Skip to content
BibleKenya

Biblica® Open Lao Contemporary Version

ເຢເຣມີຢາ 16

ວັນ​ແຫ່ງ​ໄພພິບັດ

ແລ້ວ​ຖ້ອຍຄຳ​ຂອງ​ພຣະເຈົ້າ​ຢາເວ​ໄດ້​ມາ​ເຖິງ​ຂ້າພະເຈົ້າ​ວ່າ: “ເຈົ້າ​ຢ່າ​ແຕ່ງງານ ແລະ ຢ່າ​ມີ​ລູກຊາຍ ຫລື ລູກສາວ​ຢູ່​ບ່ອນ​ນີ້”. ເພາະ​ພຣະເຈົ້າຢາເວ​ກ່າວ​ກ່ຽວກັບ​ລູກຊາຍ ແລະ ລູກສາວ​ທີ່​ເກີດ​ໃນ​ດິນແດນ​ນີ້ ແລະ ກ່າວ​ກ່ຽວກັບ​ພວກ​ແມ່ຍິງ​ຜູ້​ທີ່​ເປັນ​ແມ່​ຂອງ​ພວກເຂົາ ແລະ ພວກ​ຜູ້ຊາຍ​ທີ່​ເປັນ​ພໍ່​ຂອງ​ພວກເຂົາ​ວ່າ: “ພວກເຂົາ​ຈະ​ຕາຍ​ດ້ວຍ​ພະຍາດ​ຮ້າຍແຮງ. ຈະ​ບໍ່​ມີ​ຜູ້ໃດ​ໄວ້ທຸກ ຫລື ຝັງ​ສົບ​ໃຫ້​ພວກເຂົາ ແຕ່​ຈະ​ເປັນ​ດັ່ງ​ກອງ​ຂີ້ສັດ​ຢູ່​ເທິງ​ພື້ນດິນ. ພວກເຂົາ​ຈະ​ຈິບຫາຍ​ເພາະ​ສົງຄາມ ແລະ ການ​ອຶດຢາກ​ອາຫານ, ແລະ ຊາກສົບ​ຂອງ​ພວກເຂົາ​ຈະ​ກາຍ​ເປັນ​ອາຫານ​ສໍາລັບ​ຝູງ​ນົກ ແລະ ຝູງ​ສັດ​ປ່າ”.

ເພາະ​ພຣະເຈົ້າຢາເວ​ກ່າວ​ດັ່ງນີ້​ວ່າ: “ຢ່າ​ເຂົ້າໄປ​ໃນ​ເຮືອນ​ທີ່​ມີ​ງານ​ສົບ, ຢ່າ​ໄປ​ໄວ້ທຸກ ຫລື ຢ່າ​ສະແດງ​ຄວາມ​ເຫັນໃຈ, ເພາະ​ເຮົາ​ໄດ້​ຖອນ​ພຣະພອນ, ຄວາມ​ຮັກ ແລະ ຄວາມ​ສົງສານ​ຂອງ​ເຮົາ​ໄປ​ຈາກ​ປະຊາຊົນ​ເຫລົ່ານີ້​ແລ້ວ”, ພຣະເຈົ້າຢາເວ​ປະກາດ​ດັ່ງນີ້. “ທັງ​ຜູ້​ທີ່​ມີ​ຖານະ​ສູງ ແລະ ຜູ້​ທີ່​ຕໍ່າຕ້ອຍ​ຈະ​ຕາຍ​ໃນ​ດິນແດນ​ນີ້. ພວກເຂົາ​ຈະ​ບໍ່​ໄດ້​ຖືກ​ຝັງ​ສົບ, ຫລື ໄວ້ທຸກ​ໃຫ້, ແລະ ບໍ່​ມີ​ຜູ້ໃດ​ຈະ​ຂີດ​ຕົວເອງ ຫລື ແຖ​ຫົວ​ຂອງ​ຕົນ​ເພື່ອ​ໄວ້​ອາໄລ​ໃຫ້​ພວກເຂົາ. ຈະ​ບໍ່​ມີ​ຜູ້ໃດ​ໃຫ້​ອາຫານ​ເພື່ອ​ເລົ້າໂລມ​ໃຈ​ບັນດາ​ຜູ້​ທີ່​ໄວ້ທຸກ​ໃຫ້​ຄົນ​ຕາຍ ຫລື ຈະ​ບໍ່​ມີ​ຜູ້ໃດ​ໃຫ້​ເຄື່ອງດື່ມ​ເພື່ອ​ປອບໃຈ​ພວກເຂົາ, ແມ່ນວ່າ​ຜູ້​ຕາຍ​ເປັນ​ພໍ່ ຫລື ແມ່​ກໍ​ຕາມ.

“ແລະ ຢ່າ​ເຂົ້າໄປ​ໃນ​ເຮືອນ​ທີ່​ມີ​ງານ​ລ້ຽງ ແລະ ໄປ​ນັ່ງ​ລົງ​ກິນ​ດື່ມ​ກັບ​ພວກເຂົາ. ເພາະ​ພຣະເຈົ້າຢາເວ ຜູ້​ມີ​ລິດ​ອໍານາດ​ຍິ່ງໃຫຍ່, ພຣະເຈົ້າ​ແຫ່ງ​ອິດສະຣາເອນ​ກ່າວ​ວ່າ: ໃນ​ຊົ່ວ​ຊີວິດ​ຂອງ​ເຈົ້າ ແລະ ຕໍ່ໜ້າ​ເຈົ້າ ເຮົາ​ຈະ​ຢຸດ​ສຽງ​ແຫ່ງ​ຊື່ນຊົມ​ຍິນດີ ແລະ ຄວາມ​ຍິນດີ ແລະ ສຽງ​ຂອງ​ເຈົ້າບ່າວ ແລະ ເຈົ້າສາວ​ໃນ​ດິນແດນ​ນີ້.

“ເມື່ອ​ເຈົ້າ​ບອກ​ສິ່ງ​ທັງໝົດ​ໃຫ້​ປະຊາຊົນ​ເຫລົ່າ​ນີ້​ຟັງ ແລະ ພວກເຂົາ​ຈະ​ຖາມ​ເຈົ້າ​ວ່າ, ‘ເປັນຫຍັງ​ພຣະເຈົ້າຢາເວ​ໄດ້​ສັ່ງ​ໃຫ້​ໄພພິບັດ​ອັນ​ຍິ່ງໃຫຍ່​ມາ​ຕໍ່ສູ້​ພວກເຮົາ? ພວກເຮົາ​ໄດ້​ເຮັດ​ຫຍັງ​ຜິດ? ພວກເຮົາ​ໄດ້​ເຮັດ​ບາບ​ຫຍັງ​ຕໍ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຮົາ?’ ແລ້ວ​ເຈົ້າ​ຈົ່ງ​ບອກ​ພວກເຂົາ​ວ່າ, ພຣະເຈົ້າຢາເວ​ປະກາດ​ດັ່ງນີ້​ວ່າ, ‘ເພາະ​ບັນພະບຸລຸດ​ຂອງ​ພວກເຈົ້າ​ໄດ້​ປະຖິ້ມ​ເຮົາ ແລະ ໄດ້​ຕິດຕາມ​ບັນດາ​ພະ​ອື່ນ ແລະ ຮັບໃຊ້ ແລະ ກາບໄຫວ້​ພວກມັນ. ພວກເຂົາ​ໄດ້​ປະຖິ້ມ​ເຮົາ ແລະ ບໍ່​ໄດ້​ຮັກສາ​ກົດບັນຍັດ​ຂອງ​ເຮົາ. ແຕ່​ພວກເຈົ້າ​ໄດ້​ປະພຶດ​ຊົ່ວຊ້າ​ຍິ່ງ​ກວ່າ​ບັນພະບຸລຸດ​ຂອງ​ພວກເຈົ້າ. ເບິ່ງ​ແມ ພວກເຈົ້າ​ທັງໝົດ​ເຮັດ​ຕາມ​ຄວາມ​ດື້ດ້ານ​ແຫ່ງ​ຈິດໃຈ​ຊົ່ວ​ຂອງ​ຕົນ​ແທນທີ່​ຈະ​ເຊື່ອຟັງ​ເຮົາ. ສະນັ້ນ ເຮົາ​ຈະ​ໂຍນ​ພວກເຈົ້າ​ອອກ​ໄປ​ຈາກ​ດິນແດນ​ນີ້, ເຂົ້າ​ໄປ​ໃນ​ດິນແດນ​ທີ່​ພວກເຈົ້າ ແລະ ບັນພະບຸລຸດ​ຂອງ​ພວກເຈົ້າ​ບໍ່​ເຄີຍ​ຮູ້ຈັກ​ມາ​ກ່ອນ, ແລ້ວ​ພວກເຈົ້າ​ຈະ​ຮັບໃຊ້​ບັນດາ​ພະ​ອື່ນ​ທັງ​ກາງເວັນ ແລະ ກາງ​ຄືນ​ຢູ່​ທີ່​ນັ້ນ, ເພາະ​ເຮົາ​ຈະ​ບໍ່​ສໍາແດງ​ຄວາມ​ກະລຸນາ​ຕໍ່​ພວກເຈົ້າ’ ”.

ພຣະເຈົ້າຢາເວ​ປະກາດ​ວ່າ, “ເຖິງຢ່າງໃດ​ກໍ​ຕາມ ວັນ​ນັ້ນ​ຈະ​ມາ​ເຖິງ”, ເມື່ອ​ປະຊາຊົນ​ຈະ​ບໍ່​ເວົ້າ​ຕໍ່ໄປ​ອີກ​ວ່າ, “ພຣະເຈົ້າຢາເວ​ຜູ້​ມີ​ຊີວິດ​ຢູ່, ‘ຜູ້​ທີ່​ໄດ້​ນຳ​ຊາວ​ອິດສະຣາເອນ​ອອກ​ມາ​ຈາກ​ເອຢິບ’ ແຕ່​ຈະ​ເວົ້າ​ວ່າ ‘ພຣະເຈົ້າຢາເວ​ຜູ້​ມີ​ຊີວິດ​ຢູ່, ຜູ້​ທີ່​ໄດ້​ນໍາ​ຊາວ​ອິດສະຣາເອນ​ອອກ​ມາ​ຈາກ​ດິນແດນ​ທາງ​ທິດ​ເໜືອ ແລະ ອອກ​ມາ​ຈາກ​ທຸກ​ປະເທດ​ທີ່​ພຣະອົງ​ໄດ້​ຂັບໄລ່​ພວກເຂົາ​ໄປ​ນັ້ນ’. ເພາະ​ເຮົາ​ຈະ​ນຳ​ພວກເຂົາ​ກັບຄືນ​ມາ​ສູ່​ດິນແດນ​ທີ່​ເຮົາ​ໄດ້​ມອບ​ໃຫ້​ບັນພະບຸລຸດ​ຂອງ​ພວກເຂົາ”.

ພຣະເຈົ້າຢາເວ​ປະກາດ​ວ່າ, “ແຕ່​ບັດນີ້​ເຮົາ​ຈະ​ສົ່ງ​ຄົນ​ຫາ​ປາ​ຫລາຍ​ຄົນ​ມາ ແລະ ຄົນ​ເຫລົ່ານັ້ນ​ຈະ​ຈັບ​ພວກເຂົາ. ຫລັງຈາກນັ້ນ​ເຮົາ​ຈະ​ສົ່ງ​ນາຍພານ​ຫລາຍ​ຄົນ​ມາ ແລະ ຄົນ​ເຫລົ່ານັ້ນ​ຈະ​ຕາມ​ລ້າ​ພວກເຂົາ​ຕາມ​ພູເຂົາ ແລະ ເນີນພູ​ທຸກ​ໜ່ວຍ ແລະ ຕາມ​ໂງ່ນຫີນ. ຕາ​ຂອງ​ເຮົາ​ເຝົ້າ​ເບິ່ງ​ທຸກ​ວິຖີທາງ​ຂອງ​ພວກເຂົາ, ບໍ່​ມີ​ສິ່ງໃດ​ປິດບັງ​ຈາກ​ເຮົາ​ໄດ້ ຫລື ບາບ​ຂອງ​ພວກເຂົາ​ກໍ​ປິດບັງ​ໄວ້​ຈາກ​ສາຍຕາ​ຂອງ​ເຮົາ​ບໍ່​ໄດ້. ເຮົາ​ຈະ​ຕອບແທນ​ຄວາມ​ຊົ່ວຮ້າຍ ແລະ ການ​ບາບ​ຂອງ​ພວກເຂົາ​ເປັນ​ສອງ​ເທົ່າ, ເພາະ​ພວກເຂົາ​ໄດ້​ເຮັດ​ໃຫ້​ດິນແດນ​ຂອງ​ເຮົາ​ເປັນ​ມົນທິນ​ດ້ວຍ​ຮູບເຄົາລົບ​ທີ່​ບໍ່​ມີ​ຊີວິດ ແລະ ເຮັດ​ໃຫ້​ມໍລະດົກ​ຂອງ​ເຮົາ​ເຕັມ​ໄປ​ດ້ວຍ​ຮູບເຄົາລົບ​ອັນ​ໜ້າ​ລັງກຽດ​ຂອງ​ພວກເຂົາ”.

ຂ້າແດ່​ພຣະເຈົ້າຢາເວ ຜູ້​ທີ່​ເປັນ​ກຳລັງ ແລະ ເປັນ​ປ້ອມ​ປ້ອງກັນ​ຂອງ​ຂ້ານ້ອຍ,

ແລະ ເປັນ​ບ່ອນ​ລີ້ໄພ​ຂອງ​ຂ້ານ້ອຍ​ໃນ​ຍາມ​ເດືອດຮ້ອນ,

ຊົນຊາດ​ຕ່າງໆ​ຈາກ​ສຸດປາຍ​ແຜ່ນດິນ​ໂລກ

ຈະ​ມາ​ຫາ​ພຣະອົງ ແລະ ເວົ້າ​ວ່າ,

“ບັນພະບຸລຸດ​ຂອງ​ພວກ​ຂ້ານ້ອຍ​ບໍ່​ໄດ້​ຄອບຄອງ​ສິ່ງໃດ ມີ​ແຕ່​ບັນດາ​ພະ​ປອມ,

ຄື​ຮູບເຄົາລົບ​ອັນ​ໄຮ້ຄ່າ​ທີ່​ບໍ່​ໄດ້​ເຮັດ​ສິ່ງດີ​ອັນໃດ​ໃຫ້​ພວກເຂົາ.

ມະນຸດ​ຈະ​ສ້າງ​ພະ​ໃຫ້​ຕົນເອງ​ໄດ້​ບໍ?

ໄດ້, ແຕ່​ສິ່ງ​ເຫລົ່ານັ້ນ​ບໍ່​ແມ່ນ​ພຣະເຈົ້າ​ເລີຍ!”

ເຫດສະນັ້ນ ເຮົາ​ຈະ​ສັ່ງສອນ​ພວກເຂົາ

ຄັ້ງນີ້​ເຮົາ​ຈະ​ສອນ​ໃຫ້​ພວກເຂົາ​ຮູ້​ເຖິງ

ລິດອໍານາດ ແລະ ຄວາມ​ຍິ່ງໃຫຍ່​ຂອງ​ເຮົາ.

ແລ້ວ​ພວກເຂົາ​ຈະ​ຮູ້​ວ່າ

ນາມ​ຂອງ​ເຮົາ​ແມ່ນ​ພຣະເຈົ້າຢາເວ.

Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.

Full source notice & licence · CC BY-SA 4.0 · SourceEdition imported 2026-11-09.

BibleKenya

Reader settings

Theme
Font
Alignment
Reading width

Saved in this browser and used offline too. Press ? for keyboard shortcuts.