Biblica® Open Lao Contemporary Version
ເຢເຣມີຢາ 23
ກິ່ງອັນຊອບທຳ
ພຣະເຈົ້າຢາເວປະກາດວ່າ “ວິບັດແກ່ບັນດາຄົນລ້ຽງແກະທີ່ກໍາລັງທໍາລາຍ ແລະ ເຮັດໃຫ້ລູກແກະໃນທົ່ງຫຍ້າຂອງເຮົາກະຈັດກະຈາຍໄປ!”. ເຫດສະນັ້ນ ພຣະເຈົ້າຢາເວ, ພຣະເຈົ້າແຫ່ງອິດສະຣາເອນກ່າວກັບບັນດາຄົນລ້ຽງແກະທີ່ລ້ຽງດູປະຊາຊົນຂອງເຮົາວ່າ: “ເພາະພວກເຈົ້າໄດ້ເຮັດໃຫ້ຝູງແກະຂອງເຮົາກະຈັດກະຈາຍໄປ ແລະ ພວກເຈົ້າໄດ້ຂັບໄລ່ພວກເຂົາໃຫ້ໜີໄປ ແລະ ບໍ່ໄດ້ເອົາໃຈໃສ່ເບິ່ງແຍງພວກເຂົາ, ເຮົາຈະລົງໂທດພວກເຈົ້າເພາະຄວາມຊົ່ວຮ້າຍທີ່ພວກເຈົ້າໄດ້ເຮັດ”, ພຣະເຈົ້າຢາເວປະກາດດັ່ງນີ້. “ເຮົາເອງຈະຮວບຮວມຝູງແກະທີ່ຍັງເຫລືອອອກມາຈາກປະເທດຕ່າງໆທີ່ເຮົາຂັບໄລ່ພວກເຂົາໄປ ແລະ ຈະນຳພວກເຂົາກັບມາທີ່ທົ່ງຫຍ້າຂອງພວກເຂົາ, ເຊິ່ງເປັນບ່ອນທີ່ພວກເຂົາຈະມີລູກຫລວງຫລາຍ ແລະ ເພີ່ມທະວີຂຶ້ນ. ເຮົາຈະແຕ່ງຕັ້ງຄົນລ້ຽງແກະໃຫ້ຮັບຜິດຊອບພວກເຂົາລ້ຽງດູພວກເຂົາ ແລະ ພວກເຂົາຈະບໍ່ຢ້ານ ຫລື ຕົກໃຈຢ້ານກົວອີກຕໍ່ໄປ, ຫລື ຈະບໍ່ມີໂຕໃດສູນຫາຍໄປ”, ພຣະເຈົ້າຢາເວປະກາດດັ່ງນີ້.
ພຣະເຈົ້າຢາເວປະກາດວ່າ, “ວັນນັ້ນຈະມາເຖິງ”,
ເມື່ອເຮົາຈະຍົກກິ່ງອັນຊອບທຳຂຶ້ນໃຫ້ແກ່ດາວິດ,1
ກະສັດຜູ້ໜຶ່ງທີ່ຈະປົກຄອງຢ່າງສະຫລາດ
ແລະ ເຮັດສິ່ງທີ່ຍຸຕິທໍາ ແລະ ຖືກຕ້ອງໃນດິນແດນ.
ໃນສະໄໝຂອງເພິ່ນ ຢູດາຍຈະໄດ້ຮັບການຊ່ວຍໃຫ້ພົ້ນ.
ແລະ ອິດສະຣາເອນຈະອາໄສຢູ່ຢ່າງປອດໄພ.
ນີ້ແມ່ນນາມທີ່ເພິ່ນຈະຖືກເອີ້ນວ່າ:
ພຣະເຈົ້າຢາເວ ອົງພຣະຜູ້ໄຖ່ທີ່ຊອບທຳຂອງພວກຂ້ານ້ອຍ.
ພຣະເຈົ້າຢາເວປະກາດວ່າ “ສະນັ້ນ ເມື່ອວັນນັ້ນມາເຖິງ, ປະຊາຊົນຈະບໍ່ເວົ້າອີກຕໍ່ໄປວ່າ, ‘ພຣະເຈົ້າຢາເວມີຊີວິດຢູ່ແນ່ນອນສັນໃດ, ຜູ້ທີ່ໄດ້ນຳຊາວອິດສະຣາເອນອອກມາຈາກເອຢິບ’, ແຕ່ພວກເຂົາຈະເວົ້າວ່າ, ‘ພຣະເຈົ້າຢາເວມີຊີວິດ, ຜູ້ທີ່ໄດ້ນຳເຊື້ອສາຍອິດສະຣາເອນອອກມາຈາກດິນແດນທາງທິດເໜືອ ແລະ ຈາກທຸກປະເທດທີ່ພຣະອົງໄດ້ເນລະເທດພວກເຂົາໄປນັ້ນ’. ແລ້ວພວກເຂົາຈະອາໄສຢູ່ໃນດິນແດນຂອງພວກເຂົາເອງ”.
ບັນດາຜູ້ທໍານວາຍປອມ
ຖ້ອຍຄໍາຂອງພຣະເຈົ້າກ່ຽວກັບບັນດາຜູ້ທໍານວາຍວ່າ:
ຈິດໃຈຂ້ານ້ອຍແຕກສະຫລາຍຢູ່ພາຍໃນຂ້ານ້ອຍ;
ກະດູກທຸກຊີກຂອງຂ້ານ້ອຍກໍສັ່ນສະທ້ານ.
ຂ້ານ້ອຍເປັນເໝືອນຄົນເມົາເຫລົ້າ,
ເປັນເໝືອນຄົນແຂງແຮງທີ່ຖືກຄວບຄຸມດ້ວຍເຫລົ້າອະງຸ່ນ,
ຍ້ອນພຣະເຈົ້າຢາເວ
ແລະ ຖ້ອຍຄໍາອັນບໍລິສຸດຂອງພຣະອົງ.
ດິນແດນເຕັມໄປດ້ວຍຄົນຫລິ້ນຊູ້;
ເພາະຄຳສາບແຊ່ງ2ດິນແດນຈຶ່ງຖືກປະຖິ້ມໄວ້ໃຫ້ແຫ້ງແລ້ງ3
ແລະ ທົ່ງຫຍ້າໃນຖິ່ນແຫ້ງແລ້ງກັນດານກໍຫ່ຽວແຫ້ງໝົດ.
ບັນດາຜູ້ທຳນວາຍເຮັດຕາມວິຖີທາງອັນຊົ່ວ
ແລະ ໃຊ້ອຳນາດຂອງຕົນຢ່າງບໍ່ຍຸຕິທໍາ.
“ທັງຜູ້ທໍານວາຍ ແລະ ປະໂລຫິດກໍບໍ່ນັບຖືພຣະເຈົ້າ;
ແມ່ນແຕ່ຢູ່ໃນວິຫານຂອງເຮົາ ເຮົາເຫັນຄວາມຊົ່ວຮ້າຍຂອງພວກເຂົາ”,
ພຣະເຈົ້າຢາເວປະກາດດັ່ງນີ້.
“ເຫດສະນັ້ນ ທາງຂອງພວກເຂົາຈະມື່ນ;
ພວກເຂົາຈະຖືກຂັບໄລ່ອອກໄປສູ່ຄວາມມືດ
ແລະ ພວກເຂົາຈະລົ້ມລົງຢູ່ທີ່ນັ້ນ.
ເຮົາຈະນຳໄພພິບັດມາສູ່ພວກເຂົາ
ໃນປີທີ່ພວກເຂົາຖືກລົງໂທດ”,
ພຣະເຈົ້າຢາເວປະກາດດັ່ງນີ້.
“ໃນທ່າມກາງບັນດາຜູ້ທໍານວາຍຂອງຊາມາເຣຍ
ເຮົາໄດ້ເຫັນສິ່ງທີ່ໜ້າລັງກຽດຄື:
ພວກເຂົາໄດ້ທໍານວາຍໃນນາມພະບາອານ
ແລະ ນຳປະຊາຊົນອິດສະຣາເອນຂອງເຮົາໃຫ້ຫລົງຜິດໄປ.
ແລະ ໃນທ່າມກາງບັນດາຜູ້ທໍານວາຍຂອງເຢຣູຊາເລັມ
ເຮົາກໍເຫັນບາງສິ່ງທີ່ໜ້າຢ້ານກົວຄື:
ພວກເຂົາໄດ້ຫລິ້ນຊູ້ ແລະ ດຳເນີນຊີວິດຢູ່ໃນການຫລອກລວງ.
ພວກເຂົາສົ່ງເສີມມືຂອງພວກຄົນຊົ່ວ,
ເພື່ອຈະບໍ່ມີຜູ້ໃດໃນພວກເຂົາຫັນໜີຈາກຄວາມຊົ່ວຮ້າຍຂອງຕົນ.
ພວກເຂົາທຸກຄົນເປັນເໝືອນເມືອງໂຊໂດມ;
ປະຊາຊົນເຢຣູຊາເລັມເປັນເໝືອນເມືອງໂກໂມຣາສໍາລັບເຮົາ”.
ເຫດສະນັ້ນ ພຣະເຈົ້າຢາເວ ຜູ້ມີລິດອໍານາດຍິ່ງໃຫຍ່ກ່າວກ່ຽວກັບບັນດາຜູ້ທໍານວາຍວ່າ:
“ເຮົາຈະເຮັດໃຫ້ພວກເຂົາກິນອາຫານຂົມ
ແລະ ດື່ມນ້ຳທີ່ມີພິດ,
ຍ້ອນບັນດາຜູ້ທຳນວາຍຂອງເຢຣູຊາເລັມ
ການບໍ່ນັບຖືພຣະເຈົ້າໄດ້ແຜ່ຂະຫຍາຍໄປທົ່ວດິນແດນ”.
ພຣະເຈົ້າຢາເວ ຜູ້ມີລິດອໍານາດຍິ່ງໃຫຍ່ກ່າວວ່າ:
“ຢ່າຟັງສິ່ງທີ່ພວກຜູ້ທໍານວາຍກໍາລັງທໍານວາຍໃຫ້ພວກເຈົ້າ;
ພວກເຂົາເຮັດໃຫ້ພວກເຈົ້າເຕັມໄປດ້ວຍຄວາມຫວັງທີ່ຈອມປອມ.
ພວກເຂົາເວົ້ານິມິດຕ່າງໆຈາກຄວາມຄິດຂອງຕົນເອງ,
ບໍ່ແມ່ນຈາກປາກຂອງພຣະເຈົ້າຢາເວ.
ພວກເຂົາກໍສືບຕໍ່ບອກບັນດາຄົນທີ່ດູໝິ່ນເຮົາວ່າ,
‘ພຣະເຈົ້າຢາເວກ່າວດັ່ງນີ້ວ່າ: ພວກເຈົ້າຈະມີສັນຕິສຸກ’.
ແລະ ບອກກັບຄົນທຸກໃຫ້ເຮັດຕາມຄວາມດື້ດ້ານແຫ່ງໃຈຕົນເອງ
ພວກເຂົາເວົ້າວ່າ ‘ຈະບໍ່ມີໄພອັນຕະລາຍໃດເກີດຂຶ້ນກັບພວກເຈົ້າ’.
ແຕ່ມີຜູ້ໃດໃນພວກເຂົາທີ່ໄດ້ຢືນຢູ່ໃນບ່ອນຊຸມນຸມຂອງພຣະເຈົ້າຢາເວ
ທີ່ໄດ້ເຫັນ ຫລື ໄດ້ຍິນຖ້ອຍຄຳຂອງພຣະອົງບໍ?
ມີຜູ້ໃດໄດ້ຟັງ ແລະ ໄດ້ຍິນຖ້ອຍຄຳຂອງພຣະອົງບໍ?
ເບິ່ງແມ, ພາຍຸແຫ່ງພຣະເຈົ້າຢາເວ
ຈະເກີດຂຶ້ນໃນຄວາມໂກດຮ້າຍນັ້ນ,
ເປັນລົມພະຍຸໝຸນພັດລົງມາ
ໃສ່ຫົວຂອງບັນດາຄົນຊົ່ວຮ້າຍ
ຄວາມໃຈຮ້າຍຂອງພຣະເຈົ້າຢາເວຈະບໍ່ກັບຄືນມາ
ຈົນກວ່າພຣະອົງຈະໃຫ້ສຳເລັດ
ຕາມຄວາມປະສົງຂອງພຣະອົງ.
ໃນວັນນັ້ນມາເຖິງ
ເຈົ້າຈະເຂົ້າໃຈສິ່ງນີ້ຢ່າງຊັດເຈນ.
ເຮົາບໍ່ໄດ້ໃຊ້ຜູ້ທໍານວາຍເຫລົ່ານີ້ໄປ
ແຕ່ພວກເຂົາໄດ້ກ່າວດ້ວຍຖ້ອຍຄຳຂອງຕົນອອກມາ;
ເຮົາບໍ່ໄດ້ກ່າວກັບພວກເຂົາ,
ແຕ່ພວກເຂົາກໍໄດ້ທໍານວາຍ.
ແຕ່ຖ້າພວກເຂົາໄດ້ຢືນຢູ່ໃນບ່ອນຊຸມນຸມຂອງເຮົາ,
ພວກເຂົາຈະໄດ້ປະກາດຖ້ອຍຄຳຂອງເຮົາໃຫ້ປະຊາຊົນຂອງເຮົາ
ແລະ ຈະເຮັດໃຫ້ປະຊາຊົນຫັນໜີຈາກວິຖີທາງອັນຊົ່ວຂອງຕົນ
ແລະ ການກະທຳອັນຊົ່ວຮ້າຍຂອງພວກເຂົາ”.
ພຣະເຈົ້າຢາເວປະກາດວ່າ,
“ເຮົາເປັນພຣະເຈົ້າຜູ້ທີ່ຢູ່ພຽງແຕ່ບ່ອນໃກ້ໆເທົ່ານັ້ນບໍ?
ແລະ ບໍ່ໄດ້ເປັນພຣະເຈົ້າຜູ້ທີ່ຢູ່ຫ່າງໄກບໍ?”
ພຣະເຈົ້າຢາເວປະກາດວ່າ
“ມີຜູ້ໃດສາມາດຫລົບລີ້ໃນບ່ອນເລິກລັບ
ເພື່ອບໍ່ໃຫ້ເຮົາເຫັນພວກເຂົາໄດ້?”.
“ເຮົາບໍ່ໄດ້ຢູ່ທຸກບ່ອນທົ່ວຟ້າສະຫວັນ
ແລະ ແຜ່ນດິນໂລກບໍ?”
ພຣະເຈົ້າຢາເວປະກາດດັ່ງນີ້.
“ເຮົາໄດ້ຍິນສິ່ງທີ່ບັນດາຜູ້ທໍານວາຍທີ່ທໍານວາຍຕົວະໃນນາມຂອງເຮົາ. ພວກເຂົາເວົ້າວ່າ, ‘ຂ້າພະເຈົ້າໄດ້ຝັນເຫັນ! ຂ້າພະເຈົ້າໄດ້ຝັນເຫັນ!’ ສິ່ງນີ້ຈະຍັງຢູ່ໃນໃຈຂອງຜູ້ທໍານວາຍປອມເຫລົ່ານີ້ອີກດົນປານໃດ, ເຊິ່ງທໍານວາຍພາບຫລອນໃນຄວາມຄິດຂອງຕົນ? ພວກເຂົາຄິດວ່າຄວາມຝັນທີ່ພວກເຂົາບອກກັນນັ້ນຈະເຮັດໃຫ້ປະຊາຊົນຂອງເຮົາລືມນາມຂອງເຮົາ, ເໝືອນດັ່ງທີ່ບັນພະບຸລຸດຂອງພວກເຂົາໄດ້ລືມນາມຂອງເຮົາໂດຍການກາບໄຫວ້ພະບາອານ. ຈົ່ງໃຫ້ຜູ້ທໍານວາຍທີ່ໄດ້ຝັນນັ້ນເລົ່າຄວາມຝັນຂອງລາວ ແຕ່ໃຫ້ຜູ້ທີ່ມີຖ້ອຍຄຳຂອງເຮົາກ່າວຢ່າງສັດຊື່. ເພາະເຟືອງເຂົ້າຄືກັນກັບເມັດເຂົ້າບໍ?” ພຣະເຈົ້າຢາເວປະກາດດັ່ງນີ້. ພຣະເຈົ້າຢາເວປະກາດວ່າ, “ຖ້ອຍຄຳຂອງເຮົາເປັນເໝືອນໄຟ ແລະ ເປັນເໝືອນຄ້ອນຕີທີ່ທຸບກ້ອນຫີນໃຫ້ແຕກເປັນປ່ຽງໆບໍ່ແມ່ນບໍ?”
ພຣະເຈົ້າຢາເວປະກາດວ່າ, “ເຫດສະນັ້ນ ເຮົາເປັນສັດຕູກັບບັນດາຜູ້ທໍານວາຍທີ່ລັກຄໍາເວົ້າຂອງກັນແລ້ວອ້າງວ່າເປັນຖ້ອຍຄຳມາຈາກເຮົາ”. ພຣະເຈົ້າຢາເວປະກາດວ່າ “ຖືກແລ້ວ ເຮົາເປັນສັດຕູກັບບັນດາຜູ້ທໍານວາຍທີ່ໃຊ້ລິ້ນຂອງຕົນເອງ ແຕ່ກໍຍັງປະກາດວ່າ, ‘ພຣະເຈົ້າຢາເວປະກາດວ່າ’ ”. “ແທ້ຈິງແລ້ວ, ເຮົາເປັນສັດຕູກັບບັນດາຜູ້ທີ່ທໍານວາຍຄວາມຝັນປອມ, ພວກເຂົາບອກປະຊາຊົນ ແລະ ນໍາປະຊາຊົນຂອງເຮົາໃຫ້ຫລົງຜິດໄປດ້ວຍຄຳຕົວະແບບບໍ່ຄິດຂອງພວກເຂົາ, ແຕ່ເຮົາບໍ່ໄດ້ໃຊ້ພວກເຂົາໄປ ຫລື ແຕ່ງຕັ້ງພວກເຂົາ. ພວກເຂົາບໍ່ໄດ້ເປັນປະໂຫຍດແກ່ປະຊາຊົນເຫລົ່ານີ້ແມ່ນແຕ່ໜ້ອຍດຽວ” ພຣະເຈົ້າຢາເວປະກາດດັ່ງນີ້.
ຄຳທໍານວາຍປອມ
“ເມື່ອປະຊາຊົນເຫລົ່ານີ້ ຫລື ຜູ້ທໍານວາຍ ຫລື ປະໂລຫິດມາຖາມເຈົ້າວ່າ, ‘ມີຖ້ອຍຄຳຫຍັງຈາກພຣະເຈົ້າຢາເວ?’ ເຈົ້າຈົ່ງກ່າວກັບພວກເຂົາວ່າ, ‘ຖ້ອຍຄຳຫຍັງ? ພຣະເຈົ້າຢາເວປະກາດວ່າ, ເຮົາຈະປະຖິ້ມພວກເຈົ້າ’. ຖ້າຜູ້ທໍານວາຍ ແລະ ປະໂລຫິດ ຫລື ຜູ້ໃດຜູ້ໜຶ່ງອ້າງວ່າ ‘ນີ້ແມ່ນຖ້ອຍຄໍາຈາກພຣະເຈົ້າຢາເວ’ ເຮົາຈະລົງໂທດພວກເຂົາ ແລະ ຄອບຄົວຂອງພວກເຂົາ. ພວກເຈົ້າແຕ່ລະຄົນສືບຕໍ່ເວົ້າກັບໝູ່ເພື່ອນຂອງພວກເຈົ້າ ແລະ ຊາວອິດສະຣາເອນຄົນອື່ນວ່າ: ‘ພຣະເຈົ້າຢາເວໃຫ້ຄຳຕອບຢ່າງໃດ?’ ຫລື ‘ພຣະເຈົ້າຢາເວໄດ້ກ່າວຫຍັງແດ່?’ ແຕ່ພວກເຈົ້າຢ່າກ່າວເຖິງ ‘ຖ້ອຍຄຳຂອງພຣະເຈົ້າຢາເວອີກ’, ເພາະເມື່ອພວກເຈົ້າເອົາຄຳເວົ້າຂອງແຕ່ລະຄົນມາເປັນຂອງຕົນເອງ. ສະນັ້ນ ພວກເຈົ້າກໍບິດເບືອນຖ້ອຍຄໍາຂອງພຣະເຈົ້າຜູ້ມີຊີວິດຢູ່, ພຣະເຈົ້າຢາເວ ຜູ້ມີລິດອໍານາດຍິ່ງໃຫຍ່, ພຣະເຈົ້າຂອງພວກເຮົາ. ພວກເຈົ້າຍັງເວົ້າກັບຜູ້ທໍານວາຍວ່າ: ‘ພຣະເຈົ້າຢາເວຕອບພວກເຈົ້າວ່າແນວໃດ?’ ຫລື ‘ພຣະເຈົ້າຢາເວໄດ້ກ່າວຫຍັງ?’ ເຖິງແມ່ນວ່າພວກເຈົ້າອ້າງວ່າ, ‘ນີ້ແມ່ນຖ້ອຍຄໍາມາຈາກພຣະເຈົ້າຢາເວ’ ພຣະເຈົ້າຢາເວກ່າວດັ່ງນີ້ວ່າ: ພວກເຈົ້າໄດ້ໃຊ້ຄຳເວົ້າວ່າ, ‘ນີ້ແມ່ນຖ້ອຍຄໍາຂອງພຣະເຈົ້າຢາເວ’ ທັງທີ່ເຮົາບໍ່ໄດ້ບອກໃຫ້ພວກເຈົ້າອ້າງວ່າ ‘ນີ້ແມ່ນຖ້ອຍຄໍາມາຈາກພຣະເຈົ້າຢາເວ’. ເຫດສະນັ້ນ, ເຮົາຈະລືມພວກເຈົ້າ ແລະ ໂຍນພວກເຈົ້າອອກໄປໃຫ້ພົ້ນຈາກໜ້າເຮົາຢ່າງແນ່ນອນພ້ອມທັງນະຄອນນີ້ເຮົາໄດ້ມອບໃຫ້ພວກເຈົ້າ ແລະ ບັນພະບຸລຸດຂອງພວກເຈົ້າ. ເຮົາຈະນຳຄວາມອັບອາຍອັນຕະຫລອດໄປມາສູ່ພວກເຈົ້າຄື ຄວາມອັບອາຍອັນຕະຫລອດໄປທີ່ຈະບໍ່ມີວັນລືມໄດ້”.
Source notes (3)
- Footnote ຫລື ຂຶ້ນມາຈາກເຊື້ອສາຍຂອງດາວິດ
- Footnote ຫລື ເນື່ອງດ້ວຍສິ່ງເຫລົ່ານີ້
- Footnote ຫລື ແຜ່ນດິນກໍຄ່ຳຄວນ
Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.
Full source notice & licence · CC BY-SA 4.0 · SourceEdition imported 2026-11-09.