Biblica® Open Lao Contemporary Version
ເຢເຣມີຢາ 19
ພຣະເຈົ້າຢາເວກ່າວວ່າ: “ຈົ່ງໄປຊື້ໄຫດິນໜ່ວຍໜຶ່ງຈາກຊ່າງປັ້ນໝໍ້. ຈົ່ງພາຜູ້ອາວຸໂສບາງຄົນຂອງປະຊາຊົນ ແລະ ບັນດາປະໂລຫິດບາງຄົນໄປກັບເຈົ້າ ແລ້ວຈົ່ງອອກໄປທີ່ຮ່ອມພູຮິນໂນມ, ໃກ້ທາງເຂົ້າປະຕູກອງເສດໝໍ້ດິນ. ຢູ່ທີ່ນັ້ນ ຈົ່ງປະກາດຖ້ອຍຄໍາທີ່ເຮົາບອກເຈົ້າ, ແລະ ຈົ່ງກ່າວວ່າ, ‘ບັນດາກະສັດແຫ່ງຢູດາຍ ແລະ ປະຊາຊົນເຢຣູຊາເລັມ, ຈົ່ງຟັງຖ້ອຍຄຳຂອງພຣະເຈົ້າຢາເວ. ພຣະເຈົ້າຢາເວ ຜູ້ມີລິດອຳນາດຍິ່ງໃຫຍ່, ພຣະເຈົ້າແຫ່ງອິດສະຣາເອນກ່າວດັ່ງນີ້ວ່າ: ເບິ່ງແມ! ເຮົາກໍາລັງຈະນຳໄພພິບັດມາສູ່ບ່ອນນີ້, ເຊິ່ງຈະເຮັດໃຫ້ທຸກຄົນທີ່ໄດ້ຍິນຢ້ານກົວ. ເພາະພວກເຂົາໄດ້ປະຖິ້ມເຮົາ ແລະ ເຮັດໃຫ້ບ່ອນນີ້ກາຍເປັນບ່ອນຂອງບັນດາພະຕ່າງຊາດ; ພວກເຂົາໄດ້ເຜົາເຄື່ອງຫອມໃນບ່ອນນັ້ນແກ່ບັນດາພະຕ່າງໆ, ເຊິ່ງພວກເຂົາເອງ ຫລື ບັນພະບຸລຸດຂອງພວກເຂົາ ຫລື ບັນດາກະສັດແຫ່ງຢູດາຍບໍ່ເຄີຍຮູ້ຈັກ ແລະ ພວກເຂົາໄດ້ເຮັດໃຫ້ບ່ອນນີ້ເຕັມໄປດ້ວຍເລືອດຂອງຜູ້ບໍລິສຸດ. ພວກເຂົາໄດ້ສ້າງບ່ອນກາບໄຫວ້ຕ່າງໆຂອງພະບາອານຢູ່ເທິງທີ່ສູງເພື່ອເຜົາລູກຂອງຕົນເປັນເຄື່ອງບູຊາແກ່ພະບາອານຄືເປັນສິ່ງທີ່ເຮົາບໍ່ໄດ້ສັ່ງ ຫລື ກ່າວເຖິງ ຫລື ບໍ່ເຄີຍຢູ່ໃນຄວາມຄິດຂອງເຮົາເລີຍ. ພຣະເຈົ້າຢາເວປະກາດວ່າ, ດັ່ງນັ້ນ ຈົ່ງລະວັງໃຫ້ດີ, ວັນນັ້ນຈະມາເຖິງ, ເມື່ອຄົນຈະບໍ່ເອີ້ນບ່ອນນີ້ວ່າໂຕເຟັດ ຫລື ຮ່ອມພູຮິນໂນມອີກຕໍ່ໄປ, ແຕ່ຈະເອີ້ນວ່າ “ຮ່ອມພູແຫ່ງການຂ້າຟັນກັນ”.
“ ‘ໃນບ່ອນນີ້ ເຮົາຈະທຳລາຍ1ແຜນການຕ່າງໆຂອງຢູດາຍ ແລະ ເຢຣູຊາເລັມ. ເຮົາຈະເຮັດໃຫ້ພວກເຂົາລົ້ມລົງດ້ວຍດາບຕໍ່ໜ້າບັນດາສັດຕູຂອງພວກເຂົາ, ຢູ່ໃນມືຂອງບັນດາຜູ້ທີ່ຢາກຂ້າພວກເຂົາ, ແລະ ເຮົາຈະໃຫ້ຊາກສົບຂອງພວກເຂົາເປັນອາຫານຂອງຝູງນົກ ແລະ ຝູງສັດປ່າ. ເຮົາຈະທໍາລາຍນະຄອນນີ້ ແລະ ເຮັດໃຫ້ມັນເປັນເປົ້າຂອງຄວາມໜ້າຢ້ານ ແລະ ການດູໜິ່ນ; ທຸກຄົນທີ່ຜ່ານໄປມາຈະຕົກໃຈ ແລະ ຈະເຢາະເຢີ້ຍຍ້ອນບາດແຜທັງໝົດຂອງມັນ. ເຮົາຈະເຮັດໃຫ້ພວກເຂົາກິນຊີ້ນລູກຊາຍ ແລະ ລູກສາວຂອງຕົນເອງ, ແລະ ພວກເຂົາຈະກິນກັນເອງ’ ຍ້ອນບັນດາສັດຕູຂອງພວກເຂົາຈະປິດລ້ອມບີບບັງຄັບຢ່າງໜັກໜ່ວງເພື່ອຈະທໍາລາຍພວກເຂົາ.
“ຈາກນັ້ນ ໃຫ້ເຈົ້າທຸບໄຫໜ່ວຍນັ້ນຂະນະທີ່ພວກຜູ້ທີ່ມາກັບເຈົ້າກໍາລັງຢືນເບິ່ງຢູ່, ແລະ ບອກພວກເຂົາວ່າ, ‘ພຣະເຈົ້າຢາເວ ຜູ້ມີລິດອໍານາດຍິ່ງໃຫຍ່ກ່າວດັ່ງນີ້ວ່າ: ເຮົາຈະທຸບຊົນຊາດນີ້ ແລະ ນະຄອນນີ້ເໝືອນດັ່ງໄຫໜ່ວຍນີ້ຂອງຊ່າງປັ້ນໝໍ້ທີ່ໄດ້ຖືກທຸບ ແລະ ສ້ອມແປງບໍ່ໄດ້. ພວກເຂົາຈະຝັງຊາກສົບຂອງຄົນຕາຍໃນໂຕເຟັດຈົນບໍ່ມີບ່ອນຝັງເຫລືອຢູ່ອີກ. ພຣະເຈົ້າຢາເວປະກາດວ່າ, ນີ້ແມ່ນສິ່ງທີ່ເຮົາຈະເຮັດຕໍ່ບ່ອນນີ້ ແລະ ຕໍ່ບັນດາຄົນທີ່ອາໄສຢູ່ໃນບ່ອນນີ້. ເຮົາຈະເຮັດໃຫ້ນະຄອນນີ້ເປັນເໝືອນໂຕເຟັດ. ເຮືອນທັງຫລາຍໃນເຢຣູຊາເລັມ ແລະ ວັງທັງຫລາຍຂອງກະສັດແຫ່ງຢູດາຍຈະເປັນມົນທິນເໝືອນດັ່ງບ່ອນນີ້, ໂຕເຟັດຄື ເຮືອນທັງໝົດທີ່ພວກເຂົາເຜົາເຄື່ອງຫອມບູຊາເທິງຫລັງຄາແກ່ພະແຫ່ງດວງດາວ ແລະ ຖອກເຄື່ອງດື່ມຖວາຍບູຊາແກ່ບັນດາພະອື່ນ’ ”.
ແລ້ວເຢເຣມີຢາໄດ້ອອກມາຈາກໂຕເຟັດ, ບ່ອນທີ່ພຣະເຈົ້າຢາເວໄດ້ສົ່ງລາວໃຫ້ໄປທໍານວາຍ, ແລະ ລາວກໍຢືນຢູ່ໃນເດີ່ນວິຫານຂອງພຣະເຈົ້າຢາເວ ແລະ ໄດ້ເວົ້າກັບປະຊາຊົນທັງໝົດວ່າ, “ພຣະເຈົ້າຢາເວ ຜູ້ມີລິດອໍານາດຍິ່ງໃຫຍ່, ພຣະເຈົ້າແຫ່ງອິດສະຣາເອນກ່າວວ່າ: ‘ຈົ່ງຟັງ! ເຮົາກໍາລັງຈະນຳໄພພິບັດທັງຫລາຍມາສູ່ນະຄອນນີ້ ແລະ ໝູ່ບ້ານທັງໝົດທີ່ຢູ່ອ້ອມນະຄອນທີ່ເຮົາໄດ້ປະກາດຕໍ່ພວກເຂົາ, ເພາະພວກເຂົາເປັນຄົນດື້ດ້ານ ແລະ ບໍ່ຍອມຟັງຖ້ອຍຄຳຂອງເຮົາ’ ”.
Source notes (1)
- Footnote ຄຳພາສາເຮັບເຣີທີ່ມີຄວາມຫມາຍວ່າ ທຳລາຍ ມີສຽງຄ້າຍຄຳພາສາເຮັບເຣີທີ່ມີຄວາມຫມາຍວ່າ ໄຫ (ເບິ່ງຂໍ້ 1 ແລະ 10)
Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.
Full source notice & licence · CC BY-SA 4.0 · SourceEdition imported 2026-11-09.