Biblica® Open Lao Contemporary Version
ເຢເຣມີຢາ 17
“ບາບຂອງຢູດາຍຖືກສະຫລັກໄວ້ດ້ວຍປາກກາເຫລັກ,
ຈາລຶກໄວ້ດ້ວຍແຜ່ນຫີນເຫລັກໄຟ,
ລົງໃສ່ແຜ່ນຫົວໃຈຂອງພວກເຂົາ
ແລະ ໃສ່ເຂົາຂອງແທ່ນບູຊາຂອງພວກເຂົາ.
ແມ່ນແຕ່ລູກຫລານຂອງພວກເຂົາກໍລະນຶກເຖິງ
ແທ່ນບູຊາ ແລະ ເສົາເຈົ້າແມ່ອາເຊຣາຂອງພວກເຂົາ1
ຂ້າງຕົ້ນໄມ້ທີ່ແຕກກິ່ງ
ແລະ ເທິງເນີນພູທີ່ສູງຕ່າງໆ.
ພູເຂົາຂອງເຮົາ2ໃນດິນແດນນັ້ນ
ແລະ ຄວາມຮັ່ງມີ ແລະ ຊັບສົມບັດທັງໝົດຂອງພວກເຈົ້າ
ລວມທັງສະຖານທີ່ບູຊາທີ່ສູງຂອງພວກເຈົ້າ
ເຮົາຈະໃຫ້ສັດຕູມາປຸ້ນເອົາໄປ,
ເພາະບາບທົ່ວດິນແດນຂອງພວກເຈົ້າ.
ຍ້ອນຄວາມຜິດຂອງເຈົ້າເອງພວກເຈົ້າຈະສູນເສຍ
ດິນແດນທີ່ເຮົາມອບໃຫ້ພວກເຈົ້າ.
ເຮົາຈະສົ່ງເຈົ້າໄປເປັນຂ້າທາດຂອງບັນດາສັດຕູຂອງພວກເຈົ້າ
ໃນດິນແດນທີ່ພວກເຈົ້າບໍ່ຮູ້ຈັກ,
ເພາະພວກເຈົ້າໄດ້ຍົວະຄວາມໃຈຮ້າຍຂອງເຮົາ,
ແລະ ມັນຈະເຜົາໄໝ້ຕະຫລອດໄປ”.
ພຣະເຈົ້າຢາເວກ່າວວ່າ:
“ຄຳສາບແຊ່ງໄດ້ຕົກໃສ່ຜູ້ທີ່ໄວ້ວາງໃຈໃນມະນຸດ
ຜູ້ທີ່ເພິ່ງກຳລັງຂອງຕົນ
ແລະ ຫັນຈິດໃຈຂອງຕົນໜີໄປຈາກພຣະເຈົ້າຢາເວ.
ຜູ້ນັ້ນຈະເປັນເໝືອນພຸ່ມໄມ້ຢູ່ໃນຖິ່ນແຫ້ງແລ້ງ;
ພວກເຂົາຈະເບິ່ງບໍ່ເຫັນຄວາມຈະເລີນຮຸ່ງເຮືອງເມື່ອມັນມາເຖິງ.
ພວກເຂົາຈະອາໄສໃນຖິ່ນແຫ້ງແລ້ງຂອງທະເລຊາຍ,
ໃນພື້ນດິນເຄັມທີ່ບໍ່ມີຜູ້ໃດອາໄສຢູ່.
“ແຕ່ຄວາມສຸກເປັນຂອງຜູ້ທີ່ໄວ້ວາງໃຈໃນພຣະເຈົ້າຢາເວ,
ຜູ້ທີ່ມີຄວາມໝັ້ນໃຈໃນພຣະອົງ.
ພວກເຂົາຈະເປັນເໝືອນຕົ້ນໄມ້ທີ່ປູກໃກ້ແຄມນ້ຳ
ທີ່ຢັ່ງຮາກລົງໄປຕາມລໍາທານ.
ມັນບໍ່ຢ້ານເມື່ອຄວາມຮ້ອນມາເຖິງ;
ໃບຂອງມັນຂຽວງາມຢູ່ສະເໝີ.
ມັນບໍ່ມີຄວາມກັງວົນໃນປີທີ່ແຫ້ງແລ້ງ
ແລະ ບໍ່ຢຸດທີ່ຈະເກີດຜົນ”.
ຈິດໃຈເປັນສິ່ງທີ່ລໍ້ລວງເໜືອກວ່າສິ່ງອື່ນໃດ
ແລະ ເກີນກວ່າຈະປິ່ນປົວໃຫ້ຫາຍດີ.
ຜູ້ໃດຈະເຂົ້າໃຈຈິດໃຈນັ້ນໄດ້?
“ເຮົາຄືພຣະເຈົ້າຢາເວທີ່ຄົ້ນເບິ່ງຈິດໃຈ
ແລະ ກວດສອບຄວາມຄິດ,
ເພື່ອໃຫ້ບຳເໜັດແກ່ທຸກຄົນຕາມການປະພຶດ
ແລະ ການກະທໍາຂອງພວກເຂົາ”.
ບັນດາຄົນທີ່ຮັ່ງມີໃນທາງບໍ່ຊອບທໍາ,
ກໍເປັນເໝືອນດັ່ງນົກກະທາທີ່ຟັກໄຂ່ທີ່ມັນບໍ່ໄດ້ອອກໄຂ່.
ເມື່ອເຖິງບັ້ນກາງຊີວິດຂອງພວກເຂົາ, ຄວາມຮັ່ງມີກໍຫາຍໄປຈາກພວກເຂົາ,
ແລະ ໃນບັ້ນປາຍຊີວິດ ພວກເຂົາກໍຈະກາຍເປັນຄົນໂງ່ຈ້າ.
ບັນລັງອັນສະຫງ່າລາສີ, ທີ່ໄດ້ຮັບການຍ້ອງຍໍມາຕັ້ງແຕ່ຕົ້ນ,
ເປັນບ່ອນສັກສິດຂອງພວກຂ້ານ້ອຍ.
ຂ້າແດ່ພຣະເຈົ້າຢາເວ, ພຣະອົງເປັນຄວາມຫວັງຂອງອິດສະຣາເອນ;
ທຸກຄົນທີ່ປະຖິ້ມພຣະອົງຈະອັບອາຍ.
ບັນດາຜູ້ທີ່ຫັນໜີໄປຈາກພຣະອົງຈະຖືກຈາລຶກໄວ້ໃນຂີ້ຝຸ່ນດິນ
ເພາະພວກເຂົາໄດ້ປະຖິ້ມພຣະເຈົ້າຢາເວ,
ຜູ້ທີ່ເປັນບໍ່ນ້ຳພຸແຫ່ງຊີວິດ.
ຂ້າແດ່ພຣະເຈົ້າຢາເວ, ຂໍປິ່ນປົວຂ້ານ້ອຍ, ແລ້ວຂ້ານ້ອຍກໍຈະຫາຍດີ.
ຂໍໂຜດຊ່ວຍຂ້ານ້ອຍ ແລ້ວຂ້ານ້ອຍກໍຈະໄດ້ພົ້ນ.
ເພາະພຣະອົງເປັນຜູ້ທີ່ຂ້ານ້ອຍສັນລະເສີນ.
ພວກເຂົາຍັງເວົ້າກັບຂ້ານ້ອຍວ່າ,
“ຖ້ອຍຄຳຂອງພຣະເຈົ້າຢາເວຢູ່ໃສ?
ບັດນີ້ ຂໍໃຫ້ຖ້ອຍຄໍານັ້ນສຳເລັດເປັນຈິງ!”
ຂ້ານ້ອຍບໍ່ໄດ້ຫັນໜີຈາກການເປັນຄົນລ້ຽງແກະຂອງພຣະອົງ;
ພຣະອົງຮູ້ວ່າຂ້ານ້ອຍບໍ່ໄດ້ປາຖະໜາວັນແຫ່ງຄວາມສິ້ນຫວັງ.
ສິ່ງທີ່ເວົ້າຜ່ານປາກຂອງຂ້ານ້ອຍກໍຈະແຈ້ງຢູ່ຕໍ່ໜ້າພຣະອົງ.
ຂໍຢ່າເຮັດໃຫ້ຂ້ານ້ອຍຢ້ານກົວ;
ພຣະອົງເປັນບ່ອນລີ້ໄພຂອງຂ້ານ້ອຍໃນວັນແຫ່ງໄພພິບັດ.
ຂໍໃຫ້ພວກຜູ້ທີ່ກົດຂີ່ຂົ່ມເຫັງຂ້ານ້ອຍໄດ້ຮັບຄວາມອັບອາຍ,
ແຕ່ຂໍໂຜດປົກປ້ອງຂ້ານ້ອຍຈາກຄວາມອັບອາຍ;
ຂໍໃຫ້ພວກເຂົາຢ້ານກົວ,
ແຕ່ຂໍໂຜດປົກປ້ອງຂ້ານ້ອຍໃຫ້ພົ້ນຈາກຄວາມຢ້ານກົວ.
ຂໍນຳວັນແຫ່ງໄພພິບັດມາສູ່ພວກເຂົາ;
ຂໍໂຜດທຳລາຍພວກເຂົາດ້ວຍຄວາມພິນາດຈິບຫາຍເປັນສອງເທົ່າ.
ການຮັກສາວັນຊະບາໂຕໃຫ້ເປັນວັນບໍລິສຸດ
ພຣະເຈົ້າຢາເວໄດ້ກ່າວກັບຂ້າພະເຈົ້າວ່າ: “ຈົ່ງໄປຢືນຢູ່ທີ່ປະຕູເມືອງເຢຣູຊາເລັມ, ເຊິ່ງບັນດາກະສັດແຫ່ງຢູດາຍເຂົ້າໄປ ແລະ ອອກມາ; ຈົ່ງໄປຢືນຢູ່ປະຕູອື່ນໆທັງໝົດຂອງເຢຣູຊາເລັມ. ຈົ່ງບອກພວກເຂົາວ່າ, ‘ຈົ່ງຟັງຖ້ອຍຄໍາຂອງພຣະເຈົ້າຢາເວ, ບັນດາກະສັດແຫ່ງຢູດາຍ ແລະ ປະຊາຊົນຢູດາຍທັງໝົດ ແລະ ທຸກຄົນທີ່ອາໄສໃນເຢຣູຊາເລັມທີ່ເຂົ້າມາຜ່ານປະຕູເຫລົ່ານີ້. ພຣະເຈົ້າຢາເວກ່າວດັ່ງນີ້ວ່າ: ຈົ່ງລະວັງຢ່າຫາມສິ່ງຂອງໃນວັນຊະບາໂຕ ຫລື ນຳເອົາສິ່ງຂອງຜ່ານເຂົ້າໄປປະຕູຕ່າງໆຂອງເຢຣູຊາເລັມ. ຢ່າຫາມສິ່ງຂອງອອກຈາກເຮືອນຂອງເຈົ້າ ຫລື ເຮັດວຽກງານໃດໆໃນວັນຊະບາໂຕ, ແຕ່ຈົ່ງຮັກສາວັນຊະບາໂຕໃຫ້ເປັນວັນບໍລິສຸດຕາມທີ່ເຮົາໄດ້ສັ່ງບັນພະບຸລຸດຂອງພວກເຈົ້າໄວ້. ແຕ່ພວກເຂົາບໍ່ໄດ້ຟັງ ຫລື ບໍ່ເອົາໃຈໃສ່; ພວກເຂົາດື້ດ້ານຫົວແຂງ ແລະ ບໍ່ຍອມຟັງ ແລະ ບໍ່ຍອມຮັບການຕີສອນ. ພຣະເຈົ້າຢາເວປະກາດວ່າ ແຕ່ຖ້າພວກເຈົ້າເອົາໃຈໃສ່ເຊື່ອຟັງເຮົາ ແລະ ຢ່າຫາມສິ່ງຂອງຜ່ານປະຕູຂອງນະຄອນນີ້ໃນວັນຊະບາໂຕ, ແຕ່ຮັກສາວັນຊະບາໂຕໃຫ້ເປັນວັນບໍລິສຸດໂດຍບໍ່ເຮັດວຽກງານໃດໆໃນວັນນັ້ນ. ແລ້ວບັນດາກະສັດທີ່ນັ່ງເທິງບັນລັງຂອງດາວິດຈະເຂົ້າໄປຜ່ານປະຕູຕ່າງໆເຫລົ່ານີ້ພ້ອມທັງບັນດາຂ້າລາຊະການຂອງພວກເຂົາ. ບັນດາກະສັດ ແລະ ບັນດາຂ້າລາຊະການຂອງພວກເຂົາຈະມາດ້ວຍການຂີ່ລົດຮົບ ແລະ ຂີ່ມ້າ, ພ້ອມທັງຊາວຢູດາຍ ແລະ ບັນດາຄົນທີ່ອາໄສໃນເຢຣູຊາເລັມທີ່ໄດ້ຕິດຕາມມາ, ແລະ ໃນເມືອງນີ້ກໍຈະມີຄົນອາໄສຢູ່ຕະຫລອດໄປ. ປະຊາຊົນຈະມາຈາກເມືອງຕ່າງໆຂອງຢູດາຍ ແລະ ມາຈາກບ້ານຕ່າງໆທີ່ຢູ່ອ້ອມເຢຣູຊາເລັມ, ຈາກເຂດແດນຂອງເບັນຢາມິນ ແລະ ຕີນພູຕ່າງໆທາງທິດຕາເວັນຕົກ, ຈາກເຂດເນີນພູ ແລະ ເນເກັບ, ພວກເຂົາຈະນຳເຄື່ອງເຜົາບູຊາ ແລະ ເຄື່ອງບູຊາ, ເຄື່ອງຖວາຍທີ່ເປັນເມັດພືດ ແລະ ເຄື່ອງຫອມ, ແລະ ຈະນໍາເຄື່ອງຖວາຍໂມທະນາຂອບພຣະຄຸນມາທີ່ວິຫານຂອງພຣະເຈົ້າຢາເວ. ແຕ່ຖ້າພວກເຈົ້າບໍ່ເຊື່ອຟັງເຮົາໃນການຮັກສາວັນຊະບາໂຕໃຫ້ເປັນວັນບໍລິສຸດໂດຍຢ່າຫາມສິ່ງຂອງໃດໆເມື່ອເຈົ້າເຂົ້າມາຜ່ານປະຕູເມືອງຕ່າງໆຂອງເຢຣູຊາເລັມໃນວັນຊະບາໂຕ, ແລ້ວເຮົາກໍຈະຈູດໄຟທີ່ບໍ່ຮູ້ມອດໃສ່ປະຕູເມືອງຕ່າງໆຂອງເຢຣູຊາເລັມທີ່ຈະເຜົາຜານປ້ອມປ້ອງກັນຕ່າງໆຂອງເມືອງນີ້ຈົນໝົດສິ້ນ’ ”.
Source notes (2)
- Footnote ຄື ສັນຍາລັກຂອງເຈົ້າແມ່ອາເຊຣາ
- Footnote ຫລື ພູເຂົາທັງຫລາຍ
Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.
Full source notice & licence · CC BY-SA 4.0 · SourceEdition imported 2026-11-09.