Biblica® Open Lao Contemporary Version
ເຢເຣມີຢາ 15
ແລ້ວພຣະເຈົ້າຢາເວໄດ້ກ່າວກັບຂ້າພະເຈົ້າວ່າ: “ແມ່ນແຕ່ໂມເຊ ແລະ ຊາມູເອນຈະມາຢືນຕໍ່ໜ້າເຮົາ, ເຮົາກໍຈະບໍ່ໃຈອ່ອນໃຫ້ປະຊາຊົນເຫລົ່ານີ້. ຈົ່ງເອົາພວກເຂົາອອກໄປໃຫ້ພົ້ນຈາກໜ້າເຮົາ! ຈົ່ງໃຫ້ພວກເຂົາໄປສາ! ແລະ ຖ້າພວກເຂົາຖາມເຈົ້າວ່າ, ‘ຈະໃຫ້ພວກເຮົາໄປຢູ່ໃສ?’ ຈົ່ງບອກພວກເຂົາວ່າ, ‘ພຣະເຈົ້າຢາເວກ່າວວ່າ:
“ ‘ບັນດາຜູ້ທີ່ຖືກກຳນົດໃຫ້ຕາຍ, ກໍຈະຕາຍ;
ບັນດາຜູ້ທີ່ຖືກກຳນົດໃຫ້ຕາຍໃນສົງຄາມ, ກໍຈະຕາຍໃນສົງຄາມ;
ບັນດາຜູ້ທີ່ຖືກກໍານົດໃຫ້ຕາຍເພາະຄວາມອຶດຫິວ, ກໍຈະຕາຍຍ້ອນຄວາມອຶດຫິວ;
ແລະ ບັນດາຜູ້ທີ່ຖືກກໍານົດໃຫ້ໄປເປັນຊະເລີຍ, ກໍຈະໄປເປັນຊະເລີຍ’ ”.
ພຣະເຈົ້າຢາເວປະກາດວ່າ “ເຮົາຈະສົ່ງພວກຜູ້ທຳລາຍສີ່ປະເພດມາຕໍ່ສູ້ພວກເຂົາຄື ດາບເພື່ອຈະຂ້າ ແລະ ຝູງໝາຈະລາກໄປ, ແລະ ຝູງນົກ ແລະ ສັດປ່າມາກິນ ແລະ ທຳລາຍ. ເຮົາຈະເຮັດໃຫ້ພວກເຂົາເປັນທີ່ໜ້າລັງກຽດແກ່ອານາຈັກທັງປວງໃນແຜ່ນດິນໂລກ, ຍ້ອນສິ່ງທີ່ມານາເຊລູກຊາຍຂອງເຮເຊກີຢາກະສັດແຫ່ງຢູດາຍໄດ້ເຮັດໃນເຢຣູຊາເລັມ.
“ເຢຣູຊາເລັມ, ຜູ້ໃດຈະສົງສານເຈົ້າ?
ຜູ້ໃດຈະໄວ້ທຸກໃຫ້ກັບເຈົ້າ?
ຈະບໍ່ມີຜູ້ໃດຖາມເຖິງຄວາມທຸກສຸກຂອງເຈົ້າ?”
ພຣະເຈົ້າຢາເວປະກາດວ່າ,
“ເຈົ້າໄດ້ປະຖິ້ມເຮົາ
ແລະ ເຈົ້າຍັງຫັນໜີໄປຈາກເຮົາ.
ເຮົາຈຶ່ງຢຽດມືອອກ ແລະ ທຳລາຍເຈົ້າ;
ເພາະເຮົາເມື່ອຍທີ່ຈະອົດທົນແລ້ວ.
ດັ່ງນັ້ນ ເຮົາຈະຝັດຮ່ອນພວກເຂົາດ້ວຍຄາດ
ທີ່ປະຕູເມືອງຂອງດິນແດນນັ້ນ.
ເຮົາຈະນຳຄວາມສູນເສຍ ແລະ ການທໍາລາຍມາສູ່ປະຊາຊົນຂອງເຮົາ,
ເພາະພວກເຂົາບໍ່ໄດ້ປ່ຽນວິຖີທາງຂອງຕົນ.
ເຮົາຈະເຮັດໃຫ້ພວກເຂົາມີແມ່ໝ້າຍເພີ່ມຂຶ້ນ
ຫລາຍກວ່າເມັດຊາຍໃນທະເລ.
ໃນຕອນກາງເວັນເຮົາຈະນຳຜູ້ທຳລາຍຄົນໜຶ່ງມາ
ໂຈມຕີບັນດາຜູ້ທີ່ເປັນແມ່ຂອງຄົນໜຸ່ມຂອງພວກເຂົາ;
ເຮົາຈະນຳຄວາມທຸກທໍລະມານ ແລະ ຄວາມຢ້ານກົວ,
ມາສູ່ພວກເຂົາໃນທັນທີທັນໃດ.
ແມ່ທີ່ມີລູກເຈັດຈະເປັນລົມ
ແລ້ວນາງກໍສິ້ນລົມຫາຍໃຈໄປ.
ດວງຕາເວັນຂອງນາງຈະຕົກດິນຂະນະທີ່ເປັນກາງເວັນຢູ່;
ນາງຈະຖືກດູໝິ່ນ ແລະ ອັບອາຍ.
ເຮົາຈະປ່ອຍໃຫ້ບັນດາຜູ້ທີ່ລອດຊີວິດຖືກຂ້າ
ຕໍ່ໜ້າບັນດາສັດຕູຂອງພວກເຂົາ”,
ພຣະເຈົ້າຢາເວປະກາດດັ່ງນີ້.
ວິບັດແກ່, ແມ່ຂອງຂ້ານ້ອຍທີ່ໃຫ້ກຳເນີດຂ້ານ້ອຍມາ,
ຊາຍຄົນໜຶ່ງທີ່ທົ່ວດິນແດນຕໍ່ສູ້ ແລະ ໂຕ້ແຍ້ງ!
ຂ້ານ້ອຍບໍ່ເຄີຍໃຫ້ຜູ້ໃດເຊົ່າ ຫລື ຢືມອັນໃດ
ແຕ່ທຸກຄົນກໍສາບແຊ່ງຂ້ານ້ອຍ.
ພຣະເຈົ້າຢາເວໄດ້ກ່າວວ່າ,
“ແນ່ນອນ ເຮົາຈະຊ່ວຍເຈົ້າເພື່ອຈຸດປະສົງອັນດີ;
ແນ່ນອນ ເຮົາຈະເຮັດໃຫ້ບັນດາສັດຕູຂອງເຈົ້າອ້ອນວອນຂໍນໍາເຈົ້າ
ໃນຍາມມີໄພພິບັດ ແລະ ໃນຍາມທຸກໃຈ.
“ມະນຸດຈະຫັກເຫລັກ
ຄືເຫລັກມາຈາກທາງທິດເໜືອ ຫລື ທອງສຳລິດໄດ້ບໍ?
“ຊັບສົມບັດ ແລະ ແລະ ຄວາມຮັ່ງມີຂອງເຈົ້າ
ເຮົາຈະເຮັດໃຫ້ເປັນຂອງປຸ້ນໂດຍບໍ່ມີລາຄາ,
ເພາະການບາບທັງໝົດຂອງເຈົ້າ
ທົ່ວດິນແດນຂອງເຈົ້າ.
ເຮົາຈະເຮັດໃຫ້ເຈົ້າເປັນທາດຂອງບັນດາສັດຕູຂອງເຈົ້າ
ໃນດິນແດນທີ່ເຈົ້າບໍ່ຮູ້ຈັກ,
ເພາະຄວາມໃຈຮ້າຍຂອງເຮົາຈະລຸກເປັນໄຟ
ທີ່ຈະເຜົາໄໝ້ເຈົ້າ”.
ຂ້າແດ່ພຣະເຈົ້າຢາເວ, ພຣະອົງເຂົ້າໃຈ;
ຂໍໂຜດລະນຶກເຖິງຂ້ານ້ອຍ ແລະ ເບິ່ງແຍງຂ້ານ້ອຍ.
ຂໍໂຜດແກ້ແຄ້ນພວກຜູ້ທີ່ຂົ່ມເຫັງຂ້ານ້ອຍ.
ພຣະອົງມີຄວາມອົດທົນດົນນານ ຂໍຢ່ານຳຂ້ານ້ອຍໄປເສຍ;
ຂໍລະນຶກວ່າ ຂ້ານ້ອຍຕ້ອງທົນທຸກຕໍ່ການຕຳໜິເພາະເຫັນແກ່ພຣະອົງຫລາຍສໍ່າໃດ.
ເມື່ອຖ້ອຍຄໍາຂອງພຣະອົງໄດ້ມາເຖິງຂ້ານ້ອຍ, ຂ້ານ້ອຍກໍກິນຖ້ອຍຄໍາເຫລົ່ານັ້ນ;
ຖ້ອຍຄໍາເຫລົ່ານັ້ນເປັນຄວາມຊົມຊື່ນຍິນດີ ແລະ ເປັນຄວາມຍິນດີໃນຈິດໃຈຂອງຂ້ານ້ອຍ,
ເພາະພວກເຂົາເອີ້ນຂ້ານ້ອຍຕາມນາມຂອງພຣະອົງ,
ຂ້າແດ່ພຣະເຈົ້າຢາເວ ພຣະເຈົ້າຜູ້ມີລິດອຳນາດຍິ່ງໃຫຍ່.
ຂ້ານ້ອຍບໍ່ເຄີຍນັ່ງຮ່ວມກັນກັບຄົນທີ່ມັກສະໜຸກສະໜານ,
ບໍ່ເຄີຍຮ່ວມມ່ວນຊື່ນກັບພວກເຂົາ;
ຂ້ານ້ອຍນັ່ງຢູ່ຄົນດຽວເພາະມືຂອງພຣະອົງຢູ່ເໜືອຂ້ານ້ອຍ
ແລະ ພຣະອົງໄດ້ເຮັດໃຫ້ຂ້ານ້ອຍເຕັມໄປດ້ວຍຄວາມໂກດຮ້າຍ.
ເປັນຫຍັງຄວາມເຈັບປວດຂອງຂ້ານ້ອຍຈຶ່ງບໍ່ເຊົາຈັກເທື່ອ
ແລະ ບາດແຜຂອງຂ້ານ້ອຍກໍໜັກໜາສາຫັດ ແລະ ປິ່ນປົວບໍ່ຫາຍດີ?
ພຣະອົງຈະເປັນເໝືອນດັ່ງຫ້ວຍນໍ້າທີ່ຫລອກລວງຂ້ານ້ອຍ,
ເປັນເໝືອນນ້ຳພຸທີ່ບໍ່ມີນ້ຳ.
ເຫດສະນັ້ນ ພຣະເຈົ້າຢາເວກ່າວວ່າ:
“ຖ້າເຈົ້າກັບມາ, ເຮົາຈະຟື້ນຟູເຈົ້າໃຫ້ຄືນສູ່ສະພາບປົກກະຕິ
ເພື່ອເຈົ້າຈະຮັບໃຊ້ເຮົາ;
ຖ້າເຈົ້າເວົ້າສິ່ງທີ່ມີຄຸນຄ່າ, ບໍ່ເວົ້າສິ່ງທີ່ໄຮ້ຄ່າ,
ເຈົ້າຈະເປັນຜູ້ກ່າວຖ້ອຍຄຳຂອງເຮົາ.
ຈົ່ງໃຫ້ຊົນຊາດນີ້ກັບມາຫາເຈົ້າ,
ແຕ່ເຈົ້າຕ້ອງບໍ່ກັບໄປຫາພວກເຂົາ.
ເຮົາຈະເຮັດໃຫ້ເຈົ້າເປັນກຳແພງສຳລັບຊົນຊາດນີ້,
ເປັນກຳແພງທອງສຳລິດຂອງປ້ອມປ້ອງກັນ;
ພວກເຂົາຈະຕໍ່ສູ້ເຈົ້າ
ແຕ່ຈະບໍ່ຊະນະເຈົ້າ
ເພາະເຮົາຢູ່ກັບເຈົ້າ
ເພື່ອຈະກອບກູ້ ແລະ ຊ່ວຍເຈົ້າໃຫ້ພົ້ນ”,
ພຣະເຈົ້າຢາເວປະກາດດັ່ງນີ້.
“ເຮົາຈະຊ່ວຍເຈົ້າຈາກມືຂອງຄົນຊົ່ວຮ້າຍ
ແລະ ປົດປ່ອຍເຈົ້າຈາກມືຂອງຄົນທີ່ໂຫດຮ້າຍ”.
Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.
Full source notice & licence · CC BY-SA 4.0 · SourceEdition imported 2026-11-09.