Biblica® Open Lao Contemporary Version
ເຢເຣມີຢາ 13
ຜ້າມັດແອວຝ້າຍລິນິນ
ພຣະເຈົ້າຢາເວກ່າວກັບຂ້າພະເຈົ້າວ່າ: “ຈົ່ງໄປຊື້ຜ້າມັດແອວຝ້າຍລິນິນ ແລະ ມັດມັນອ້ອມແອວຂອງເຈົ້າ, ແຕ່ຢ່າໃຫ້ມັນຖືກນ້ຳ”. ສະນັ້ນ ຂ້າພະເຈົ້າຈຶ່ງໄປຊື້ຜ້າຝ້າຍລິນິນຜືນໜຶ່ງມາ, ແລ້ວກໍມັດແອວຂອງຂ້າພະເຈົ້າຕາມທີ່ພຣະເຈົ້າຢາເວໄດ້ສັ່ງ.
ແລ້ວຖ້ອຍຄຳຂອງພຣະເຈົ້າຢາເວໄດ້ມາເຖິງຂ້າພະເຈົ້າເປັນເທື່ອທີສອງວ່າ: “ຈົ່ງເອົາຜ້າມັດແອວທີ່ເຈົ້າໄດ້ຊື້ມາ ແລະ ກໍາລັງມັດແອວຂອງເຈົ້າຢູ່ນັ້ນ, ບັດນີ້ ຈົ່ງໄປທີ່ແມ່ນໍ້າເອີຟຣັດ1 ແລະ ເຊື່ອງມັນໄວ້ໃນເຫລືອບຫີນຢູ່ທີ່ນັ້ນ”. ດັ່ງນັ້ນ ຂ້າພະເຈົ້າຈຶ່ງໄປທີ່ແມ່ນໍ້າເອີຟຣັດ ແລະ ເຊື່ອງມັນໄວ້ຕາມທີ່ພຣະເຈົ້າຢາເວໄດ້ບອກຂ້າພະເຈົ້າ.
ຫລາຍມື້ຕໍ່ມາ ພຣະເຈົ້າຢາເວໄດ້ກ່າວກັບຂ້າພະເຈົ້າວ່າ, “ບັດນີ້ ຈົ່ງໄປທີ່ແມ່ນໍ້າເອີຟຣັດນັ້ນ ແລະ ເອົາຜ້າມັດແອວທີ່ເຮົາໄດ້ບອກເຈົ້າເຊື່ອງໄວ້ຢູ່ທີ່ນັ້ນກັບມາ”. ດັ່ງນັ້ນ ຂ້າພະເຈົ້າກໍໄປທີ່ແມ່ນໍ້າເອີຟຣັດ ແລະ ຂຸດຜ້າມັດແອວ ແລ້ວເອົາອອກມາຈາກບ່ອນທີ່ຂ້າພະເຈົ້າໄດ້ເຊື່ອງມັນໄວ້, ແຕ່ບັດນີ້ມັນຂາດຈົນໃຊ້ການຫຍັງບໍ່ໄດ້.
ແລ້ວຖ້ອຍຄຳຂອງພຣະເຈົ້າຢາເວໄດ້ມາເຖິງຂ້າພະເຈົ້າວ່າ: “ພຣະເຈົ້າຢາເວກ່າວວ່າ: ‘ໃນທຳນອງດຽວກັນ ເຮົາຈະທຳລາຍຄວາມຈອງຫອງຂອງຢູດາຍ ແລະ ຄວາມຈອງຫອງອັນໃຫຍ່ຂອງເຢຣູຊາເລັມ. ປະຊາຊົນຊົ່ວຮ້າຍເຫລົ່ານີ້ທີ່ບໍ່ຍອມຟັງຖ້ອຍຄຳຂອງເຮົາ, ທີ່ເຮັດຕາມໃຈອັນດື້ດ້ານຂອງຕົນ ແລະ ໄປຕິດຕາມບັນດາພະອື່ນເພື່ອຮັບໃຊ້ ແລະ ກາບໄຫວ້ພວກມັນ, ພວກເຂົາຈະເປັນເໝືອນດັ່ງຜ້າມັດແອວນີ້ຄືໃຊ້ການຫຍັງບໍ່ໄດ້!’ ພຣະເຈົ້າຢາເວກ່າວວ່າ, ຜ້າມັດແອວທີ່ໄດ້ພັນອ້ອມແອວຂອງຄົນສັນໃດ, ເຮົາຈະພັນປະຊາຊົນຢູດາຍ ແລະ ອິດສະຣາເອນທັງໝົດໃຫ້ສະໜິດກັບເຮົາສັນນັ້ນ, ພຣະເຈົ້າຢາເວປະກາດວ່າ, ‘ພວກເຂົາຈະເປັນປະຊາຊົນຂອງເຮົາເພື່ອຊື່ສຽງ, ຄຳສັນລະເສີນ, ກຽດສັກສີຂອງເຮົາ. ແຕ່ພວກເຂົາບໍ່ໄດ້ຍອມຟັງເຮົາ’.
ຖົງໜັງໃສ່ເຫລົ້າອະງຸ່ນ
“ຈົ່ງກ່າວກັບພວກເຂົາວ່າ, ‘ພຣະເຈົ້າຢາເວ ພຣະເຈົ້າແຫ່ງອິດສະຣາເອນກ່າວວ່າ: ຖົງໜັງໃສ່ເຫລົ້າອະງຸ່ນທຸກຖົງຄວນຈະມີເຫລົ້າອະງຸ່ນເຕັມ’. ແລະ ຖ້າພວກເຂົາເວົ້າກັບເຈົ້າວ່າ, ‘ພວກເຮົາບໍ່ຮູ້ບໍວ່າຖົງໜັງໃສ່ເຫລົ້າອະງຸ່ນທຸກຖົງຄວນຈະມີເຫລົ້າອະງຸ່ນເຕັມ?’ ແລ້ວຈົ່ງບອກພວກເຂົາວ່າ, ‘ພຣະເຈົ້າຢາເວກ່າວວ່າ: ເຮົາກໍາລັງຈະເຮັດໃຫ້ທຸກຄົນທີ່ອາໄສໃນດິນແດນນີ້ມືນເມົາ, ລວມທັງບັນດາກະສັດທີ່ນັ່ງເທິງບັນລັງຂອງດາວິດ, ບັນດາປະໂລຫິດ ແລະ ບັນດາຜູ້ທໍານວາຍ ແລະ ທຸກຄົນທີ່ອາໄສໃນເຢຣູຊາເລັມ. ເຮົາຈະຈັບພວກເຂົາທຸບໃສ່ກັນເອງ, ບໍ່ວ່າພໍ່ແມ່ ແລະ ລູກກໍເໝືອນກັນ, ເຮົາຈະບໍ່ມີຄວາມສົງສານ ຫລື ເມດຕາ ຫລື ປານີໃດໆເພື່ອຢັບຍັ້ງເຮົາບໍ່ໃຫ້ທຳລາຍພວກເຂົາ, ພຣະເຈົ້າຢາເວປະກາດດັ່ງນີ້’ ”.
ການຕົກເປັນຊະເລີຍ
ຈົ່ງຟັງ ແລະ ເອົາໃຈໃສ່,
ຢ່າຈອງຫອງ,
ເພາະພຣະເຈົ້າຢາເວໄດ້ກ່າວໄວ້ແລ້ວ.
ຈົ່ງໃຫ້ກຽດພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າ
ກ່ອນທີ່ພຣະອົງຈະນຳຄວາມມືດມົນມາ,
ກ່ອນທີ່ຕີນຂອງເຈົ້າສະດຸດລົ້ມ
ຢູ່ເທິງບັນດາເນີນພູອັນມືດມົນ
ເຈົ້າຫວັງຫາຄວາມສະຫວ່າງ
ແຕ່ພຣະອົງຈະປ່ຽນໃຫ້ເປັນຄວາມມືດມົນ
ແລະ ປ່ຽນມັນເປັນຄວາມມືດຕຶບ.
ແຕ່ຖ້າເຈົ້າບໍ່ຍອມຟັງ
ຂ້າພະເຈົ້າຈະໄປລັກຮ້ອງໄຫ້
ຍ້ອນຄວາມຈອງຫອງຂອງພວກເຈົ້າ;
ຕາຂອງຂ້າພະເຈົ້າຈະຮ້ອງໄຫ້ຢ່າງຂົມຂື່ນ
ນໍ້າຕາຈະໄຫລນອງ,
ເພາະຝູງແກະຂອງພຣະເຈົ້າຢາເວຈະຖືກຈັບໄປເປັນຊະເລີຍ.
ຈົ່ງກ່າວກັບກະສັດ ແລະ ລາຊີນີແມ່ຂອງລາວວ່າ,
“ຈົ່ງລົງມາຈາກບັນລັງຂອງເຈົ້າ,
ເພາະມົງກຸດອັນສະຫງ່າລາສີ
ຈະຕົກລົງຈາກຫົວຂອງເຈົ້າ”.
ເມືອງຕ່າງໆໃນເນເກັບຈະຖືກປິດໄວ້,
ແລະ ຈະບໍ່ມີຜູ້ໃດເປີດພວກມັນໄດ້.
ປະຊາຊົນຢູດາຍທຸກຄົນຈະຖືກກວາດຕ້ອນໄປເປັນຊະເລີຍ,
ຖືກກວາດຕ້ອນໄປຈົນໝົດສິ້ນ.
ຈົ່ງເງີຍໜ້າຂຶ້ນ ແລະ ເບິ່ງ
ບັນດາຄົນທີ່ກໍາລັງມາຈາກທາງທິດເໜືອ.
ຝູງແກະທີ່ເຮົາໄດ້ມອບໝາຍໃຫ້ເຈົ້າເບິ່ງແຍງນັ້ນຢູ່ໃສ,
ຝູງແກະທີ່ເຈົ້າເວົ້າໂອ້ອວດນັ້ນຢູ່ໃສ?
ເຈົ້າຈະວ່າຢ່າງໃດ ເມື່ອພຣະເຈົ້າຢາເວຕັ້ງບັນດາຜູ້ທີ່ເຈົ້າເຄີປູກຝັງ
ໃຫ້ເປັນພັນທະມິດຂອງເຈົ້າມາປົກຄອງເຈົ້າ?
ເຈົ້າຈະບໍ່ເຈັບປວດ
ເໝືອນດັ່ງແມ່ຍິງທີ່ກຳລັງຈະເກີດລູກບໍ?
ແລະ ຖ້າເຈົ້າຖາມຕົນເອງວ່າ,
“ເປັນຫຍັງສິ່ງນີ້ຈຶ່ງເກີດຂຶ້ນກັບຂ້ອຍ?”
ກໍເພາະບາບຫລາຍຢ່າງຂອງເຈົ້ານັ້ນແຫລະ
ທີ່ເຮັດກະໂປ່ງຂອງເຈົ້າຂາດ
ແລະ ຮ່າງກາຍຂອງເຈົ້າໄດ້ຖືກຂົ່ມຂືນ.
ຊາວເອທິໂອເປຍ2 ຈະປ່ຽນສີຜິວຂອງຕົນໄດ້ບໍ?
ເສືອດາວຈະລືບຈຸດດ່າງຂອງມັນໄດ້ບໍ?
ເຈົ້າຜູ້ເຄີຍເຮັດການຊົ່ວ
ກໍບໍ່ສາມາດເຮັດດີໄດ້.
“ເຮົາຈະເຮັດໃຫ້ເຈົ້າກະຈັດກະຈາຍໄປເໝືອນດັ່ງແກບ
ທີ່ລົມຈາກທະເລຊາຍພັດປິວໄປ.
ນີ້ຄືຊາຕາກຳຂອງເຈົ້າ,
ເປັນສ່ວນທີ່ເຮົາໄດ້ຕັດສິນໃຈໃຫ້ເຈົ້າ”, ພຣະເຈົ້າຢາເວປະກາດດັ່ງນີ້,
“ເພາະເຈົ້າໄດ້ລືມເຮົາ
ແລະ ໄດ້ໄວ້ວາງໃຈໃນບັນດາພະປອມ.
ເຮົາຈະຮື້ກະໂປ່ງຂອງເຈົ້າຂຶ້ນປົກໜ້າຂອງເຈົ້າ
ເພື່ອຈະໄດ້ເຫັນຄວາມອັບອາຍຂອງເຈົ້າ
ຄືການຫລິ້ນຊູ້ຕ່າງໆ ແລະ ຄວາມຫລົງໄຫລໃນທາງຕັນຫາຂອງເຈົ້າ,
ການເປັນໂສເພນີທີ່ບໍ່ມີຢາງອາຍຂອງເຈົ້າ!
ເຮົາໄດ້ເຫັນການປະພຶດອັນໜ້າລັງກຽດຂອງເຈົ້າ
ເທິງເນີນພູທັງຫລາຍ ແລະ ຕາມທົ່ງນາຕ່າງໆ
ວິບັດແກ່ເຈົ້າ, ເຢຣູຊາເລັມ!
ເຈົ້າຈະເປັນມົນທິນອີກດົນປານໃດ?”
Source notes (2)
- Footnote ອາດເອີ້ນອີກຢ່າງໜຶ່ງວ່າ ເອີຟຣັດ; ຄ້າຍຄືກັນກັບຂໍ້ 5-7
- Footnote ພາສາເຮັບເຣີວ່າ ຊາວກູເຊ (ອາດຈະເປັນຄົນຈາກຕອນເທິງຂອງລຸ່ມແມ່ນ້ຳນິນ)
Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.
Full source notice & licence · CC BY-SA 4.0 · SourceEdition imported 2026-11-09.