່ງຫັນໜີຈາກທາງຊົ່ວຮ້າຍ ແລະ ການປະພຶດຊົ່ວຮ້າຍຂອງພວກທ່ານ, ແລ້ວພວກທ່ານຈະໄດ້ຢູ່ໃນດິນແດນທີ່ພຣະເຈົ້າຢາເວໄດ້ມອບໃຫ້ພວກທ່ານ ແລະ ບັນພະບຸລຸດຂອງພວກທ່ານຕະຫລອດໄປ. ຢ່າໄປຕິດຕາມບັນດາພະອື່ນເພື່ອຮັບໃຊ້ ແລະ ກາບໄຫວ້ພວກມັນ; ຢ່າຍົວະຄວາມໃຈຮ້າຍຂອງເຮົາດ້ວຍສິ່ງທີ່ມືຂອງພວກທ່ານໄດ້ສ້າງຂຶ້ນມາ. ແລ້ວເຮົາກໍຈະບໍ່ເຮັດອັນຕະລາຍຕໍ່ພວກທ່ານ”.
ພຣະເຈົ້າຢາເວປະກາດວ່າ, “ແຕ່ພວກທ່ານບໍ່ຟັງເຮົາ ແລະ ພວກທ່ານໄດ້ຍົວະຄວາມໃຈຮ້າຍຂອງເຮົາດ້ວຍສິ່ງທີ່ມືຂອງພວກທ່ານໄດ້ສ້າງຂຶ້ນມາ, ແລະ ພວກທ່ານໄດ້ນໍາໄພອັນຕະລາຍມາສູ່ຕົນເອງ”.
ເຫດສະນັ້ນ ພຣະເຈົ້າຢາເວ ຜູ້ມີລິດອໍານາດຍິ່ງໃຫຍ່ກ່າວດັ່ງນີ້ວ່າ: “ເພາະພວກທ່ານບໍ່ໄດ້ຟັງຖ້ອຍຄຳຂອງເຮົາ”, ພຣະເຈົ້າຢາເວປະກາດວ່າ, “ເຮົາກໍຈະເອີ້ນຊົນຊາດທັງໝົດຈາກທາງທິດເໜືອ ແລະ ກະສັດເນບູກາດເນັດຊາແຫ່ງບາບີໂລນຜູ້ຮັບໃຊ້ຂອງເຮົາມາ, ເຮົາຈະນຳພວກເຂົາມາຕໍ່ສູ້ດິນແດນນີ້ ແລະ ປະຊາຊົນໃນດິນແດນນີ້ ແລະ ຕໍ່ສູ້ຊົນຊາດຕ່າງໆທີ່ຢູ່ອ້ອມຂ້າງທັງໝົດ. ເຮົາຈະທຳລາຍ1ພວກເຂົາໃຫ້ໝົດສິ້ນ ແລະ ເຮັດໃຫ້ພວກເຂົາເປັນເປົ້າຂອງຄວາມໜ້າຢ້ານ ແລະ ຖືກດູໜິ່ນ, ແລະ ເປັນຄວາມຈິບຫາຍຕະຫລອດໄປ. ເຮົາຈະເຮັດໃຫ້ສຽງແຫ່ງຄວາມຊື່ນຊົມຍິນດີ ແລະ ຄວາມຍິນດີ ແລະ ສຽງຂອງເຈົ້າບ່າວ ແລະ ເຈົ້າສາວ, ສຽງໂມ້ແປ້ງ ແລະ ແສງຕະກຽງຫາຍໄປຈາກພວກເຂົາ. ດິນແດນທັງໝົດນີ້ຈະກາຍເປັນດິນແດນທີ່ຮົກຮ້າງ ແລະ ຊົນຊາດເຫລົ່ານີ້ຈະຮັບໃຊ້ກະສັດແຫ່ງບາບີໂລນເປັນເວລາເຈັດສິບປີ”.
ພຣະເຈົ້າຢາເວປະກາດວ່າ, “ແຕ່ເມື່ອຄົບເຈັດສິບປີແລ້ວ, ເຮົາຈະລົງໂທດກະສັດແຫ່ງບາບີໂລນ ແລະ ຊົນຊາດຂອງລາວ, ດິນແດນຂອງຊາວບາບີໂລນ,2 ເພາະຄວາມຜິດຂອງພວກເຂົາ ແລະ ເຮົາຈະເຮັດໃຫ້ດິນແດນນີ້ຮົກຮ້າງຕະຫລອດໄປ. ເຮົາຈະນໍາທຸກສິ່ງທີ່ເຮົາໄດ້ກ່າວຕໍ່ສູ້ດິນແດນນັ້ນມາ, ທຸກສິ່ງຈະຖືກຂຽນໄວ້ໃນໜັງສືນີ້ ແລະ ຕາມທີ່ເຢເຣມີຢາໄດ້ທໍານວາຍຕໍ່ສູ້ຊົນຊາດທັງໝົດ. ພວກເຂົາເອງຈະເປັນທາດຂອງຫລາຍຊົນຊາດ ແລະ ບັນດາກະສັດຍິ່ງໃຫຍ່; ເຮົາຈະຕອບແທນພວກເຂົາຕາມການປະພຶດຂອງພວກເຂົາ ແລະ ການງານຈາກມືຂອງພວກເຂົາ”.
ຈອກແຫ່ງຄວາມໂກດຮ້າຍຂອງພຣະເຈົ້າ
ພຣະເຈົ້າຢາເວ ພຣະເຈົ້າແຫ່ງອິດສະຣາເອນໄດ້ກ່າວກັບຂ້າພະເຈົ້າວ່າ: “ຈົ່ງເອົາຈອກເຫລົ້າອະງຸ່ນທີ່ເຕັມໄປດ້ວຍຄວາມໂກດຮ້າຍຂອງເຮົາ ແລະ ເຮັດໃຫ້ຊົນຊາດທັງໝົດທີ່ເຮົາສົ່ງເຈົ້າໄປຫານັ້ນດື່ມຈາກຈອກນີ້. ເມື່ອພວກເຂົາດື່ມແລ້ວ, ພວກເຂົາຈະໂຊເຊ ແລະ ຈະເສຍສະຕິໄປ ເພາະດາບທີ່ເຮົາຈະສົ່ງມາທ່າມກາງພວກເຂົາ”. ສະນັ້ນ ຂ້າພະເຈົ້າໄດ້ຈັບເອົາຈອກຈາກມືຂອງພຣະເຈົ້າຢາເວ ແລະ ໃຫ້ຊົນຊາດທັງໝົດທີ່ພຣະອົງສົ່ງຂ້າພະເຈົ້າໄປຫານັ້ນດື່ມຈາກຈອກນັ້ນ:
ເຢຣູຊາເລັມ ແລະ ເມືອງຕ່າງໆຂອງຢູດາຍ, ບັນດາກະສັດ ແລະ ບັນດາຂ້າລາຊະການຂອງລາວຈະຖືກເຮັດໃຫ້ເປັນຊາກຫັກເພພັງ ແລະ ເປັນເປົ້າຂອງຄວາມໜ້າຢ້ານ ແລະ ການດູໜິ່ນ ແລະ ການສາບແຊ່ງເໝືອນດັ່ງທີ່ພວກເຂົາເປັນຢູ່ທຸກວັນນີ້;
ກະສັດຟາໂຣແຫ່ງເອຢິບ, ບັນດາຄົນຮັບໃຊ້, ບັນດາຂ້າລາຊະການ ແລະ ປະຊາຊົນທັງໝົດຂອງເພິ່ນ, ແລະ ຕະຫລອດຈົນເຖິງຄົນຕ່າງດ້າວທັງໝົດທີ່ຢູ່ທີ່ນັ້ນ;
ບັນດາກະສັດແຫ່ງດິນແດນອູເຊທັງໝົດ;
ແລະ ບັນດາກະສັດແຫ່ງຟີລິດສະຕິນທັງໝົດ (ບັນດາຜູ້ປົກຄອງຂອງເມືອງອາຊະເກໂລນ, ກາຊາ, ເອັກໂຣນ ແລະ ປະຊາຊົນທີ່ຍັງເຫລືອຢູ່ທີ່ອາຊະໂດດ);
ປະຊາຊົນເອໂດມ, ໂມອາບ ແລະ ອຳໂມນ
ບັນດາກະສັດແຫ່ງຕີເຣ ແລະ ຊີໂດນທັງໝົດ;
ບັນດາກະສັດຂອງແຖບແຄມຝັ່ງທະເລທີ່ຢູ່ອີກຟາກໜຶ່ງຂອງທະເລ;
ເດດານ, ເຕມາ, ບູຊະ ແລະ ທຸກຄົນທີ່ຢູ່ບ່ອນຫ່າງໄກ;3
ບັນດາກະສັດອາຣະເບຍ ແລະ ບັນດາກະສັດທັງໝົດຂອງຄົນຕ່າງຊາດທີ່ອາໄສຢູ່ໃນຖິ່ນແຫ້ງແລ້ງກັນດານ;
ບັນດາກະສັດແຫ່ງສິມຣິ, ເອລາມ ແລະ ເມເດຍທັງໝົດ;
ບັນດາກະສັດທັງໝົດຂອງດິນແດນທາງທິດເໜືອທັງໃກ້ ແລະ ໄກ, ຈາກດິນແດນໜຶ່ງໄປຫາອີກດິນແດນໜຶ່ງ ແລະ ອານາຈັກທັງໝົດທີ່ຢູ່ເທິງແຜ່ນດິນໂລກ.
ແລະ ຫລັງຈາກກະສັດທັງໝົດນັ້ນແລ້ວ, ໃນທີ່ສຸດກະສັດເຊຊັກ4ກໍຈະດື່ມຈາກຈອກນີ້ຄືກັນ.
“ແລ້ວຈົ່ງບອກພວກເຂົາວ່າ, ‘ພຣະເຈົ້າຢາເວ ຜູ້ມີລິດອຳນາດຍິ່ງໃຫຍ່, ພຣະເຈົ້າແຫ່ງອິດສະຣາເອນກ່າວວ່າ: ຈົ່ງດື່ມ, ຈົ່ງເມົາ ແລະ ຮາກອອກມາ ແລະ ລົ້ມລົງຈົນລຸກຂຶ້ນມາອີກບໍ່ໄດ້ ເພາະດາບທີ່ເຮົາຈະສົ່ງມາທ່າມກາງພວກເຈົ້າ’. ແຕ່ຖ້າພວກເຂົາປະຕິເສດຈັບເອົາຈອກຈາກມືຂອງເຈົ້າມາດື່ມ, ຈົ່ງບອກພວກເຂົາວ່າ, ‘ພຣະເຈົ້າຢາເວ ຜູ້ມີລິດອຳນາດຍິ່ງໃຫຍ່ກ່າວດັ່ງນີ້ວ່າ: ພວກເຈົ້າຕ້ອງດື່ມມັນ! ເບິ່ງແມ, ເຮົາກຳລັງເລີ່ມຕົ້ນນຳຄວາມຈິບຫາຍມາສູ່ນະຄອນນີ້ເພື່ອນາມຂອງເຮົາ, ແລະ ພວກເຈົ້າຈະໜີພົ້ນຈາກການບໍ່ຖືກລົງໂທດໄປໄດ້ແທ້ບໍ? ພວກເຈົ້າຈະໜີບໍ່ພົ້ນຈາກການລົງໂທດ, ເພາະເຮົາກໍາລັງສັ່ງໃຫ້ດາບມາລົງໂທດທຸກຄົນທີ່ອາໄສຢູ່ເທິງແຜ່ນດິນໂລກ’, ພຣະເຈົ້າຢາເວ ຜູ້ມີລິດອຳນາດຍິ່ງໃຫຍ່ປະກາດດັ່ງນີ້.
“ບັດນີ້ຈົ່ງທໍານວາຍຖ້ອຍຄຳທັງໝົດເຫລົ່ານີ້ແກ່ພວກເຂົາ ແລະ ບອກພວກເຂົາວ່າ:
“ ‘ພຣະເຈົ້າຢາເວຈະເປັ່ງສຽງຮ້ອງມາຈາກເບື້ອງເທິງ;
ພຣະອົງຈະເປັ່ງສຽງຮ້ອງດັງສະໜັ່ນຈາກບ່ອນອັນບໍລິສຸດຂອງພຣະອົງ
ແລະ ເປັ່ງສຽງຮ້ອງຕໍ່ສູ້ດິນແດນຂອງພຣະອົງ.
ພຣະອົງຈະເປັ່ງສຽງຮ້ອງເປັນເໝືອນສຽງຄົນຢຽບໝາກອະງຸ່ນ,
ຈະເປັ່ງສຽງຮ້ອງຕໍ່ສູ້ທຸກຄົນທີ່ອາໄສຢູ່ເທິງແຜ່ນດິນໂລກ.
ສຽງຄຶກຄະນອງຈະດັງກ້ອງໄປຈົນເຖິງສຸດປາຍແຜ່ນດິນໂລກ.
ເພາະພຣະເຈົ້າຢາເວຈະດຳເນີນຄະດີກັບປະຊາຊາດທັງຫລາຍ;
ພຣະອົງຈະນໍາການພິພາກສາມາສູ່ມວນມະນຸດທັງໝົດ
ແລະ ຈະປະຫານຄົນຊົ່ວຮ້າຍດ້ວຍດາບ’ ”
ພຣະເຈົ້າຢາເວປະກາດດັ່ງນີ້.
ພຣະເຈົ້າຢາເວ ຜູ້ມີລິດອໍານາດຍິ່ງໃຫຍ່ກ່າວວ່າ:
“ເບິ່ງແມ! ໄພພິບັດກຳລັງແຜ່ກະຈາຍອອກໄປ
ຈາກຊົນຊາດໜຶ່ງໄປຫາອີກຊົນຊາດໜຶ່ງ;
ພະຍຸໃຫຍ່ກຳລັງກໍ່ຕົວຂຶ້ນ
ຈາກສຸດປາຍແຜ່ນດິນໂລກ”.
ໃນເວລານັ້ນ ບັນດາຄົນທີ່ພຣະເຈົ້າຢາເວປະຫານຈະມີຢູ່ທຸກບ່ອນຈາກສຸດປາຍແຜ່ນດິນໂລກດ້ານໜຶ່ງເຖິງຈົນສຸດປາຍແຜ່ນດິນໂລກອີກດ້ານໜຶ່ງ. ຈະບໍ່ມີຜູ້ໃດຮ້ອງໄຫ້ໄວ້ທຸກໃຫ້ພວກເຂົາ ຫລື ຈະບໍ່ມີຜູ້ໃດຮວບຮວມຊາກສົບໄວ້ ຫລື ນໍາເອົາໄປຝັງ, ແຕ່ຈະເປັນເໝືອນກອງຂີ້ສັດທີ່ຖືກປະໄວ້ຢູ່ເທິງພື້ນດິນ.
ຈົ່ງຮ້ອງໄຫ້ ແລະ ຄ່ຳຄວນ, ບັນດາຄົນລ້ຽງແກະ;
ພວກຜູ້ນໍາຝູງແກະ, ຈົ່ງກິ້ງເກືອກຢູ່ໃນຂີ້ຝຸ່ນດິນ.
ເພາະເວລາທີ່ພວກເຈົ້າຈະຖືກປະຫານໄດ້ມາເຖິງແລ້ວ;
ພວກເຈົ້າຈະລົ້ມລົງຕາຍເໝືອນດັ່ງແກະເຖິກໂຕດີໆທີ່ຖືກຂ້າ.
ພວກຄົນລ້ຽງແກະບໍ່ຮູ້ວ່າຈະໜີໄປໃສ,
ບັນດາຜູ້ນໍາຝູງແກະບໍ່ຮູ້ວ່າຈະຫລົບໜີໄປທາງໃດ.
ຈົ່ງຟັງສຽງຮ້ອງຂອງພວກຄົນລ້ຽງແກະ
ສຽງຄ່ຳຄວນຂອງພວກຜູ້ນຳຂອງຝູງແກະ,
ເພາະພຣະເຈົ້າຢາເວກຳລັງທຳລາຍທົ່ງຫຍ້າຂອງພວກເຂົາ.
ທົ່ງຫຍ້າອັນສະຫງົບສຸກຈະຖືກປະຖິ້ມໄວ້ໃຫ້ຮົກຮ້າງ.
ເພາະຄວາມໃຈຮ້າຍອັນຮຸນແຮງຂອງພຣະເຈົ້າຢາເວ.
ພຣະອົງຈະອອກມາຈາກບ່ອນທີ່ພຣະອົງຢູ່ເໝືອນດັ່ງໂຕສິງ
ແລະ ດິນແດນຂອງພວກເຂົາຈະຖືກປະຖິ້ມໄວ້ໃຫ້ຮົກຮ້າງ
ເພາະດາບ5ຂອງຜູ້ກົດຂີ່
ແລະ ເພາະຄວາມໂກດຮ້າຍອັນຮຸນແຮງຂອງພຣະເຈົ້າຢາເວ.
Source notes (5)
- Footnote ຄຳນີ້ໃນພາສາເຮັບເຣີ ໝາຍເຖິງສິ່ງຂອງ ຫລື ບຸກຄົນທີ່ຖວາຍແດ່ອົງພຣະຜູ້ເປັນເຈົ້າ ແລ້ວບໍ່ອາດຮຽກຄືນໄດ້ ມັກຈະຕ້ອງທຳລາຍໃຫ້ໝົດສິ້ນໄປ
- Footnote ຫລື ຊາວຄານເດອາ
- Footnote ຫລື ຜູ້ນີບຜົມໄວ້ທີ່ໜ້າຜາກ
- Footnote ເຊເກືອບ ເປັນລະຫັດລັບທີ່ໝາຍເຖິງບາບີໂລນ
- Footnote ສຳເນົາຕົ້ນສະບັບພາສາເຮັບເຣີສ່ວນໃຫຍ່ວ່າ ເພາະຄວາມຮ້າຍ
Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.
Full source notice & licence · CC BY-SA 4.0 · SourceEdition imported 2026-11-09.