Skip to content
BibleKenya

Biblica® Open Lao Contemporary Version

ເຢເຣມີຢາ 21

ພຣະເຈົ້າ​ບໍ່​ຕອບ​ຄໍາ​ອ້ອນວອນ​ຂໍ​ຂອງ​ເຊເດກີຢາ

ຖ້ອຍຄຳ​ຂອງ​ພຣະເຈົ້າຢາເວ​ໄດ້​ມາ​ເຖິງ​ເຢເຣມີຢາ​ເມື່ອ​ກະສັດ​ເຊເດກີຢາ​ໄດ້​ສົ່ງ​ປັດຊູ ລູກຊາຍ​ຂອງ​ມັນກີຢາ ແລະ ປະໂລຫິດ​ເຊຟານີຢາ​ລູກຊາຍ​ຂອງ​ມາອາເສອີຢາ​ມາ​ຫາ​ເຢເຣມີຢາ ແລະ ພວກເຂົາ​ໄດ້​ເວົ້າ​ວ່າ: “ບັດນີ້ ຈົ່ງ​ຖາມ​ພຣະເຈົ້າຢາເວ​ເພື່ອ​ພວກເຮົາ ເພາະ​ກະສັດ​ເນບູກາດເນັດຊາ​ແຫ່ງ​ບາບີໂລນ1​ກໍາລັງ​ໂຈມຕີ​ພວກເຮົາ. ບາງທີ​ພຣະເຈົ້າຢາເວ​ຈະ​ເຮັດ​ການ​ອັດສະຈັນ​ເພື່ອ​ພວກເຮົາ​ເໝືອນດັ່ງ​ໃນ​ອະດີດ ເພື່ອ​ວ່າ​ເນບູກາດເນັດຊາ​ຈະ​ໄດ້​ຖອນ​ກອງທັບ​ອອກ​ໄປ​ຈາກ​ພວກເຮົາ”.

ແຕ່​ເຢເຣມີຢາ​ໄດ້​ຕອບ​ພວກເຂົາ​ວ່າ, “ຈົ່ງ​ໄປ​ບອກ​ເຊເດກີຢາ​ວ່າ ‘ພຣະເຈົ້າຢາເວ, ພຣະເຈົ້າ​ແຫ່ງ​ອິດສະຣາເອນ​ກ່າວ​ດັ່ງນີ້​ວ່າ: ເຮົາ​ຈະ​ຫັນ​ອາວຸດ​ສົງຄາມ​ທີ່​ຢູ່​ໃນ​ມື​ຂອງ​ເຈົ້າ​ຕໍ່ສູ້​ເຈົ້າ, ເຊິ່ງ​ເຈົ້າ​ກໍາລັງ​ໃຊ້​ຕໍ່ສູ້​ກັບ​ກະສັດ​ແຫ່ງ​ບາບີໂລນ ແລະ ຊາວ​ບາບີໂລນ2​ທີ່​ກຳລັງ​ປິດລ້ອມ​ເຈົ້າ​ຢູ່​ທາງນອກ​ກໍາແພງ​ນັ້ນ. ແລະ ເຮົາ​ຈະ​ຮວບຮວມ​ພວກເຂົາ​ເຂົ້າ​ມາ​ໃນ​ນະຄອນ​ນີ້. ເຮົາ​ເອງ​ຈະ​ສູ້ຮົບ​ກັບ​ເຈົ້າ​ດ້ວຍ​ການ​ຢຽດ​ມື​ອອກ ແລະ ດ້ວຍ​ແຂນ​ອັນ​ມີ​ລິດ​ອຳນາດ​ໂດຍ​ຄວາມ​ໃຈຮ້າຍ​ອັນ​ຮຸນແຮງ ແລະ ໂດຍ​ຄວາມ​ໂກດຮ້າຍ​ອັນ​ໃຫຍ່​ຂອງ​ເຮົາ. ເຮົາ​ຈະ​ຂ້າ​ບັນດາ​ຄົນ​ທີ່​ອາໄສ​ຢູ່​ໃນ​ນະຄອນ​ນີ້ ທັງ​ຄົນ ແລະ ສັດ​ດ້ວຍ ແລະ ພວກເຂົາ​ຈະ​ຕາຍ​ດ້ວຍ​ໂລກລະບາດ​ອັນ​ໜ້າ​ຢ້ານກົວ. ຫລັງຈາກນັ້ນ, ພຣະເຈົ້າຢາເວ​ປະກາດ​ວ່າ, ເຮົາ​ຈະ​ມອບ​ກະສັດ​ເຊເດກີຢາ​ແຫ່ງ​ຢູດາຍ, ບັນດາ​ຂ້າລາຊະການ​ຂອງ​ລາວ ແລະ ປະຊາຊົນ​ໃນ​ນະຄອນ​ນີ້​ທີ່​ລອດ​ຈາກ​ໂລກລະບາດ, ສົງຄາມ ແລະ ການ​ອຶດຢາກ​ອາຫານ​ໄວ້​ໃນ​ມື​ກະສັດ​ເນບູກາດເນັດຊາ​ແຫ່ງ​ບາບີໂລນ ແລະ ໃນ​ມື​ບັນດາ​ສັດຕູ​ຂອງ​ພວກເຂົາ​ຜູ້​ທີ່​ຢາກ​ຂ້າ​ພວກເຂົາ. ເນບູກາດເນັດຊາ​ຈະ​ຂ້າ​ພວກເຂົາ; ລາວ​ຈະ​ບໍ່​ສະແດງ​ຄວາມ​ເມດຕາ, ຄວາມ​ກະລຸນາ ຫລື ຄວາມ​ສົງສານ​ຕໍ່​ພວກເຂົາ’.

“ນອກຈາກນີ້, ຈົ່ງ​ບອກ​ປະຊາຊົນ​ວ່າ ‘ພຣະເຈົ້າຢາເວ​ກ່າວ​ດັ່ງນີ້​ວ່າ: ເບິ່ງ​ແມ, ເຮົາ​ກໍາລັງ​ວາງ​ທາງ​ແຫ່ງ​ຊີວິດ ແລະ ທາງ​ແຫ່ງ​ຄວາມ​ຕາຍ​ຢູ່​ຕໍ່ໜ້າ​ພວກເຈົ້າ. ຜູ້​ໃດ​ທີ່​ອາໄສ​ຢູ່​ໃນ​ນະຄອນ​ນີ້​ຈະ​ຕາຍ​ໃນ​ສົງຄາມ, ການ​ອຶດຢາກ​ອາຫານ ແລະ ໂລກລະບາດ. ແຕ່​ຜູ້ໃດ​ທີ່​ອອກ​ໄປ ແລະ ຍອມ​ຈໍານົນ​ຕໍ່​ຊາວ​ບາບີໂລນ​ທີ່​ກໍາລັງ​ປິດລ້ອມ​ພວກເຈົ້າ​ກໍ​ຈະ​ມີ​ຊີວິດ​ຢູ່; ພວກເຂົາ​ຈະ​ໜີ​ໄປ​ໂດຍ​ທີ່​ຍັງ​ມີ​ຊີວິດ​ຢູ່. ພຣະເຈົ້າຢາເວ​ປະກາດ​ວ່າ, ເຮົາ​ໄດ້​ຕັ້ງໃຈ​ທີ່​ຈະ​ທໍາລາຍ​ນະຄອນ​ນີ້ ແລະ ບໍ່​ແມ່ນ​ເຮັດ​ສິ່ງ​ທີ່​ດີ. ນະຄອນ​ນີ້​ຈະ​ຖືກ​ມອບ​ໄວ້​ໃນ​ມື​ຂອງ​ກະສັດ​ແຫ່ງ​ບາບີໂລນ ແລະ ລາວ​ຈະ​ທໍາລາຍ​ມັນ​ດ້ວຍ​ໄຟ’.

“ຫລາຍກວ່ານັ້ນ, ຈົ່ງ​ກ່າວ​ກັບ​ເຊື້ອວົງ​ຂອງ​ຢູດາຍ​ວ່າ, ‘ຈົ່ງ​ຟັງ​ຖ້ອຍຄໍາ​ຂອງ​ພຣະເຈົ້າຢາເວ. ເຊື້ອວົງ​ຂອງ​ດາວິດ, ພຣະເຈົ້າຢາເວ​ກ່າວ​ດັ່ງນີ້​ວ່າ:

“ ‘ຈົ່ງ​ປົກຄອງ​ຢ່າງ​ຄວາມ​ຍຸຕິທຳ​ໃນ​ແຕ່ລະ​ວັນ;

ຈົ່ງ​ຊ່ວຍເຫລືອ​ຄົນ​ທີ່​ໄດ້​ຖືກ​ປຸ້ນ

ຈາກ​ມື​ຂອງ​ຜູ້​ທີ່​ກົດຂີ່,

ບໍ່​ດັ່ງນັ້ນ ຄວາມ​ໂກດຮ້າຍ​ຂອງ​ເຮົາ​ຈະ​ລຸກ​ຂຶ້ນ ແລະ ເຜົາ​ເໝືອນ​ໄຟ.

ລຸກໄໝ້​ໂດຍ​ບໍ່​ມີ​ຜູ້ໃດ​ດັບ​ມັນ​ໄດ້

ຍ້ອນ​ຄວາມ​ຊົ່ວ​ທີ່​ພວກເຈົ້າ​ໄດ້​ເຮັດ.

ເຢຣູຊາເລັມ, ເຮົາ​ເປັນ​ສັດຕູ​ກັບ​ເຈົ້າ,

ຜູ້​ທີ່​ອາໄສ​ຢູ່​ເໜືອ​ຮ່ອມພູ​ນີ້

ຢູ່​ເທິງ​ທົ່ງພຽງ​ຫີນ,

ພຣະເຈົ້າຢາເວ​ປະກາດ​ວ່າ:

ເຈົ້າ​ຜູ້​ທີ່​ເວົ້າ​ວ່າ, “ຜູ້ໃດ​ຈະ​ມາ​ສູ້​ພວກເຮົາ​ໄດ້?

ຜູ້ໃດ​ຈະ​ເຂົ້າ​ມາ​ບ່ອນ​ລີ້ໄພ​ຂອງ​ພວກເຮົາ​ໄດ້?”

ເຮົາ​ເອງ​ຈະ​ລົງໂທດ​ເຈົ້າ​ໃຫ້​ສົມ​ກັບ​ຄວາມ​ປະພຶດ​ຂອງ​ເຈົ້າ,

ພຣະເຈົ້າຢາເວ​ປະກາດ​ດັ່ງນີ້.

ເຮົາ​ຈະ​ຈູດ​ໄຟ​ໃນ​ປ່າ​ຂອງ​ເຈົ້າ

ເພື່ອ​ຈະ​ເຜົາ​ທຸກສິ່ງ​ທຸກ​ຢ່າງ​ທີ່​ຢູ່​ອ້ອມ​ເຈົ້າ’ ”.

Source notes (2)
  1. Footnote ພາສາ​ເຮັບເຣີ​ວ່າ ເນບູຄັດເລດຊາ, ເປັນ​ອີກ​ຮູບ​ໜຶ່ງ​ຂອງ ເນບູກາດເນັດຊາ ພົບ​ເລື້ອຍໆ​ໃນ​ພຣະທຳ​ເຢເຣມີຢາ ແລະ ພຣະທຳ​ເອເຊກຽນ
  2. Footnote ຫລື ຊາວ​ຄານເດອາ ເຊັ່ນ​ດຽວ​ກັບ​ຂໍ້ 9

Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.

Full source notice & licence · CC BY-SA 4.0 · SourceEdition imported 2026-11-09.

BibleKenya

Reader settings

Theme
Font
Alignment
Reading width

Saved in this browser and used offline too. Press ? for keyboard shortcuts.