Skip to content
BibleKenya

Biblica® Open Lao Contemporary Version

ເຢເຣມີຢາ 14

ໄພ​ແຫ້ງແລ້ງ, ຄວາມ​ອຶດຢາກ​ອາຫານ ແລະ ສົງຄາມ

ຖ້ອຍຄຳ​ຂອງ​ພຣະເຈົ້າຢາເວ​ໄດ້​ມາ​ເຖິງ​ເຢເຣມີຢາ​ກ່ຽວກັບ​ໄພ​ແຫ້ງແລ້ງ​ວ່າ:

“ຢູດາຍ ຈົ່ງ​ໄວ້ທຸກ

ເມືອງ​ຕ່າງໆ​ຂອງ​ນາງ​ກໍ​ອ່ອນ​ກໍາລັງ​ລົງ

ເມືອງ​ເຫລົ່ານັ້ນ​ຮ້ອງໄຫ້​ຄໍ່າຄວນ​ໃຫ້​ກັບ​ດິນແດນ

ແລະ ມີ​ສຽງ​ຮ້ອງ​ດັງ​ຂຶ້ນ​ມາ​ຈາກ​ເຢຣູຊາເລັມ.

ບັນດາ​ຂ້າລາຊະການ​ສົ່ງ​ຄົນຮັບໃຊ້​ອອກ​ໄປ​ຊອກ​ຫາ​ນ້ຳ;

ພວກເຂົາ​ໄປ​ທີ່​ອ່າງ​ນໍ້າ

ແຕ່​ກໍ​ບໍ່​ມີ​ນ້ຳ.

ພວກເຂົາ​ຖື​ໄຫ​ເປົ່າ​ຂອງ​ຕົນ​ກັບ​ຄືນ​ມາ;

ຢ່າງ​ທໍ້ຖອຍ​ໃຈ ແລະ ໝົດ​ຫວັງ

ພວກເຂົາ​ຄຸມ​ຫົວ​ຂອງ​ຕົນ​ເອງ​ໄວ້.

ພື້ນດິນ​ກໍ​ແຕກແຫງ

ເພາະ​ບໍ່​ມີ​ຝົນ​ຕົກ​ລົງ​ມາ​ໃສ່​ດິນ;

ພວກ​ຊາວນາ​ທໍ້ຖອຍ​ໃຈ

ແລະ ພວກເຂົາ​ຄຸມ​ຫົວ​ຕົນເອງ​ໄວ້.

ແມ່ນແຕ່​ກວາງ​ແມ່​ຢູ່​ທີ່​ທົ່ງ​ຫຍ້າ

ກໍ​ປະຖິ້ມ​ລູກ​ຂອງ​ມັນ​ທີ່​ຫາ​ກໍ​ເກີດ

ເພາະ​ບໍ່​ມີ​ຫຍ້າ.

ລໍ​ປ່າ​ຢືນ​ຢູ່​ເທິງ​ເນີນພູ​ສູງ

ແລະ ຫາຍໃຈ​ຫອບ​ເໝືອນດັ່ງ​ຝູງ​ໝາໄນ;

ຕາ​ຂອງ​ພວກມັນ​ມືດມົວ

ເພາະ​ບໍ່​ມີ​ອາຫານ​ກິນ”.

ເຖິງແມ່ນວ່າ​ການ​ບາບ​ຂອງ​ພວກ​ຂ້ານ້ອຍ​ທັງຫລາຍ​ເປັນ​ພະຍານ​ຕໍ່ສູ້​ພວກ​ຂ້ານ້ອຍ,

ຂ້າແດ່​ພຣະເຈົ້າຢາເວ, ຂໍ​ໂຜດ​ຊ່ວຍ​ເພື່ອ​ເຫັນ​ແກ່​ນາມ​ຂອງ​ພຣະອົງ.

ເພາະ​ພວກ​ຂ້ານ້ອຍ​ໄດ້​ກະບົດ​ຢູ່​ເລື້ອຍໆ;

ພວກ​ຂ້ານ້ອຍ​ໄດ້​ເຮັດ​ບາບ​ຕໍ່​ພຣະອົງ.

ພະອົງ​ເປັນ​ຄວາມ​ຫວັງ​ຂອງ​ອິດສະຣາເອນ,

ພຣະອົງ​ເປັນ​ພຣະ​ຜູ້​ໄຖ່​ໃຫ້​ພົ້ນ​ໃນ​ຍາມ​ເດືອດຮ້ອນ

ເປັນຫຍັງ​ພຣະອົງ​ຈຶ່ງ​ເປັນ​ດັ່ງ​ຄົນແປກໜ້າ​ໃນ​ດິນແດນ​ນີ້,

ເປັນ​ດັ່ງ​ນັກ​ເດີນທາງ​ທີ່​ແວ່​ມາ​ພັກ​ພຽງ​ຄືນ​ດຽວ​ເທົ່ານັ້ນ?

ເປັນຫຍັງ​ພຣະອົງ​ເປັນ​ດັ່ງ​ຄົນ​ທີ່​ຫລອນ​ມາ,

ເປັນຫຍັງ​ພຣະອົງ​ເປັນ​ດັ່ງ​ນັກຮົບ​ທີ່​ໝົດ​ກໍາລັງ​ຈະ​ຊ່ວຍ?

ຂ້າແດ່​ພຣະເຈົ້າຢາເວ, ພຣະອົງ​ຢູ່​ທ່າມກາງ​ພວກ​ຂ້ານ້ອຍ,

ແລະ ພວກ​ຂ້ານ້ອຍ​ປະກາດ​ນາມ​ຂອງ​ພຣະອົງ;

ຂໍ​ໂຜດ​ຢ່າ​ປະຖິ້ມ​ພວກ​ຂ້ານ້ອຍ!

ພຣະເຈົ້າຢາເວ​ກ່າວ​ກ່ຽວກັບ​ຊົນຊາດ​ນີ້​ວ່າ:

“ພວກເຂົາ​ມັກ​ເລາະ​ໄປ​ມາ​ຫລາຍ;

ພວກເຂົາ​ບໍ່​ຢັບຍັ້ງ​ຕີນ​ຂອງ​ຕົນ;

ສະນັ້ນ ພຣະເຈົ້າ​ຢາເວ​ຈຶ່ງ​ບໍ່​ຍອມຮັບ​ພວກເຂົາ;

ບັດນີ້ ພຣະອົງ​ຈະ​ລະນຶກ​ເຖິງ​ຄວາມ​ຊົ່ວຮ້າຍ​ຂອງ​ພວກເຂົາ

ແລະ ລົງໂທດ​ພວກເຂົາ​ເພາະ​ບາບ​ທັງຫລາຍ​ຂອງ​ພວກເຂົາ”.

ແລ້ວ​ພຣະເຈົ້າຢາເວ​ໄດ້​ກ່າວ​ກັບ​ຂ້າພະເຈົ້າ​ວ່າ, “ຢ່າ​ອະທິຖານ​ເພື່ອ​ຄວາມ​ຢູ່​ເຢັນ​ເປັນ​ສຸກ​ຂອງ​ປະຊາຊົນ​ເຫລົ່າ​ນີ້. ເຖິງແມ່ນວ່າ​ພວກເຂົາ​ຖື​ສິນ​ອົດ​ອາຫານ, ເຮົາ​ຈະ​ບໍ່​ຟັງ​ການ​ຮ້ອງໄຫ້​ຂອງ​ພວກເຂົາ; ແມ່ນແຕ່​ພວກເຂົາ​ຖວາຍ​ເຄື່ອງເຜົາ​ບູຊາ ແລະ ເຄື່ອງບູຊາ​ທີ່​ເປັນ​ເມັດ​ພືດ, ເຮົາ​ກໍ​ຈະ​ບໍ່​ຍອມ​ຮັບ​ສິ່ງ​ເຫລົ່ານັ້ນ. ແຕ່​ເຮົາ​ຈະ​ທຳລາຍ​ພວກເຂົາ​ດ້ວຍ​ສົງຄາມ, ການ​ອຶດຢາກ​ອາຫານ ແລະ ໂລກລະບາດ”.

ແຕ່​ຂ້າພະເຈົ້າ​ໄດ້​ເວົ້າ​ວ່າ “ວິບັດ​ແລ້ວ, ຂ້າແດ່​ພຣະເຈົ້າຢາເວ ອົງ​ເຈົ້ານາຍ! ບັນດາ​ຜູ້ທໍານວາຍ​ກໍ​ຍັງ​ກໍາລັງ​ບອກ​ພວກເຂົາ​ວ່າ, ‘ເຈົ້າ​ຈະ​ບໍ່​ເຫັນ​ສົງຄາມ ຫລື ທົນທຸກ​ກັບ​ການ​ອຶດຢາກ​ອາຫານ. ແທ້​ຈິງ​ແລ້ວ, ເຮົາ​ຈະ​ໃຫ້​ສັນຕິສຸກ​ທີ່​ໝັ້ນຄົງ​ແກ່​ພວກເຈົ້າ​ໃນ​ສະຖານທີ່​ນີ້’ ”.

ແລ້ວ​ພຣະເຈົ້າຢາເວ​ໄດ້​ກ່າວ​ກັບ​ຂ້າພະເຈົ້າ​ວ່າ, “ບັນດາ​ຜູ້ທໍານວາຍ​ກໍາລັງ​ທໍານວາຍ​ຕົວະ​ໃນ​ນາມ​ຂອງ​ເຮົາ. ເຮົາ​ບໍ່​ໄດ້​ສົ່ງ​ພວກເຂົາ​ໄປ ຫລື ບໍ່​ໄດ້​ແຕ່ງຕັ້ງ ຫລື ບໍ່​ໄດ້​ກ່າວ​ກັບ​ພວກເຂົາ. ພວກເຂົາ​ກໍາລັງ​ທໍານວາຍ​ໃຫ້​ເຈົ້າ​ດ້ວຍ​ນິມິດ​ປອມ, ທໍານວາຍ​ໂຊກຊາຕາ, ການ​ກາບໄຫວ້​ຮູບເຄົາລົບ1 ແລະ ເຫັນ​ພາບ​ຫລອນ​ໃນ​ຄວາມຄິດ​ຂອງ​ຕົນ. ເຫດສະນັ້ນ ພຣະເຈົ້າຢາເວ​ກ່າວ​ກ່ຽວກັບ​ບັນດາ​ພວກ​ຜູ້ທໍານວາຍ​ທີ່​ກໍາລັງ​ທໍານວາຍ​ໃນ​ນາມ​ຂອງ​ເຮົາ​ວ່າ: ເຮົາ​ບໍ່​ໄດ້​ສົ່ງ​ພວກເຂົາ​ໄປ, ແຕ່​ພວກເຂົາ​ກໍາລັງ​ເວົ້າ​ວ່າ, ‘ຈະ​ບໍ່​ມີ​ສົງຄາມ ຫລື ການ​ອຶດຢາກ​ອາຫານ​ມາ​ແຕະຕ້ອງ​ດິນແດນ​ນີ້’. ບັນດາ​ຜູ້ທໍານວາຍ​ນັ້ນ​ແຫລະ​ຈະ​ຕາຍ​ດ້ວຍ​ສົງຄາມ ແລະ ການ​ອຶດຢາກ​ອາຫານ. ສ່ວນ​ປະຊາຊົນ​ຜູ້​ທີ່​ຟັງ​ຄໍາ​ທໍານວາຍ​ຂອງ​ພວກເຂົາ​ຈະ​ຖືກ​ໂຍນ​ອອກ​ໄປ​ຕາມ​ຖະໜົນ​ຂອງ​ເຢຣູຊາເລັມ​ຍ້ອນ​ສົງຄາມ ແລະ ການ​ອຶດຢາກ​ອາຫານ. ຈະ​ບໍ່​ມີ​ຜູ້ໃດ​ມາ​ຝັງ​ຊາກສົບ​ພວກເຂົາ​ຢູ່​ທີ່​ນັ້ນ, ລວມທັງ​ເມຍ, ລູກຊາຍ, ລູກສາວ​ຂອງ​ພວກເຂົາ. ເຮົາ​ຈະ​ເທ​ໄພພິບັດ​ລົງ​ມາ​ສູ່​ພວກເຂົາ​ຕາມ​ທີ່​ພວກເຂົາ​ສົມຄວນ​ໄດ້​ຮັບ.

“ຈົ່ງ​ບອກ​ສິ່ງນີ້​ກັບ​ພວກເຂົາ​ວ່າ:

“ ‘ຂໍ​ໃຫ້​ນ້ຳຕາ​ຂອງ​ຂ້ານ້ອຍ​ຫລັ່ງໄຫລ

ບໍ່​ຢຸດ​ບໍ່​ເຊົາ​ທັງ​ເວັນ​ທັງ​ຄືນ;

ເພາະ​ລູກສາວ​ພົມມະຈາລີ​ຂອງ​ຂ້ານ້ອຍ​ຄື ປະຊາຊົນ​ຂອງ​ຂ້ານ້ອຍ

ໄດ້​ທົນທຸກ​ດ້ວຍ​ບາດແຜ​ອັນ​ສາຫັດ,

ຖືກ​ຍ່ອງ​ຈົນ​ບວມ​ຊໍ້າ.

ຖ້າ​ຂ້ານ້ອຍ​ອອກ​ໄປ​ທີ່​ທົ່ງນາ

ຂ້ານ້ອຍ​ກໍ​ເຫັນ​ຊາກສົບ​ບັນດາ​ຜູ້​ທີ່​ຖືກ​ຂ້າ​ດ້ວຍ​ດາບ;

ຖ້າ​ຂ້ານ້ອຍ​ເຂົ້າ​ໄປ​ໃນ​ເມືອງ,

ຂ້ານ້ອຍ​ກໍ​ເຫັນ​ສົບ​ຂອງ​ເຍື່ອ​ການ​ອຶດຢາກ​ອາຫານ.

ທັງ​ຜູ້ທໍານວາຍ ແລະ ປະໂລຫິດ

ໄດ້​ໄປ​ທີ່​ດິນແດນ​ທີ່​ພວກເຂົາ​ບໍ່​ຮູ້ຈັກ’ ”.

ພຣະອົງ​ໄດ້​ປະຖິ້ມ​ຢູດາຍ​ຈົນ​ໝົດສິ້ນ​ແລ້ວ​ບໍ?

ພຣະອົງ​ດູໝິ່ນ​ຊີໂອນ​ແລ້ວ​ບໍ?

ເປັນຫຍັງ​ພຣະອົງ​ຈຶ່ງ​ໄດ້​ທໍລະມານ​ພວກ​ຂ້ານ້ອຍ

ຈົນ​ພວກເຮົາ​ບໍ່​ສາມາດ​ປິ່ນປົວ​ໃຫ້​ຫາຍດີ​ໄດ້?

ພວກ​ຂ້ານ້ອຍ​ຫວັງ​ຢາກ​ມີ​ສັນຕິສຸກ

ແຕ່​ບໍ່​ມີ​ສິ່ງ​ທີ່​ດີ​ອັນໃດ​ໄດ້​ເກີດ​ຂຶ້ນ,

ຫວັງ​ຈະ​ໄດ້​ຮັບ​ການ​ຮັກສາ

ແຕ່​ມີ​ພຽງ​ຄວາມ​ຢ້ານກົວ​ເທົ່ານັ້ນ.

ຂ້າແດ່​ພຣະເຈົ້າຢາເວ, ພວກ​ຂ້ານ້ອຍ​ຍອມຮັບ​ເຖິງ​ຄວາມ​ຊົ່ວຮ້າຍ​ທັງຫລາຍ​ຂອງ​ຕົນ,

ແລະ ຄວາມ​ຜິດ​ຂອງ​ບັນພະບຸລຸດ​ຂອງ​ພວກ​ຂ້ານ້ອຍ;

ພວກ​ຂ້ານ້ອຍ​ໄດ້​ເຮັດ​ບາບ​ຕໍ່​ພຣະອົງ​ຢ່າງ​ແທ້​ຈິງ.

ເພື່ອ​ເຫັນ​ແກ່​ນາມ​ຂອງ​ພຣະອົງ ຂໍ​ຢ່າ​ດູໝິ່ນ​ພວກ​ຂ້ານ້ອຍ;

ຂໍ​ຢ່າ​ໃຫ້​ບັນລັງ​ອັນ​ສະຫງ່າລາສີ​ຂອງ​ພຣະອົງ​ເສື່ອມເສຍ.

ຂໍ​ໂຜດ​ລະນຶກ​ເຖິງ​ຄໍາໝັ້ນສັນຍາ​ຂອງ​ພຣະອົງ​ທີ່​ມີ​ຕໍ່​ພວກ​ຂ້ານ້ອຍ.

ແລະ ຢ່າ​ຍົກເລີກ​ຄໍາໝັ້ນສັນຍາ​ນັ້ນ.

ມີ​ຮູບເຄົາລົບ​ອັນ​ໄຮ້ຄ່າ​ຕົນ​ໃດ​ຂອງ​ບັນດາ​ຊົນຊາດ​ທີ່​ເຮັດ​ໃຫ້​ຝົນ​ຕົກລົງ​ມາ​ໄດ້​ບໍ?

ຫລື ເຮັດໃຫ້​ທ້ອງຟ້າ​ຖອກເທ​ຝົນ​ລົງ​ມາ​ເອງ​ໄດ້​ບໍ?

ບໍ່, ແຕ່​ແມ່ນ​ພຣະອົງ, ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກ​ຂ້ານ້ອຍ,

ເຫດສະນັ້ນ ຄວາມຫວັງ​ຂອງ​ພວກ​ຂ້ານ້ອຍ​ຈຶ່ງ​ຢູ່​ໃນ​ພຣະອົງ,

ເພາະ​ພຣະອົງ​ເປັນ​ຜູ້​ທີ່​ກະທໍາ​ສິ່ງ​ທັງໝົດ​ເຫລົ່ານີ້.

Source notes (1)
  1. Footnote ຫລື ນິມິດ​ປອມ, ຄຳ​ທຳນວາຍ​ອັນ​ບໍ່​ມີ​ປະໂຫຍດ

Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.

Full source notice & licence · CC BY-SA 4.0 · SourceEdition imported 2026-11-09.

BibleKenya

Reader settings

Theme
Font
Alignment
Reading width

Saved in this browser and used offline too. Press ? for keyboard shortcuts.