Biblica® Open Lao Contemporary Version
ເຢເຣມີຢາ 18
ທີ່ເຮືອນຊ່າງປັ້ນໝໍ້
ຖ້ອຍຄໍາຈາກພຣະເຈົ້າຢາເວໄດ້ມາເຖິງເຢເຣມີຢາວ່າ: “ຈົ່ງລົງໄປທີ່ເຮືອນຂອງຊ່າງປັ້ນໝໍ້ ແລະ ເຮົາຈະໃຫ້ຖ້ອຍຄຳຂອງເຮົາແກ່ເຈົ້າຢູ່ທີ່ນັ້ນ”. ດັ່ງນັ້ນ ຂ້າພະເຈົ້າໄດ້ໄປທີ່ເຮືອນຊ່າງປັ້ນໝໍ້ ແລະ ຂ້າພະເຈົ້າໄດ້ເຫັນລາວກຳລັງປັ້ນໝໍ້ຢູ່. ແຕ່ໝໍ້ທີ່ລາວກຳລັງປັ້ນຢູ່ນັ້ນຍັງບໍ່ທັນເປັນຮູບຈາກດິນໜຽວທີ່ຢູ່ໃນມືຂອງລາວ; ສະນັ້ນ ຊ່າງປັ້ນໝໍ້ຈຶ່ງປັ້ນມັນເປັນໝໍ້ໜ່ວຍອື່ນ, ປັ້ນມັນຕາມທີ່ເຫັນວ່າດີທີ່ສຸດສໍາລັບລາວ.
ແລ້ວຖ້ອຍຄຳຂອງພຣະເຈົ້າຢາເວໄດ້ມາເຖິງຂ້າພະເຈົ້າ. ພຣະອົງໄດ້ກ່າວວ່າ, “ອິດສະຣາເອນ, ເຮົາເຮັດກັບພວກເຈົ້າແບບດຽວກັນກັບຊ່າງປັ້ນໝໍ້ຄົນນີ້ເຮັດໄດ້ບໍ?” ພຣະເຈົ້າຢາເວປະກາດດັ່ງນີ້. “ອິດສະຣາເອນ, ເປັນເໝືອນດິນໜຽວທີ່ຢູ່ໃນມືຂອງຊ່າງປັ້ນໝໍ້ສັນໃດ, ດັ່ງນັ້ນ ພວກເຈົ້າກໍຢູ່ໃນມືຂອງເຮົາສັນນັ້ນ. ເມື່ອໃດກໍຕາມທີ່ເຮົາປະກາດວ່າ ຊົນຊາດ ຫລື ອານາຈັກໃດໜຶ່ງຈະຖືກຖອນຮາກ, ທຸບໃຫ້ມຸ່ນ ແລະ ທຳລາຍ. ແລ້ວຖ້າຊົນຊາດນັ້ນທີ່ເຮົາໄດ້ເຕືອນໄວ້ຫັນໜີຈາກຄວາມຊົ່ວຮ້າຍຂອງຕົນ, ເຮົາກໍຈະປ່ຽນໃຈ ແລະ ຈະບໍ່ນໍາໄພພິບັດມາສູ່ຊົນຊາດນັ້ນຕາມທີ່ເຮົາໄດ້ວາງແຜນໄວ້. ແລະອີກຢ່າງໜຶ່ງຖ້າເຮົາປະກາດວ່າ ຈະປູກ ແລະ ຈະກໍ່ສ້າງຊົນຊາດ ຫລື ອານາຈັກໃດໜຶ່ງ, ແລ້ວຖ້າຊົນຊາດນັ້ນເຮັດສິ່ງທີ່ຊົ່ວຮ້າຍໃນສາຍຕາຂອງເຮົາ ແລະ ບໍ່ເຊື່ອຟັງເຮົາ, ເມື່ອນັ້ນເຮົາກໍຈະພິຈາລະນາເຖິງສິ່ງດີທີ່ເຮົາໄດ້ຕັ້ງໃຈຈະເຮັດຕໍ່ຊົນຊາດນັ້ນ.
“ເຫດສະນັ້ນ ບັດນີ້ຈົ່ງບອກປະຊາຊົນຢູດາ ແລະ ບັນດາຄົນທີ່ອາໄສໃນເຢຣູຊາເລັມວ່າ, ‘ພຣະເຈົ້າຢາເວກ່າວດັ່ງນີ້ວ່າ: ເບິ່ງແມ! ເຮົາກໍາລັງຕຽມນຳໄພພິບັດມາສູ່ພວກເຈົ້າ ແລະ ກໍາລັງວາງແຜນຕໍ່ສູ້ພວກເຈົ້າ. ສະນັ້ນ ພວກເຈົ້າແຕ່ລະຄົນຈົ່ງຫັນໜີຈາກວິຖີທາງທີ່ຊົ່ວຮ້າຍຂອງພວກເຈົ້າ ແລະ ຈົ່ງປ່ຽນວິທີການຕ່າງໆ ແລະ ການກະທໍາຂອງພວກເຈົ້າເສຍໃໝ່’. ແຕ່ພວກເຂົາຈະຕອບວ່າ, ‘ມັນບໍ່ມີປະໂຫຍດຫຍັງ. ພວກເຮົາຈະເຮັດຕາມແຜນການຂອງພວກເຮົາຕໍ່ໄປ; ພວກເຮົາທຸກຄົນຈະເຮັດຕາມຄວາມດື້ດ້ານແຫ່ງຈິດໃຈຊົ່ວຂອງພວກເຮົາ’ ”.
ເຫດສະນັ້ນ ພຣະເຈົ້າຢາເວກ່າວດັ່ງນີ້:
“ຈົ່ງຖາມເບິ່ງໃນທ່າມກາງຊົນຊາດຕ່າງໆວ່າ:
ຜູ້ໃດເຄີຍໄດ້ຍິນເລື່ອງແບບນີ້ບໍ?
ອິດສະຣາເອນພົມມະຈາລີໄດ້ເຮັດ
ສິ່ງທີ່ໜ້າຢ້ານກົວທີ່ສຸດ.
ຫິມະແຫ່ງເລບານອນ
ເຄີຍຫາຍໄປຈາກເນີນພູຫີນຂອງມັນບໍ?
ກະແສນ້ຳເຢັນມາຈາກແຫລ່ງນໍ້າທີ່ຢູ່ຫ່າງໄກນັ້ນ
ເຄີຍຢຸດໄຫລບໍ?1
ແຕ່ປະຊາຊົນຂອງເຮົາກໍໄດ້ລືມເຮົາ;
ພວກເຂົາເຜົາເຄື່ອງຫອມແກ່ຮູບເຄົາລົບອັນໄຮ້ຄ່າ,
ເຊິ່ງເຮັດໃຫ້ພວກເຂົາສະດຸດລົ້ມໃນທາງຂອງຕົນ,
ໃນທາງດັ້ງເດີມນັ້ນ.
ສິ່ງນັ້ນເຮັດໃຫ້ພວກເຂົາຍ່າງຕາມທາງດັ້ງເດີມນັ້ນ,
ຍ່າງຕາມຖະໜົນທີ່ບໍ່ໄດ້ສ້າງຂຶ້ນ.
ດິນແດນຂອງພວກເຂົາຈະເປັນເປົ້າຂອງສິ່ງທີ່ໜ້າຢ້ານກົວ
ແລະ ຖືກດູໜິ່ນຕະຫລອດໄປ;
ທຸກຄົນທີ່ຜ່ານໄປມາຈະຕົກໃຈ
ແລະ ຈະແກວ່ງຫົວຂອງຕົນ.
ເຮົາຈະເຮັດໃຫ້ພວກເຂົາກະຈັດກະຈາຍໄປຕໍ່ໜ້າບັນດາສັດຕູຂອງພວກເຂົາ;
ເໝືອນດັ່ງລົມພັດມາຈາກຕາເວັນອອກ,
ເຮົາຈະຫັນຫລັງໃສ່ພວກເຂົາ, ບໍ່ແມ່ນຫັນໜ້າຂອງເຮົາໃສ່ພວກເຂົາ
ໃນເວລາແຫ່ງໄພພິບັດຂອງພວກເຂົາ”.
ພວກເຂົາໄດ້ເວົ້າວ່າ, “ຈົ່ງມາ, ໃຫ້ພວກເຮົາມາວາງແຜນຕໍ່ສູ້ເຢເຣມີຢາ; ເພາະການສັ່ງສອນກົດບັນຍັດຈາກປະໂລຫິດ, ຫລື ຄຳປຶກສາຈາກນັກປາດ ແລະ ຖ້ອຍຄຳຈາກຜູ້ທໍານວາຍຈະບໍ່ສິ້ນສຸດ. ສະນັ້ນ ຈົ່ງມາ, ໃຫ້ພວກເຮົາໂຈມຕີລາວດ້ວຍລິ້ນຂອງພວກເຮົາ ແລະ ຢ່າສົນໃຈຕໍ່ສິ່ງທີ່ລາວເວົ້າ”.
ຂ້າແດ່ພຣະເຈົ້າຢາເວ, ຂໍໂຜດຟັງຂ້ານ້ອຍ;
ໂຜດຟັງສິ່ງທີ່ບັນດາຜູ້ທີ່ກ່າວຫາຂ້ານ້ອຍກໍາລັງເວົ້າຢູ່!
ຄວນບໍ່ທີ່ຈະຕອບແທນຄວາມດີດ້ວຍຄວາມຊົ່ວ?
ແຕ່ພວກເຂົາໄດ້ຂຸດຂຸມດັກຈັບຂ້ານ້ອຍ.
ຂໍໂຜດລະນຶກວ່າ ຂ້ານ້ອຍຢືນຢູ່ຕໍ່ໜ້າພຣະອົງ
ແລະ ເວົ້າແທນພວກເຂົາ
ເພື່ອຄວາມໂກດຮ້າຍຂອງພຣະອົງຈະຫັນໜີຈາກພວກເຂົາ.
ສະນັ້ນ ຈົ່ງໃຫ້ລູກຂອງພວກເຂົາອຶດຢາກອາຫານຈົນຕາຍ;
ຈົ່ງມອບພວກເຂົາໄວ້ກັບອໍານາດຂອງດາບ
ໃຫ້ເມຍຂອງພວກເຂົາບໍ່ມີລູກ ແລະ ເປັນແມ່ໝ້າຍ;
ໃຫ້ພວກຜູ້ຊາຍຂອງພວກເຂົາຖືກສັງຫານ,
ໃຫ້ຄົນໜຸ່ມຂອງພວກເຂົາຖືກຂ້າດ້ວຍດາບໃນສະໜາມຮົບ.
ຂໍໃຫ້ໄດ້ຍິນສຽງຮ້ອງຈາກເຮືອນຂອງພວກເຂົາ
ເມື່ອພຣະອົງສົ່ງພວກຜູ້ຮຸກຮານມາໂຈມຕີພວກເຂົາຢ່າງກະທັນຫັນ,
ເພາະພວກເຂົາໄດ້ຂຸດຂຸມດັກຈັບຂ້ານ້ອຍ
ແລະ ໄດ້ວາງແຮ້ວດັກຈັບຕາມທາງຂອງຂ້ານ້ອຍ.
ຂ້າແດ່ພຣະເຈົ້າຢາເວ,
ແຕ່ພຣະອົງຮູ້ແຜນການປອງຮ້າຍທັງໝົດຂອງພວກເຂົາເພື່ອຈະຂ້າຂ້ານ້ອຍ.
ຂໍຢ່າໃຫ້ອະໄພຄວາມຜິດທີ່ຮ້າຍແຮງຂອງພວກເຂົາ
ຫລື ຂໍຢ່າປົກປິດຄວາມບາບຂອງພວກເຂົາຈາກສາຍຕາຂອງພຣະອົງ.
ຂໍໃຫ້ພວກເຂົາລົ້ມລົງຕໍ່ໜ້າພຣະອົງ;
ຂໍຈັດການກັບພວກເຂົາໃນເວລາແຫ່ງຄວາມໃຈຮ້າຍຂອງພຣະອົງ.
Source notes (1)
- Footnote ໃນພາສາເຮັບເຣີປະໂຫຍກນີ້ມີຄວາມໝາຍບໍ່ຊັດເຈນ
Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.
Full source notice & licence · CC BY-SA 4.0 · SourceEdition imported 2026-11-09.