Biblica® Open Lao Contemporary Version
ເຢເຣມີຢາ 22
ການພິພາກສາຕໍ່ບັນດາກະສັດທີ່ຊົ່ວຮ້າຍ
ພຣະເຈົ້າຢາເວກ່າວວ່າ: “ຈົ່ງໄປວັງຂອງກະສັດຢູດາຍ ແລະ ປະກາດຖ້ອຍຄໍານີ້ຢູ່ທີ່ນັ້ນວ່າ: ‘ຈົ່ງຟັງຖ້ອຍຄໍາຂອງພຣະເຈົ້າຢາເວກ່າວກັບເຈົ້າ, ກະສັດແຫ່ງຢູດາຍຜູ້ທີ່ນັ່ງເທິງບັນລັງຂອງດາວິດ ເຈົ້າເອງ, ບັນດາຂ້າລາຊະການ ແລະ ປະຊາຊົນຂອງເຈົ້າທີ່ຜ່ານເຂົ້າມາທາງປະຕູເຫລົ່ານີ້. ພຣະເຈົ້າຢາເວກ່າວດັ່ງນີ້ວ່າ: ຈົ່ງເຮັດສິ່ງທີ່ຍຸຕິທໍາ ແລະ ຖືກຕ້ອງ. ຈົ່ງຊ່ວຍເຫລືອຄົນທີ່ຖືກປຸ້ນຈາກມືຂອງຜູ້ທີ່ກົດຂີ່. ຢ່າເຮັດສິ່ງທີ່ຜິດ ຫລື ສິ່ງທີ່ຮຸນແຮງຕໍ່ຄົນຕ່າງດ້າວ, ລູກກຳພ້າ ຫລື ແມ່ໝ້າຍ ແລະ ຢ່າເຮັດໃຫ້ເລືອດຂອງຄົນບໍລິສຸດໄຫລນອງໃນບ່ອນນີ້. ເພາະຖ້າພວກເຈົ້າເອົາໃຈໃສ່ປະຕິບັດຕາມຄຳສັ່ງເຫລົ່ານີ້, ແລ້ວບັນດາກະສັດທີ່ນັ່ງເທິງບັນລັງຂອງດາວິດຈະເຂົ້າມາຜ່ານປະຕູຕ່າງໆຂອງເມືອງນີ້, ໂດຍການຂີ່ລົດຮົບ ແລະ ຂີ່ມ້າພ້ອມທັງບັນດາຂ້າລາຊະການ ແລະ ປະຊາຊົນຂອງພວກເຂົາທີ່ໄດ້ຕິດຕາມມານໍາ. ແຕ່ຖ້າພວກເຈົ້າບໍ່ເຊື່ອຟັງຄຳສັ່ງເຫລົ່ານີ້, ພຣະເຈົ້າຢາເວປະກາດວ່າ, ເຮົາຂໍສາບານໃນນາມຂອງເຮົາເອງວ່າວັງນີ້ຈະກາຍເປັນຊາກຫັກເພພັງ’ ”.
ເພາະພຣະເຈົ້າຢາເວກ່າວກ່ຽວກັບວັງຂອງກະສັດແຫ່ງຢູດາຍວ່າ:
“ແມ່ນແຕ່ເຈົ້າເອງກໍຈະເປັນເໝືອນກີເລອາດສຳລັບເຮົາ,
ເປັນເໝືອນຍອດພູແຫ່ງເລບານອນ
ເຮົາຈະເຮັດໃຫ້ເຈົ້າເປັນເໝືອນດິນຫວ່າງເປົ່າ,
ເປັນເໝືອນເມືອງທີ່ບໍ່ມີຜູ້ໃດອາໄສຢູ່ຢ່າງແນ່ນອນ.
ເຮົາຈະສົ່ງພວກຜູ້ທຳລາຍມາຕໍ່ສູ້ພວກເຈົ້າ,
ແຕ່ລະຄົນຖືອາວຸດຂອງຕົນມາ,
ແລ້ວພວກເຂົາຈະຮື້ຄານຕົ້ນໄມ້ສີດາຊັ້ນດີຂອງເຈົ້າອອກ
ແລະ ໂຍນພວກມັນໃສ່ກອງໄຟ.
“ຄົນມາຈາກຫລາຍຊົນຊາດຈະຍ່າງຜ່ານຊາກຫັກເພພັງຂອງນະຄອນນີ້ ແລະ ຈະຖາມກັນວ່າ, ‘ເປັນຫຍັງພຣະເຈົ້າຢາເວ ຈຶ່ງໄດ້ເຮັດເຊັ່ນນີ້ກັບນະຄອນທີ່ໃຫຍ່ຫລວງເຖິງປານນີ້?’ ແລ້ວຄຳຕອບຈະເປັນດັ່ງນີ້: ‘ເພາະພວກເຂົາໄດ້ປະຖິ້ມຄໍາໝັ້ນສັນຍາຂອງພຣະເຈົ້າຢາເວ ພຣະເຈົ້າຂອງພວກເຂົາ, ແລະ ໄດ້ໄປກາບໄຫວ້ ແລະ ຮັບໃຊ້ບັນດາພະອື່ນ’ ”.
ຢ່າຮ້ອງໄຫ້ໃຫ້ແກ່ການຕາຍຂອງກະສັດ ຫລື ຄ່ຳຄວນເຖິງການສູນເສຍເພິ່ນ;
ແຕ່ຈົ່ງຮ້ອງໄຫ້ຢ່າງຂົມຂື່ນໃຫ້ຜູ້ທີ່ໄດ້ຕົກເປັນຊະເລີຍ,
ເພາະເພິ່ນຈະບໍ່ໄດ້ກັບຄືນມາອີກ
ຫລື ເຫັນດິນແດນທີ່ເພິ່ນໄດ້ເກີດມາອີກ.
ເພາະພຣະເຈົ້າຢາເວກ່າວກ່ຽວກັບຊໍລູມ1 ລູກຊາຍຂອງໂຢສີຢາ, ຜູ້ທີ່ໄດ້ຂຶ້ນເປັນກະສັດແຫ່ງຢູດາຍແທນພໍ່ຂອງຕົນ ແຕ່ເພິ່ນຕ້ອງໄດ້ໄປຈາກບ່ອນນີ້ວ່າ: “ເພິ່ນຈະບໍ່ໄດ້ກັບຄືນມາອີກ. ເພິ່ນຈະຕາຍໃນບ່ອນທີ່ພວກເຂົາໄດ້ຈັບເພິ່ນໄປເປັນຊະເລີຍ; ເພິ່ນຈະບໍ່ໄດ້ເຫັນດິນແດນນີ້ອີກ”.
“ວິບັດແກ່ລາວຜູ້ທີ່ສ້າງວັງຂອງຕົນໂດຍຄວາມບໍ່ຊອບທຳ,
ສ້າງຫ້ອງຊັ້ນເທິງໂດຍຄວາມບໍ່ຍຸຕິທຳ,
ເຮັດໃຫ້ປະຊາຊົນຂອງເພິ່ນເອງເຮັດວຽກໂດຍບໍ່ມີຄ່າຈ້າງອັນໃດເລີຍ,
ບໍ່ຈ່າຍຄ່າແຮງງານໃຫ້ພວກເຂົາ.
ເພິ່ນເວົ້າວ່າ, ‘ຂ້ອຍຈະສ້າງວັງໃຫຍ່ສໍາລັບຂ້ອຍເອງ
ພ້ອມທັງມີຫ້ອງຊັ້ນເທິງທີ່ກວ້າງຂວາງ’.
ດັ່ງນັ້ນ ລາວຈຶ່ງສ້າງປ່ອງຢ້ຽມໃຫຍ່ໃສ່ໃນຫ້ອງນັ້ນ,
ແອ້ມດ້ວຍໄມ້ສີດາ
ແລະ ປະດັບປະດາດ້ວຍການທາສີແດງ.
“ເຈົ້າໄດ້ຂຶ້ນເປັນກະສັດ
ເພື່ອເຈົ້າຈະມີຕົ້ນໄມ້ສີດາຫລາຍບໍ?
ພໍ່ຂອງເຈົ້າບໍ່ໄດ້ກິນອາຫານ ແລະ ດື່ມນໍ້າບໍ?
ເພິ່ນໄດ້ເຮັດສິ່ງທີ່ຖືກຕ້ອງ ແລະ ຍຸຕິທຳ,
ສະນັ້ນ ທຸກສິ່ງທີ່ເພິ່ນເຮັດກໍຢູ່ເຢັນເປັນສຸກ.
ເພິ່ນໄດ້ຕັດສິນຄະດີຂອງຄົນທຸກຈົນ ແລະ ຄົນຂັດສົນຢ່າງຍຸຕິທຳ,
ແລ້ວກໍຢູ່ເຢັນເປັນສຸກ.
ນັ້ນແມ່ນສິ່ງທີ່ໝາຍເຖິງການຮູ້ຈັກເຮົາບໍ?”
ພຣະເຈົ້າຢາເວປະກາດດັ່ງນີ້.
“ແຕ່ຕາ ແລະ ໃຈຂອງເຈົ້າ
ປັກໃຈຢູ່ກັບແຕ່ການຫາຜົນປະໂຫຍດ,
ຢູ່ກັບການເຮັດໃຫ້ເລືອດຂອງຄົນບໍລິສຸດໄຫລນອງ
ແລະ ການກົດຂີ່ ແລະ ການຂູດຮີດ”.
ເຫດສະນັ້ນ ພຣະເຈົ້າຢາເວກ່າວກ່ຽວກັບເຢໂຮຍອາກິມລູກຊາຍຂອງໂຢສີຢາກະສັດແຫ່ງຢູດາຍວ່າ:
“ພວກເຂົາຈະບໍ່ໄວ້ທຸກໃຫ້ລາວວ່າ:
‘ວິບັດແກ່, ອ້າຍນ້ອງ! ວິບັດແກ່, ເອື້ອຍນ້ອງຂອງຂ້ານ້ອຍ!’
ພວກເຂົາຈະບໍ່ໄວ້ທຸກໃຫ້ລາວວ່າ:
‘ວິບັດແກ່, ເຈົ້ານາຍ! ວິບັດແກ່, ກະສັດຜູ້ທີ່ສະຫງ່າງາມຂອງຂ້ານ້ອຍ!’
ລາວຈະຖືກຝັງໄວ້ເໝືອນດັ່ງລໍໂຕໜຶ່ງ
ຄືຖືກລາກອອກໄປຖິ້ມ
ຢູ່ນອກປະຕູເມືອງເຢຣູຊາເລັມ”.
“ຈົ່ງຂຶ້ນໄປທີ່ເລບານອນ ແລະ ຮ້ອງຂຶ້ນວ່າ,
ຈົ່ງໃຫ້ສຽງຮ້ອງຂອງພວກເຈົ້າໄດ້ຍິນເຖິງບາຊານ,
ຈົ່ງໃຫ້ສຽງຮ້ອງໄຫ້ດັງອອກມາຈາກອາບາຣິມ,
ເພາະພັນທະມິດທັງໝົດຂອງພວກເຈົ້າຖືກຍ່ອງແລ້ວ.
ເຮົາໄດ້ເຕືອນພວກເຈົ້າເມື່ອພວກເຈົ້າຮູ້ສຶກປອດໄພ,
ແຕ່ພວກເຈົ້າໄດ້ເວົ້າວ່າ ‘ພວກຂ້ານ້ອຍຈະບໍ່ຟັງ!’
ພວກເຈົ້າໄດ້ເປັນແບບນີ້ມາຕັ້ງແຕ່ພວກເຈົ້າຍັງໜຸ່ມ;
ພວກເຈົ້າໄດ້ບໍ່ເຊື່ອຟັງເຮົາ.
ລົມຈະພັດຄົນລ້ຽງແກະທຸກຄົນຂອງພວກເຈົ້າໄປ,
ແລະ ພັນທະມິດຂອງພວກເຈົ້າຈະໄປເປັນຊະເລີຍ.
ແລ້ວພວກເຈົ້າຈະລະອາຍໃຈ ແລະ ອັບອາຍ
ຍ້ອນຄວາມຊົ່ວຮ້າຍທັງໝົດຂອງພວກເຈົ້າ.
ເຈົ້າຜູ້ທີ່ອາໄສໃນ ‘ເລບານອນ2’,
ຜູ້ທີ່ນອນພັກຜ່ອນໃນຕຶກຕ່າງໆທີ່ເຮັດດ້ວຍຕົ້ນໄມ້ສີດາ,
ພວກເຈົ້າຈະຮ້ອງຄວນຄາງຢ່າງໃດ ເມື່ອຄວາມເຈັບປວດມາເຖິງພວກເຈົ້າ,
ທີ່ເຈັບປວດເໝືອນດັ່ງຜູ້ຍິງທີ່ກໍາລັງເກີດລູກ!”
“ພຣະເຈົ້າຢາເວປະກາດວ່າ, ເຮົາມີຊີວິດຢູ່ແນ່ນອນຢ່າງໃດ, ເຖິງແມ່ນວ່າເຢໂຮຍອາກິນ3 ລູກຊາຍຂອງກະສັດເຢໂຮຍອາກິມແຫ່ງຢູດາຍເປັນແຫວນຕາປະທັບໃນມືຂວາຂອງເຮົາ, ເຮົາກໍຈະຖອດເຈົ້າອອກສັນນັ້ນ. ເຮົາຈະມອບເຈົ້າໄວ້ໃນມືບັນດາຜູ້ທີ່ຢາກຈະຂ້າເຈົ້າ, ພວກທີ່ເຈົ້າຢ້ານກົວຄື ກະສັດເນບູກາດເນັດຊາແຫ່ງບາບີໂລນ ແລະ ຊາວບາບີໂລນ4 ທັງຫລາຍ. ເຮົາຈະໂຍນເຈົ້າ ແລະ ແມ່ຂອງເຈົ້າຜູ້ທີ່ໃຫ້ກໍາເນີດເຈົ້າໄປປະເທດອື່ນ, ເຊິ່ງເປັນບ່ອນທີ່ພວກເຈົ້າທັງສອງບໍ່ໄດ້ເກີດ ແລະ ຈະຕາຍຢູ່ທີ່ນັ້ນ. ພວກເຈົ້າຈະບໍ່ໄດ້ກັບຄືນມາດິນແດນທີ່ເຈົ້າປາຖະໜາຢາກຈະກັບຄືນມາອີກຕໍ່ໄປ”.
ເຢໂຮຍອາກິນຜູ້ນີ້ເປັນດັ່ງໝໍ້ແຕກທີ່ຖືກດູຖູກ,
ເປັນດັ່ງສິ່ງຂອງທີ່ບໍ່ມີຜູ້ໃດຕ້ອງການແລ້ວບໍ?
ເປັນຫຍັງລາວ ແລະ ພວກລູກຊາຍຂອງລາວຈະຖືກໂຍນອອກໄປ,
ໂຍນເຂົ້າໄປດິນແດນທີ່ພວກເຂົາບໍ່ຮູ້ຈັກ?
ໂອ, ດິນແດນ, ດິນແດນ, ດິນແດນ,
ຈົ່ງຟັງຖ້ອຍຄໍາຂອງພຣະເຈົ້າຢາເວ!
ພຣະເຈົ້າຢາເວກ່າວວ່າ:
“ຈົ່ງບັນທຶກເຖິງຊາຍຄົນນີ້ດັ່ງຄົນບໍ່ມີລູກ.
ເປັນຄົນທີ່ຈະບໍ່ຈະເລີນຮຸ່ງເຮືອງຕະຫລອດຊົ່ວຊີວິດຂອງລາວ,
ເພາະບໍ່ມີຜູ້ໃດໃນເຊື້ອສາຍຂອງລາວຈະເລີນຮຸ່ງເຮືອງຂຶ້ນ,
ຈະບໍ່ມີຜູ້ໃດຈະນັ່ງເທິງບັນລັງຂອງດາວິດ
ຫລື ປົກຄອງໃນຢູດາຍອີກຕໍ່ໄປ”.
Source notes (4)
- Footnote ມີອີກຊື່ໜຶ່ງວ່າ ເຢໂຮອາຮາດ
- Footnote ຄື ພະລາດຊະວັງໃນເຢຣູຊາເລັມ (ເບິ່ງ 1ກສ 7:2)
- Footnote ພາສາເຮັບເຣີວ່າ ໂຄນິຢາ ເປັນອີກຮູບໜຶ່ງຂອງ ເຢໂຮຍອາກິນເຊັ່ນດຽວກັບຂໍ້ 28
- Footnote ຫລື ຊາວຄານເດອາ
Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.
Full source notice & licence · CC BY-SA 4.0 · SourceEdition imported 2026-11-09.