Skip to content
BibleKenya

Biblica® Open Lao Contemporary Version

ເຢເຣມີຢາ 12

ຄຳ​ຮ້ອງ​ທຸກ​ຂອງ​ເຢເຣມີຢາ

ຂ້າແດ່​ພຣະເຈົ້າ​ຢາເວ, ພຣະອົງ​ຊອບທຳ​ຢູ່​ສະເໝີ,

ເມື່ອ​ຂ້ານ້ອຍ​ນຳ​ຄະດີ​ມາ​ຕໍ່ໜ້າ​ພຣະອົງ.

ແຕ່​ຂ້ານ້ອຍ​ກໍ​ຈະ​ຖາມ​ພຣະອົງ​ກ່ຽວກັບ​ເລື່ອງ​ຄວາມ​ຍຸຕິທຳ​ຂອງ​ພຣະອົງ​ວ່າ:

ເປັນຫຍັງ​ທາງ​ຂອງ​ຄົນ​ຊົ່ວຮ້າຍ​ຈຶ່ງ​ຈະເລີນ​ຂຶ້ນ?

ເປັນຫຍັງ​ຄົນ​ບໍ່​ສັດຊື່​ທຸກຄົນ​ຈຶ່ງ​ດໍາເນີນ​ຊີວິດ​ຢ່າງ​ສຸກ​ສະບາຍ?

ພຣະອົງ​ໄດ້​ປູກ​ພວກເຂົາ​ໄວ້ ແລະ ພວກເຂົາ​ໄດ້​ຢັ່ງຮາກ;

ພວກເຂົາ​ໃຫຍ່​ຂຶ້ນ ແລະ ເກີດ​ຜົນ.

ພວກເຂົາ​ມັກ​ເວົ້າ​ເຖິງ​ພຣະອົງ​ຢູ່​ສະເໝີ

ແຕ່​ຈິດໃຈ​ຂອງ​ພວກເຂົາ​ຫ່າງໄກ​ຈາກ​ພຣະອົງ.

ຂ້າແດ່​ພຣະເຈົ້າຢາເວ, ແຕ່​ພຣະອົງ​ຮູ້ຈັກ​ຂ້ານ້ອຍ;

ພຣະອົງ​ເຫັນ​ຂ້ານ້ອຍ ແລະ ທົດສອບ​ຄວາມຄິດ​ຂອງ​ຂ້ານ້ອຍ​ກ່ຽວກັບ​ພຣະອົງ.

ຂໍ​ໂຜດ​ລາກ​ພວກເຂົາ​ອອກ​ໄປ​ເໝືອນດັ່ງ​ແກະ​ຖືກ​ນໍາ​ເອົາ​ໄປ​ຂ້າ!

ຂໍ​ໂຜດ​ແຍກ​ພວກເຂົາ​ໄວ້​ສຳລັບ​ວັນ​ປະຫານ!

ດິນແດນ​ນີ້​ຈະ​ແຕກແຫງ1​ອີກ​ດົນ​ປານ​ໃດ?

ແລະ ຫຍ້າ​ທຸກ​ທົ່ງ​ຈະ​ຫ່ຽວແຫ້ງ​ອີກ​ດົນ​ປານ​ໃດ?

ເພາະ​ບັນດາ​ຄົນ​ທີ່​ອາໄສ​ໃນ​ດິນແດນ​ນີ້​ກໍ​ຊົ່ວຮ້າຍ,

ຝູງ​ສັດ ແລະ ຝູງ​ນົກ​ໄດ້​ຈິບຫາຍ​ໄປ.

ຫລາຍ​ກວ່າ​ນັ້ນ, ປະຊາຊົນ​ກໍາລັງ​ເວົ້າ​ວ່າ,

“ພຣະອົງ​ບໍ່​ເຫັນ​ດອກ​ວ່າ​ເກີດ​ຫຍັງ​ຂຶ້ນ​ກັບ​ພວກ​ຂ້ານ້ອຍ”.

ຄຳຕອບ​ຂອງ​ພຣະເຈົ້າ

“ຖ້າ​ເຈົ້າ​ແລ່ນ​ແຂ່ງ​ກັບ​ມະນຸດ

ແລະ ພວກເຂົາ​ຈະ​ເຮັດ​ໃຫ້​ເຈົ້າ​ໝົດ​ແຮງ,

ເຈົ້າ​ຈະ​ແລ່ນ​ແຂ່ງຂັນ​ກັບ​ມ້າ​ໄດ້​ແນວໃດ?

ຖ້າ​ເຈົ້າ​ສະດຸດ​ລົ້ມ2​ໃນ​ດິນແດນ​ທີ່​ປອດໄພ,

ເຈົ້າ​ຈະ​ຈັດການ​ຢ່າງໃດ​ໃນ​ປ່າ​ທີ່​ແຄມ​ແມ່ນໍ້າ​ຈໍແດນ?3

ແມ່ນ​ແຕ່​ຍາດ​ພີ່ນ້ອງ ແລະ ຄົນ​ໃນ​ຄອບຄົວ​ຂອງ​ເຈົ້າ​ເອງ

ພວກເຂົາ​ກໍ​ໄດ້​ທໍລະຍົດ​ເຈົ້າ;

ພວກເຂົາ​ໄດ້​ຮ້ອງ​ສຽງ​ດັງ​ຕໍ່ສູ້​ເຈົ້າ.

ຢ່າ​ໄວ້ວາງໃຈ​ພວກເຂົາ,

ເຖິງແມ່ນວ່າ​ພວກເຂົາ​ຈະ​ເວົ້າ​ດີ​ກັບ​ເຈົ້າ​ກໍຕາມ.

“ເຮົາ​ຈະ​ປະຖິ້ມ​ວິຫານ​ຂອງ​ເຮົາ,

ເຮົາ​ຈະ​ປະຖິ້ມ​ມໍລະດົກ​ຂອງ​ເຮົາ;

ເຮົາ​ຈະ​ມອບ​ຜູ້​ທີ່​ເຮົາ​ຮັກ

ໄວ້​ໃນ​ມື​ຂອງ​ບັນດາ​ສັດຕູ​ຂອງ​ນາງ.

ມໍລະດົກ​ຂອງ​ເຮົາ​ໄດ້​ກາຍ

ເປັນ​ເໝືອນ​ສິງ​ໂຕ​ໜຶ່ງ​ໃນ​ປ່າ​ສຳລັບ​ເຮົາ.

ນາງ​ຮ້ອງ​ແຜດ​ສຽງ​ໃສ່​ເຮົາ;

ເຫດສະນັ້ນ ເຮົາ​ຈຶ່ງ​ກຽດຊັງ​ນາງ.

ມໍລະດົກ​ຂອງ​ເຮົາ​ບໍ່​ໄດ້​ເປັນ​ຂອງ​ເຮົາ

ເປັນ​ເໝືອນ​ນົກ​ລ່າ​ເຫຍື່ອ​ໂຕ​ໜຶ່ງ

ທີ່​ນົກລ່າເຫຍື່ອ​ໂຕ​ອື່ນ​ຫຸ້ມລ້ອມ ແລະ ໂຈມຕີ​ມັນ​ບໍ່​ແມ່ນ​ບໍ?

ຈົ່ງ​ໄປ ແລະ ຮວບຮວມ​ສັດ​ປ່າ​ທີ່​ໂຫດຮ້າຍ​ທັງໝົດ;

ນໍາ​ພວກມັນ​ມາ​ກິນ.

ຄົນ​ລ້ຽງແກະ​ຫລາຍ​ຄົນ​ຈະ​ທຳລາຍ​ສວນ​ອະງຸ່ນ​ຂອງ​ເຮົາ

ແລະ ຈະ​ຢຽບຢໍ່າ​ທົ່ງນາ​ຂອງ​ເຮົາ​ລົງ;

ພວກເຂົາ​ຈະ​ປ່ຽນ​ທົ່ງນາ​ອັນ​ໜ້າ​ຊື່ນຊົມ​ຂອງ​ເຮົາ

ກາຍ​ເປັນ​ບ່ອນ​ທີ່​ຮົກຮ້າງ​ເພພັງ.

ມັນ​ຈະ​ກາຍ​ເປັນ​ຖິ່ນ​ແຫ້ງແລ້ງ​ກັນດານ,

ເປັນ​ດິນ​ທີ່​ແຕກແຫງ ແລະ ຖືກ​ປະຖິ້ມ​ໃຫ້​ຮົກຮ້າງ​ຕໍ່ໜ້າ​ເຮົາ;

ທົ່ວ​ແຜ່ນດິນ​ຖືກ​ປະຖິ້ມ​ໄວ້​ໃຫ້​ຮົກຮ້າງ

ເພາະ​ບໍ່​ມີ​ຜູ້ໃດ​ເບິ່ງແຍງ.

ພວກ​ຜູ້​ທຳລາຍ​ຈະ​ປິດລ້ອມ

ເນີນພູ​ສູງ​ທັງໝົດ​ໃນ​ຖິ່ນແຫ້ງແລ້ງກັນດານ,

ເພາະ​ດາບ​ຂອງ​ພຣະເຈົ້າຢາເວ​ຈະ​ທຳລາຍ

ຈາກ​ສຸດປາຍ​ຂອງ​ດິນແດນ​ດ້ານ​ໜຶ່ງ​ໄປ​ຫາ​ອີກ​ດ້ານ​ໜຶ່ງ;

ຈະ​ບໍ່​ມີ​ຜູ້ໃດ​ປອດໄພ.

ພວກເຂົາ​ຈະ​ຫວ່ານ​ເຂົ້າ​ຫວີດ ແຕ່​ເກັບກ່ຽວ​ໜາມ;

ພວກເຂົາ​ຈະ​ເຮັດ​ວຽກ​ຢ່າງ​ໜັກ ແຕ່​ບໍ່​ໄດ້​ຫຍັງ​ເລີຍ.

ດັ່ງນັ້ນ ພວກເຂົາ​ຈະ​ໄດ້​ຄວາມ​ອັບອາຍ​ຈາກ​ການ​ເກັບກ່ຽວ​ຂອງ​ຕົນ

ຍ້ອນ​ຄວາມ​ໃຈຮ້າຍ​ອັນ​ຮຸນແຮງ​ຂອງ​ພຣະເຈົ້າຢາເວ”.

ພຣະເຈົ້າຢາເວ​ກ່າວ​ວ່າ: “ສ່ວນ​ເພື່ອນບ້ານ​ທີ່​ຊົ່ວຮ້າຍ​ທັງໝົດ​ຂອງ​ເຮົາ​ທີ່​ຢຶດ​ຊັບສົມບັດ​ຂອງ​ເຮົາ​ໄປ​ນັ້ນ ເຮົາ​ໄດ້​ມອບ​ໃຫ້​ອິດສະຣາເອນ​ປະຊາຊົນ​ຂອງ​ເຮົາ, ເຮົາ​ຈະ​ຖອນ​ຮາກ​ຄົນ​ຊົ່ວຮ້າຍ​ອອກ​ຈາກ​ດິນແດນ​ຂອງ​ພວກເຂົາ ແລະ ເຮົາ​ຈະ​ຖອນ​ຮາກ​ປະຊາຊົນ​ຢູດາຍ​ອອກ​ຈາກ​ທ່າມກາງ​ພວກເຂົາ. ແຕ່​ຫລັງຈາກ​ທີ່​ເຮົາ​ຖອນ​ຮາກ​ພວກເຂົາ​ແລ້ວ, ເຮົາ​ຈະ​ໃຫ້​ຄວາມ​ເມດຕາ​ແກ່​ພວກເຂົາ ແລະ ນຳ​ພວກເຂົາ​ແຕ່ລະ​ຄົນ​ກັບ​ສູ່​ຊັບສົມບັດ ແລະ ດິນແດນ​ຂອງ​ພວກເຂົາ​ເອງ​ອີກ. ແລະ ຖ້າ​ພວກເຂົາ​ຮຽນຮູ້​ວິຖີທາງ​ຂອງ​ປະຊາຊົນ​ຂອງ​ເຮົາ​ໄດ້​ດີ ແລະ ສາບານ​ໂດຍ​ນາມ​ຂອງ​ເຮົາ​ວ່າ, ‘ພຣະເຈົ້າຢາເວ​ມີຊີວິດ​ຢູ່​ສັນໃດ’ ເໝືອນດັ່ງ​ທີ່​ພວກເຂົາ​ເຄີຍ​ສອນ​ປະຊາຊົນ​ຂອງ​ເຮົາ​ໃຫ້​ສາບານ​ໂດຍ​ນາມ​ຂອງ​ພະບາອານ​ເມື່ອ​ນັ້ນ​ພວກເຂົາ​ຈະ​ໄດ້​ຮັບ​ການ​ສະຖາປະນາ​ໄວ້​ທ່າມກາງ​ປະຊາຊົນ​ຂອງ​ເຮົາ. ແຕ່​ຖ້າ​ຊົນຊາດ​ໃດ​ບໍ່​ຍອມ​ຟັງ, ເຮົາ​ຈະ​ຖອນ​ຮາກ​ຂອງ​ພວກເຂົາ ແລະ ທຳລາຍ​ຊົນຊາດ​ນັ້ນ​ຈົນ​ໝົດ​ສິ້ນ”, ພຣະເຈົ້າຢາເວ​ປະກາດ​ດັ່ງນີ້.

Source notes (3)
  1. Footnote ຫລື ຄ່ຳຄວນ
  2. Footnote ຫລື ເຈົ້າ​ຮູ້ສຶກ​ປອດໄພ​ເທົ່ານັ້ນ
  3. Footnote ຫລື ເຈົ້າ​ຈະ​ເຮັດ​ຢ່າງໃດ​ເມື່ອ​ແມ່ນ້ຳ​ຈໍແດນ​ເອີ່​ຖ້ວມ?

Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.

Full source notice & licence · CC BY-SA 4.0 · SourceEdition imported 2026-11-09.

BibleKenya

Reader settings

Theme
Font
Alignment
Reading width

Saved in this browser and used offline too. Press ? for keyboard shortcuts.