Skip to content
BibleKenya

Biblica® Open Lao Contemporary Version

ເຢເຣມີຢາ 20

ເຢເຣມີຢາ ແລະ ປັດຊູ

ເມື່ອ​ປະໂລຫິດ​ປັດຊູ​ລູກຊາຍ​ຂອງ​ອິມເມ, ເຊິ່ງ​ເປັນ​ຫົວໜ້າ​ເຈົ້າ​ໜ້າທີ່​ໃນ​ວິຫານ​ຂອງ​ພຣະເຈົ້າຢາເວ​ໄດ້​ຍິນ​ເຢເຣມີຢາ​ກຳລັງ​ທໍານວາຍ​ສິ່ງ​ເຫລົ່ານີ້​ຢູ່, ປັດຊູ​ກໍ​ໄດ້​ທຸບ​ຕີ​ຜູ້ທໍານວາຍ​ເຢເຣມີຢາ ແລະ ຈັບ​ລາວ​ລ່າມໂສ້​ໄວ້​ທີ່​ປະຕູ​ຊັ້ນເທິງ​ຂອງ​ເບັນຢາມິນ​ໃນ​ວິຫານ​ຂອງ​ພຣະເຈົ້າຢາເວ. ມື້​ຕໍ່ມາ, ເມື່ອ​ປັດຊູ​ໄດ້​ແກ້​ໂສ້​ລ່າມ​ເຢເຣມີຢາ, ເຢເຣມີຢາ​ໄດ້​ເວົ້າ​ກັບ​ລາວ​ວ່າ, “ຊື່​ທີ່​ພຣະເຈົ້າຢາເວ​ຕັ້ງ​ໃຫ້​ເຈົ້າ​ບໍ່ແມ່ນ​ປັດຊູ, ແຕ່​ແມ່ນ​ຄວາມ​ຢ້ານກົວ​ຢູ່​ທຸກ​ດ້ານ1 ເພາະ​ພຣະເຈົ້າຢາເວ​ກ່າວ​ວ່າ: ‘ເຮົາ​ຈະ​ເຮັດ​ໃຫ້​ເຈົ້າ​ຢ້ານກົວ​ຕໍ່​ຕົນເອງ ແລະ ຕໍ່​ໝູ່ເພື່ອນ​ທັງໝົດ​ຂອງ​ເຈົ້າ; ເຈົ້າ​ຈະ​ເຫັນ​ພວກເຂົາ​ລົ້ມລົງ​ຕາຍ​ດ້ວຍ​ດາບ​ຂອງ​ບັນດາ​ສັດຕູ​ຂອງ​ພວກເຂົາ​ດ້ວຍ​ຕາ​ຂອງ​ເຈົ້າ​ເອງ. ເຮົາ​ຈະ​ມອບ​ປະຊາຊົນ​ຢູດາຍ​ທັງໝົດ​ໄວ້​ໃນ​ມື​ຂອງ​ກະສັດ​ແຫ່ງ​ບາບີໂລນ, ຜູ້​ທີ່​ຈະ​ຈັບ​ພວກເຂົາ​ໄປ​ທີ່​ບາບີໂລນ ຫລື ຂ້າ​ພວກເຂົາ​ຖິ້ມ​ເສຍ. ເຮົາ​ຈະ​ມອບ​ຊັບສົມບັດ​ທັງໝົດ​ຂອງ​ນະຄອນ​ນີ້​ໄວ້​ໃນ​ມື​ຂອງ​ສັດຕູ​ຂອງ​ພວກເຂົາ​ຄື ຜົນລະປູກ, ສິ່ງຂອງ​ທີ່​ມີ​ຄ່າ ແລະ ຊັບສົມບັດ​ທັງໝົດ​ຂອງ​ບັນດາ​ກະສັດ​ແຫ່ງ​ຢູດາຍ. ບັນດາ​ສັດຕູ​ຈະ​ປຸ້ນ​ເອົາ​ສິ່ງຂອງ​ທັງໝົດ​ເຫລົ່ານີ້ ແລະ ເອົາ​ໄປ​ທີ່​ບາບີໂລນ. ສ່ວນ​ເຈົ້າ, ປັດຊູ ແລະ ທຸກຄົນ​ທີ່​ອາໄສ​ຢູ່​ໃນ​ເຮືອນ​ຂອງ​ເຈົ້າ​ຈະ​ຕ້ອງ​ໄປ​ເປັນ​ຊະເລີຍ​ທີ່​ບາບີໂລນ, ເຈົ້າ​ຈະ​ຕາຍ ແລະ ຈະ​ຖືກ​ຝັງ​ໄວ້​ຢູ່​ທີ່ນັ້ນ, ເຈົ້າ ແລະ ໝູ່ເພື່ອນ​ຂອງ​ເຈົ້າ​ທີ່​ໄດ້​ທໍານວາຍ​ຕົວະ’ ”.

ຄໍາ​ຈົ່ມທຸກ​ຂອງ​ເຢເຣມີຢາ

ຂ້າແດ່​ພຣະເຈົ້າຢາເວ, ພຣະອົງ​ໄດ້​ຫລອກລວງ​ຂ້ານ້ອຍ ແລະ ຂ້ານ້ອຍ​ກໍ​ຖືກ​ຫລອກລວງ​ແລ້ວ;

ພຣະອົງ​ໄດ້​ເອົາ​ຊະນະ​ຂ້ານ້ອຍ ແລະ ມີ​ກຳລັງ​ເໜືອ​ກວ່າ​ຂ້ານ້ອຍ.

ຂ້ານ້ອຍ​ຖືກ​ຫົວຂວັນ​ໃສ່​ຕະຫລອດ​ວັນ

ທຸກຄົນ​ກໍ​ເຢາະເຢີ້ຍ​ຂ້ານ້ອຍ.

ເມື່ອ​ໃດ​ກໍ​ຕາມ​ທີ່​ຂ້ານ້ອຍ​ເວົ້າ, ຂ້ານ້ອຍ​ກໍ​ຮ້ອງໄຫ້

ເພາະ​ການ​ປະກາດ​ຄວາມ​ຮຸນແຮງ ແລະ ຄວາມ​ພິນາດ.

ສະນັ້ນ​ຖ້ອຍຄໍາ​ຂອງ​ພຣະເຈົ້າຢາເວ​ໄດ້​ນໍາ

ການ​ດູຖູກ ແລະ ການ​ຕຳໜິ​ມາ​ສູ່​ຂ້ານ້ອຍ​ຕະຫລອດ​ວັນ.

ແຕ່​ຖ້າ​ຂ້ານ້ອຍ​ເວົ້າ​ວ່າ, “ຂ້ານ້ອຍ​ຈະ​ບໍ່​ກ່າວ​ເຖິງ​ຖ້ອຍຄໍາ​ຂອງ​ພຣະອົງ

ຫລື ບໍ່​ເວົ້າ​ອັນໃດ​ໃນ​ນາມ​ຂອງ​ພຣະອົງ”,

ຖ້ອຍຄໍາ​ຂອງ​ພຣະອົງ​ທີ່​ຢູ່​ໃນ​ຈິດໃຈ​ຂອງ​ຂ້ານ້ອຍ​ກໍ​ເປັນ​ດັ່ງ​ໄຟ,

ເປັນ​ໄຟ​ເກັບ​ໄວ້​ໃນ​ກະດູກ​ຂອງ​ຂ້ານ້ອຍ.

ແລະ ຂ້ານ້ອຍ​ອິດເມື່ອຍ​ທີ່​ຈະ​ເກັບ​ມັນ​ໄວ້;

ທີ່ຈິງ​ແລ້ວ, ຂ້ານ້ອຍ​ເກັບ​ມັນ​ໄວ້​ບໍ່​ໄດ້.

ຂ້ານ້ອຍ​ໄດ້​ຍິນ​ຫລາຍ​ຄົນ​ຊີ່ມ​ໃສ່​ກັນ​ວ່າ,

“ມີ​ຄວາມ​ຢ້ານ​ຢູ່​ທຸກ​ດ້ານ!

ຈົ່ງ​ລາຍງານ​ລາວ! ລາຍ​ງານ​ລາວ​ໃຫ້​ຮູ້!”

ໝູ່ເພື່ອນ​ຂອງ​ຂ້ານ້ອຍ​ທັງໝົດ

ກໍ​ກໍາລັງ​ລໍຖ້າ​ໃຫ້​ຂ້ານ້ອຍ​ລົ້ມ, ພວກເຂົາ​ກໍາລັງ​ເວົ້າ​ວ່າ,

“ບາງທີ​ລາວ​ອາດຈະ​ຖືກ​ຫລອກລວງ;

ແລ້ວ​ເຮົາ​ຈະ​ຊະນະ​ລາວ

ແລະ ພວກເຮົາ​ແກ້ແຄ້ນ​ລາວ​ໄດ້”.

ແຕ່​ພຣະເຈົ້າຢາເວ​ຢູ່​ກັບ​ຂ້ານ້ອຍ​ເປັນເໝືອນ​ນັກຮົບ​ຜູ້​ຍິ່ງໃຫຍ່;

ສະນັ້ນ ພວກ​ທີ່​ກົດຂີ່​ຂົ່ມເຫັງ​ຂ້ານ້ອຍ​ຈະ​ສະດຸດ​ລົ້ມ ແລະ ຈະ​ບໍ່​ຊະນະ.

ພວກເຂົາ​ຈະ​ລົ້ມເຫລວ ແລະ ຈະ​ຖືກ​ອັບອາຍ​ຂາຍໜ້າ​ຢ່າງ​ແນ່ນອນ;

ກຽດ​ຂອງ​ພວກເຂົາ​ຈະ​ເສື່ອມສູນ​ຕະຫລອດໄປ.

ຂ້າແດ່​ພຣະເຈົ້າຢາເວ ຜູ້​ມີ​ລິດ​ອໍານາດ​ຍິ່ງໃຫຍ່, ພຣະອົງ​ຜູ້​ທີ່​ກວດສອບ​ຢ່າງ​ຊອບທຳ

ແລະ ພິສູດ​ເບິ່ງ​ຈິດໃຈ ແລະ ຄວາມ​ຄິດ,

ໃຫ້​ຂ້ານ້ອຍ​ເຫັນ​ການ​ແກ້ແຄ້ນ​ຂອງ​ພຣະອົງ​ຕໍ່​ພວກເຂົາ,

ເພາະ​ຂ້ານ້ອຍ​ໄດ້​ມອບ​ຄະດີ​ຂອງ​ຂ້ານ້ອຍ​ໄວ້​ກັບ​ພຣະອົງ​ແລ້ວ.

ຈົ່ງ​ຮ້ອງ​ເພງ​ຖວາຍ​ແກ່​ພຣະເຈົ້າຢາເວ!

ຈົ່ງ​ສັນລະເສີນ​ພຣະເຈົ້າຢາເວ!

ພຣະອົງ​ກອບກູ້​ຊີວິດ​ຂອງ​ຄົນ​ຂັດສົນ

ຈາກ​ມື​ຂອງ​ຄົນ​ຊົ່ວຮ້າຍ.

ໂຜດ​ສາບແຊ່ງ​ມື້​ທີ​ຂ້າພະເຈົ້າ​ໄດ້​ເກີດ​ມາ!

ຂໍ​ຢ່າ​ໃຫ້​ມື້​ທີ່​ແມ່​ຂອງ​ຂ້ານ້ອຍ​ເກີດ​ຂ້ານ້ອຍ​ມາ​ນັ້ນ​ໄດ້​ຮັບ​ພອນ!

ຂໍ​ສາບແຊ່ງ​ຄົນ​ທີ່​ນຳ​ຂ່າວ​ໄປ​ບອກ​ພໍ່​ຂອງ​ຂ້ານ້ອຍ,

ຄົນ​ທີ່​ເຮັດ​ໃຫ້​ລາວ​ດີໃຈ​ຫລາຍ, ລາວ​ກໍາລັງ​ບອກ​ວ່າ,

“ເຈົ້າ​ໄດ້​ລູກຊາຍ​ແລ້ວ!”

ຂໍ​ໃຫ້​ຄົນ​ນັ້ນ​ເປັນ​ເໝືອນ​ເມືອງ​ຕ່າງໆ

ທີ່​ພຣະເຈົ້າຢາເວ​ທໍາລາຍ​ໂດຍ​ບໍ່​ມີ​ຄວາມ​ເມດຕາ​ສົງສານ.

ຂໍ​ໃຫ້​ລາວ​ໄດ້​ຍິນ​ສຽງ​ຮ້ອງໄຫ້​ໃນ​ຕອນ​ເຊົ້າ,

ສຽງ​ໂຫ່ຮ້ອງ​ສູ້ຮົບ​ໃນ​ຕອນ​ທ່ຽງຄືນ.

ເພາະ​ລາວ​ໄດ້​ບໍ່​ຂ້າ​ຂ້ານ້ອຍ​ຕັ້ງແຕ່​ຢູ່​ໃນ​ມົດລູກ.

ໃຫ້​ທ້ອງ​ຂອງ​ແມ່​ຂ້ານ້ອຍ​ເປັນ​ຂຸມ​ຝັງ​ສົບ​ຂອງ​ຂ້ານ້ອຍ,

ໃຫ້​ທ້ອງ​ຂອງ​ນາງ​ໃຫຍ່​ຢູ່​ແບບນັ້ນ​ຕະຫລອດໄປ.

ເປັນຫຍັງ​ຂ້ານ້ອຍ​ຈຶ່ງ​ອອກ​ມາ​ຈາກ​ທ້ອງ​ແມ່

ເພື່ອ​ເຫັນ​ຄວາມ​ເດືອດຮ້ອນ ແລະ ຄວາມ​ໂສກເສົ້າ

ແລະ ເພື່ອ​ໃຫ້​ຂ້ານ້ອຍ​ຈົບ​ຊີວິດ​ລົງ​ດ້ວຍ​ຄວາມ​ອັບອາຍ?

Source notes (1)
  1. Footnote ແປ​ວ່າ ຄວາມ​ຢ້ານກົວ​ທຸກ /ຮອບ​ດ້ານ

Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.

Full source notice & licence · CC BY-SA 4.0 · SourceEdition imported 2026-11-09.

BibleKenya

Reader settings

Theme
Font
Alignment
Reading width

Saved in this browser and used offline too. Press ? for keyboard shortcuts.